ຊາວເມືອງ ສັງທອງ ກັງວົນ ສານເຄມີ ສວນກ້ວຍຈີນ
ຊາວເມືອງ ສັງທອງ ບໍ່ກ້າກິນປາ ຢູ່ນໍ້າຕອນອີກ ຍ້ອນຢ້ານ ສານເຄມີ ຈາກສວນກ້ວຍ ທີ່ໄຫຼລົງນໍ້າ ເນື່ອງຈາກວ່າ ທ້າຍປີຜ່ານມາ ມີເຫດການປາ ໃນນ້ຳຕອນຕາຍ ຢ່າງໜ້ອຍ 310 ໂຕ.
-
ມະນີຈັນ
2019-07-05 -
-
-
Your browser doesn’t support HTML5 audio
ປັດຈຸບັນ ຊາວເມືອງສັງທອງ ນະຄອນຫຼວງ ວຽງຈັນ ບໍ່ກ້າຈັບປາ ຢູ່ນໍ້າຕອນ ມາກິນ ຄືແຕ່ກ່ອນ ຍ້ອນຢ້ານ ສານເຄມີ ທີ່ສວນກ້ວຍ ຂອງ ບໍຣິສັດ ໂຢງເຊິນ ຢູ່ບ້ານກົ້ວ ປ່ອຍລົງ ໃສ່ນໍ້າຕອນ ຢູ່ທຸກມື້ນັ້ນ ພາຍຫຼັງທີ່ ເມື່ອປີກາຍ ເຄີຍມີປາຕາຍ ຢູ່ເຂດດັ່ງກ່າວມາແລ້ວ. ໃນຂນະດຽວກັນ, ຊາວບ້ານ ກໍບໍ່ກ້າເຂົ້າໃກ້ ເຂດສວນກ້ວຍ ນັ້ນອີກ ຍ້ອນກິ່ນຂິວ ຂອງສານເຄມີ, ອິງຕາມຄໍາເວົ້າ ຂອງຊາວບ້ານກົ້ວ ຕໍ່ ອາຣ ແອັຟ ເອ (RFA) ໃນມື້ ວັນທີ 5 ກໍຣະກະດານີ້:
“ໂອ໋ ກະຢ້ານລະເນາະ ເຫັນປາຕາຍ ກະເປັນຕາຢ້ານ ຫັ້ນແຫຼະ ປີກາຍນີ້ ປາຕາຍຫຼາຍແດ່ ບໍ່ກ້າໄປທໍາມາຫາກິນ ຢູ່ໃກ້ໆ ປາກໍບໍ່ກ້າກິນແລ້ວ ໂອ໊ກະຂິວແດ່ ຄັນໄປໃກ້ ກະບໍ່ໄດ້ແຫຼະ.”
ເຈົ້າໜ້າທີ່ ຫ້ອງການຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ເມືອງສັງທອງ ຊີ້ແຈງຕໍ່ ອາຣ໌ ແອັຟ ເອ (RFA) ວ່າ ປັດຈຸບັນ ສວນກ້ວຍ ດັ່ງກ່າວ ຍັງໃຊ້ ສານເຄມີ ແລະ ປ່ອຍໃຫ້ນໍ້າລ້າງກ້ວຍ ທີ່ມີສານເຄມີ ເຈືອປົນນັ້ນ ໄຫລລົງສູ່ນໍ້າຕອນ ຢູ່ຕໍ່ໄປ ແຕ່ຍັງບໍ່ເຖິງຂັ້ນ ເປັນອັນຕຣາຍ ຫລື ເຮັດໃຫ້ ເກີດມົລພິດນໍ້າເທື່ອ:
“ກະໃຊ້ຫັ້ນແຫຼະ ແຕ່ວ່າ ຜແນກ ກະສິກັມ ເປັນຜູ້ອະນຸຍາດ ປະເພດຢາ ປະເພດປຸ໋ຍ ປະເພດ ສານຕ່າງໆ ເວລາມັນໄຫຼລົງ ສູ່ນໍ້າຕອນ ກະບໍ່ໄດ້ ກວດກາ ກວດກາ ກະວ່າ ຄ່າຂອງ ພີ ເຮັດຈ໌ (PH) ຫັ້ນ ຜິດໜ້ອຍນຶ່ງ ຫຼຸດລື່ນກັນ ໜ້ອຍດຽວ ຄັນຫຼຸດໜ້ອຍດຽວ.. ກະບໍ່ນັ້ນດອກ.”
ທ່ານເວົ້າຕື່ມວ່າ ສວນກ້ວຍຈີນ ດັ່ງກ່າວ ມີເນື້ອທີ່ 160 ເຮັກຕາຣ໌, ຊຶ່ງເຈົ້າຂອງບໍຣິສັດ ໄດ້ເຊົ່າດິນ ປະຊາຊົນ ເລີ່ມປູກ ແຕ່ປີ 2014 ໄປຈົນ ຮອດປີ 2024, ມີຄົນງານ ທັງໝົດ 220 ຄົນ ປູກກ້ວຍ ສົ່ງອອກໄປຈີນ ປີລະ 6 ພັນຕັນ. ສວນກ້ວຍ ແຫ່ງນີ້ ເປັນ 1 ໃນ 3 ແຫ່ງທີ່ທາງ ຜແນກກະສິກັມ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກະກຽມທົດລອງ ໃຫ້ເປັນສວນກ້ວຍ ຜລິດຕາມມາຕຖານ ຊຶ່ງມີການເຂັ້ມງວດ ໃນການ ໃຊ້ສານເຄມີ ເພື່ອໃຫ້ເປັນໂຕຢ່າງ ແກ່ສວນກ້ວຍ ບ່ອນອື່ນໃນອະນາຄົດ.
ເຖິງຢ່າງໃດກໍຕາມ, ເມື່ອເດືອນ ພຶສຈິກາ 2018 ສວນກ້ວຍຈີນ ແຫ່ງນີ້ ໄດ້ເຮັດໃຫ້ນໍ້າຢາລ້າງກ້ວຍ ໄຫຼລົງສູ່ນໍ້າຕອນ ຈົນເຮັດໃຫ້ປາຕາຍ 310 ໂຕ. ຫຼັງຈາກນັ້ນ ຜູ້ເປັນເຈົ້າຂອງ ກໍໄດ້ສະແດງຄວາມຮັບຜິດຊອບ ຕໍ່ຜົລກະທົບ ທີ່ໄດ້ເກີດຂຶ້ນ ແລະ ຮັບປາກວ່າ ຈະຟື້ນຟູນໍ້າຕອນ ໃຫ້ມີ ສະພາບປົກກະຕິ ໃນໄລຍະຍາວ ແລະ ຈະປ່ອຍປາ ຊນິດຕ່າງໆ ປີລະ 3 ແສນໂຕ ໃນໄລຍະ 3 ປີ.