ຫຼາຍຄົນວ່າຢ້ານທີ່ຈະ ສັກຢາກັນ ເຊື້ອໂຄວິດ-19

ຈໍາປາທອງ
2021.05.12
ຫຼາຍຄົນວ່າຢ້ານທີ່ຈະ ສັກຢາກັນ ເຊື້ອໂຄວິດ-19 ດຣ. ບັນດິດ ຊຸມພົນພັກດີ ຄະນະກັມມະການ ທີ່ປຶກສາແຫ່ງຊາດ ຖແລງຂ່າວກ່ຽວກັບ ແມ່ຕູ້ຜູ້ເສັຽຊິວິດ ອາຍຸ 70 ປີ, ວັນທີ 11 ພຶສພາ 2021
ໂທຣະທັສ ແຫ່ງຊາດລາວ

ປັດຈຸບັນ ລາວມີຜູ້ເສັຽຊິວິດ 1 ຄົນ ໃນມື້ວັນທີ 9 ພຶສພາ 2021 ຫຼັງຈາກໄດ້ສັກວັກຊີນປ້ອງກັນໂຄວິດ-19 ແລ້ວ. ຜູ້ເສັຽຊິວິດ ເປັນແມ່ຍິງ ອາຍຸ 70 ປີ, ຢູ່ບ້ານນາຄູນ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ.

ດຣ. ບັນດິດ ຊຸມພົນພັກດີ ຄະນະກັມມາທິການ ທີ່ປຶກສາແຫ່ງຊາດ ກ່າວເຖິງການເຈັບປ່ວຍ ແລະພຍາດຂອງແມ່ຍິງ ຄົນດັ່ງກ່າວ ກ່ອນມາສັກວັກຊີນໃນມື້ວັນທີ 7 ພຶສພາ ນີ້ວ່າ ເປັນຫຼາຍພຍາດ:

"ແມ່ຕູ້ຫັ້ນ ກ່ອນໜ້ານີ້ກໍວ່າແຂງແຮງ ແຕ່ມີພຍາດຕິດຕົວ ເປັນພຍາດວັນນະໂຣຄ ໄດ້ປິ່ນປົວຜ່ານມາແລ້ວ ມີພຍາດຄວາມດັນເລືອດ ຂຶ້ນສູງ ມີພຍາດເບົາຫວານ ນອກຈາກນັ້ນ ມີພຍາດທີ່ໄດ້ປິ່ນປົວຕລອດ ຄືກະດູກສັນຫຼັງໜີບເສັ້ນນໍ.”

ກ່ອນຈະສັກວັກຊີນນັ້ນ ກໍໄດ້ຜ່ານການກວດຖືກຕ້ອງ ຕາມຂັ້ນຕອນ, ມີການເຊັນຍິນຍອມ ແລະເຫັນວ່າສັກໄດ້.

ເວົ້າເຖິງສາເຫດ ຂອງການເສັຽຊິວິດ ຂອງແມ່ຍິງຄົນດັ່ງກ່າວ ດຣ. ບັນດິດ ກ່າວວ່າ ເຖິງຍັງບໍ່ທັນໄດ້ຂໍ້ມູລຣະອຽດ ແຕ່ໃນເບື້ອງຕົ້ນ ພໍສລຸບໄດ້ວ່າ ອີງໃສ່ຂໍ້ມູລ ທີ່ມີການເສັຽຊີວິດນັ້ນ ບໍ່ພົວພັນກັບ ການສັກວັກຊີນປ້ອງກັນໂຄວິດ-19:

"ໂດຍອີງໃສ່ຂໍ້ມູລ ພວກເຮົາສລຸບກັນວ່າ ການເສັຽຊີວິດຂອງແມ່ຕູ້ ຍັງບໍ່ມີຂໍ້ໃດໆ ທີ່ມີຄວາມສໍາພັນ ກ່ຽວກັບການໃຫ້ວັກຊີນ ແອສຕາ ເຊເນກ້າເນາະ ເພາະວ່າຫຼອດວັກຊິນທີ່ໃຫ້ແມ່ຕູ້ ນິກ່ອງນຶ່ງມີ 10 ໂດສ ໃນຫັ້ນ 9 ໂດສ ສັກໃຫ້ຄົນອື່ນ 9 ຄົນຫັ້ນ ບໍ່ມີອາການໃດໆ ນອກຈາກແມ່ຕູ້ຄົນດຽວ.”

