ພຍາດຜິວໜັງອັກເສບ ງົວ-ຄວາຍ ຣະບາດໜັກ
2021.06.09

ແຂວງສວັນນະເຂດ ກຳລັງປະເຊີນກັບບັນຫາ ການຣະບາດຂອງພຍາດອັກເສບຜິວໜັງ ງົວ-ຄວາຍ ຢ່າງໜັກໃນຈຳນວນ 190 ບ້ານທົ່ວແຂວງ. ໃນນີ້ມີງົວ ແລະ ຄວາຍຕິດເຊື້ອ ທັງໝົດ 4,700 ໂຕ, ຕາຍ 60 ປາຍໂຕ ແລະ ປີ່ນປົວເຊົາດີແລ້ວ 2,500 ໂຕ. ດັ່ງເຈົ້າໜ້າທີ່ ຂແນງການກ່ຽວຂ້ອງ ແຂວງສວັນນະເຂດ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 09 ມິຖຸນາ ວ່າ ການຣະບາດເທື່ອນີ້ ແມ່ນຣະບາດໜັກທີ່ສຸດ.
"ເຮົາໄດ້ລົງຕິດຕາມ ຢູ່ທຸກເມືອງ ຈັດທີມງານລົງທຸກເມືອງເລີຍ ໃຫ້ຄຳແນະນໍາ ແລະ ກໍໃຫ້ສະກັດກັ້ນ ນະຄອນໄກສອນ ໜັກກວ່າໝູ່ ຢູ່ສວັນນີ້ກໍເປັນໝົດມີແຕ່ ເມືອງນອງ ຍັງບໍ່ທັນໄດ້ເປັນ ເຈົ້າຂອງສັດອອກຄ່າໃຊ້ຈ່າຍປີ່ນປົວ ສັດເອງບໍ່ມີງົບຫັ້ນແຫຼະ."
ທ່ານໄດ້ກ່າວຕື່ມວ່າ ເມືອງທີ່ຣະບາດໜັກທີ່ສຸດແມ່ນ ເມືອງໄກສອນ ພົມວິຫານ ຍົກເວັ້ນແຕ່ເມືອງນອງ ທີ່ຍັງບໍ່ມີການຣະບາດ. ເບື້ອງຕົ້ນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຕ່ລະເມືອງ ໄດ້ລົງໄປແນະນຳ ວິທີການສະກັດກັ້ນ ໃນຂັ້ນບ້ານ. ພ້ອມນີ້ ທາງແຂວງໄດ້ອອກ ແຈ້ງການໃຫ້ຢຸດການເຄື່ອນໄຫວ ເຄື່ອນຍ້າຍສັດໃຫຍ່ ເມືອງຫາເມືອງ, ແຂວງຫາແຂວງ ແລ້ວ. ສ່ວນການປີ່ນປົວສັດນັ້ນ ແມ່ນເປັນຄວາມຮັບຜິດຊອບ ຂອງເຈົ້າຂອງ ຕ້ອງອອກຄ່າໃຊ້ຈ່າຍເອງ ແຂວງຍັງບໍ່ທັນມີງົບປະມານ.
ຊາວບ້ານທີ່ລ້ຽງງົວຢູ່ ບ້ານສອນໄຊ ນະຄອນໄກສອນ ພົມວິຫານ ເວົ້າວ່າ ເດືອນປາຍທີຜ່ານມາ ເຂດບ້ານນີ້ ຮວມເຖິງບ້ານໃກ້ຄຽງ ເກີດພຍາດອັກເສບຜິວໜັງງົວຄວາຍຈຳນວນ ຫຼາຍແຕ່ມາຮອດດຽວນີ້ ການຣະບາດຜ່ອນລົງ. ສ່ວນການປີ່ນປົວ ຊາວບ້ານເຂດນີ້ ປີ່ນປົວຕາມພູມປັນຍາຊາວບ້ານ.
"ມີບ່ອນເຊົາ ມີບ່ອນບໍ່ເຊົາບ່ອນຢຸດ ບ່ອນບໍ່ຢຸດກະພຍາດໂຕນີ້ ນ່າບໍ່ເຄີຍຫາແພດຈັກເທື່ອ ເພາະວ່າ ເອື້ອຍບໍ່ກ້າຫາເອື້ອຍບໍ່ມິເງິນ ປົວຫັ້ນນ່າ. ເອື້ອຍກໍ ລອງວິທີຂອງເອື້ອຍ ລອງເບິ່ງຫັ້ນນ່າ, ຕອນນີ້ ເຂົາເຈົ້າໂທຣະໂຄ່ງວ່າ ບໍ່ໃຫ້ນຳສັດອອກໄປ ແລະຂອງເຂົາ ບໍ່ໃຫ້ນຳເຂົ້າມາ ບ້ານອື່ນກໍບໍ່ໃຫ້ນໍາເຂົ້າມາ ເມື່ອງອື່ນກໍບໍ່ໃຫ້ນຳເຂົ້າມາ."
