ຜູ້ປະສົບພັຍນ້ຳຖ້ວມ ຢູ່ອຸດົມໄຊ ເຣີ່ມເປັນພຍາດ ພາຍຫຼັງນ້ຳແຫ້ງ
ຜົລກະທົບ ຈາກພັຍນ້ຳຖ້ວມ ເຮັດໃຫ້ປະຊາຊົນ ຫຼາຍຮ້ອຍຊີວິຕ ຕົກຢູ່ໃນຄວາມບຳບາກ ນັບຕັ້ງແຕ່ວັນທີ່ 31 ສິງຫາ ຮອດວັນທີ່ 8 ກັນຍາ ນີ້, ພົບຊາວບ້ານ 1,000 ປາຍຄົນ ໃນ 13 ບ້ານ ເຣີ່ມເປັນພຍາດໄຂ້ຫວັດໃຫຍ່ ແລະຖອກທ້ອງ ພາຍຫຼັງນໍ້າແຫ້ງ.
-
ສຸພັດຕາ
2022-09-08 -
-
-
Your browser doesn’t support HTML5 audio
ຕັ້ງແຕ່ວັນທີ່ 31 ສິງຫາ 2022 ຮອດວັນທີ່ 8 ກັນຍາ 2022 ນີ້ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຊາວບ້ານ ແລະເດັກນ້ອຍ 1,000 ປາຍຄົນ ໃນ 13 ບ້ານ ໃນນັ້ນ ເຂດເທສບານ 4 ບ້ານ ເປັນຕົ້ນ ບ້ານນໍ້າແຊ, ບ້ານຫ້ວຍຫອມ ແລະໂຮມໄຊ, ສ່ວນເຂດເທສບານ 9 ບ້ານ ເປັນຕົ້ນ ບ້ານແທງ, ບ້ານຕ່າງດູ່, ບ້ານກູ່ຫຼົງ, ບ້ານຫ້ວຍຫ່າ, ບ້ານປາງທອງ, ບ້ານນາໂຮມ ແລະບ້ານພູເຮືອນ ມີຫຼາຍບ້ານ ທີ່ປະຊາຊົນ ເຣີ່ມເປັນພຍາດໄຂ້ຫວັດໃຫຍ່ ທີ່ຕາມມາຫຼັງຈາກນໍ້າແຫ້ງແລ້ວ, ສະເພາະເດັກນ້ອຍ ຫາກເປັນໄຂ້ຫວັດໃຫຍ່ ຈະມີອາການໄຂ້ສູງ ແລ້ວຈະມີອາການຖອກທ້ອງ ຕາມມານໍາດ້ວຍ, ຫຼ້າສຸດ ຍັງບໍ່ທັນມີຜູ້ໃດເສັຍຊີວິຕ ຍ້ອນໄຂ້ຫວັດໃຫຍ່ ແລະຖອກທ້ອງເທື່ອ.
ປັດຈຸບັນ ທາງເມືອງໄດ້ສົ່ງວິຊາການ ລົງໄປໂຄສະນາວຽກງານ ສຸຂສຶກສາ ເພື່ອປ້ອງການພຍາດທີ່ຕາມມາ ຫຼັງຈາກນໍ້າແຫ້ງແລ້ວ ຍ້ອນບໍ່ແມ່ນແຕ່ພຍາດໄຂ້ຫວັດໃຫຍ່ ແລະຖອກທ້ອງທີ່ຈະພົບພໍ້, ແຕ່ຮວມເຖິງພຍາດຕາແດງ, ຍາດໄຂ້ຍຸງລາຍ ແລະຕີນເປື່ອຍນໍາດ້ວຍ ໂດຍເນັ້ນໜັກໃຫ້ຊາວບ້ານ ໃສ່ຜ້າອັດປາກ, ດື່ມນໍ້າຕົ້ມສຸກ, ນອນກໍຕ້ອງນອນໃນມຸ້ງ ທີ່ຍ້ອມດ້ວຍນໍ້າຢາກັນຍຸງ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຫ້ອງການສາທາຣະນະສຸຂ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ່ 8 ກັນຍາ ນີ້ວ່າ:
