ເຈົ້າໜ້າທີ່ ຊີ້ແຈງການແກ້ໄຂ ສານເຄມີໄຫຼລົງນໍ້າ ຢູ່ຫົວພັນ
ບັນຫາສານເຄມີຮົ່ວໄຫຼລົງແມ່ນໍ້າ ຢູ່ ແຂວງ ຫົວພັນ ຈົນມາເຖິງປັດຈຸບັນ ກໍຍັງບໍ່ທັນມີການແກ້ໄຂ ຢ່າງຂາດໂຕ ສ່ວນວ່າ ເຈົ້າໜ້າທີ່ ທາງການກໍໃຫ້ຄໍາເຫັນວ່າ ກໍາລັງແກ້ໄຂ.
-
ອຸ່ນແກ້ວ
2024-05-13 -
-
-
Your browser doesn’t support HTML5 audio
ບັນຫາສານເຄມີຮົ່ວໄຫຼ ລົງຫ້ວຍນໍ້າຢູ່ ແຂວງ ຫົວພັນ ກໍຍັງບໍ່ທັນມີຂໍ້ສະຫຼຸບ ວ່າ ຈະມີການແກ້ໄຂແນວໃດ ໃນໄລຍະຍາວ.
ຊາວບ້ານ ກໍຍັງມີຄໍາຖາມວ່າ ເຈົ້າໜ້າທີ່ທາງການລາວ ບໍ່ໃສ່ໃຈແກ້ໄຂບັນຫາ ໃຫ້ແກ່ປະຊາຊົນ.
ກ່ຽວກັບເລື່ອງນີ້ ເອເຊັຽເສຣີ ໄດ້ສໍາພາດ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ເອເຊຽເສຣີ ວ່າ:
ທ່ານ ຄໍາໂສ້:
“ເອີ ພວກເຮົາກະກໍາລັງແກ້ນີ້ ພວກເຮົາກະແຈ້ງໃຫ້ບໍລິສັດ ຢຸດເຊົາຊົ່ວຄາວ ກະກໍາລັງແກ້ໄຂຢູ່ນີ້ລະ ຢູ່ໃນທ້ອງຖິ່ນກະໄດ້ລົງໄປ ໄປກວດກາເປັນເກັບກໍາໂຕຢ່າງຕ່າງໆ ໂຕຢ່າງນໍ້າໄປວິເຄາະວິໃຈຫັ້ນ.”
ນັກຂ່າວ: ແຕ່ວ່າ ໂຕຢ່າງຜົນຂອງການກວດ ຂອງການວິໃຈນໍ້ານີ້ ຜົນອອກມານີ້ ມັນຄືກັນບໍ່ ຫຼືວ່າ ມັນແຕກຕ່າງກັນ ຂອງພາກລັດ ເປັນຈັ່ງໜຶ່ງ ຂອງບໍລິສັດ ເປັນຈັ່ງໜຶ່ງນີ້ ມັນເປັນຈັ່ງໃດ ທ່ານໂຕນີ້?
ທ່ານ ຄໍາໂສ້:
“ໂຕນີ້ເຮົາຍັງບໍ່ທັນໄດ້ສະຫຼຸບເທື່ອເດີ ໂຕນີ້ເຮົາ ເພາະວ່າ ເຮົາກະຢາກໃຫ້ມັນ ເປັນຂໍ້ມູນທີ່ສົມເຫດສົມຜົນ ຖືກຕ້ອງຕາມຫຼັກວິທະຍາສາດ ຕາມເຕັກນິກຂອງມັນ. ພວກເຮົາກະຢືນຢູ່ຄຽງຂ້າງປະຊາຊົນຫັ້ນລະ ໃນການແກ້ໄຂຫັ້ນ ເດີ.”
ນັກຂ່າວ: ຊິໃຫ້ຄວາມອຸ່ນໃຈແກ່ປະຊາຊົນແນວໃດ ປັດຈຸບັນນີ້ ເຂົາເຈົ້າລະມີຄວາມ ເວົ້າງ່າຍໆ ກະຄື ພາສາຊາວບ້ານກະນ້ອຍເນື້ອຕໍ່າໃຈຫັ້ນແຫຼວ່າ ພັກ-ລັດ ບໍ່ເບິ່ງບໍ່ແຍງເບາະ ຄືວ່າ ປ່ອຍເຂົາເຈົ້າເປັນແນວນັ້ນຫັ້ນນ່າ ໂຕນີ້ ຊິໃຫ້ຄວາມໝັ້ນໃຈເຂົາເຈົ້າແນວໃດນີ້ທ່ານ?