ແຕ່ເຖິງຢ່າງໃດກໍຕາມ ການເສັຽຊີວິດຂອງນາງ ຫຼັງຈາກສັກວັກຊີນປ້ອງກັນໂຄວິດ-19 ນັ້ນ ກໍເຮັດໃຫ້ຄົນລາວຈໍານວນນຶ່ງ ທີ່ຍັງບໍ່ທັນ ໄດ້ໄປສັກວັກຊີນນັ້ນ ຢ້ານ, ລັງເລໃຈໃນການທີ່ຈະໄປສັກ ແລະຮຽກຮ້ອງໃຫ້ທາງການລາວ ເພີ່ມການເອົາໃຈໃສ່ ແລະສອບຖາມປວັດ ຂອງຜູ້ຕ້ອງການໄປສັກ ໃຫ້ຣະອຽດຫຼາຍຂຶ້ນກວ່າເກົ່າ ແລະເຫັນສົມຄວນ ສັກໃຫ້ຫຼືບໍ່ ເພື່ອບໍ່ໃຫ້ເກີດກໍຣະນີການເສັຽຊີວິດ ຂຶ້ນອີກ ແລະວ່າ ເປັນຍ້ອນວັກຊີນແທ້, ດັ່ງຊາວບ້ານໃນນະຄອນຫຼວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 12 ພຶສພານີ້ວ່າ:

“ເປັນຍ້ອນວັກຊີນແທ້ ສິເວົ້າກໍຄວາມລັງເລໃຈມັນກໍມີເນາະ ມັນຫາກເປີເຊັນໜ້ອຍ ແລະກໍທາງແພດ ເຂົາເຈົ້າເລີ້ນເລີ້ ແບບຮູ້ຢູ່ເນາະ ວ່າພວກທີ່ວ່າຈະໄປສັກ ມີຜົລຂ້າງຄຽງ ແຕ່ວ່າແພດຍັງໄປສັກໃຫ້ຫັ້ນ ຖືວ່າເປັນຄວາມຜິດຂອງແພດ ອາຈມີສ່ວນ ເພິ່ນກໍຕ້ອງຄຸມເຂັ້ມ ຜູ້ທີ່ມີຈຸດປະສົງຢາກໄປສັກວັກຊີນຫັ້ນ ບໍ່ໃຫ້ມັນມີບັນຫາທີ່ເກີດຂຶ້ນ ແບບເສັຽຊີວິດຫັ້ນ.”

ທ່ານກ່າວຕື່ມວ່າ ຕົນເອງກໍເຂົ້າໃຈແພດໝໍ ຢູ່ວ່າ ບໍ່ມີໃຜຢາກໃຫ້ມີຄົນເສັຽຊີວິດ ພາຍຫຼັງສັກວັກຊີນນັ້ນແລ້ວ, ແຕ່ທາງການ ກໍຄວນ ຈະມີເງິນຊົດເຊີຍ ຫຼືການປອບຂວັນ ໃຫ້ກໍາລັງໃຈແກ່ຄອບຄົວຂອງຜູ້ເສັຽຊີວິດ:

“ນີ້ມັນກໍຕ້ອງໄດ້ເວົ້າເຣື່ອງ ຈັນຍາບັນຂອງແພດ ອີກຫັ້ນນ່າ ຕ້ອງໄດ້ເວົ້າເຣື່ອງການຊົດເຊີຍ ເຂົາຮ້ອງແບບອຸດໜູນບໍ່ ຫຼືວ່າແມ່ນຫຍັງ ສວັດດີການຜູ້ເສັຽຊີວິດນັ້ນ.”

ຫຼັງຈາກຮູ້ຂ່າວວ່າ ມີຄົນເສັຽຊີວິດ ຫຼັງຈາກສັກວັກຊີນປ້ອງກັນໂຄວິດ-19 ແລ້ວ ຢູ່ແຂວງສວັນນະເຂດ ປະຊາຊົນກໍເວົ້າວ່າ ຊາວບ້ານ ສ່ວນນຶ່ງກໍຢ້ານວ່າ ມັນຈະເກີດຂຶ້ນກັບຕົນເອງ ແລະບໍ່ກ້າຈະໄປສັກ ວັກຊີນນັ້ນ ແລະວ່າ ຢາກໃຫ້ທາງການໂຄສະນາ ກ່ຽວກັບການ ສັກວັກຊີນຫຼາຍຂຶ້ນ ວ່າມີຄວາມສ່ຽງແນວໃດ ຫຼືບໍ່ ແລະໃນກໍຣະນີ ມີການເສັຽຊີວິດເກີດຂຶ້ນ ຄືແນວນີ້ ກໍຄວນມີການຊົດເຊີຍ ເພື່ອເປັນ ຂວັນກໍາລັງໃຈ ໃຫ້ຄອບຄົວຂອງເຂົາ, ດັ່ງທີ່ທ່ານກ່າວວ່າ:

“ຜູ້ບໍ່ຢາກສັກກໍມີ ຢ້ານວ່າໂຕເອງເປັນພຍາດແດ່ ຢ້ານມັນບໍ່ຖືກ ບາງເທື່ອຣັຖເຮົາມັນບໍ່ຮັດກຸມ ແຕ່ຄວາມຈິງຄວນຈະແຈ້ງຕື່ມ ຄວນ ສັກບໍ໋ ມັນສ່ຽງຕໍ່ການແນວໃດ ແນວໃດກໍຕ້ອງໂຄສະນາໄປນໍາ ມີຊົດເຊີຍກໍແຮງດີ ມັນຈັ່ງຄ່ອຍມີກໍາລັງໃຈ ຂອງຄອບຄົວທີ່ຢາກໄປ ສັກ.”

