ເພີ່ມອີກ 9 ຄົນ ຕິດເຊື້ອໂຄວິດ-19 ຢູ່ລາວ

ໄຊຍາ
2021.06.04
ເພີ່ມອີກ 9 ຄົນ ຕິດເຊື້ອໂຄວິດ-19 ຢູ່ລາວ ຖ້າມກາງ ໂຄວິດ-19 ຍັງແຜ່ຣະບາດ ຢູ່ໃນນະຄອນຫຼວງວຽງຈັນ, ແຕ່ການສູ້ຊີວິຕ ກໍຕ້ອງດຳເນີນຕໍ່ໄປ ຢ່າງຍາກລໍາບາກ.
RFA

ຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ຖແລງພົບ ຜູ້ຕິດເຊື້ອໃໝ່ 9 ກໍຣະນີ. ໃນນີ້ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອ 7 ຄົນ, ແຂວງສວັນນະເຂດ 1 ຄົນ ແລະ ແຂວງຈຳປາສັກ 1 ຄົນ. ໂດຍຜົລຂອງການກວດວິເຄາະຫາເຊື້ອທັງໝົດ 1.920 ໂຕຢ່າງ ຂອງ ວັນທີ 03 ມິຖຸນາ 2021. ສົ່ງຜົລໃຫ້ຍອດຜູ້ຕິດເຊື້ອໂຄວິດ-19 ສະສົມ 1.952 ຄົນ. ດັ່ງ ດຣ ຣັດສະໝີ ວົງຄຳຊາວ ຮອງຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ກະຊວງສາທາຣະນະສຸຂ ຕາງໜ້າຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ໄດ້ຖແລງຂ່າວຕໍ່ສື່ມວນຊົນ ເມື່ອວັນທີ 04 ມິຖຸນາ ວ່າ:

"ປັຈຈຸບັນມີຜູ້ຕິດເຊື້ອສະສົມ ທັງໝົດ 1,952 ຄົນ ເຊິ່ງໃນນັ້ນແມ່ນຕິດເຊື້ອໃໝ່ ໃນມື້ວານນີ້ແມ່ນ 9 ຄົນ ຜູ້ທີ່ວ່າຕິດເຊື້ອທັງໝົດແມ່ນ ໄດ້ຮັບການປິ່ນປົວຫາຍດີນັ້ນມີ 1,680 ຄົນ ຍັງສືບຕໍ່ຕິດຕາມປີ່ນປົວນັ້ນມີ 261ຄົນ."

ສ່ວນແຜນການການສັກວັກຊີນ PFIZER BioNTECH ໃນລາວ ທີ່ອົງການ COVAX FACILITY ໄດ້ມອບໃຫ້ຈຳນວນ 100,620 ໂດສ ສຳລັບປະຊາກອນ ຈຳນວນ 50,300 ຄົນນັ້ນ. ທາງເຈົ້າໜ້າທີ່ ຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ຢູນະຄອນຫຼວງ ວຽງຈັນ ຜູ້ຂໍສງວນຊື່ ໄດ້ກ່າວວ່າວັກຊິນມີຈຳນວນຈຳກັດດັ່ງນັ້ນ ຈຶ່ງກຳນົດໃຫ້ບູຣິມະສິດ ສະເພາະ.

"ກະພໍດີມັນກະຈຳກັດແດ່ຫັ້ນແຫຼະ ຄັນຊິວ່າກະດາຍ ແລະເພິ່ນເອົາໂຕນີ້ເຂົ້າມາແທນ ຄືຊິແມ່ນແທນແອສຕຣາເຊເນກ້າ ຢາກໃຫ້ສັກ ກັບຜູ້ສູງອາຍຸ ກັບຜູ້ທີ່ມີພຍາດ ປະຈຳໂຕ."

ແຜນການສັກວັກຊິນ PFIZER ທາງຄະນະສະເພາະກິຈ ໄດ້ກຳນົດບູຣິມະສິດ ໃຫ້ສະເພາະຜູ້ທີ່ອາຍຸ 60 ປີຂຶ້ນໄປ ແລະ ຜູ້ທີ່ເປັນ ພຍາດຊໍ້າເຮື້ອ. ການສັກວັກຊິນດັ່ງກ່າວ ແມ່ນຈະເຣີ່ມ ຈາກ ນະຄອນຫຼວງວຽງຈັນ ແລະ ຈະຂຍາຍອອກໄປສູ່ເຂດ ທີ່ມີຄວາມສ່ຽງ ອື່ນໆເຊັ່ນ ແຂວງບໍ່ແກ້ວ, ແຂວງຈຳປາສັກ ແລະ ແຂວງສວັນນະເຂດ.