ທ່ານ ຄໍາໂສ້:
“ໃຊ້ຄໍາເວົ້າກະບໍ່ຖືກດອກເນາະ ຂັ້ນວ່າ ພັກ ລັດ ບໍ່ເບິ່ງບໍ່ແຍງຫັ້ນເນາະ ພັກ ລັດ ກະສຸດທີ່ເປັນຫ່ວງເປັນໄຍ ຕອນນີ້ພວກເຮົາກະ ພວກເຮົາກະເຂັ້ມເຂົ້າຕິກຕິກຫັ້ນລະເນາະ ວ່າ ຢູ່ໃນໂຕນີ້ ພວກເຮົາຈະພະຍາຍາມແກ້ໄຂ ໃຫ້ມັນເດັດຂາດ.”
ປະຊາຊົນທີ່ໄດ້ຮັບຜົນກະທົບທ່ານໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຖືວ່າ ໃຊ້ການບໍ່ໄດ້ ເຂົາຍັງຂຸດຄົ້ນຢູ່ ຍັງປົກກະຕິຢູ່ ປະຊາຊົນເຂົາກະຄົ້ນຄວ້າຢູ່ເນາະ ແຕ່ວ່າ ໄປຕໍ່ວ່າ ນໍາເຂົາ ເຂົາກະບໍ່ລົງມາແກ້ໄຂ ເຂົາກະມິດລະຢູ່ເດ້ ຖືວ່າ ຕອນນີ້ ກະຍັງລໍຄອຍພາກສ່ວນແກ້ໄຂ.”
ປະຊາຊົນ ທີ່ໄດ້ຮັບຜົນກະທົບ ທ່ານໜຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ໃຫ້ຂັ້ນເທິງລົງມາກວດກາຕິດຕາມເບິ່ງ ມາກວດເບິ່ງນໍ້າຫັ້ນຄືນ ເປັນແນວໃດ ຢູ່ຈຸດຂຸດຄົ້ນ ກໍຢາກໃຫ້ເຊົາ ທຸກຄົນກໍຢາກໃຫ້ເຊົາເນາະ ເຂົາມີຄໍາສັ່ງແຕ່ເຂົາບໍ່ໂຈະ ເຂົາເຮັດຢູ່ທຸກເວລາຢູ່ ເຂົາຂຸດຄົ້ນໄດ້ ເຂົາຮິບ ລະເຂົາກະໜີ ລະເຂົາກະປະສານເຄມີໄວ້ໃຫ້ປະຊາຊົນ.”
ບໍຣິສັດ ລາວ-ຈີນ ພັດທະນາແຮ່ຫາຍາກພາກເໜືອ 2 ຈໍາກັດ ມີການຂຸດຄົ້ນແຮ່ຫາຍາກ ຢູ່ເມືອງຊໍາເໜືອ ແຂວງ ຫົວພັນ ແລ້ວ ເຮັດໃຫ້ສານເຄມີໄຫຼລົງແມ່ນໍ້າຈົນເຮັດໃຫ້ເກີດມົນລະພິດເຮັດໃຫ້ປາຕາຍ ແລະ ປະຊາຊົນ 30 ປາຍບ້ານ ບໍ່ສາມາດນໍາໃຊ້ນໍ້າຈາກຫ້ວຍນໍ້າໄດ້ ຊຶ່ງເຫດການດັ່ງກ່າວເກີດຂຶ້ນ ໃນເດືອນກຸມພາທີ່ຜ່ານມາ.
ຫຼັງຈາກປະຊາຊົນ 30 ປາຍບ້ານ ໄດ້ຂຽນຄໍາຮ້ອງທຸກຫາໜ່ວຍງານທີ່ກ່ຽວຂ້ອງ ໃນວັນທີ 3 ມີນາ, ຕໍ່ມາ ຫົວໜ້າກອງການ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີແຈ້ງການດ່ວນອອກມາ.
ຫຼ້າສຸດເຈົ້າໜ້າທີ່ທ້ອງຖິ່ນ ກ່າວຕໍ່ເອເຊັຽເສຣີ ວ່າ: ໜ່ວຍງານຈາກສູນກາງ ລົງມາເຮັດວຽກ ແກ້ໄຂບັນຫາດັ່ງກ່າວ ໃນວັນທີ 11 ພຶດສພາ 2024 ໂດຍ ເຈົ້າ ໜ້າທີ່ ໄດ້ລົງໄປແຈ້ງໃຫ້ປະຊາຊົນ ສາມາດໃຊ້ນໍ້າໄດ້ ແຕ່ ຖືກເກີດຫຍັງຂຶ້ນອີກ ບໍລິສັດ ທີ່ເຮັດໃຫ້ເກີດສານເຄມີຮົ່ວໄຫຼ ຕ້ອງຮັບຜິດຊອບ.
ອີງຕາມເຈົ້າໜ້າທີ່ທ້ອງຖິ່ນ, ເຈົ້າໜ້າທີ່ ຍັງມີການເອົາໂຕຢ່າງນໍ້າໄປກວດເພິີ່ມຕື່ມ, ແຕ່ ຍັງບໍ່ໄດ້ກໍານົດວ່າ ຜົນກວດກາຄຸນນະພາບນໍ້າ ຈະອອກມາຕອນໃດ.