ອຸບັດຕິເຫດ ຕາມທ້ອງຖນົນ ໃນການລອງປີໃໝ່ສາກົລ ຫຼຸດລົງ

ອຸບັດຕິເຫດ ໃນໄລຍະ ການສເລີມສລອງ ບຸນປີໃໝ່ສາກົລ 2023 ນີ້ ຫຼຸດລົງ ເມື່ອທຽບໃສ່ຫຼາຍປີກ່ອນ, ສ່ວນສາເຫດສ່ວນໃຫຍ່ ເປັນຍ້ອນສະພາບເສຖກິຈ ຜູ້ຄົນບໍ່ໃຊ້ຈ່າຍແບບຟຸ້ມເຟືອຍ ເຮັດໃຫ້ການຊື້ເຄື່ອງດື່ມທີ່ມາທາດເຫລົ້າຫຼຸດລົງ ຫຼືຢູ່ໃນວົງຈຳກັດ.

ຮູບໂຕຢ່າງ ອຸບັດຕິເຫດ ທີ່ເກີດຕາມທ້ອງຖນົນ, ນະຄອນຫຼວງວຽງຈັນ ປີ 2022. ຮູບພາບໂດຍ: ນັກຂ່າວ ພົລເມືອງ

ສະພາບອຸບັດຕິເຫດ ໃນໄລຍະການສເລີມສລອງ ບຸນປີໃໝ່ສາກົລ ຫລຸດລົງ ເປັນຕົ້ນວ່າ ຢູ່ນະຄອນຫລວງວຽງຈັນ, ແຂວງສວັນນະເຂດ ແລະ ແຂວງໄຊຍະບູຣີ, ສ່ວນແຂວງຈໍາປາສັກ ແມ່ນມີສະພາບອຸບັດຕິເຫດ ເພີ່ມຂຶ້ນ. 

ສະເພາະ ຢູ່ເຂດເມືອງປາກງື່ມ-ໂພນວິໄສ ນະຄອນຫລວງວຽງຈັນ ນັບແຕ່ວັນທີ 25 ທັນວາ 2022 ຫາ 1 ມົກກະຣາ 2023 ຖືເອົາເປັນ 7 ວັນ ອັນຕຣາຍ, ມີອຸບັດຕິເຫດ ຕາມທ້ອງຖນົນ 11 ກໍຣະນີ ເຊິ່ງເປັນຈໍານວນທີ່ຫລຸດລົງ ຈາກປີກາຍ ທີ່ມີອຸບັດຕິເຫດ 28 ກໍຣະນີ, ຍ້ອນປີໃໝ່ 2023 ນີ້ ຊາວລາວເມືອງປາກງື່ມ ພົບພໍ້ກັບເງິນກີບ ອ່ອນຄ່າ ເຮັດໃຫ້ການຊື້ເຄື່ອງ ແລະ ເຄື່ອງດື່ມທີ່ມາທາດເຫລົ້າຈໍາກັດ.

ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ກູ້ພັຍ ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 3 ມົກກະຣາ ນີ້ວ່າ:

ປີນີ້ ຖືວ່າຫລຸດລົງບໍ່. ບໍ່ພົບອຸບັດຕິເຫດຫັ້ນ ທີ່ເສັຽຊີວິຕຄາທີ່ ຢູ່ທ້ອງຖນົນ ແຕ່ໄປເສັຽຊີວິຕ ຢູ່ໂຮງໝໍ ກໍ 2 (ຄົນ) ສໍາລັບ 7 ວັນ ອັນຕຣາຍ ສໍາລັບຢູ່ລາວ ເສຖກິຈກໍຟື້ນໂຕ ບໍ່ຄ່ອຍໄດ້ປານໃດຫັ້ນນ່າ ຄົນກໍມີເງິນ. ບໍ່ມີເງິນແນ່ ກິນກໍກິນ ແບບພຽງພໍ ຄືແຕ່ລະປີໆ ຮ້ວຍຖືກຊ່ວງເສຖກິຈລາວ ເງິນກໍເຟີ້ນີ້ ເຂົາກິນແທ້ ກິນວ່າ ພຸ້ນແຫລະ ເຮືອນໃດກໍດາຍ. 

ທ່ານກ່າວຕື່ມວ່າ ຢູ່ເຂດເທສບານ ນະຄອນຫລວງວຽງຈັນ ໄດ້ຮັບການຣາຍງານແບບ ບໍ່ເປັນທາງການວ່າ ມີຜູ້ເສັຽຊີວິຕຄ່າທີ່ 3-4 ກໍຣະນີ ໃນຄືນເຄົາຕ໌ດາວນ໌ ວັນທີ 31 ທັນວາ ສົ່ງທ້າຍປີ 2022 ຕ້ອນຮັບປີ 2023 ນໍາດ້ວຍ. 

