ຝົນເຫຼືອງກະທົບ ສິ່ງທີ່ມີ ຊີວິດ
2021.06.04
ປະຊາຊົນ ຮວມທັງເດັກນ້ອຍ ແລະຜູ້ໃຫຍ່ຈຳນວນ 500 ປາຍຄົນ ຢູ່ ແຂວງສວັນນະເຂດ ແລະ ແຂວງສາຣະວັນ ໄດ້ຮັບຜົລກະທົບ ຈາກຝົນເຫຼືອງ ແລະ ຢາຂ້າຫຍ້າ ທີ່ມີສານເຄມີ ປະເພດ Dioxin ທີ່ຖືກໃຊ້ໃນປາງສົງຄາມລັບ ຫຼື Secret War ໃນລາວ ນັບແຕ່ 1961-1971.
ກອງທັບສະຫະຣັຖ ໃຊ້ຝົນເຫຼືອງ ແລະ ຢາຂ້າຫຍ້າ ເພື່ອທຳລາຍໃບໄມ້ ແລະ ພືດຜົນທາງການກະເສດ ເພື່ອຈຸດປະສົງທາງການ ທະຫານ ໃນຂນະທີ່ ກຳລັງຕໍ່ສູ້ ກັບທະຫານວຽດນາມເໜືອ ໃນເວລານັ້ນ.
ໂຄງການຄວາມຫວັງຫຼັງສົງຄາມ ຫຼື Legacies of War ທີ່ມີຫ້ອງການໃຫຍ່ ຕັ້ງຢູ່ປະເທດ ສະຫະຣັຖອາເມຣິກາ, ທີ່ເຮັດວຽກ ດ້ານ ມະນຸດສະທຳ ຕໍ່ຜູ້ທີ່ໄດ້ຮັບຜົລກະທົບ ຈາກສົງຄາມໃນລາວ ໄດ້ເຮັດການສໍາຣວດໃນປີ 2019 ຢູ່ 126 ບ້ານ ຢູ່ເມືອງເຊໂປນ ເມືອງ ນອງ ແລະ ວິລະບູລີ ທີ່ຂຶ້ນກັບ ແຂວງສວັນນະເຂດ, ແລະ ເມືອງຕະໂອ້ຍ ເມືອງສະໝ້ວຍ ແຂວງສາຣະວັນ ແລະພົບວ່າ ມີປະມານ 500 ຄົນ ທັງຜູ້ໃຫຍ່ ແລະ ເດັກນ້ອຍ ໄດ້ຮັບຜົລກະທົບ ຈາກການສີດຝົນເຫຼືອງ ແລະ ຢາຂ້າຫຍ້າ.
ຍານາງ Susan Hammond ຜູ້ອຳນວຍການຝ່າຍບໍຣິຫານ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ມີຄົນເຕີບໃຫຍ່ ຂຶ້ນມາກັບຄວາມພິການ ທີ່ພົວພັນເຖິງຝົນເຫຼືອງ. ມີຄົນພິການ ປະມານ 500 ຄົນ ຍ້ອນວ່າ ພໍ່-ແມ່ ແລະພໍ່ຕູ້ ແມ່ຕູ້ ຂອງເຂົາເຈົ້າ ໄປສຳຜັດສິ່ງປົນເປື້ອນ ກັບສານພິດ Dioxin."
ຍານາງ Susan Hammond ກ່າວຕື່ມອີກວ່າ: ຍັງມີອີກຫຼາຍພື້ນທີ່ ທີ່ພວກເຮົາຍັງບໍ່ໄດ້ໄປສໍາຣວດ ເປັນຕົ້ນ ແຂວງເຊກອງ, ອັດຕະປື ແລະ ແຂວງຄໍາມ່ວນ ທີ່ມີຢູ່ໃນບັນທຶກ ວ່າ ເປັນພື້ນທີ່ຖືກຝົນເຫຼືອງ.
ຢູ່ບ້ານທີ່ມີການສໍາຣວດ ມີເດັກນ້ອຍອາຍຸສະເລັ່ຽ ແຕ່ 4-5 ປີ ມີຄວາມບົກຜ່ອງ ທາງດ້ານຮ່າງກາຍ ແລະ ສມອງ. ແລະ ມີ 120 ຄົນ ໄດ້ຮັບການປິ່ນປົວ, ບໍາບັດຮ່າງກາຍ ຫຼືືມີອຸປກອນ ຊ່ອຍບໍາບັດ, ມີໂຮງຮຽນສອນວິຊາຊີບ.