“ກ່ອນໜ້ານັ້ນ ແມ່ນບໍ່ມີເນາະ ແຕ່ວ່າຫຼັງນໍ້າຖ້ວມໄປແລ້ວນີ້ ຖືວ່າ ໂອ້ຫຼັ່ງໄຫຼເຂົ້າມາໂຮງໝໍພວກເຮົາ ກວ່າໆ 1,000 ປາຍ ໂອ້ ຕັ້ງແຕ່ ວັນທີ່ 31 ສິງຫາ ມາຮອດປັດຈຸບັນນີ້ (8 ກັນຍາ) ໝາຍຄວາມວ່າ ລ້ວນແລ້ວແຕ່ໄຂ້ຫວັດໃຫຍ່ເນາະ, ຖອກທ້ອງນີ້ ພ້ອມກັບໄຂ້ຫວັດໃຫຍ່ນີ້ ເພາະວ່າເດັກນ້ອຍນີ້ ສ່ວນຫຼາຍ ໄຂ້ສູງ ແລ້ວມັນຖອກທ້ອງນໍາ, ໃຫ້ໜ່ວຍງານລົງໄປສຸຂສຶກສາ ໃຫ້ເວົ້າເຣື່ອງນອນໃນມຸ້ງ ທີ່ຍ້ອມດ້ວຍນໍ້າຢາ (ກັນຍຸງ) ລະກະກິນນໍ້າຕົ້ມ ອາຫານການກິນຄ້າງຄືນ ແມ່ນໃຫ້ຕ້ອງອຸ່ນ, ສ່ວນຫຼາຍພວກເຮົາຈະເວົ້າເຣື່ອງ ໃສ່ແພອັດປາກເນາະ.”
ທ່ານກ່າວຕື່ມວ່າ ສາເຫດທີ່ເຈົ້າໜ້າທີ່ ໂຄສະນາສຸຂສຶກສາ ແລ້ວເນັ້ນໃຫ້ປະຊາຊົນ ໃສ່ຜ້າອັດປາ ເນື່ອງຈາກວ່າ ພຍາດໄຂ້ຫວັດໃຫຍ່ນັ້ນ ຫາກເຂົ້າຄົວເຮືອນໃດ ແມ່ນໝົດທຸກຄົນໃນຄົວເຮືອນນັ້ນ ຈະເປັນພຍາດໄຂ້ຫວັດໃຫຍ່ທັງໝົດ, ອີກທັງ ເນັ້ນໃຫ້ປະຊາຊົນ ຣາຍງານໄປຍັງຫ້ອງການສາທາຣະນະສຸຂເມືອງ ຫຼືໂຮງໝໍນ້ອຍ (ສຸຂສາລາກຸ່ມ ເປັນຕົ້ນ ສຸຂສາລາບ້ານວັງອ່າງ, ບ້ານນາຖົ່ວ ແລະບ້ານນາຂາມ) ດ່ວນ ເມື່ອເກີດການຣະບາດ ຂອງພຍາດຕາແດງ ທີ່ຈະມານໍາຝຸ່ນ ຫຼັງຈາກນໍ້າແຫ້ງ ແລະພຍາດອື່ນໆ ທີ່ໄດ້ກ່າວໄປຂ້າງຕົ້ນ.
ສ່ວນວ່າ ຢາປິ່ນປົວພຍາດພື້ນຖານ ເປັນຕົ້ນ ພຍາດໄຂ້ຫວັດໃຫຍ່, ຖອກທ້ອງ, ໄຂ້ຍຸງລາຍ ແລະພຍາດຕາແດງ ແມ່ນບໍ່ສາມາດກ່າວໄດ້ວ່າ ໃນຄັງຢາ ຂອງໂຮງໝໍເມືອງນາໝໍ້ ມີພຽງພໍຫຼືບໍ່ ແຕ່ໄດ້ຂຶ້ນແຜນການຢາ ຂໍທາງຜແນກສາທາຣະນະສຸຂ ແຂວງອຸດົມໄຊແລ້ວ ເນື່ອງຈາກໂຮງໝໍເມືອງນາໝໍ້ ໄດ້ໃຊ້ງົປມານ 200 ລ້ານກີບ ໄປຊື້ຢາປິ່ນປົວພຍາດພື້ນຖານ 100 ປາຍລາຍການໝົດແລ້ວ ແລະຊື້ກ່ອນນໍ້າຈະຖ້ວມເມືອງນາໝໍ້ ພໍນໍ້າຖ້ວມເມືອງນາໝໍ້ ກໍເຮັດໃຫ້ຢາປິ່ນປົວພຍາດພື້ນຖານ ເສັຍຫາຍຈໍານວນນຶ່ງ.
