ອາຫານເສີມ ເຄື່ອງສໍາອາງ ອອນລາຍ ຈົ່ງຣະວັງ

ຈໍາປາທອງ
2021.06.15
ອາຫານເສີມ ເຄື່ອງສໍາອາງ ອອນລາຍ ຈົ່ງຣະວັງ ປະຊາຊົນ ຜູ້ເປັນກັງວົນເວົ້າວ່າ ອາຫານເສີມ ແລະ ເຄື່ອງສໍາອາງ ທີ່ຂາຍຜ່ານທາງອອນລາຍ ຈົ່ງຣະວັງ ກວດເບິ່ງໃຫ້ດີ
ນັກຂ່າວພົລເມືອງ

ປະຊາຊົນລາວ ເປັນຫ່ວງນໍາເຣື່ອງອາຫານເສີມ ແລະ ເຄື່ອງສໍາອາງ ທີ່ຂາຍຜ່ານທາງສື່ສັງຄົມອອນລາຍ ເປັນຕົ້ນເຟສບຸກໂດຍ ທີ່ ບໍ່ໄດ້ຮັບການຢັ້ງຢືນ ແລະ ຜ່ານການກວດກາ ຄຸນນະພາບຈາກ ອົງການອາຫານ ແລະຢາ ຫລື ອຍ ຂອງລາວ.

ຊາວບ້ານຢູ່ນະຄອນຫຼວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ມິຖຸນາ ນີ້ວ່າຕົນກໍເປັນຄົນນຶ່ງ ທີ່ເປັນຫ່ວງນໍາເຣື່ອງອາຫານ ເສີມ ແລະເຄື່ອງສໍາອາງ ຈາກ ຕ່າງປະເທດ ທີ່ເຮັດໃຫ້ຜິວຂາວ ຊຶ່ງມີຂາຍທາງເຟສບຸກ ໂດຍທີ່ບໍ່ໄດ້ຜ່ານ ອຍ ແລະບໍ່ຮູ້ວ່າມັນມີ ສານເຄມີ ທີ່ເປັນອັນຕະຣາຍ ຕໍ່ສຸຂພາບຂອງຜູ້ໃຊ້ ຫລືບໍ່, ສິນຄ້ານັ້ນມີຜົລຂ້າງຄຽງ ເມື່ອຢຸດໃຊ້ ກໍຈະກັບມາເປັນຜິວດໍາ ກວ່າເກົ່າ. ດັ່ງນັ້ນ ທ່ານຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫລື ອຍ ມີກົນໄກໃນການຢັ້ງຢືນ ຄຸນນະພາບຂອງສິນຄ້າເປັນພາສາລາວ ບໍ່ແມ່ນມີ ແຕ່ ອຍ ພາສາ ຕ່າງປະເທດ ເພາະຄົນລາວຜູ້ໃຊ້ກວດສອບບໍ່ໄດ້ ແລະ ທັງຄວນອອກກົດໝາຍກວດກາສິນຄ້າ ທີ່ນໍາມາຈາກຕ່າງ ປະເທດ ຄັກແນ່ ເພື່ອຄວາມປອດພັຍ ຂອງ ຜູ້ຊົມໃຊ້ ດັ່ງທີ່ທ່ານ ກ່າວວ່າ:

“ນ່າເປັນຫ່ວງເພາະວ່າ ຊ່ວງທີ່ວ່າເວລາກິນອາຫານເສີມຫັ້ນນ່າ ງາມເນາະ ຊາວຂຶ້ນ ທັງມື... ກໍເປັ່ງປັ່ງ ຄັນຢຸດໃຊ້ໄປແລ້ວຫັ້ນນ່າ ແຮງກໍ່າລົງ ຂີ້ຮ້າຍໄປກວ່າເກົ່າອີກ ເປັນຢາເສບຕິດ ກໍວ່າແມ່ນ ໂດຍທີ່ເຈົ້າບໍ່ແມ່ນ ໄປໃຫ້ເຂົາເຈົ້າແບບທາງຕົງ ມັນຈະເປັນແບບ ທາງອ້ອມ. ມັນກໍບໍ່ເລກທີ ອຍ ມັນກໍເປັນເພື່ອນບ້ານເຮົາພຸ້ນ ມັນກໍຕ້ອງໄດ້ຕິດສລາກ ທີ່ເປັນພາສາລາວ ຄັກແນ່. ຢາກໃຫ້ມີກົດ ໝາຍຮອງຮັບ ໂຕນີ້ກ່ອນ. ຖ້າຜູ້ໃດຫາກບໍ່ຜ່ານການນໍາເຂົ້າ ທີ່ຖືກຕ້ອງຫຼືບໍ່ອະນຸຍາດ ຈະບໍ່ອະນຸຍາດໃຫ້ຂາຍ ໃນໂລກອອນລາຍ ໄດ້ເລີຍຫັ້ນນ່າ.”

