ກວດພົບໝູ ຕິດເຊື້ອອະຫິວາ ໝູອາຟຣິກາ 78 ໂຕ ພ້ອມ ທຳລາຍຖິ້ມແລ້ວ

ກວດພົບໝູຕິດເຊື້ອອະຫິວາ ໝູອາຟຣິກາ 78 ໂຕ ຢູ່ບ້ານວັງໄຮ ເມືອງທ່າໂທມ ແຂວງໄຊສົມບູນ ພ້ອມດຳເນີນການ ທຳລາຍຖິ້ມແລ້ວ.

ຮູບພາບໂຕຢ່າງ ໝູຫຼາຍໂຕ ໂຮມກັນໃນຄອກ RFA/Storyblocks

ທາງການແຂວງໄຊສົມບູນ ກວດພໍ້ໝູຕິດເຊື້ອອະຫິວາ ໝູອາຟຣິກາ ຈຳນວນ 78 ໂຕ ຢູ່ບ້ານວັງໄຮ ເມືອງທ່າໂທມ ພ້ອມດຳເນີນ ການທຳລາຍຖິ້ມແລ້ວ, ເຊິ່ງກ່ອນໜ້ານີ້ ຜູ້ລ້ຽງໝູຂະໜາດນ້ອຍ ໄດ້ສັ່ງຊື້ໝູພັນຊີ້ນ 50 ໂຕ ຜ່ານທາງຊ່ອງອອນລາຍ ມາຈາກພໍ່ຄ້າມືກາງ ຢູ່ນະຄອນຫຼວງວຽງຈັນ. ຈາກນັ້ນ ໃນລະຫວ່າງ ການເຄື່ອນຍ້າຍໝູ ແລະ ການລ້ຽງ ໄດ້ນຳເອົາໝູພັນຊີ້ນ ຈຳນວນດັ່ງກ່າວ ມາລ້ຽງລວມກັບໝູລາດ ອີກ 28 ໂຕ ຈຶ່ງເຮັດໃຫ້ໝູທັງໝົດ ຕິດເຊື້ອນຳກັນ.

ພາຍຫຼັງທີ່ມີການທຳລາຍໝູ ທີ່ຕິດເຊື້ອແລ້ວ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢູ່ລະຫວ່າງການກວດສອບ ເພື່ອຊອກຫາ ວ່າສາເຫດຂອງການຕິດເຊື້ອ ແມ່ນມີຕົ້ນຕໍມາຈາກບ່ອນໃດ?  ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ກຸມພາ 2025 ນີ້ວ່າ:

"ທີ່ຕິດເຊື້ອຫັ້ນ ມາຈາກໝູລາດ ເວລາຂົນສົ່ງໄປມາ ແລ້ວຕິດຕໍ່ໄປມາ ແລ້ວໄປຮັບເອົາກາງທາງເດ້ ໝູລາດພັນພື້ນເມືອງຫັ້ນ ຈະສະແດງອາການກ່ອນເນາະ ແລ້ວຈາກໝູລາດ ແລ້ວກໍໄປຕິດເຊື້ອໃສ່ກັບໝູພັນຊີ້ນເນາະ 78 ໂຕຫັ້ນແລ້ວ."

ຜ່ານມາ ໝູຈຳນວນຫຼາຍໂຕ ຢູ່ເມືອງທ່າໂທມ ແລະ ເມືອງອື່ນໆ ໃນແຂວງໄຊສົມບູນ ແມ່ນເຄີຍຕິດເຊື້ອອະຫິວາໝູ ຕາມລະດູການ ແຕ່ໃນໄລຍະນີ້ ໝູໄດ້ຕິດເຊື້ອອະຫິວາໝູ ສາຍພັນອາຟຣິກາ ເຊິ່ງຖືໄດ້ວ່າ ເປັນຄັ້ງທຳອິດ ທີ່ເກີດຂຶ້ນຢູ່ພາຍໃນແຂວງ ແລະ ມີຄວາມຮຸນແຮງຫຼາຍ ກ່ອນການຕິດເຊື້ອອະຫິວາໝູ ທົ່ວໄປ:

"ທຳລາຍໝູ ຈຳນວນ 70 ປາຍກວ່າໂຕຫັ້ນ ຖືວ່າໄດ້ ຍັງໆ ຟາມອື່ນທີ່ວ່າໃກ້ຄຽງຫັ້ນ ຍັງບໍ່ມີ (ຕິດເຊື້ອ) ເພາະວ່າລາວເຮັດຢູ່ ເປັນສວນຂອງລາວ ຢູ່ທົ່ງນາຫັ້ນນ່າ ຫ່າງໄກຈາກຟາມອື່ນ ແມ່ນຫຍັງເປັນ 2-3 ກິໂລພຸ້ນແຫຼະ ໂຕຕິດເຊື້ອ ໝູລາດພວກເຮົາ ເກັບກຳຂໍ້ມູນນຳລາວ (ເຈົ້າຂອງໝູ) ເພາະວ່າລາວ ກໍບໍ່ຮູ້ຫັ້ນນ່າ ເພາະວ່າມີຈຸພໍ່ຄ້າມືກາງ ໃສ່ລົດມາຂາຍໃຫ້ລາວ."

ທ່ານກ່າວຕື່ມວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ສາມາດຄວບຄຸມການແຜ່ລະບາດ ໄດ້ພຽງສ່ວນໜຶ່ງ ເປັນຍ້ອນກວດພົບໄດ້ໄວ ແລະອີກສ່ວນໜຶ່ງ ແມ່ນຍ້ອນການລ້ຽງໝູ ຂອງຊາວລ້ຽງໝູ ຜູ້ດັ່ງກ່າວ ທີ່ເປັນການນຳໝູ ໄປລ້ຽງແບບເປີດ ໃນທົ່ງຫຍ້າ ແຕ່ເນື່ອງຈາກທົ່ງຫຍ້າດັ່ງກ່າວນີ້ ຕັ້ງຢູ່ຫ່າງຈາກແຫ່ງຊຸມຊົນ ຂ້ອນຂ້າງຫຼາຍ ຈຶ່ງຍັງບໍ່ທັນແຜ່ເຊື້ອ ໄປຕິດຕໍ່ສູ່ໝູໃນພື້ນທີ່ອື່ນໆ ໄດ້ເທື່ອ.

ຂະນະດຽວກັນ ທາງການເມືອງທ່າໂທມ ແຂວງໄຊສົມບູນ ກໍໄດ້ສັ່ງຫ້າມ ການເຄື່ອນຍ້າຍໝູ ແລະຊີ້ນສ່ວນຈາກໝູ ທີ່ມາຈາກບ້ານວັງໄຮ ເມືອງທ່າໂທມ ແຂວງໄຊສົມບູນ ຢ່າງເດັດຂາດ ແລະ ແຈ້ງເຕືອນ ໃຫ້ປະຊາຊົນ ກິນປຸງໝູສຸກ ເພື່ອປ້ອງກັນ ບໍ່ໃຫ້ມີການແຜ່ລະບາດຂອງເຊື້ອ ຈາກໝູສູ່ໝູ ແລະ ຈາກໝູສູ່ຄົນ ໃນໄລຍະຕໍ່ໜ້າ, ດັ່ງເຈົ້າຂອງຮ້ານ ຊີ້ນດາດ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:

"ຢູ່ບ້ານວັງໄຮ ມັນຈະເກີດຢູ່ກັບໝູພັນ ທີ່ເຂົາເຈົ້າເອົາມາເຮັດຟາມຫັ້ນນ່າ. ເຂົາເຈົ້ານຳເຂົ້າມາບໍ ເພິ່ນ ຫຼັກໆ ເພິ່ນຫາກໍແຈ້ງການ ໃນມື້ວັນທີ 22-23 ນີ້ ຊື້-ຂາຍ ຫຼືວ່າ ແມ່ນຫຍັງຕ່າງໆ ຫັ້ນນ່າ. ເຂົາເຈົ້າກວດພົບ ກໍມີອັນ ເຂົາເຈົ້າຈະຈັດການ ໝົດທັງຟາມພຸ້ນເລີຍເດ້ ຖ້າມັນມີພະຍາດຫັ້ນນ່າ."