ຊາວບ້ານທ້ອງຖິ່ນ ຈະເອີ້ນ “ຝົນເຫຼືອງ” ແຕ່ ໃນຄວາມເປັນຈິງ ນັ້ນ ຄືສານເຄມີສີສົ້ມ ຫຼື Agent Orange ຈໍານວນ 12 ລ້ານ ແກນລອນ ຫຼື ປະມານ 40 ລ້ານ ລິດ ແລະ ຢາຂ້າຫຍ້າປະເພດອື່ນໆ ອີກຈໍານວນ 8 ລ້ານແກນລອນ ຫຼືປະມານ 30 ລ້ານລິດ ໄດ້ຖືກສີດໃສ່ເຂດເສັ້ນທາງໂຮຈິມິນ ທີ່ກວມເອົາພື້ນທີ່ປະເທດວຽດນາມ, ກັມພູຊາ ແລະ ພາກໃຕ້ຂອງລາວ.
ແຕ່ສະເພາະ ຢູ່ປະເທດລາວ ມີການສີດຝົນເຫຼືອງ ໄປມາແລ້ວ 800,000 ແກນລອນ ຫຼື ປະມານ 3 ລ້ານລິດ ອີງຕາມຂໍ້ມູລ ຈາກ ໂຄງການ ຄວາມຫວັງຫຼັງສົງຄາມ.
ຜົລກະທົບຈາກຝົນເຫຼືອງ ແລະ ຢາຂ້າຫຍ້າ ກໍໃຫ້ເກີດມະເຣັງ ແລະ ໂຣຄອື່ນໆອີກ ໂດຍສະເພາະເດັກນ້ອຍ ທີ່ເກີດມາຈະມີ ຄວາມ ຜິດປົກກະຕິ ທາງດ້ານຮ່າງກາຍ ແລະ ສມອງ.
ສານເຄມີສີສົ້ມ ທີ່ມີ Agent Orange ທີ່ມີສານ Dioxin ມີຄວາມອັນຕລາຍ ກວ່າຢາຂ້າຫຍ້າຫຼາຍເທົ່າຕົວ ໄດ້ກໍ່ໃຫ້ເກີດໂຣຄມະເຮັງ ແລະ ເດັກນ້ອຍບາງຄົນ ກໍມີຮ່າງກາຍຜິດປົກກະຕິ ໃນເວລາເກີດມາ ເປັນຕົ້ນ ເດັກນ້ອຍບໍ່ມີມື ບໍ່ມີຂາ, ຂາລີບ ຫຼືພິການ ທາງຮ່າງ ກາຍ ແລະ ສມອງ.
ຂໍ້ມູລການສີດຝົນເຫຼືອງ ທີ່ເປັນທາງການ ຂອງກອງທັບອາກາດສະຫະຣັຖ ທີ່ຖືກເປີດເຜີຍໃນປີ 1999 ໄດ້ສະແດງໃຫ້ເຫັນວ່າ ຢ່າງ ໜ້ອຍ 15 ເມືອງ ຢູ່ແຂວງຄໍາມ່ວນ, ສວັນນະເຂດ, ສາຣະວັນ, ເຊກອງ ແລະ ອັດຕະປື ໄດ້ຮັບຜົລກະທົບຫຼາຍທີ່ສຸດ ຈາກການ ສີດຝົນເຫຼືອງ ແລະ ຢາຂ້າຫຍ້າ, ຊຶ່ງເຂດດັ່ງກ່າວ ເປັນພື້ນທີ່ເສັ້ນທາງ ໂຮຈິມິນ ຕັດຜ່ານ.
ອົງການປົກປ້ອງ ສິ່ງແວດລ້ອມ ສະຫະຣັຖອາເມຣິກາ ໄດ້ວິຈັຍວ່າ ຝົນເຫຼືອງປະກອບມີ ສານ Dioxin ເປັນສານເຄມີ ທີ່ມີ ຄວາມ ຮຸນແຮງສູງ ແລະ ສາມາດເຮັດໃຫ້ເກີດມະເຮັງ, ບັນຫາ ການຈະເຣີນພັນ ແລະ ການພັທນາ, ມັນທຳລາຍຣະບົບພູມຕ້ານທານ ແລະ ບັນຫາກັບຮໍໂມນ.