ຂະນະທີ່ ຢູ່ແຂວງສວັນນະເຂດ ໃນເຂດທີ່ມູນນິທິ ພົມມະເທບ ຮັບຜິດຊອບ ກູ້ພັຍນັ້ນ ມີອຸບັດຕິເຫດ ຢູ່ທ້ອງຖນົນ 32 ກໍຣະນີ ໃນນັ້ນ ແບ່ງເປັນອຸບັດຕິເຫດໜັກ 7 ກໍຣະນີ, ເບົາບາງ 17 ກໍຣະນີ ແລະ ເສັຽຊີວິຕ 8 ກໍຣະນີ, ເຊິ່ງອຸບັດຕິເຫດ ຊ່ວງປີໃໝ່ສາກົລ 2023 ນີ້ ເມື່ອເບິ່ງພາບລວມ ຖືວ່າ ຫລຸດລົງຈາກປີກາຍ ເນື່ອງຈາກ ຊາວລາວພາຍໃນແຂວງ ພາກັນປະຫຍັດເງິນໃນການໃຊ້ຈ່າຍ.

ດັ່ງເຈົ້າໜ້າທີ່ກູ້ພັຍ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

ປີນີ້ຫລຸດລົງ ເບື້ອງເຮົາ ໄດ້ອອກເຫດຫັ້ນ ປະມານຢູ່ 30 ເຄສ. ມີຄົນເຈັບຫັ້ນ ເບົາບາງ 17, ສາຫັດ 7 ຄົນ, ເສັຽຊີວິຕ 8 ຄົນ ທີ່ເຮົາໄດ້ເກັບເດ້. ສ່ວນທີ່ເຫລືອ ເຂົາໄປເອງ, ເຮົາບໍ່ຮູ້ 80-90 ເມົາແລ້ວຂັບ ສາເຫດທີ່ໜ້ອຍລົງ ກໍຊິມອງວ່າ ເວົ້າເຣຶ່ອງເສຖກິຈ ເປັນຫລັກ ຄົນເຮົາກໍບໍ່ມີເງິນແດ່ ການກິນ ການຢາກ ກໍຫລຸດຜ່ອນລົງ. 

ທ່ານກ່າວຕື່ມວ່າ ໂຕເລກອຸບັດຕິເຫດ ໃນໄລຍະປີໃໝ່ສາກົລ ຂອງ ແຂວງສວັນນະເຂດ ອາຈມີເພີ່ມຂຶ້ນ ແຕ່ຕ້ອງລໍຖ້າການຣາຍງານ ຢ່າງເປັນທາງການ ຈາກຜແນກ ສາທາຣະນະສຸຂ ເນື່ອງຈາກ ບາງກໍຣະນີ ຫນ່ວຍກູ້ພັຍ ບໍ່ສາມາດໄປຊ່ວຍເຫລືອທັນ ແລ້ວມີໂຮງໝໍມາຊ່ວຍເຫລືອແທນ ແລະມີບາງກໍຣະນີ ທີ່ຜູ້ບາດເຈັບໄປໂຮງໝໍເອງ.

ຢູ່ແຂວງໄຊຍະບູຣີ ໃນໄລຍະປີໃໝ່ສາກົລ 2023 ນີ້ ມີອຸບັດຕິເຫດ ຕາມທ້ອງຖນົນປະມານ 50 ກໍຣະນີ ແລະເສັຽຊີວິຕຄາທີ່ 1 ກໍຣະນີ ເຊິ່ງເປັນຈໍານວນທີ່ຄາດວ່າ ຫລຸດລົງຈາກປີໃໝ່ສາກົລ ປີ 2022, ເນື່ອງຈາກປະຊາຊົນ ບໍ່ນິຍົມໄປເລາະ ແລະຮ້ານອາຫານ, ຮ້ານກິນດື່ມ ບາງແຫ່ງ ປິດກິຈການລົງ ເພາະຜົລກະທົບ ຈາກ ໂຄວິດ-19.

ດັ່ງ ເຈົ້າໜ້າທີ່ກູ້ພັຍ ແຂວງໄຊຍະບູຣີ ກ່າວໃນມື້ດຽວກັນນີ້ວ່າ:     

ເຣື່ອງອຸບັດຕິເຫດຫລຸດລົງນີ້ ອັນທີ່ນຶ່ງ ລະແມ່ນ ເປັນແຕ່ຊ່ວງສຖານະການ ໂຄວິຕ-19 ເຂົ້າມາ ແລ້ວ ເຂົາເຈົ້າກໍປິດຮ້ານອາຫານ, ປິດຮ້ານເຄື່ອງກິນດື່ມ ຈັ່ງຊີ້ນ່າ ແລ້ວປະຊາຊົນກໍບໍ່ໄດ້ໄປເລາະ ໄປທ່ຽວ ເປັນສ່ວນໃຫຍ່ ແລ້ວອຸບັດຕິເຫດ ກໍຫລຸດລົງ ກໍໜ້ອຍລົງ.           