ຕັ້ງແຕ່ວັນທີ່ 27-29 ສິງຫາ ປະຊາຊົນໃນເຂດເທສບານ ໄດ້ຮ່ວມກັນອະນາມັຍເຮືອນຊານ ພາຍຫຼັງນໍ້າແຫ້ງ ເຮັດໃຫ້ປັດຈຸບັນ ນໍ້າປະປາ ແລະໄຟຟ້າ ຢູ່ເຂດເທສບານ 4 ບ້ານ ທີ່ຖືກນໍ້າຖ້ວມນັ້ນ ສ່ວນໃຫຍ່ມີນໍ້າສະອາດ, ວິດຖ່າຍ ແລະໄຟຟ້າໃຊ້ຕາມປົກກະຕິແລ້ວ, ສ່ວນອີກ 9 ບ້ານ ໃນເຂດນອກ ລະບົບນໍ້າລິນແມ່ນເປ່ເພ ເຊິ່ງຍັງລໍຖ້າການຮິບໂຮມຂໍ້ມູນ ເພື່ອຍື່ນສເນີແຂວງ ຫາອົງການສາກົລ ຫຼືພາກຣັຖເຂົ້າມາສ້ອມແປງ ຫຼື ສ້າງລະບົບນໍ້າລິນໃຫ້ປະຊາຊົນໃໝ່ ນອກນັ້ນຍັງໄດ້ ແນະນໍາໃຫ້ປະຊາຊົນ ຂຸດວິດແຫ້ງ ເພື່ອຖ່າຍໜັກ-ຖ່າຍເບົາແທນ ເປັນການຊົ່ວຄາວ.
ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງນາໝໍ້ ແຂວງອຸດົມໄຊ ຜູ້ດຽວກັນນີ້ ກ່າວວ່າ:
“ບາງແຫ່ງແມ່ນຖືວ່າ ດິນສະໄລ້ມາຖົມຫົວງານໝົດ ຄັນວ່າ ຊິໄດ້ສ້ອມແປງນີ້ ກໍຊິໄດ້ເຮັດໃໝ່ ບາງບ້ານນີ້ ໝາຍຄວາມວ່າ ແມ່ນຈະຝາຍຂາດ ອັນຕາມທີ່ອັນແນວຄິດຂອງອ້າຍ ທີ່ໃຫ້ວິຊາການລົງນີ້ ດຽວນີ້ ແມ່ນພຽງແຕ່່ວ່າ ຖ້າວ່າມີຄວາມຈໍາເປັນ ໃຫ້ເຂົາເຈົ້າຫັ້ນ ຂຸດວິດແຫ້ງ ເຂົາເຈົ້າກໍຍັງບໍ່ທັນຮັບປາກ ວ່າເຂົາເຈົ້າຊິຂຸດວິດບໍ່ ຫຼືຊິເຮັດຫຍັງ ພໍພຽງແຕ່ວ່າ ຍົກໂຕຢ່າງຄືເຮືອນເປ່ເພ ເຂົາກໍາລັງໄປຕັດໄມ້ ກໍາລັງໄປໄພຫຍ້າ ຊິມາເຮັດຫຼັງໃໝ່ ຈັ່ງຊີ້ຊະເນາະ.”
ຫຼັງຈາກນໍ້າແຫ້ງແລ້ວ ຂີ້ຝຸ່ນກໍຈະເຣີ່ມຫຼາຍ ຊາກສັດຕາຍ ແລະປັດຈັຍອື່ນໆທີ່ຫຼົງເຫຼືອຈາກນໍ້າແຫ້ງ ກໍອາຈເປັນສາເຫດ ພາໃຫ້ປະຊາຊົນຢູ່ເມືອງຫຼາ ແຂວງອຸດົມໄຊ ໂດຍສະເພາະ ຢູ່ບ້ານຫ້ວຍຫຼາ ເຣີ່ມພາກັນເປັນພຍາດໄຂ້ຫວັດໃຫຍ່ ແລ້ວເຂົ້າມາປົວຢູ່ໂຮງໝໍເມືອງ ຈໍານວນຫຼາຍ ແຕ່ບໍ່ສາມາດລະບຸໄດ້ ວ່າຈໍານວນເທົ່າໃດ ແລະໃນເມືອງຫຼາ ຍັງບໍ່ປະກົດເຫັນປະຊາຊົນ ເປັນພຍາດຖອກທ້ອງ ຫຼັງຈາກນໍ້າແຫ້ງເທື່ອ, ຂະນະດຽວກັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກໍໄດ້ໂຄສະນາວຽກງານສຸຂສຶກສາ ໃຫ້ປະຊາຊົນປ້ອງກັນໂຕເອງ ຄືກັບການປ້ອງກັນເຊື້ອໂຄວິດ-19 ໃນໄລຍະທີ່ຜ່ານມາ ເປັນຕົ້ນ ໃສ່ຜ້າອັດປາກອັດດັງ ແລະຮັກສາໄລຍະຫ່າງ ເນື່ອງຈາກໄຂ້ຫວັດໃຫຍ່ ແລະໂຄວິດ-19 ສາມາດຕິດຕໍ່ກັນໄດ້ ດ້ວຍການໄອ.
ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງຫຼາ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ໄຂ້ຫວັດໃຫຍ່ນີ້ຫຼາຍ ຫຼັງຈາກນໍ້າແຫ້ງແລ້ວ ຂີ້ຝຸ່ນຫຼາຍເດ້ ລະມັນກໍມີກິ່ງຕົ້ນໄມ້ບໍ ຫຼືອີ່ຫຍັງຕ່າງໆທີ່ວ່າເຕັມຢູ່ບ້ານຫັ້ນນ່າ ກໍພາໃຫ້ເກີດພຍາດອັນນີ້ ແລ້ວຊ່ວງນີ້ ມັນຮ້ອນແດ່ ກໍມີຫຼາຍປັດຈັຍເຮັດໃຫ້ເປັນຫັ້ນແຫຼະ ເຮົາບໍ່ໄດ້ກວດວິເຄາະເບິ່ງ ມັນແມ່ນເຊື້ອອັນໃດແທ້ຫັ້ນນ່າ ແຕ່ວ່າມັນກໍເປັນໄຂ້ຫວັດ ກໍຊິແມ່ນໄຂ້ຫວັດໃຫຍ່ຫັ້ນແຫຼະ ປະຕິບັດກໍປ້ອງກັນຫັ້ນແຫຼະ ຄືກັບໂຄວິດ-19 ຫັ້ນແຫຼະ ຢູ່ຫ່າງກັນບໍ່ ຫຼືໃສ່ຜ້າອັດປາກຕ່າງໆຫັ້ນນ່າ.”
ທ່ານກ່າວຕື່ມວ່າ ສ່ວນຢາປົວພຍາດໄຂ້ຫວັດໃຫຍ່ ຢູ່ໂຮງໝໍນ້ອຍ ຫຼືສຸຂສາລາກຸ່ມ ແລະໂຮງໝໍເມືອງຫຼາ ບໍ່ພຽງພໍ ເນື່ອງຈາກໂຮງໝໍເມືອງຫຼາ ບໍ່ມີງົປມານສໍາລັບຕ້ານພຍາດ ທີ່ຈະຕາມມາຫຼັງຈາກນໍ້າແຫ້ງ, ປະຊາຊົນທີ່ມາປົວຢູ່ໂຮງໝໍ ກໍຈະໄດ້ໄປຊອກຊື້ຢາ ເພື່ອປົວພຍາດດັ່ງກ່າວ ຢູ່ຮ້ານຂາຍຢາ ຕາມໃບສັ່ງຢາຂອງທ່ານໝໍ ຫຼືໄປຄລິນິກ ຫຼືໄປໂຮງໝໍອື່ນ ທີ່ມີຢາປົວພຍາດ.
ຢູ່ບ້ານຕ່າງດູ່ ເມືອງນາໝໍ້ ແຂວງອຸດົມໄຊ ເຣີ່ມມີເດັກນ້ອຍ ແລະຜູ້ໃຫຍ່ ເປັນພຍາດໄຂ້ຫວັດໃຫຍ່ ແລະຖອກທ້ອງ ຮວມທັງໝົດປະມານ 20 ຄົນ ໂດຍຕົ້ນຕໍ ຂອງພຍາດໄຂ້ຫວັດໃຫຍ່ ມາຈາກເດັກນ້ອຍ, ຂະນະດຽວກັນນັ້ນ ຢູ່ບ້ານຕ່າງດູ່ ກໍບໍ່ມີນໍ້າລິນ ແລະວິດຖ່າຍໄວ້ໃຊ້ຕາມປົກກະຕິ ຕ້ອງໄດ້ໃຊ້ນໍ້າຈາກໜອງ ຫຼືນໍ້າສ້າງແທນ ແລະເຮືອນໃດ ວິດຖ່າຍເປ່ເພ ກໍຕ້ອງໄດ້ໄປຖ່າຍໃນປ່າ ສ່ວນເຮືອນໃດ ວິດຖ່າຍບໍ່ເປ່ເພ ພັດບໍ່ມີນໍ້າໃຊ້ ຕ້ອງໄດ້ໄປຕັກນໍ້າຕາມຮ່ອງນໍ້າ ມາຊໍາລະລ້າງ.
