ໃນ ສປປ ລາວ ຜູ້ມີໃບຂັບຂີ່ຣົຖ ພຽງ 11%

ປະຊາຊົນລາວ ມີໃບຂັບຂີ່ພາຫະນະພຽງ 11% ຂອງປະຊາກອນທັງໝົດ 7.2 ລ້ານຄົນ ຍ້ອນຍັງມີຄວາມຫຍຸ້ງຍາກ ໃນການສອບເສັງ ໂດຍທາງພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດລົງພື້ນທີ່ ໃຫ້ຄວາມຮູ້ກ່ຽວກັບ ກົດຈາຣະຈອນ ແລະການເປີດສອບເສັງ ເປັນສາຍເຫດນຶ່ງ ທີ່ເຮັດໃຫ້ເກີດອຸບັດຕິເຫດ ຕາມທ້ອງຖນົນ.

ເກີດອຸບັດຕິເຫດ ຣົຖຕຳກັນ ຕາມທ້ອງຖນົນ ໃນນະຄອນຫຼວງວຽງຈັນ. ນັກຂ່າວ ພົລເມືອງ

ຄົນລາວຈຳນວນຫຼາຍ ບໍ່ທັນມີໃບຂັບຂີ່ ຍານພາຫະນະ ຍ້ອນການສອບເສັງໃບຂັບຂີ່ ທີ່ຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ ໃນການສອບເສັງ ໂດຍທາງພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດລົງພື້ນທີ່ ໃຫ້ຄວາມຮູ້ກ່ຽວກັບ ກົດຈາຣະຈອນ ແລະການເປີດສອບເສັງ ໃບຂັບຂີ່ໃຫ້ແກ່ປະຊາຊົນ ຍັງບໍ່ທົ່ວເຖິງ.

ດັ່ງເຈົ້າໜ້າທີ່ ຜແນກຈາຣະຈອນ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 02 ກັນຍາ 2022 ນີ້ວ່າ:

ສ່ວນຫຼາຍນີ້ ຈະໄປເສັງຢູ່ທາງທົ່ງປົ່ງ ຕ່າງແຂວງ ແມ່ນເພິ່ນເສັງ ຈະແມ່ນບໍ່ໄດ້ເສັງ. ເສັງເດືອນນຶ່ງເທື່ອນຶ່ງບໍ່ ຕ່າງແຂວງຊີ້ນ່າ ເຂົາກໍບໍ່ໄດ້ເສັງຄືກັບ ນະຄອນຫຼວງ. ນະຄອນຫຼວງ ຈະເສັງທຸກອາທິດ ເສັງເປັນຣົຖຈັກ, ຄົນລາວລາຄາ 3 ແສນກີບຣົຖໃຫຍ່ 7 ແສນກີບ. ອັນນີ້ຂື້ນກັບນັກຮຽນເນາະ ຜ່ານຄັ້ງທຳອິດກໍມີ ຄັ້ງທີສອງເສັງຜ່ານກໍມີ.

ທ່ານກ່າວຕື່ມວ່າ ການສອບເສັງໃບຂັບຂີ່ ພາຍໃນປະເທຕລາວ ຈັດຕັ້ງປະຕິບັດ ສະເພາະເຂດໂຕເມືອງເປັນຕົ້ນ ນະຄອນຫຼວງວຽງຈັນ ຈະເປີດສອບເສັງ ໃບຂັບຂີ່ສັປດາລະຄັ້ງ, ຄັ້ງລະປະມານ 100-200 ຄົນ ສ່ວນຕ່າງແຂວງ ຈະເປີດສອບເສັງໃບຂັບຂີ່ ເດືອນລະຄັ້ງ, ຄັ້ງລະບໍ່ກາຍ 100 ຄົນ ອີກທັງໃນໄລຍະການແຜ່ຣະບາດ ຂອງໂຄວິດ-19 ທີ່ຜ່ານມາກໍເຮັດໃຫ້ ໂຮງຮຽນສອນຂັບຣົຖ ໃນຫຼາຍບ່ອນຈຳເປັນຕ້ອງ ໂຈະການຮຽນ-ການສອນ ຊົ່ວຄາວ.

