ການສັກຢາໃຫ້ເດັກນ້ອຍ ພົບບັນຫາ

ການສັກຢາ ກັນພຍາດ ໝາກແດງ ແລະ ຢອດຢາ ວັກຊິນ ກັນເປັ້ຽລ່ອຍ ຢູ່ ແຂວງໄຊສົມບູນ, ບໍລິຄໍາໄຊ ແລະ ຊຽງຂວາງ ຍັງພົບ ຄວາມຫຍຸ້ງຍາກ ຫຼາຍຢ່າງ.

ໝໍ ອອກໄປປະຕິບັດໜ້າທີ່ສັກຢາ ໃຫ້ເດັກນ້ອຍໃນໂຮງຮຽນ ເຂດຊົນນະບົດ ນັກຂ່າວພົລເມືອງ

ການສັກຢາກັນພຍາດໝາກແດງ ແລະ ການຢອດຢາວັກຊິນກັນພຍາດເປັ້ຍລ່ອຍ ຫລື ພຍາດໂປລີໂອ ຢູ່ແຂວງໄຊສົມບູນ, ບໍລິຄໍາໄຊ ແລະ ແຂວງຊຽງຂວາງ ຍັງພົບຄວາມຫຍຸ້ງຍາກຫລາຍ. ສໍາລັບຢູ່ ແຂວງ ໄຊສົມບູນ ໃນປີ 2020 ນີ້ ທີ່ມີເດັກນ້ອຍອາຍຸຕໍ່າກວ່າ 5 ປີ ທັງໝົດ 4 ພັນປາຍຄົນ ຊຶ່ງຕາມແຜນ ແມ່ນຈະສັກຢາ ແລະຢອດຢາກັນພຍາດ ທີ່ວ່ານັ້ນ ໃຫ້ໄດ້ 95% ແຕ່ອາຈປະຕິບັດບໍ່ໄດ້ ຍ້ອນມີຂໍ້ຫຍຸ້ງຍາກ ຫຼາຍຢ່າງເປັນຕົ້ນພໍ່ແມ່ຜູ້ປົກຄອງ ບໍ່ພາລູກຫລານຂອງຕົນ ໄປສັກຢາ ແລະຢອດຢານັ້ນ ຍ້ອນບໍ່ເຂົ້າໃຈເຖິງຄວາມສໍາຄັນຂອງການສັກຢາ ປ້ອງກັນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກ ສາທາຣະນະສຸຂ ແຂວງໄຊສົມບູນ ຜູ້ຂໍສງວນຊື່ ຕໍ່ວິທຍຸເອເຊັຍເສຣີໃນ ມື້ວັນທີ 4 ພຶສຈິກາ ນີ້:

“ບໍ່ບັນລຸກໍເນື່ອງຈາກວ່າ ສ່ວນຫລາຍນີ໋ໄປນອນຢູ່ໄຮ່ ຢູ່ສ່ວນ ຊຶ່ງວ່າເປັນສວນຢາງພາລາ ສວນກ້ວຍບໍ່ ນໍາພວກທາງບໍຣິສັດ ຂຸດຂຸມບໍ່ຄໍາ ອື່ນໆຫັ້ນ ເປັນຈໍານວນຫລວງຫລາຍເນາະ ແລ້ວໄປຢູ່ເມືອງນີ້ເມືອງນັ້ນ ແລ້ວເຂົາປະຕິເສດ ແລ້ວເຂົາບໍ່ມາແລ້ວ ໄປເວົ້າເຂົາກໍບໍ່ຮູ້ ລະກັບ ໄປນໍາຮອດເຮືອນ ແລ້ວເພິ່ນ ກໍບໍ່ຍອມມາຟັງນີ໋ ນີ້ເປັນບັນຫາທ້າທາຍ.”

ທ່ານກ່າວວ່າ ມາເຖິງປັດຈຸບັນ ການສັກຢາກັນພຍາດໝາກແດງ ແລະ ການຢອດຢາວັກຊິນກັນພຍາດເປັ້ຍລ່ອຍ ແມ່ນບັນລຸໄດ້ພຽງ 60 ຫາ 70%, ແຕ່ກໍຈະພຍາຍາມສູ້ຊົນໃຫ້ໄດ້ຕາມແຜນ ໂດຍອາສັຍອໍານາດ ການປົກຄອງບ້ານ ໃນການລະດົມປະຊາຊົນ ຕາມບ້ານເຮືອນໃຫ້ເອົາ ລູກຫລານຂອງຕົນ ມາສັກຢາ ແລະຢອດຢາວັກຊິນ ເພື່ອປ້ອງກັນພຍາດດັ່ງກ່າວ.