ເຖິງຢ່າງໃດກໍຕາມ ປັດຈຸບັນ ຊາວບ້ານ ໃນເມືອງທ່າໂທມ ແລະເຂດອ້ອມຂ້າງ ທີ່ມີເຊື້ອອະຫິວາ ໝູອາຟຣິກາ ແຜ່ລະບາດ ຍັງມີການຊື້-ຂາຍ ຊີ້ນໝູ ຢູ່ຕະຫຼາດຕາມປົກກະຕິ, ດັ່ງແມ່ຄ້າຊີ້ນໝູ ຢູ່ບ້ານນ້ຳພາງ ເມືອງທ່າໂທມ ແຂວງໄຊສົມບູນ ທ່ານໜຶ່ງ ກ່າວວ່າ:

"ຍັງອະນຸຍາດຢູ່ ແຕ່ວ່າມັນ ຂະເຈົ້າຈະບໍ່ໃຫ້ນຳເອົາໝູຈາກເຂດນັ້ນມາເນາະ ເພາະວ່າ ມັນເກີດແຕ່ໝູ່ບ້ານດຽວຫັ້ນເນາະ ແລ້ວຂະເຈົ້າຈະກັກບໍລິເວນບ່ອນສັດ ຄືແຖວນັ້ນ ຂະເຈົ້າຈະບໍ່ໃຫ້ເອົາອອກມາຫັ້ນນ່າເນາະ ຊີ້ນນີ້ ຂະເຈົ້າເອົາອອກມາ ແຕ່ເປັນ ບາງຄົນກໍໄປແກ່ຢູ່ໄທມາ, ບາງຄົນກໍໄປແກ່ຢູ່ວຽງພຸ້ນມາ, ຫັ້ນນ່າ ຄົນລະບ່ອນຫັ້ນນ່າ.”

ທາງດ້ານ ເຈົ້າຂອງຟາມໝູ ຂະໜາດກາງ ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ ເຊິ່ງເປັນເຂດຕິດກັນກັບ ບ້ານວັງໄຮ ເມືອງທ່າໂທມ ແຂວງໄຊສົມບູນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າສາຍພັນໝູທີ່ນຳເຂົ້າ ແລະ ລ້ຽງຢູ່ພາຍໃນປະເທດລາວ ສ່ວນຫຼາຍ ແມ່ນນຳເຂົ້າມາຈາກປະເທດໄທ ແລະຫວຽດນາມ ແລະ ທີ່ຜ່ານມາ ພາຍໃນປະເທດລາວ ພັດມີການແຜ່ລະບາດຂອງເຊື້ອອະຫິວາໝູ ແລະເຊື້ອອະຫິວາ ໝູອາຟຣິກາ ໃນບາງພື້ນທີ່ ແຕ່ຍັງບໍ່ທັນຮຸນແຮງເທື່ອ.

ອີງຕາມແຈ້ງການ ຂອງເມືອງທ່າໂທມ ແຂວງໄຊສົມບູນ ໃນມື້ວັນທີ 21 ກຸມພາ 2025 ໄດ້ປະກາດໃຫ້ ບ້ານວັງໄຮ ເມືອງທ່າໂທມ ແຂວງໄຊສົມບູນ ເປັນເຂດສີແດງ ຍ້ອນມີການແຜ່ລະບາດ ຂອງພະຍາດອະຫິວາ ໝູອາຟຣິກາ, ປະກາດໃຫ້ບ້ານປາກຍອງ ເມືອງທ່າໂທມ ແຂວງໄຊສົມບູນ ແລະບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເປັນເຂດສີເຫຼືອງ, ສ່ວນອີກ 24 ບ້ານອ້ອມຂ້າງ ບ່ອນແຜ່ລະບາດ ແມ່ນເປັນເຂດ ເຝົ້າລະວັງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org