ປັດຈຸບັນ ຖ້າຫາກໂຮງຮຽນ ຫຼືໂຮງຈັກໂຮງງານ ຫົວໜ່ວຍໃດຕ້ອງການ ໃຫ້ພາກສ່ວນກ່ຽວຂ້ອງ ລົງພື້ນທີ່ໄປໂຄສະນາ ກົດຈາຣະຈອນ ແລະຫຼັກການຂັບຂີ່ຣົຖຈັກ ຢ່າງປອດພັຍ ໃຫ້ແກ່ນັກຮຽນ ຫຼືພນັກງານ ຈະຕ້ອງຕິດຕໍ່ ໄປຍັງຫ້ອງການ ທີ່ເຮັດວຽກດ້ານ ການຈາຣະຈອນ ພາຍໃນເມືອງ ແລະ ແຂວງຕ່າງໆ ຍ້ອນວຽກງານດັ່ງກ່າວນີ້ ບໍ່ທັນໄດ້ລົງໂຄສະນາ ໃນລັກສະນະເຂົ້າເຖິງຊຸມຊົນ ດັ່ງທີ່ຜ່ານມາເທື່ອ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ເຮົາຈະລົງໄປຕາມໂຮງຮຽນ, ສຳນັກງານ, ອົງການ, ໂຮງຈັກໂຮງງານໃຫຍ່ໆ. ອໍ້ບໍ່ມີກຳນົດມີແຕ່ວ່າທາງໂຮງງານ ທາງບໍຣິສັດສະດວກບໍ່ ທາງສຳນັກງານອົງການຕ່າງໆ ສະດວກ ແລ້ວກໍເພິ່ນເຮັດສເນີຂຶ້ນມາ ແລ້ວກໍລົງໄປໂລດ. ແມ່ນແຫຼະລົງໄປ ອຳນວຍຄວາມສະດວກ ປູູກຈິຕສຳນຶກ ກ່ຽວກັບການຈາຣະຈອນໃຫ້.

ສຳລັບຄົນລາວ ທີ່ຕ້ອງການສອບເສັງໃບຂັບຂີ່ ໂດຍສະເພາະຣົຖໃຫຍ່ ປະເພດຕ່າງໆ ນັ້ນຈຳເປັນຕ້ອງໄດ້ສະມັກ ຮຽນວິທີການຂັບຂີ່ ແບບຖືກຕ້ອງກົດຈາຣະຈອນ ນຳໂຮງຮຽນສອນຂັບຂີ່ຣົຖກ່ອນ ຊຶ່ງມີຄ່າໃຊ້ຈ່າຍໃນການຮຽນຂັບຣົຖ. ກົດຈາຣະຈອນ ແລະ ປະສານງານສອບເສັງ ໃບຂັບຂີ່ຈຳນວນນຶ່ງ.

ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ຢູ່ບໍຣິຄຳໄຊຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວວ່າ:

ຈະບໍ່ແມ່ນເປີດໃຫ້ເສັງສູ່ມື້ ເພາະວ່າເຣື່ອງສອບເສັງໃບຂັບຂີ່ ຕ້ອງໄດ້ຜ່ານໂຮງຮຽນເນາະ ໃນການຝຶກຜ່ານໂຮງຮຽນ ເປັນຊຸດແລ້ວ ແລ້ວກໍຕ້ອງເສັງເນາະ ກ່ອນເຈົ້າຢາກເສັງໃບຂັບຂີ່ ເຈົ້າກໍຕ້ອງໄດ້ໄປສະມັກເຂົ້າຝຶກອົບຮົມ ຢູ່ໂຮງຮຽນຫຼັງຈາກຝຶກອົບຮົມຫຼັກສູດ ແມ່ນຄົບແລ້ວ ກໍເສັງຈະເສັງເປັນຊຸດ ຈະບໍ່ແມ່ນວ່າຈະສາມາດເສັງ ໃນສູ່ມື້ເນາະ.

ສຳລັບການຮຽນຂັບຣົຖ ແບບປອດພັຍ ແລະສອບເສັງໃບຂັບຂີ່ຣົຖຈັກ, ສາມລໍ້, ຣົຖເກັງ, ຣົຖຈິບ ຫຼື ຣົຖຕູ້ຈະມີຄ່າໃຊ້ຈ່າຍ ປະມານ 2,300,000 ກີບຕໍ່ຄົນ ແລະຖ້າຫາກຕ້ອງການຮຽນຂັບຣົຖ ແລະສອບເສັງໃບຂັບຂີ່ຣົຖ ບັນທຸກ 6 ລໍ້, ຣົຖບັນທຸກ 10 ລໍ້ຂື້ນໄປ, ຣົຖໂດຍສານ ຫຼື ຣົຖບັສ ຈະມີຈະມີຄ່າໃຊ້ຈ່າຍປະມານ 2,500,000 ກີບຕໍ່ຄົນ.

ທີ່ຜ່ານມາຄົນລາວ ຈຳນວນຫຼາຍ ສາມາດຂັບຂີ່ຍານພະນະປະເພດຕ່າງໆໄດ້ ເນື່ອງຈາກບໍ່ທັນໄດ້ສອບເສັງໃບຂັບຂີ່ ຈຶ່ງເຮັດໃຫ້ພວກເຂົາເຈົ້ ບໍ່ທັນຮູ້ກ່ຽວກັບກົດລະບຽບວ່າ ດ້ວຍການຈາຣະຈອນ ແລະຫຼັກການຂັບຂີ່ ທາງຖນົນຢ່າງປອດພັຍ ພໍເທົ່າໃດຊຶ່ງເປັນສາເຫຕສຳຄັນ ທີ່ເຮັດໃຫ້ເກີດອຸປັດຕິເຫດ ຕາມທ້ອງຖນົນ.