ທ່ານເວົ້າຕື່ມອີກວ່າ ຜູ້ບໍຣິໂພກອາຫານເສີມ ແລະ ເຄື່ອງສໍາອາງ ທີ່ບໍ່ໄດ້ຮັບການຢັ້ງຢືນຈາກ ອຍ ແລະມີຄວາມສ່ຽງຕໍ່ສຸຂພາບນັ້ນ ຍັງມີຄວາມສ່ຽງ ທີ່ຈະຕົກເປັນເຫຍື່ອ ການຕລາດ ສິນຄ້ານັ້ນນໍາດ້ວຍ, ເມື່ອຊື້ມາໃຊ້ແລ້ວເກີດບັນຫາ ກໍບໍ່ສາມາດຕາມຫາເຈົ້າຂອງ ສິນຄ້ານັ້ນໄດ້ ຍ້ອນບໍ່ຮູ້ແຫລ່ງຜລິດ ແລະ ເຈົ້າຂອງສິນຄ້າຈະແຈ້ງ.

ນັກສຶກສາປີທີ 4 ຈາກຄະນະນິຕິສາດ ມະຫາວິທຍາລັຍແຫ່ງຊາດລາວ ເວົ້າວ່າ ຕົນໃຊ້ເຟສບຸກ ທຸກມື້ ເຫັນພໍ່ຄ້າແມ່ຄ້າຂາຍອາຫານ ເສີມທີ່ຕ້ອງຫ້າມ ຫຼື ຢາປຸກອາຣົມແມ່ຍິງ ຊຶ່ງຕົນເຫັນວ່າເປັນສິນຄ້າທີ່ບໍ່ຄວນຂາຍ ຍ້ອນມັນບໍ່ຖືກກົດໝາຍ ແລະ ມັນອາຈເກີດຄະດີ ບັງຄັບຂູ່ເຂັນ ແລະ ໄປເຖິງການເສັຍຊີວິດໄດ້. ດັ່ງນັ້ນຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄວບຄຸມການຂາຍສິນຄ້າດັ່ງກ່າວທາງສື່ ສັງຄົມ ອອນລາຍ, ຫາກພົບເຫັນກໍຄວນກ່າວເຕືອນ ດັ່ງທີ່ທ່ານກ່າວໃນມື້ດຽວກັນນັ້ນວ່າ:

“ເຂົາເຈົ້າປະກາດຂາຍຢາ ປຸກອາຣົມຂອງຍິງ ແລະຊາຍນ່າ. ເມື່ອເຂົາເຈົ້າປະກາດແລ້ວມີຄົນຊື້ ເພາະວ່າສ່ວນຫຼາຍເຂົາເຈົ້າຕ້ອງ ການຊື້ຢາໂຕນີ້ ມາເພື່ອໄປວາງຢາໃສ່ ໄປເຫັນຜູ້ສາວນີ໋ ຂ້ອຍສົນໃຈແລ້ວ ຂ້ອຍວາງຢາໃສ່ ທັງໆທີ່ວ່າ ລາວບໍ່ໄດ້ພໍໃຈ ມີ ຜົລທີ່ວ່າ ຈົນເຖິງຂັ້ນລາວເສັຽຊີວິດ ໃນສິ່ງທີ່ວ່າ ລາວບໍ່ພໍໃຈ ໄປບັງຄັບຂູ່ເຂັນກັບລາວ. ສົມມຸດວ່າ ໂຕໃດທີ່ວ່າ ເພຈ ຫລືວ່າ ເຂົາເຈົ້າປະກາດ ຂາຍຢູ່ອອນລາຍ ເຈົ້າໜ້າທີ່ຄວນຈະກ່າວເຕືອນ ບຸກຄົນທີ່ໂພສລົງຂາຍນັ້ນ.”

ແລະ ຊາວນະຄອນຫລວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ຕົນກໍເຄີຍຊື້ອາຫານເສີມ ຫລຸດຄວາມອ້ວນມາກິນ, ເມື່ອຮູ້ວ່າ ສິນຄ້ານັ້ນບໍ່ໄດ້ ຮັບການຢັ້ງຢືນຄຸນນະພາບຈາກ ອຍ ກໍເຊົາກິນທັນທີ ແລະບໍ່ຢາກໃຫ້ຄົນອື່ນໆກິນ. ດັ່ງນັ້ນຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາ ສິນຄ້ານັ້ນຄັກແນ່ ຫາກພົບວ່າ ມີການຂາຍທາງສື່ສັງຄົມອອນລາຍ ກໍຄວນກວດສອບທັນທີ ດັ່ງທີ່ທ່ານກ່າວໃນມື້ວັນທີ 15 ມິຖຸນາ ນີ້ວ່າ:

“ເຄີຍຊື້ມາກິນ ມັນກໍມີທັງໂຕທີ່ໄດ້ຜົລ ໂຕທີ່ບໍ່ໄດ້ຜົລ ກໍບໍ່ມີວັນທີເດືອນປີ ທີ່ແນ່ນອນ. ບໍ່ມີ ອຍ ອາຫານເສີມນີ້ແຫຼະ ສ່ວນຫຼາຍນ່າ ເພາະວ່າຄົນລາວ ເຂົາເຈົ້າກໍໃຊ້ດາຣາ ໂຄສະນາຫລາຍຫັ້ນນ່າ ຖ້າເປັນໄປໄດ້ ຢາກໃຫ້ທາງກະຊວງ ສາທາຣະນະສຸຂ ກວດສອບ ຄືນແດ່ ຜ່ານແທ້ບໍ່ ເຂົາເຈົ້າອອກໃນເຟສບຸກ ກໍໄປກວດເຂົາເຈົ້າແດ່ ຄວນຈະມີຈັນຍາບັນ ຂອງໝໍແນ່ ຢ່າໃຫ້ມັນມີເງິນໃຕ້ໂຕະ ມັນກໍມີຊ່ອງຫວ່າງຂອງແພດຂອງໝໍ.”

ກ່ຽວກັບເຣື່ອງທີ່ວ່ານີ້ ພໍ່ຄ້າຂາຍຢາປຸກອາຣົມແມ່ຍິງ ທາງສື່ສັງຄົມອອນລາຍ ເວົ້າວ່າ ສິນຄ້າດັ່ງກ່າວ ເປັນສິນຄ້າທີ່ບໍ່ໄດ້ຜ່ານ ອຍ ຂອງລາວ ແຕ່ວ່າໄດ້ຜ່ານ ອຍ ຈາກຕ່າງປະເທດ ມາແລ້ວ ແລະເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍບໍ່ໄດ້ມາກວດກາ, ຕົວເອງຄິດວ່າຂາຍ ຢານັ້ນໄດ້ ເນື່ອງຈາກມີ ອຍ ຢັ້ງຢືນຈາກຕ່າງປະເທດ ແລະ ຢານັ້ນກໍບໍ່ມີຜົລກະທົບ ຕໍ່ສຸຂພາບຂອງຜູ້ໃຊ້ ດັ່ງທີ່ທ່ານກ່າວໃນມື້ ດຽວກັນນັ້ນວ່າ:

”ໂອ ຢາໂຕນີ້ຂາຍດີເຈົ້າ ຄົນນິຍົມໃຊ້ຫລາຍ ຍາຜ່ານ ອຍ ເຈົ້າ ບໍ່ມີຜົລກະທົບແນ່ນອນ ໃຊ້ຢາໂຕນີ້ ເຈົ້າ ອຍ ປະເທດຜລິດເປັນຜູ້ ຢັ້ງຢືນ ເຈົ້າ ຂອງປະເທດຜລິດເຈົ້າ ຂາຍໄດ້ໂຕນີ້ ເພາະວ່າມັນເປັນຢາ ກະຕຸ້ນອາຣົມຊື່ໆ ເຈົ້າ.”