ດັ່ງຊາວບ້ານ ຢູ່ບ້ານຕ່າງດູ່ ເມືອງນາໝໍ້ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ຕົ້ນຕໍກໍແມ່ນເດັກນ້ອຍຫັ້ນແຫຼະ ເປັນໄຂ້ ເປັນຮ້ອນ ແລ້ວກໍມັນໜ້າແດງຫັ້ນນ່າ ຜູ້ໃຫຍ່ກໍມີແຕ່ເປັນໄຂ້ ສັກຢາໃສ່ ຜູ້ບາງຄົນກໍດີ ບາງຄົນກໍສັກຫຼາຍເຂັມຈັ່ງດີເດ້ ຖອກທ້ອງກໍແມ່ນ ບໍ່ແມ່ນຖອກຫຼາຍ ເອີ່ ຜູ້ໃຫຍ່ກໍຖືກ ຜູ້ນ້ອຍກໍຖືກຫັ້ນແຫຼະ, ຊ່ວງອັນນ່ານໍ້າຖ້ວມບ້ານຫັ້ນ ດິນເຈື່ອນຫັ້ນ ຖົມອັນຢູ່ຫົວງານພຸ້ນ ຝາຍກໍຂາດໝົດ ມີແຕ່ຂຸດນໍ້າບໍ່ ນໍ້າສ້າງຫັ້ນ ແລ້ວກໍໄປຕັກມາ ແລ້ວກໍຄົວກິນ ຊິິກິນເອົາຕົ້ມ ວິດຖ່າຍ ອັນໂຕເພແລ້ວ ຖືວ່າ ເຂົາໄປຖ່າຍຢູ່ປ່າ ໂຕວ່າ ຍັງບໍ່ເພ ບໍ່ມີນໍ້າ ແລ້ວກໍໄປຕັກເອົາຢູ່ຮ່ອງນໍ້າຫັ້ນ.”
ຊາວບ້ານ ຢູ່ບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ ຢູ່ບ້ານນາໂຮມ ເມືອງນາໝໍ້ ແຂວງອຸດົມໄຊ ກໍພົບຄວາມຫຍຸ້ງຍາກ ໃນການໃຊ້ນໍ້າສະອາດ ເຮັດໃຫ້ປັດຈຸບັນ ພວກເຂົາເຈົ້າ ຍັງຕ້ອງຊື້ນໍ້າດື່ມຈາກໂຮງງານໄວ້ດື່ມ ແລະປຸງແຕ່ງອາຫານ, ສ່ວນນໍ້າ ໄວ້ຊັກເຄື່ອງ ຖູເຮືອນ ຫຼືໃຊ້ໄວ້ອາບນັ້ນ ແມ່ນຕັກເອົາມາຈາກຫ້ວຍ, ຂະນະທີ່ ວິດຖ່າຍຍັງສາມາດໃຊ້ໄດ້ ພຽງແຕ່ບໍ່ມີນໍ້າໄວ້ໃຊ້ ຫຼັງຈາກຖ່າຍໜັກ-ຖ່າຍເບົາເທົ່ານັ້ນ.
“ມັນຫຍຸ້ງຍາກນໍາ ພວກນໍ້າສະອາດນີ້ແຫຼະ ແລ້ວກໍ ນໍ້າທີ່ໃຊ້ອາບນີ້ກໍ ໃນຫ້ອງນໍ້າມີແຕ່ເອົານໍ້າຫ້ວຍ ເອີ່ ນໍ້າລິນ ເປ່ເພໝົດນີ້ ນໍ້າດື່ມເຮົາກໍຊື້ ຫ້ອງນໍ້າ ຢູ່ຄືເກົ່າ ແຕ່ວ່າ ມັນມີແຕ່ຖ້ວມຍຶ່ງຊື່ໆ ແລ້ວກໍແຫ້ງມາ ກໍຄືເກົ່າ ມີແຕ່ຖ່າຍໃສ່ຫ້ອງນໍ້າ ແລ້ວກໍເອົານໍ້າຫ້ວຍ ນໍ້າຮອງມາລ້າງມາຖອກໃສ່.”
