ເຣື້ອງທີ່ເກັບບັນທຶກໄວ້
2021-10-12
ໂຄວິດ-19 ຣະບາດໜັກ ໃນຫຼາຍແຂວງຂອງລາວ ໂດຍສະເພາະ ແຂວງຫຼວງພຣະບາງ ແລະ ແຂວງ ຄຳມ່ວນ. ດ້ວຍເຫດນີ້ ທາງການແຂວງ ຈຶ່ງໄດ້ເຂັ້ມງວດ ມາຕການ ປ້ອງກັນ. ຖ້າຜູ້ຕິດເຊື້ອເພີ່ມຫຼາຍ ທາງການລາວ ການຕຽມເງືອນໄຂ ໃຫ້ປິ່ນປົວ ຢູ່ເຮືອນ.
2021-10-11
ທາງການຜ່ອນຄາຍ ມາດຕການ ລ໊ອກດາວ ໂດຍຍົກເລີກ ການຕັ້ງດ່ານ ກວດກາ ຕາມຖນົນຫົນທາງ ໃນເຂດ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ ແຕ່ກໍຍັງຄຸມ ເຂັ້ມງວດ ໃນເຂດພື້ນທີ່ ສີແດງ ທີ່ມີ ການຣະບາດຫຼາຍ.
2021-10-10
ເຖິງແມ່ນວ່າ ທາງການຈະອອກ ມາຕການ ລ໊ອກດາວ ເພື່ອປ້ອງກັນ ການແຜ່ຣະບາດ ຂອງໂຄວິດ-19 ຢ່າງເຂັ້ມງວດ ແຕ່ກໍ່ມີ ໄວໜຸ່ມ ຈຳນວນນຶ່ງ ທີ່ຖືເບົາ ຕໍ່ຄຳສັ່ງ ແລະ ຝ່າຝືນ, ທ້າທາຍ ອຳນາດຣັຖ ເສບຢາເສບຕິດ ແລະ ພົກພາ ອາວຸດປືນ.
2021-10-08
ມາເຖິງຕອນນີ້ ເຊື້ອໂຄວິດ-19 ໄດ້ຣະບາດ ເປັນວົງກວ້າງ ແລະ ຂຍາຍໄປສູ່ ເຂດຊົນບົດ ເຮັດໃຫ້ການປ້ອງກັນ ເປັນເຣື່ອງຍາກຂຶ້ນ. ຫຼາຍເມືອງ ໃນແຂວງຫຼວງພຣະບາງ ແລະ ແຂວງອື່ນໆ ເຣິ່ມເຂົ້າສູ່ ຂັ້ນຕອນ ການລ໊ອກດາວ ຢ່າງເຂັ້ມງວດ.
2021-10-07
ຕໍາຣວດ ແຂວງຫຼວງພຣະບາງ ຈັບກຸ່ມຄ້າ ຢາເສບຕິດ ຣາຍໃຫຍ່ ຢູ່ແຂວງພາກເໜືອ 3 ຄົນ ພ້ອມຍຶດ ຂອງກາງ ຢາບ້າ 3.4 ລ້ານເມັດໄດ້, ຊຶ່ງປັດຈຸບັນ ພວມສືບສວນ-ສອບສວນ ຂຍາຍຜົລເພີ່ມຕື່ມ.
2021-10-07
ກະຊວງ ສາທາຣະນະສຸຂ ເຕືອນ ປະຊາຊົນ ບໍ່ໃຫ້ຊື້ ເຄື່ອງກວດຫາ ເຊື້ອໂຄວິດ-19 ທີ່ໂຄສະນາ ຂາຍ ຕາມສື່ສັງຄົມ ອອນລາຍນ໌ ຫຼືຕາມຮ້າທົວໄປ. ເຄື່ອງກວດເຫຼົ່ານີ້ ຍັງບໍ່ໄດ້ ຜ່ານການ ອະນຸມັດ ໃຫ້ໃຊ້ ຊຶ່ງອາດຈະສົ່ງຜົລເສັຽ ຫຼາຍກວ່າຜົລດີ.
2021-10-07
ເປົ້າໝາຍ ການພັທນາ ດ້ານສາທາຣະນະສຸຂ ໃຫ້ສຳເຣັຈ ພາຍໃນ ປີ 2030 ຍັງມີອຸປສັກ ຫຼາຍດ້ານ ເນື່ອງຈາກວ່າ ສະພາບການ ບໍຣິຫານ ແລະ ການຈັດການ ທີ່ເປັນຢູ່ ໃນປັດຈຸບັນ ຂອງສປປລາວ ບໍ່ມີປະສິດທິພາບ ພຽງພໍ ທີ່ຈະບັນລຸຜົລ.
2021-10-06
ພົບນັກໂທດ ຕິດເຊື້ອ ໂຄວິດ-19 ໃນຄ້າຍຄຸມຂັງ ເມືອງໄຊເສດຖາ, ເຈົ້າໜ້າທີ່ ໃຫ້ເຫດຜົລວ່າ ອາດຈະເປັນຍ້ອນ ນັກໂທດ ທີ່ຖືກນຳເຂົ້າ ມາໃໝ່ ໃນຄະດີຄ້າຢາ ເສບຕິດ ຊຶ່ງໃນຈຳນວນນັ້ນ ແມ່ນໄດ້ຕິດເຊື້ອ ມາກ່ອນແລ້ວ ຈຶ່ງໄດ້ແຜ່ເຊື້ອ ໃຫ້ນັກໂທດ ຄົນອື່ນໆ.
2021-10-05
ທາງການລາວ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນທຸກມື້ ນັ້ນກໍ ໝາຍຄວາມວ່າ ຖ້າຫາກ ສຖານະການ ຍັງເປັນແບບນີ້ ຕໍ່ໄປ ໂຮງໝໍ ອາດບໍ່ສາມາດ ຮອງຮັບ ຄົນເຈັບ ເຂົ້າປິ່ນປົວໄດ້ ຈິ່ງຈຳເປັນ ຕ້ອງໃຫ້ຄົນ ຜູ້ຕິດເຊື້ອ ພັກປິ່ນປົວ ຢູ່ເຮືອນເອງ.
2021-10-05
ກິນຊີ້ນຄວາຍຕາຍ ເຮັດໃຫ້ເກີດ ເປັນຖອກທ້ອງ ຢ່າງຮຸນແຮງ, ຫຼາຍຄົນຕ້ອງຖຶກ ນຳສົ່ງໂຮງໝໍ, ເຈົ້າໜ້າທີ່ເຕືອນ ຫ້າມນຳຊາກສັດທີ່ຕາຍໂດຍບໍ່ຮູ້ສາຍເຫດມາກິນເດັດຂາດ.
2021-10-01
ເຈົ້າໜ້າທີ່ໄດ້ຈັບຄົນຈີນແລ້ວ 60 ຄົນ ທີ່ລັກລອບເຂົ້າແຂວງຫຼວງນ້ຳທາ ຈາກເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເພື່ອກັບຄືນປະເທດ ເຣິີ່ມແຕ່ເຊື້ອ ໂຄວິດ-19 ຣະບາດຮຸນແຮງ ແຕ່ເດືອນ ເມສາ ເປັນຕົ້ນມາ ຈົນເຖິງໄລຍະລ໊ອກດາວ.