ທ່ານກ່າວຕື່ມວ່າ ຫາກຜູ້ປົກຄອງເດັກນ້ອຍອາຍຸຕໍ່າກວ່າ 5 ປີ ບໍ່ພາລູກຫລານຂອງຕົນ ໄປສັກຢາ ແລະ ຢອດວັກຊິນ ຈະເຮັດໃຫ້ເດັກນ້ອຍ ມີຄວາມສ່ຽງ ຕໍ່ສຸຂພາບຈະເຣີນພັນ ເປັນຕົ້ນ ຫາກບໍ່ສັກຢາກັນ ພຍາດໝາກແດງ ກໍອາຈເຮັດໃຫ້ເດັກນ້ອຍພິການຕາ, ອັກເສບປອດ, ເຍື່ອຫຸ້ມສມອງອັກເສບ ແລະຫາກບໍ່ຢອດຢາວັກຊິນ ກັນພຍາດເປັ້ຍລ່ອຍ ກໍອາຈເຮັດໃຫ້ຂາ ແລະແຂນເດັກນ້ອຍພິການ, ຖ້າເປັນຮຸນແຮງ ກໍເຮັດໃຫ້ເສັຍຊີວິດໄດ້.

ຊາວບ້ານເຜົ່າມົ້ງ ຢູ່ເຂດຫ່າງໄກ ຂອງແຂວງໄຊສົມບູນ ຜູ້ຂໍສງວນຊື່ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ຕົນມີລູກອາຍຸ 1 ປີ ແຕ່ບໍ່ໄດ້ພາສັກຢາ ແລະ ຢອດຢາວັກຊິນກັນພຍາດ ຈັກເທື່ອ ຍ້ອນເຫັນລູກ ຜູ້ອື່ນ ໄປຢອດວັກຊິນກັນຄໍຕີບ ແລ້ວເສັຍຊີວິດນຶ່ງຄົນ ແລະວ່າ ຢ້ານມັນຈະເກີດກັບລູກ ຂອງຕົນ ຈຶ່ງບໍ່ພາລູກໄປຫາໝໍ ເພື່ອສັກຢາ ແລະ ຢອດຢາວັກຊິນກັນພຍາດນັ້ນ:

“ຕອນນັ້ນແມ່ນສັກຫັ້ນໃຈ ຄໍຕີບເສັຽຊີວິດ 1 ກໍຣະນີ ເຮັດໃຫ້ມີຄວາມຕື່ນເຕັ້ນ ແລ້ວຖິ້ມການສັກຢານີ໋ ເວົ້າງ່າຍໆປະຕິເສດເຣື່ອງ ການໃຫ້ ວັກຊີນຈັ່ງຊີ້ສາ ນຶ່ງ ພາໃຫ້ເສັຽຊີວິດ ສອງມາເຮັດໃຫ້ມີການເສັຽ ອົງຄະເນາະ.”

ຢູ່ແຂວງບໍລິຄໍາໄຊ ເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງ ຜູ້ຂໍສງວນຊື່ ກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ມາຮອດປັດຈຸບັນ ການສັກຢາກັນ ພຍາດໝາກແດງ ແລະການຢອດຢາ ວັກຊິນ ກັນພຍາດເປັ້ຍລ່ອຍ ໃນປີ 2020 ແມ່ນປະຕິບັດໄດ້ 80 ປາຍສ່ວນຮ້ອຍ ແລ້ວ ແຕ່ກໍຍັງບໍ່ໄດ້ຕາມແຜນ ທີ່ວາງໄວ້ 95% ຍ້ອນມີຄວາມຫຍຸ້ງຍາກ ຄືພໍ່ແມ່ຜູ້ປົກຄອງເດັກນ້ອຍ ກຸ່ມເປົ້າໝາຍ ເອົາລູກຫລານ ຂອງຕົນໄປໄຮ່ໄປສວນນໍາ:

“ບໍ່ບັນລຸຕາມແຜນນັ້ນແຫລະ ຍ້ອນຫຍັງ ຍ້ອນປະຊາຊົນບໍ່ຢູ່ ແລ້ວເຮົາກໍເວົ້າວ່າ ຊົ່ວວ່າສິຖ້າ ບໍ່ແມ່ນຣະດູການຜະລິດ ມັນບໍ່ມີເດ໋ດຽວນີ້ນະ. ອອກຈາກນາປີ ກໍນາແຊງ ອອກຈາກນາແຊງ ກໍສວນມັນສວນຢາງ ອິຫຍັງ ມັນມີຄວາມຫຍູ້ງຍາກ ກໍປະຊາຊົນບໍ່ຢູ່ຫັ້ນ.”