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກະຊວງສາທາຣະນະສຸຂ ກ່າວວ່າ ທຸກຣາຍການສິນຄ້າ ທີ່ມີການຂຶ້ນທະບຽນ ຢ່າງຖືກຕ້ອງ ຈະມີສລາກ ອຍ ເປັນພາສາລາວ ຕິດຢູ່ຄັກແນ່, ຖ້າຜລິຕພັນໃດ ບໍ່ມີສລາກນັ້ນກໍໝາຍຄວາມວ່າ ເປັນຜລິຕພັນທີ່ບໍ່ໄດ້ ຂຶ້ນທະບຽນກວດກາສານເຄມີ ຈາກ ອຍ ລາວ, ເປັນສິນຄ້າ ທີ່ລັກລອບນໍາເຂົ້າມາ ແບບຜິດກົດໝາຍ.

ທ່ານເວົ້າວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ພຍາຍາມແກ້ໄຂບັນຫາ ການອອກໃບ ຢັ້ງຢືນຄວາມປອດພັຍ ຂອງອາຫານເສີມ ແລະ ເຄື່ອງສໍາອາງ ທີ່ຖືກນໍາເຂົ້າມາຈາກ ຕ່າງປະເທດ ແຕ່ກໍຍັງບໍ່ສາມາດແກ້ໄຂ ໄດ້ທັງໝົດ, ສ່ວນໃຫຍ່ຈະແກ້ໄຂໄດ້ ສະເພາະ ສິນຄ້າ ທີ່ບໍ່ໄດ້ຂຶ້ນທະບຽນຜ່ານ ອຍ ແລ້ວມີຜູ້ເສັຍຫາຍຟ້ອງຮ້ອງ ເປັນຄະດີຂຶ້ນມາເທົ່ານັ້ນ ດັ່ງທີ່ທ່ານກ່າວ ໃນມື້ວັນທີ 15 ມິຖຸນາ ນີ້ວ່າ:

”ເຂົາເຈົ້ານໍາເຂົ້າມາບໍ່ຖືກຕ້ອງ ເຂົາເຈົ້າບໍ່ໄດ້ຜ່ານ ອຍ ໂຕບໍ່ມີ ອຍ ພາສາລາວນັ້ນຫັ້ນນະ ກໍຣະນີຟ້ອງຮ້ອງເປັນຄະດີນະ ເຂົາເຈົ້າ ຈຶ່ງລົງໄປ ກວດ ແຕ່ຄັນລົງໄປຈັບທົ່ວໄປ ມັນໝົດ ຕລາດເລີຍຫັ້ນນະ ແຕ່ເຮົາຈະມີວິທີ ແບບທີ່ປັບໃສ່ອັນຣະບຽບກົດໝາຍ ແຕ່ຜ່ານ ມາມັນອາຈມີລັກລອບນໍ ທີ່ວ່າເຮົາຈັບບໍ່ໄດ້ໝົດ ແຕ່ວ່າເຣື່ອງການກວດກາເຮົາກໍມີ ຮ່ວມກັບ ພາກສ່ວນຂແນງຕ່າງໆ.”

ເຖິງຢ່າງໃດກໍຕາມ ປະຊາຊົນລາວທັງ 3 ຄົນທີ່ວ່ານັ້ນ ກໍຢາກໃຫ້ຂແນງການ ທີ່ກ່ຽວຂ້ອງຂຶ້ນເລກທະບຽນ ແລະອອກໃບອະນຸຍາດ ໃຫ້ເຈົ້າຂອງເພຈຕ່າງໆ, ເວລາໂຄສະນາຂາຍ ສິນຄ້າ ກໍໃຫ້ບອກໃບອະນຸຍາດ ຂອງຕົນນັ້ນໄປນໍາ ເພື່ອໃຫ້ຜູ້ບໍຣິໂພກ ຮູ້ວ່າມີ ອະນຸມັດຈາກທາງການ ແລະ ມີຄວາມໝັ້ນໃຈ ໃນການຊົມໃຊ້ສິນຄ້ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.