ຂະນະທີ່ ຢູ່ແຂວງຈໍາປາສັກ ມີໂຕເລກຣາຍງານ ອຸບັດຕິເຫດຕາມທ້ອງຖນົນ ໃນໄລຍະປີໃໝ່ສາກົລ ປີ 2023 ປະມານ 22 ກໍຣະນີ ໃນນັ້ນ ບາດເຈັບ 20 ກໍຣະນີ ແລະເສັຽຊີວິຕຄາທີ່ 2 ກໍຣະນີ ແລະ ຖືວ່າ ເປັນໂຕເລກ ອຸບັດຕິເຫດທີ່ເພີ່ມຂຶ້ນ ຈາກປີໃໝ່ສາກົລ ປີ 2022 ເນື່ອງຈາກ ແຕ່ລະມື້ ບໍ່ເຊົ້າ ຫລື ແລງ ຈະມີ ອຸບັດຕິເຫດທຸກມື້ ໃນໄລຍະ 7 ວັນອັນຕຣາຍ.

ດັ່ງ ເຈົ້າໜ້າທີ່ກູ້ພັຍ ແຂວງຈໍາປາສັກ ກ່າວໃນມື້ດຽວກັນນີ້ວ່າ: 

ປີນີ້ ຄື ຊິຫລາຍແດ່ ເພາະວ່າປີກາຍ ມັນຖືກໄລຍະຊ່ວງ ປາຍໆ ໂຄວິດ-19 ປີນີ້ມີທຸກມື້ ບໍ່ເຊົ້າກໍແລງ ພຽງແຕ່ວ່າ ບາງເວລາຊື່ໆ ສ່ວນຫລາຍມີທາງຣົຖ ດ້ວຍຄວາມປະມາທນີ້ແຫລະ.

ທາງດ້ານຕໍາຣວດ ໄດ້ມີການຕັ້ງດ່ານກວດແທກ ລະດັບແອລກໍຮໍລ໌ ຢ່າງເຂັ້ມງວດ ໃນໄລຍະ 7 ວັນ ອັນຕຣາຍ ເພື່ອສະກັດກັ້ນ ແລະປ້ອງກັນອຸບັດຕິເຫດ ທາງທ້ອງຖນົນ ຂອງພົລເມືອງລາວ. 

ດັ່ງ ເຈົ້າໜ້າທີ່ຕໍາຣວດ ເມືອງປາກງື່ມ ນະຄອນລວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:

ເພາະວ່າ ຕໍາຣວດກໍເຂັ້ມງວດ ເຣຶ່ອງການຈັດຕັ້ງປະຕິບັດເນາະ ຄື ຊິໄປໃສອີ່ຫຍັງຈັ່ງຊີ້ນ່າ ເມົາຂັບບໍ່ ຕໍາຣວດເພິ່ນກໍຕັ້ງດ່ານ ເວລາເມົາ ເຂົາເຈົ້າກໍບໍ່ໄປໃສ. ເຂົາເຈົ້າກໍບໍ່ຂັບ ບໍຂີ່ຈັ່ງຊີ້ນ່າ ຈະຣາຈອນ ເພິ່ນກໍເຂັ້ມງວດ ຄັນຈະຣາຈອນ ບໍ່ເຂັ້ມງວດນີ້ ໄວຣຸ້ນ ກວນບ້ານ ກວນເມືອງນີ້ແຫລະ. ເດິກໆ ດື່ນໆ ແນ່ນອນ ອັນນີ້ 11-12 ໂມງ ຮອດກໍານົດ ຂອງເຮົາ ເຄົາຕ໌ດາວນ໌ ແລ້ວ ຕໍາຣວດເພິ່ນ ກໍຍັງເຮັດວຽກຢູ່ຫັ້ນນ່າ. 

ຫລ້າສຸດນີ້ ສະຖິຕິອຸບັດຕິເຫດ ໃນທົ່ວປະເທດ ລະຫວ່າງ ວັນທີ 29 ທັນວາ 2022-2 ມົກກະຣາ 2023 (5 ວັນ ອັນຕຣາຍ) ຂອງກົມໃຫຍ່ຕໍາຣວດ, ກົມຕໍາຣວດຈະຣຈອນ ຊີ້ໃຫ້ເຫັນວ່າ ໃນໄລຍະປີໃໝ່ສາກົລ ມີຜູ້ເສັຽຊີວິຕ ທົ່ວປະເທດ 26 ຄົນ ຫລຸດລົງ 17 ຄົນ ທຽບໃສ່ໄລຍະດຽວກັນ ຂອງປີ 2021-2022 ອິງຕາມຂໍ້ມູນ ຈາກ ສຖານີວິທຍຸ ຊາວໜຸ່ມລາວ ສິນໄຊຍຸກໃໝ່.

ໃນວັນທີ 30 ທັນວາ 2022 ທີ່ຜ່ານມາ, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄນະບໍຣິຫານງານສູນກາງ ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ໄດ້ອ່ານຄໍາອວຍພອນປີໃໝ່ສາກົລ 2023 ໃນຕອນນຶ່ງວ່າ ຂໍໃຫ້ປະຊາຊົນລາວ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ມີການສເລີມສລອງ ປີໃໝ່ສາກົລປີ 2023 ດ້ວຍບັນຍາກາດ ມ່ວນຊື່ນ ແລະ ມີຄວາມສງົບ, ສັນຕິ ແລະ ປອດພັຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org