ອົງການອະນາມັຍໂລກ ລະບຸວ່າ: ການໄດ້ຮັບສານ Dioxin ມາເປັນໄລຍະຍາວນານ ແມ່ນພົວພັນກັບ ຄວາມບົກຜ່ອງ ຂອງຣະບົບ ພູມຕ້ານທານ, ຣະບົບປະສາດ ທີ່ກຳລັງພັທນາ, ແລະ ໜ້າທີ່ຈະເຣີນພັນ.
ນັກວິທະຍາສາດ ຊີ້ໃຫ້ເຫັນວ່າ ສານ Dioxin ສາມາດເຮັດໃຫ້ ເກີດຄວາມຜິດປົກກະຕິ ທາງດ້ານຮ່າງກາຍ ຢ່າງໃຫຍ່ຫຼວງ ແລະ ເຮັດໃຫ້ພັທນາຊ້າ ຊຶ່ງເຮັດໃຫ້ ເກີດຄວາມຜິດປົກກະຕິ ທາງຮ່າງກາຍມາແຕ່ເກີດ.
ແຕ່ປີ 2015-2019, ໂຄງການຄວາມຫວັງຫຼັງສົງຄາມ ໄດ້ສຳຣວດ 74 ບ້ານ ຢູ່ເຂດເມືອງຕະໂອ້ຍ ແຂວງສາຣະວັນ, ເມືອງເຊໂປນ ເມືອງວິລະບູລີ ແລະ ເມືອງນອງ ແຂວງສວັນນະເຂດ ທີ່ຢູ່ໃນເຂດ ລັດສະໝີ 5 ກິໂລແມັດ ຂອງເສັ້ນທາງສີດຝົນເຫຼືອງ ແລະ ຢາ ຂ້າຫຍ້າ.
ນອກຈາກນີ້ ໂຄງການຍັງໄດ້ ມີການສຳຣວດ 51 ບ້ານ ຢູ່ເມືອງ ສະໝ້ວຍ ແຂວງ ສາຣະວັນ ຢູ່ໃນລັດສະໝີ 10 ກິໂລແມັດ ຂອງ ເສັ້ນທາງສີດຝົນເຫຼືອງ ແລະ ຢາຂ້າຫຍ້າ ໄດ້ມີການສຳຣວດ ໃນປີ 2020.
ຜົນສຳຣວດພົບວ່າ ມີຜູ້ຜິດປົກກະຕິທາງຮ່າງກາຍ ແລະ ສມອງ 500 ຄົນ ທີ່ມາອາຍຸ 50 ປີ ລົງມາ, ຊຶ່ງໃນນັ້ນ ຜູ້ທີ່ອາຍຸຕ່ຳກວ່າ 20 ປີ ມີຈຳນວນເກີນເຄິ່ງນຶ່ງ. ສິ່ງທີ່ໜ້າສົນໃຈ ກໍຄື ພົບຜູ້ທີ່ພິການ ມີຈຳນວນສະເລັ່ຽ 4-5 ຄົນ ຕໍ່ບ້ານ. ຍິ່ງໄປກວ່ານັ້ນ ກໍຄື ມີ 11 ບ້ານ ມີຈຳນວນຄົນພິການຫຼາຍ ຜິດປົກກະຕິ ໂດຍສະເລັ່ຽ 6-13 ຄົນ ຕໍ່ບ້ານ.
ນອກຈາກນີ້ ຜົນສຳຣວດຢູ່ປະເທດວຽດນາມ ໄດ້ສະແດງໃຫ້ເຫັນວ່າ ເດັກນ້ອຍມີຄວາມຜິດປົກກະຕິ ທາງຮ່າງກາຍມາແຕ່ເກີດ ຢູ່ເຂດ ທີ່ມີການສີດຝົນເຫຼືອງ ມີຈຳນວນຫຼາຍກວ່າ ເດັກນ້ອຍທີ່ບໍ່ຢູ່ໃນພື້ນທີ່ສີດຝົນເຫຼືອງ.