ສ່ວນຊາວບ້ານຫຼັກເມືອງ ເມືອງສອງຄອນ ເວົ້າວ່າງົວຕິດພຍາດ ເມື່ອວັນທີ 20 ພຶສພາ ຜ່ານມາ ຈຳນວນນຶ່ງປີ່ນປົວເຊົາແລ້ວ ແລະ ອີກຈຳນວນນຶ່ງກຳລັງປີ່ນປົວ. ຂແນງການ ຂອງເມືອງ ກໍໄດ້ລົງມາແນະນຳ ບໍ່ໃຫ້ເຄື່ອນຍ້າຍສັດ, ໃຫ້ແຍກສັດ ຕິດພຍາດອອກ.
"ໃນຫັ້ນນີ້ກໍປີ່ນປົວດີນີ ກໍຫຼາຍເນາະ ກໍມັນຂຍາຍໂຕໃໝ່ອີກຫັ້ນນ່າ ມັນເປັນຕຸ່ມຫັ້ນແຫຼະ ຄືຜີວໜັງອັກເສບນ່າ. ມັນເປັນຕຸ່ມເບື້ອງ ຕົ້ນນີ້ກໍຊິນ້ອຍໆ ມັນຈະໃຫຍ່ຂຶ້ນ ໃຫຍ່ຂຶ້ນເດ້ ຄັນບໍ່ປົວ ປົວບໍ່ທັນນ່າ ດ້ານຢຸກຢານີ້ຫຼັກໆ ແມ່ນເຈົ້າຂອງສັດ ເປັນຜູ້ຊື້ ວິຊາການ ເປັນຜູ້ສັກ."
ຊາວບ້ານ ເຊບັງຫຽງ ເມືອງສອງຄອນ ເວົ້າວ່າ ງົວຕິດພຍາດໄດ້ເດືອນປາຍແລ້ວ ມາຮອດ ປັດຈຸບັນ ຍັງປົວບໍ່ເຊົາ 7-8 ໂຕ ຈາກ ທັງໝົດ 40 ໂຕ. ເຊີ່ງຄ່າໃຊ້ຈ່າຍປີ່ນປົວຕ້ອງໄດ້ ຮັບຜີດຊອບເອງ ຮວມເຖິງຕ້ອງເປັນທ່ານໝໍໃຫ້ງົວເອງ ເນື່ອງຈາກບໍ່ມີເຈົ້າໜ້າທີ່ ລົງມາໃຫ້ຄຳແນະນຳ.
"ຮັກສາຕາມອາການເຈົ້າ ຖ້າມັນເປັນຕຸ່ມເຮົາກໍປົວຕຸ່ມ ຖ້າມັນມີໄຂ້ ເຮົາກໍສີດຢາແກ້ລົດໄຂ້ ຖ້າຄໍໄຂ່ ໜ້າບວມຂາບວມເຮົາສີດ ສີດຢາຄໍໄຂ່ໜ້າບວມ ມີແຕ່ເຮົາສຶກສາເອງແລ້ວກໍ ປົວເອງ ຊື້ຢາມາສີດເອງ ບໍ່ມີເຈົ້າໜ້າທີ່ ຜູ້ໃດລົງມາ ອະທິບາຍ ແນວນັ້ນແນວນີ້ ບໍ່ມີ."
ນັກວິຊາການຂແນງສັຕວະແພດ ຜແນກກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ກ່າວວ່າ ການຣະບາດພຍາດຜິວໜັງອັກເສບງົວ- ຄວາຍ ທີ່ແຂວງສວັນນະເຂດ ມີຈຳນວນ 4,700 ໂຕ. ໃນປີນີ້ຖືເປັນວ່າການຣະບາດ ຮ້າຍແຮງຫຼາຍຖ້າບໍ່ມີງົບປະມານ ສະກັດກັ້ນ ປ້ອງກັນພຍາດນີ້ ຈະເຮັດໃຫ້ ງົວ-ຄວາຍ ຕິດພຍາດຫຼາຍຂຶ້ນ ເຊິ່ງຈະເຮັດໃຫ້ງົວຂາຍບໍ່ໄດ້ຣາຄາ.