ແລະຢູ່ແຂວງ ຈໍາປາສັກ ຊາວບ້ານກໍເວົ້າວ່າ ຕົນເອງຍັງບໍ່ກ້າໄປສັກ ວັກຊີນປ້ອງກັນໂຄວິດ-19 ຄືກັນ ຍ້ອນຢ້ານຜົລຂ້າງຄຽງ ແລະ ຫຼາຍຄົນກໍຍັງລັງເລໃຈຢູ່:

“ໂອ໋ ຫຼາຍຄົນມັນຍັງລັງເລໃຈຢູ່ ຍັງຢ້ານຢູ່ ຍົກໂຕຢ່າງ ເຮົາບໍ່ຢາກສັກເນາະ ເຂົາເຈົ້າກົດດັນໃຫ້ສັກ ສັກໄປແລ້ວມັນຫາກເກີດບາດນີ້ ເກີດໄປແລ້ວເຮົາກໍຢາກໃຫ້ຊົດເຊີຍຫັ້ນແຫຼະ.”

ແຕ່ເຖິງຢ່າງໃດກໍຕາມ ທາງການລາວ ກໍຢືນຢັນວ່າ ຜູ້ເສັຽຊີວິດພາຍຫຼັງ ສັກວັກຊີນປ້ອງກັນໂຄວິດ-19 ເອສຕຣາເຊເນການັ້ນ ຈາກ ການກວດສອບໃນເບື້ອງຕົ້ນ ບໍ່ໄດ້ເສັຽຊີວິດ ຍ້ອນໄດ້ສັກວັກຊີນນັ້ນ, ອີງຕາມຄໍາເວົ້າຂອງ ດຣ. ບັນດິດ ຊຸມພົນພັກດີ ໃນມື້ວັນທີ 11 ພຶສພານີ້.

ກ່ຽວກັບການເສັຽຊີວິດ ຂອງແມ່ຍິງລາວ ອາຍຸ 70 ທີ່ວ່ານັ້ນ ເຈົ້າໜ້າທີ່ສາທາຣະນະສຸຂ ຢູ່ນະຄອນຫຼວງວຽງຈັນທ່ານນຶ່ງ ເວົ້າວ່າ ມີ ພຽງຊາວບ້ານສ່ວນນຶ່ງເທົ່ານັ້ນທີ່ຕົກໃຈ, ສ່ວນທີ່ເຫຼືອເຂົ້າໃຈວ່າ ນາງມີໂຣຄປະຈໍາຕົວ ແລະຍັງພາກັນໄປລົງທະບຽນ ສັກວັກຊີນ ປ້ອງກັນໂຄວິດ-19 ຢູ່:

“ກະບໍ່ຕົກໃຈເດ໊ ເພິ່ນກໍເຂົ້າໃຈຢູ່ວ່າ ປະເພດແບບຊີ້ ຮ່າງກາຍແຕ່ລະຄົນ ບໍ່ຄືກັນ ສອ ກໍດໍາເນີນປົກກະຕິ ຈັດໜ່ວຍງານລົງແຕ່ລະ ບ້ານເລີຍ ເດ໊ດຽວນີ້ ກໍ 100 ປາຍຄົນ ຫຼັ່ງມາຂໍສັກວັກຊີນ ມາຂໍຂຶ້ນທະບຽນດຽວນີ້.”

ອີງຕາມການຣາຍງານ ຂອງຄະນະສະເພາະກິຈປ້ອງກັນໂຄວິດ-19 ໃນມື້ວັນທີ 11 ພຶສພານີ້, ຜູ້ເສັຽຊີວິດ ຊື່ນາງ ບຸນຍັງ, ອາຍຸ 70 ປີ, ໄດ້ຮັບການສັກວັກຊີນ ປ້ອງກັນໂຄວິດ-19 ເອສຕຣາເຊເນກາ ໃນມື້ວັນທີ 7 ພຶສພາ ທີ່ສູນການຄ້າລາວໄອເຕັກ ໂດຍຜ່ານການ ກວດອຸນນະພູມຮ່າງກາຍ, ວັດແທກຄວາມດັນເລືອດ, ເຊັນໃບຍິນຍອມໃຫ້ສັກຕາມຂັ້ນຕອນ.

ວັນທີ 8 ພຶສພາ ນາງມີອາການປວດຕົນໂຕ, ປວດແຂນຂາ. ວັນທີ 9 ພຶສພາ ຮາກອອກເປັນເລືອດ 2-3 ຄັ້ງ ແລະ ເວລາປະມານ ບ່າຍ 5 ໂມງເຄິ່ງ ກໍໄປໂຮງໝໍ ນາຊາຍທອງ, ນາງໝົດສະຕິ, ບໍ່ຫາຍໃຈ, ຕົນຕົວກໍ່າແຫຼ້ ແລະ ເສັຽຊີວິດໃນເວລາຕໍ່ມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.