ຢູ່ປະເທດລາວ ຍັງບໍ່ມີໂຄງການໃຫ້ຄວາມຊ່ອຍເຫຼືອ ແກ່ຜູ້ທີ່ໄດ້ຮັບຜົລກະທົບ ຢູ່ເຂດ ທີ່ມີການການສີດຝົນເຫຼືອງ ແລະ ຢາຂ້າຫຍ້າ, ແຕ່ຢູ່ປະເທດວຽດນາມ ປະຊາຊົນຢູ່ໃນເຂດສີດຝົນເຫຼືອງ ໄດ້ຮັບການຊ່ອຍເຫຼືອ.
ໃນສົກງົບປະມານ ປີ 2020, ສະພາສູງສະຫະຣັຖອາເມຣິກາ ໄດ້ຈັດສັນການຊ່ອຍເຫຼືອ ດ້ານມະນຸດສະທຳ ໃຫ້ວຽດນາມ ມູລຄ່າ 13 ລ້ານໂດລາ ສຳລັບໂຄງການ ດ້ານສຸຂະພາບ ສຳລັບຄົນພິການ ທີ່ຢູ່ໃນເຂດພື້ນທີ່ ສີດຝົນເຫຼືອງ ຂອງສະຫະຣັຖ ໃນປາງສົງຄາມ, ແລະ ອີກ 20 ລ້ານໂດລາ ເພື່ອໃຊ້ສຳລັບໂຄງການ ກໍາຈັດສານພິດ Dioxin ຈາກຝົນເຫຼືອງທີ່ຕົກຄ້າງຢູ່ໃນດິນ.
ສານເຄມີ ທີ່ໃຊ້ຂ້າຫຍ້າ ແລະ ວັດຊະພືດຕ່າງໆ ຮວມມີ Agent White ສີຂາວ, Agent Blue ສີຟ້າ, Agent purple ສີມ້ວງ, ແລະ Agent Orange ສີສົ້ມ. ສານເຄມີສີສົ້ມ ຫຼື Agent Orange ຊາວບ້ານ ເອີ້ນກັນທົ່ວໄປ ວ່າ ຝົນເຫຼືອງ ມີຄວາມອັນຕລາຍ ຫຼາຍກວ່າ ຈຳນວນສານເຄມີ ທີ່ກ່າວມາ.
ນອກຈາກນີ້ ບັນຫາຣະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມ ກໍຍັງສົ່ງຜົລກະທົບຕໍ່ປະຊາຊົນ ທີ່ຢູ່ເຂດຊົນນະບົດ. ຍານາງ Sera Koulabdara ເຈົ້າໜ້າທີ່ ຂອງໂຄງການ ຄວາມຫວັງຫຼັງສົງຄາມ ໄດ້ກ່າວວ່າ:
"ພວກເຮົາຈະບໍ່ສະເພາະ ແກ້ບັນຫາແຕ່ຣະເບີດ ທີ່ຍັງບໍ່ທັນແຕກເທົ່ານັ້ນ, ແຕ່ຍັງເຮັດວຽເພື່ອແກ້ໄຂບັນຫາ ຝົນເຫຼືອງນໍາອີກ ທີ່ຍັງ ສືບຕໍ່ສົ່ງຜົລກະທົບ ຕໍ່ການດຳລົງຊີວິດ ຂອງປະຊາຊົນ."
ຍານາງ Sera Koulabdara ກ່າວຕື່ມວ່າ: ແຕ່ປີ 1964–1973, ສະຫະຣັຖ ໄດ້ຖິ້ມຣະເບີດ 2.1 ລ້ານຕັນ ໃສ່ລາວ ໂດຍມີປະຕິ ບັດການ ຖິ້ມຣະບາດ ເກືອບ 600,000 ຖ້ຽວ ຊຶ່ງໃນເວລານັ້ນ ຕລອດ 24 ຊົ່ວໂມງ ມີການຖິ້ມຣະເບີດທຸກໆ 8 ນາທີ ຖືວ່າເປັນ ປະເທດ ທີ່ຖືກຖິ້ມຣະເບີດ ຫຼາຍທີ່ສຸດ ໃນປວັດ ສາດ ຖ້າທຽບຫົວຄົນ. ບັນຫາຣະເບີດບໍ່ທັນແຕກ ບໍ່ແມ່ນເປັນເຣື່ອງຂອງອະດີດ ແຕ່ ປັດຈຸບັນ ມັນກໍຍັງສົ່ງຜົລກະທົບ.