"ຫາກໍມາປີ້ນີ້ແຫຼະພຍາດອັນນີ້ ດຽວນີ້ ມັນກໍກຳລັງຂຍາຍເດ້ ມັນເປັນ ເບື້ອງຕົ້ນກໍບ້ານນຶ່ງບໍ່ເກີນ 5-6 ໂຕ ດຽວນີ້ບາງບ້ານຢາກເຂົ້າ 40-50 ໂຕ ແລ້ວເດ້. ຫາກວ່າເຮົາປ່ອຍປະ ລະເລີຍ ບໍ່ມີມາຕການ ນີ້ນ່າຖ້າວ່າພາກຣັຖເຮົາ ບໍ່ມີທຶນຮອນ ໃນການສຸມໃສ່ໂຕນີ້ ມັນກໍຈະຂຍາຍຕໍ່ໄປມັນກໍຈະຢູ່ນຳງົວຄວາຍ ພວກເຮົາຍາວນານເນາະ."
ທ່ານໄດ້ກ່າວຕື່ມວ່າ ຕລອດໄລຍະ 30 ປີ ຜ່ານມາທີ່ຕົນເອງໄດ້ເຮັດວຽກ ກ່ຽວກັບສັດ ບໍ່ເຄີຍມີປະກົດການ ແບບນີ້ມາກ່ອນ ແລະ ບໍ່ສາມາດຣະບຸຸໄດ້ວ່າ ພຍາດດັ່ງກ່າວແມ່ນມາ ຈາກໃສ ແຕ່ຣະບຸ ໄດ້ຢ່າງນຶ່ງວ່າ ພຍາດນີ້ ເກີດຈາກການເຄື່ອນຍ້າຍສັດ ຣະຫວ່າງ ບ້ານຕໍ່ບ້ານ, ເມືອງຕໍ່ເມືອງ, ແຂວງຕໍ່ແຂວງ ແລະ ປະເທດຕໍ່ປະເທດ.
ຕໍ່ກັບການຣະບາດພຍາດອັກເສບຜິວໜັງ ງົວ-ຄວາຍ ຫຼື (Lumpy skin disease) ຍານາງ ວິໄລພອນ ວໍລະພີມ, ຫົວໜ້າກົມ ລ້ຽງສັດ ແລະ ການປະມົງ ກະຊວງກະສິກັມ ແລະປ່າໄມ້, ໄດ້ໃຫ້ສັມພາດ ຕໍ່ສື່ມວນຊົນ ເມື່ອວັນທີ 9 ມິຖຸນາວ່າ ເປັນພຍາດຕິດ ເຊື້ອໄວຣັສ ເຮັດໃຫ້ສົ່ງຜົລກະທົບ ຕໍ່ສຸຂພາບງົວ-ຄວາຍ ແຕ່ບໍ່ ສາມາດຕິດສູ່ຄົນໄດ້.
ປັດຈຸບັນ ມີສັດລ້ຽງປະເພດງົວ-ຄວາຍ ຂອງປະຊາຊົນ 126 ບ້ານ ພາຍໃນ 30 ເມືອງ ຂອງ 7 ແຂວງທົ່ວປະເທດ ໄດ້ຕິດເຊື້ອໄປ ແລ້ວຈຳນວນ 11,000 ໂຕ. ແຂວງທີ່ຕິດເຊື້ອຫຼາຍ ແມ່ນແຂວງຄຳມ່ວນ ຈຳນວນ 5,100 ໂຕ, ຕາຍ 60 ໂຕ, ຮອງລົງມາ ແຂວງ ສວັນນະເຂດ ຈຳນວນ 4,000 ໂຕ ຕາຍ 60 ໂຕ ແລະ ສະເພາະນະຄອນຫຼວງ ວຽງຈັນ ຕິດເຊື້ອ 2,000 ໂຕ ຕາຍ 12 ໂຕ.
ທ່ານໄດ້ກ່າວຕື່ມວ່າ ປັດຈຸບັນ ວັກຊິນປ້ອງກັນ ພຍາດຜິວໜັງອັກເສບ ງົວ-ຄວາຍ ມີແຕ່ ຢູ່ຕ່າງປະເທດ ໂດຍສະເພາະ ແອຟຟຣິກກາ ແລະ ຣັດເຊັຽ. ເຊິ່ງກົມລ້ຽງສັດ ແລະ ການປະມົງ ພຍາຍາມຈັດຊື້ໃຫ້ໄດ້ ແຕ່ອາດຈະຕ້ອງໃຊ້ເວລາດົນ ເພາະວັກຊິນມີຣາຄາແພງ.