ນອກຈາກນັ້ນ ຢູ່ເມືອງຫຼາ ແຂວງອຸດົມໄຊ ມີ 18 ບ້ານ ທີ່ຖືກຜົລກະທົບຈາກນໍ້າຖ້ວມ ໂດຍບ້ານຫ້ວຍຫຼາ, ບ້ານສາມັກຄີໄຊ, ບ້ານໂພນໄຊ ແລະບ້ານໂພນສະຫວ່າງ ເປັນບ້ານທີ່ຖືກຮັບຜົລກະທົບໜັກ ເຮັດໃຫ້ລະບົບນໍ້າລິນ ແລະວິດຖ່າຍເສັຍຫາຍ.
ປັດຈຸບັນ ບ້ານທີ່ຢູ່ເຂດນອກ ກໍຈະໄດ້ຍ່າງໄປຕັກນໍ້າຫ້ວຍຫຼາຍກິໂລແມັດ ເພື່ອເອົາມາໃຊ້ຊັກເຄື່ອງຊັກຂອງ ສ່ວນບ້ານທີ່ຢູ່ໃນເຂດເທສບານ ແມ່ນໄດ້ໃຊ້ນໍ້າໜອງ ຫຼືນໍ້າຫ້ວຍ ແລະລໍຖ້ານໍ້າປະປາສຸກເສີນ ທີ່ພາກສ່ວນທີ່ກ່ຽວຂ້ອງຈະດູດນໍ້າຈາກແມ່ນໍ້າ ມາໃຫ້ປະຊາຊົນຊົມໃຊ້, ຂະນະທີ່ ນໍ້າດື່ມ ປະຊາຊົນຈະໄດ້ຊື້ຈາກໂຮງງານມາດື່ມ ແລະປຸງແຕ່ງອາຫານ, ອີກທັງ ວິດຖ່າຍໃນບັນດາບ້ານໃນເຂດເທສບານ ສາມາດໃຊ້ໄດ້ຢູ່ ແຕ່ຕ້ອງໄດ້ຕັກນໍ້າຈາກໜອງ ຫຼືນໍ້າຫ້ວຍເພື່ອມາທໍາຄວາມສະອາດ, ຂະນະທີ່ ບ້ານໃນເຂດນອກ ຕ້ອງໄດ້ຖ່າຍໃນປ່າ ຫຼື ຖ່າຍຕາມເຮືອນຂອງຍາດພີ່ນ້ອງ ທີ່ວິດຖ່າຍບໍ່ເປ່ເພເສັຍຫາຍ ແລ້ວໃຊ້ນໍ້າທີ່ຕັກຈາກຫ້ວຍເພື່ອທໍາຄວາມສະອາດຄືກັນ, ອີງຕາມຂໍ້ມູນ ຈາກຫ້ອງການສາທາຣະນະສຸຂ ເມືອງຫຼາ ແຂວງອຸດົມໄຊ.
ສໍາລັບຣົຖເຄື່ອນທີ່ບໍຣິການນໍ້າສະອາດ ຢູ່ເມືອງນາໝໍ້ ແລະເມືອງຫຼາ ທີ່ເຄີຍມີໄວ້ໃຫ້ບໍຣິການ ໃຫ້ຊາວບ້ານທີ່ຖືກນໍ້າຖ້ວມ ແຕ່ວັນທີ່ 26 ສິງຫາ ທີ່ຜ່ານມານັ້ນ ມາຮອດປັດຈຸບັນ ແມ່ນໄດ້ຢຸດເຊົາໃຫ້ການບໍຣິການ ເນື່ອງຈາກ ສະພາບການຕ່າງໆ ຄ່ອຍໆດີຂຶ້ນແລ້ວ, ອີງຕາມຂໍ້ມູນຈາກຫ້ອງການ ສາທາຣະນະສຸຂ ເມືອງຫຼາ ແລະເມືອງນາໝໍ້ ແຂວງອຸດົມໄຊ.