ໃນປີນີ້ ຣັຖບານສະຫະຣັຖ ຍັງໃຫ້ການຊ່ອຍເຫຼືອລາວ ໃນວຽກງານເກັບກູ້ຣະເບີດອີກ 40 ລ້ານໂດລາ. ນອກຈາກນີ້ ນັກການເມືອງ ສະຫະຣັຖ ເອົາໃຈໃສ່ເຣື່ອງບັນຫາ ຣະເບີດທີ່ບໍ່ທັນແຕກ ໃນລາວ. ຍານາງ Tammy Baldwin ວຸດທິສະມາຊິກສະພາສະຫະຣັຖ ໄດ້ກ່າວວ່າ:
"ໃນປາງສົງຄາມ ສະຫະຣັຖອາເມຣິກາ ໄດ້ຖິ້ມຣະເບີດຫຼາຍລ້ານໂຕນ ໃສ່ປະເທດເອເຊັຽຕາເວັນອອກສ່ຽງໃຕ້ ແລະ ຍັງມີຣະເບີດ ບໍ່ທັນແຕກ ໄດ້ຕົກຄ້າງ ຢູ່ປະເທດລາວ, ກັມພູຊາ ແລະ ວຽດນາມ ຊຶ່ງເປັນຂົງເຂດ ທີ່ໄດ້ຮັບຜົລກະທົບ ຈາກຣະເບີດຫຼາຍທີ່ສຸດ ໃນໂລກ. ແລະ ທີ່ດິນ 20 ເປີເຊັນ ໃນປະເທດລາວ, ກັມພູຊາ ແລະ ວຽດນາມ ຍັງມີລູກຣະເບີດຕົກຄ້າງ."
ຍານາງ Tammy ກ່າວຕື່ມອີກວ່າ: ມີຜູ້ເຄາະຮ້າຍ ຈາກຣະເບີດບໍ່ທັນແຕກ ຫຼາຍ 100 ຄົນ ໃນແຕ່ລະປີ ຢູ່ປະເທດລາວ, ກັມພູຊາ ແລະ ວຽດນາມ. ຢູ່ປະເທດລາວ ຜູ້ເຄາະຮ້າຍ ຈາກຣະເບີດບໍ່ທັນແຕກ 46 ຄົນ ໂດຍສະເລັ່ຽ ໃນແຕ່ລະປີ. ມີຄວາມຈຳເປັນ ທີ່ຈະ ຕ້ອງເກັບກູ້ຣະເບີດບໍ່ທັນແຕກ ເພື່ອປ້ອງກັນ ບໍ່ໃຫ້ມີຜູ້ເຄາະຮ້າຍ ຖືວ່າ ເປັນຄວາມຮັບຜິດຊອບ ຂອງສະຫະຣັຖ ໃນການເກັບກູ້ ຣະເບີດບໍ່ທັນແຕກ ແລະ ເພີ່ມທະວີ ການຮ່ວມມື ກັບປະເທດລາວ, ກັມພູຊາ ແລະ ວຽດນາມ.
ທ່ານ ຄຳພັນ ແອນລາວັນ ເອອັກຂ້າຣັຖສະຖະທູດລາວ ປະຈຳວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາ ໄດ້ກ່າວວ່າ: ສຳລັບຣະເບີດ ບໍ່ ທັນແຕກ ທີ່ເປັນອຸປະສັກ ຕໍ່ການພັທນາ, ແນ່ນອນວ່າ ມັນເປັນຄວາມທ້າທາຍໃຫຍ່ ຍ້ອນວ່າ ເນື້ອທີ່ກະສິກັມມະຫາສານ ຍັງຄົງ ປະ ສົບບັນຫາ ຣະເບີດບໍ່ທັນແຕກ. ມີຜູ້ໄດ້ຮັບຜົລກະທົບລາຍວັນ ໄດ້ຈາກຣະເບີດບໍ່ທັນແຕກ ມາຮອດປັດຈຸບັນ ມີຜູ້ເຄາະຮ້າຍ ຈາກ ຣະເບີດບໍ່ທັນແຕກ 25,000 ຄົນ ແລະ ມີເສັຽຊີວິດ 1,000 ຄົນ.