ຢູ່ແຂວງຊຽງຂວາງ ເຈົ້າໜ້າທີ່ຜແນກສາທາຣະນະສຸຂແຂວງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ພຶສຈິກາ ນີ້ວ່າ ຢູ່ແຂວງນີ້ ຕັ້ງແຕ່ມີການແພ່ຣະບາດ ຂອງເຊື້ອພຍາດໂຄວິດ-19 ຄືແຕ່ເດືອນ ມິນາ ເປັນຕົ້ນມາ ຍັງບໍ່ໄດ້ໄປສັກຢາ ກັນພຍາດໝາກແດງ ແລະ ຢອດຢາວັກຊິນ ກັນພຍາດເປັ້ຍລ່ອຍ ໃຫ້ເດັກນ້ອຍເທື່ອ ຍ້ອນບໍ່ມີ ງົບປະມານ ແລະວ່າ ທາງພາກສ່ວນກ່ຽວຂ້ອງ ຫາກໍອະນຸມັດ ງົບປະມານ ນັ້ນໃຫ້ເມື່ອບໍ່ດົນມານີ້ ແລະທາງຂແນງສັກຢາກັນພຍາດແຂວງ ຈະລົງໄປເຄື່ອນໄຫວ ສັກຢາທົ່ວແຂວງ ໃນມື້ວັນທີ 20 ພຶສຈິການີ້:

“ ຫຼັກໆຫັ້ນ ອັນນຶ່ງ ດ້ານງົບປະມານເນາະ ເນື່ອງຈາກການຣະບາດຂອງພຍາດນັ້ນ ອົງການຜູ້ທີ່ໃຫ້ງົບປະມານນັ້ນ ມັນຍັງບໍ່ທັນພ້ອມ ຄືແຂວງຊຽງຂວາງ ພວກເຮົາຫັ້ນ ງົບປະມານພວກເຮົາ ກໍຫາໄດ້ຮັບຢູ່ໃນ ເດືອນ 10 ສະນັ້ນພວກເຮົາກໍຫາເລີ່ມຈັດຕັ້ງປະຕິບັດ ຂຶ້ນແຜນຂໍງົບປະມານ ເດືອນ 11 ເດືອນນີ້ແຫລະ ພວກເຮົາຈະເລີ່ມຢູ່ວັນທີ 20.”

ສໍາລັບຢູ່ແຂວງອຸດົມໄຊ ອໍານາດການປົກຄອງບ້ານຫ້ວຍຊາຍ ເມືອງນາໝໍ້ ຊຶ່ງເປັນບ້ານຊົນເຜົ່າມົ້ງ ເວົ້າວ່າ ຊາວບ້ານຈໍານວນນຶ່ງ ທີ່ມີລູກອາຍຸ ພໍສັກຢາ ຢອດຢາວັກຊິນ ກັນພຍາດ ບໍ່ພາລູກຂອງຕົນໄປ ຫາແພດ ແຕ່ເອົາໄປເຮັດວຽກນໍາ ຢູ່ສວນຢາງ ສວນກ້ວຍ ເພື່ອຫາເງິນລ້ຽງຄອບຄົວ ເຮັດໃຫ້ນາຍບ້ານ ບໍ່ສາມາດແຈ້ງຂ່າວ ໃຫ້ພາລູກໄປສັກຢາ ຢອດຢາວັກຊິນໄດ້ທົ່ວເຖິງ:

“ເອີ໋ ໄປເຮັດວຽກນີ໋ ເຂົາເອົາລູກໄປນໍາຫັ້ນນ່າ ເຂົາປະກະບໍາມີໃຜເບິ່ງແດ່ ເຂົາເອົາລູກໄປນໍາ ບາດນີ້ມີສັກຢາ ເຮົາກໍແຈ້ງເຂົາບໍ່ທົ່ວເຖິງ ເຂົາກໍບໍ່ມາ ສັກຈັ່ງຊີ້.”

ອີງຕາມການຣາຍງານຂອງວຽງຈັນທາມສ ວັນທີ 4 ພຶສຈິການີ້ ດຣ.ຈັນສີ ປັດທະມະ ທໍາມະວົງ ກ່າວວ່າ “ປະເທດລາວ ຕັ້ງເປົ້າໃຫ້ ເດັກນ້ອຍ ອາຍຸຕໍ່າກວ່າ 1 ປີ ຈະຕ້ອງໄດ້ຮັບການສັກຢາກັນພຍາດ ໝາກແດງ ແລະ ຢອດວັກຊິນ ກັນພຍາດເປັ້ຍລ່ອຍ ຢ່າງໜ້ອຍ 95%, ແຕ່ອາຈບໍ່ບັນລຸເປົ້າໝາຍ ໃນຄວາມເປັນຈິງຈະມີພຽງ 60% ຂອງຈໍານວນເດັກນ້ອຍ ກຸ່ມເປົ້າໝາຍ ໄດ້ຮັບການສັກຢາ ແລະ ຢອດຢາ ວັກຊິນ ກັນພຍາດດັ່ງກ່າວ ແລະ ພຍາດອື່ນໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org