ໜ່ວຍກູ້ພັຍຕຽມພ້ອມ ວັນ ປີໃໝ່

ໜ່ວຍອາສາກູ້ພັຍ ນະຄອນຫຼວງວຽງຈັນ ມີຄວາມພ້ອມ ໃນການຮັບມື ກັບເຫຕສຸກເສີນ ໃນໄລຍະ ສລອງບຸນປີໃໝ່ ສາກົນ 2019.

ໜ່ວຍກູ້ພັຍ ທີ່ປະຕິບັດໜ້າທີ່ ຕາມທ້ອງຖນົນຫຼວງ ນະຄອນຫຼວງວຽງຈັນ RFA

ເຈົ້າໜ້າທີ່ອາສາກູ້ພັຍ ນະຄອນຫຼວງວຽງຈັນທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ນີ້ວ່າ ພາກສ່ວນອາສາກູ້ພັຍນະຄອນຫຼວງ ພ້ອມດ້ວຍ ເຈົ້າໜ້າທີ່ອາສາສມັກ ປະມານ 80 ປາຍຄົນ ມີຄວາມ ພ້ອມເຕັມທີ່ ໃນການຮັບມືກັບອຸບັຕຕິເຫຕ ຫຼືເຫຕສຸກເສີນຕ່າງໆ ໃນໄລຍະສເລີມສລອງບຸນປີໃໝ່ ສາກົນ 2019 ນີ້ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນ. ດັ່ງທ່ານໄດ້ກ່າວຕອນນຶ່ງ ວ່າ:

“ພ້ອມແລ້ວເຈົ້າ ເພາະວ່າພວກເຮົາຕຣຽມພ້ອມ 7 ວັນອັນຕະຣາຍເຈົ້າ. ຊ້ວງນີ້ຊ້ວງບຸນປີໃໝ່ ຄົນໄປທ່ຽວໄປຫຼິ້ນນ່າ ເຮົາຊິໄດ້ກຽມພ້ອມ ທຸກຢ່າງ ທີ່ສະດວກໃຫ້ເພິ່ນ ທີ່ເປັນອຸບັຕເຫຕບໍ່ ຫຼືວ່າເກີດເຫຕ ທີ່ສຸກເສີນຕ່າງໆນ່າເຈົ້າ."

ທ່ານກ່າວຕື່ມວ່າ ນອກຈາກຈະມີຄວາມພ້ອມໃນການກູ້ພັຍແລ້ວ, ປີນີ້ຖືເປັນປີທຳອິດທີ່ທີມງານອາສາກູ້ພັຍນະຄອນຫຼວງວຽງຈັນ ໄດ້ຈັດ ທີມງານ ເພື່ອຊ່ອຍເຫຼືອປະຊາຊົນ ໄປຮັບໄປສົ່ງຮອດເຮືອນ ໃນກໍຣະນີທີ່ຜູ້ໃດກໍ່ຕາມ ທີ່ບໍ່ສາມາດເດີນທາງກັບເມືອເຮືອນ ຂອງໂຕເອງໄດ້ ເພື່ອຫຼຸດຄວາມສ່ຽງທີ່ຈະເກີດອຸບັຕຕິເຫຕ.

“ເຈົ້າແມ່ນແລ້ວນ່າ ເຮົາກະຈັດປີທຳອິດເນາະ ເພາະວ່າກະໄດ້ຜົລຢູ່ເນາະ. ມື້ຄືນນີ້ ກະໂທຫາບອກເຮົາໄປສົ່ງນຳເຫຕສົ່ງຄົນເມົານ່າເຈົ້າ. ຊ້ວງນີ້ກະຫຼຸດຜ່ອນ ອຸບັຕເຫຕແນ່ນ່າເຈົ້າ."

ໃນປີນີ້, ອາສາກູ້ພັຍນະຄອນຫຼວງວຽງຈັນ ໄດ້ວາງກຳລັງຢູ່ 3 ຈຸດ ເປັນຕົ້ນເຂດເມືອງຈັນທະບູຣີ, ເມືອງສີໂຄຕະບອງ ແລະ ເມືອງໄຊເສຖາ ໃຫ້ເປັນສູນບັນຊາການໃຫຍ່ ເພື່ອຊ່ອຍຮັບມືກັບອຸບັຕຕິເຫຕ ແລະ ເຫຕສຸກເສີນຕ່າງໆ ຮວມທັງຊ່ອຍເຫຼືອປະຊາຊົນຕລອດໄລຍະ 7 ວັນ ອັນຕະຣາຍ ຈົນໄປເຖິງວັນທີ 2 ມົກກະຣາ 2019 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org