ດັ່ງເຈົ້າຂອງໂຮງຮຽນ ສອບຂັບຣົຖ ຢູ່ແຂວງສວັນນະເຂດ ກ່າວວ່າ:

ແມ່ນໆ ກໍມີຫຼາຍຫຼາຍເລີຍແຫຼະ ເພາະວ່າບາງທີ່ຂະເຈົ້າຂັບຣົຖເປັນ ແຕ່ວ່າບໍ່ຮູ້ກົດຈາຣະຈອນຊີ້ນ່າ ບໍ່ໄດ້ຮຽນກົດຈາຣະຈອນ ການຂັບຂີ່ຕາມທ້ອງຖນົນ. ແມ່ນໆ ກໍສາມາດເກີດອຸປັດຕິເຫດໄດ້ ຄືກັນໂຕນີ້.

ອີງຕາມການຣາຍງານຂອງ ທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວໃນກອງປະຊຸມ ຄະນະກັມການ ດ້ານຄວາມປອດພັຍ ທາງຫຼວງເມື່ອວັນທີ 13 ມົກຣາ ທີ່ຜານມານີ້ວ່າ ໃນລະຫວ່າງປີ 2016-2021 ນີ້ປະເທດລາວ ມີຜູ້ບາດເຈັບ ແລະ ເສັຽຊີວິຕ ຈາກອຸປັດຕິເຫດບົນທ້ອງຖນົນ 6,000 ປາຍຄົນໃນນັ້ນເປັນຊາວໜຸ່ມ ແລະ ວັຍອອກແຮງງານເຖິງ 80%.

ສຳລັບອຸປັດຕິບັດເຫດ ຕາມທ້ອງຖນົນ ສ່ວນຫຼາຍເກີດຈາກ ຫຼາຍປັດຈັຍ ເປັນຕົ້ນຜູ້ຂັບຂີ່ ຍານພາຫະນະ ແລະເສັ້ນທາງ ສະພາບແວດລ້ອມ ໃນນີ້ກວມເອົາປະມານ 95% ຂອງອຸປັດຕິເຫດທັງໝົດ ເກີດຈາກຜູ້ຂັບຂີ່ລະເມີດ ກົດຈາຣະຈອນ ເປັນຕົ້ນດື່ມສິ່ງມືນເມົາແລ້ວຂັບຣົຖ, ແລ່ນຣົຖໄວເກີນກຳນົດ, ປ່ຽນທິດທາງສັນຈອນ ກະທັນຫັນ ຊຶ່ງສ່ວນຫຼາຍບໍ່ມີໃບຂັບຂີ່ ຍານພະຫະນະ. ສ່ວນທາງພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ທັນໃຫ້ຄວາມສຳຄັນ ໃນການບັງຄັບໃຊ້ກົດໝາຽ ຢ່າງເຂັ້ມງວດເທື່ອ.

ດັ່ງພນັກງານ ຂັບຣົຖໂດຍສານ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:

ສ່ວນຫຼາຍ ກໍພວກບໍ່ໄດ້ຜ່ານໃບຂັບຂີ່ຫັ້ນແຫຼະ ຊື້ຣົຖມາກໍດື້ຂັບເອງຫັ້ນນ່າ ບໍ່ຮູ້ຈັກກົດຈາຣະຈອນ ເກີດອຸປັດຕິເຫດເນາະ ຊ່ວງສົງການຫັ້ນແຫຼະ ຫຼາຍກ່ວາໝູ່ມີແຕ່ຄົນເມົາເບັຽ ແລ້ວກໍຂັບວັຍຣຸ້ນຫັ້ນແຫຼະ ບໍ່ເຫັນຈັບນ່າ ເກີດອຸປັດຕິເຫດນີ້ ກໍກັກໂຕໄປປັບໃໝ ອີ່ຫຍັງຫັ້ນແຫຼະ ໃຊ້ລະບຽບຢູ່ ແຕ່ບໍ່ເຫັນຈັບຈັ່ງຊີ້ນ່າ ຫ້ອງການບ້ານແຈ້ງມາແລ້ວ ກໍແລ້ວ. ເລັກໆ ນ້ອຍໆ ຫັ້ນນ່າ.

ອີງຕາມການຣາຍງານ ຂອງກົມຂົນສົ່ງ ກະຊວງໂຍທາທິການ ແລະຂົນສົ່ງ ລະບຸວ່າ ມາຮອດປີ 2021 ປະເທດລາວ ມີຜູ້ມີໃບຂັບຂີ່ຍານພາຫະນະ ທັງໝົດ ຄິດເປັນ 11% ຂອງຈຳນວນປະຊາກອນ 7.2 ລ້ານຄົນ ໃນນັ້ນກວມເອົາການສອບເສັງ ໃບຂັບຂີ່ຣົຖປະເພດຣົຖຈັກ 400,082 ໃບ, ປະເພດຣົຖສາມລໍ້ 4,548 ໃບ, ປະເພດຣົຖເບົາ 476,148 ໃບ, ປະເພດຣົຖບັນທຸກ 173,476 ໃບ, ປະເພດຣົຖໂດຍສານ 22,761 ໃບ ແລະ ປະເພດຣົຖລາກແລະຣົຖພ່ວງອີກ 10 ໃບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org