ທາງດ້ານເຈົ້າໜ້າທີ່ຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ນະຄອນຫຼວງວຽງຈັນ ອີກທ່ານນຶ່ງໄດ້ກ່າວວ່າ. ປັຈຈຸບັນທາງການ ໄດ້ປະກາດປິດໂຮງໝໍພາກສນາມ ໃນນະຄອນຫຼວງວຽງຈັນ ເປັນຕົ້ນ ສູນຫຼັກ 27, ສນາມກິລາໃນຮົ່ມ ຂອງ ສະຫະພັນບານເຕະ ແຫ່ງຊາດລາວ ຢູ່ຫ້ວຍຫົງ.

ຜ່ານມາໂຮງໝໍພາກສນາມ ໄດ້ປິ່ນປົວຄົນທີ່ມີອາການເບົາບາງ. ປັຈຈຸບັນການປີ່ນປົວແມ່ນນໍາໃຊ້ໂຮງໝໍ ເສດຖາທິຣາຊ, ໂຮງໝໍ ມິຕພາບ 150 ຕຽງ, ໂຮງໝໍ 103 ກອງທັບ.

"ສູນອີ່ຫຍັງເພິ່ນກໍປິດໝົດແລ້ວເດ້ ຄົນປົວຫາຍດີໝົດແລ້ວເດ້. ສູນຢຸ່ເດິີ່ນກິລາຟີຟ້າ ກະປິດມັນໝົດແລ້ວນ່າດຽວນີ້ 3-4 ສູນປິດໝົດ ແລ້ວນ່າດຽວນີ້ມີແຕ່ຜູ້ປີ່ນປົວ ຢູ່ໂຮງໝໍ."

ແຂວງຈຳປາສັກ ກໍເປັນແຂວງທີ່ມີການຣະບາດຫຼາຍ ເຈົ້າໜ້າທີ່ຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ປະຈຳແຂວງຈຳປາສັກ ໄດ້ກ່າວວ່າ. ປັຈຈຸບັນຍັງມີຄົນຕິດເຊື້ອປິ່ນປົວ ຢູ່ໃນໂຮງໝໍພາກສນາມ ເຊິ່ງການປີ່ນປົວຍັງນໍາໃຊ້ໂຮງໝໍພາກສນາມ ແລະໂຮງໝໍ ແຂວງຄວບຄູ່ກັນ.

"ໂຮງໝໍສນາມມັນມີບ່ອນດຽວ ຍັງບໍ່ທັນໄດ້ປິດປະມານ 30-40 ພຸ້ນເດ ໂອ້ຍ ຄັນມັນໝົດກໍຈະປິດຫັ້ນແລ້ວ ຈັກໜ່ອຍກ່ອນມື້ວານ ອອກແດ່ແລ້ວ."

ຕໍ່ສະພາບການຣະບາດ ມາເຖິງປັຈຈຸບັນ ຍານາງ ທິບພະກອນ ຈັນທະວົງສາ ຮອງ ຣັຖມົນຕຣີ ໂຄສົກຣັຖບານ ຕາງໜ້າໃຫ້ຫ້ອງ ວ່າການສຳນັກງານນາຍົກຣັຖມົນຕຣີ ໄດ້ຖແລງຂ່າວ ຕໍ່ສື່ມວນຊົນ ເມື່ອວັນທີ 04 ມິຖຸນາ ວ່າ. ຣັຖບານໄດ້ປະກາດ ລ໊ອກດາວ ອອກໄປຕື່ມກໍຄື ໃນຣະຫວ່າງ ວັນທີ 05-19 ມິຖຸນາ 2021 ເນື່ອງຈາກການຣະບາດ ໃນຊຸມຊົນຍັງເກີດຂຶ້ນຢູ່ ຖ້າຈະຄວບຄຸມບໍ່ໃຫ້ ມີການຣະບາດຕ້ອງໃຊ້ເວລາດົນ.

"ຣັຖບານຈຳເປັນຕ້ອງໄດ້ສືບຕໍ່ ປະຕິບັດບັນດາມາຕການ ທີ່ໄດ້ຣະບຸໃນຄຳສັ່ງ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແຈ້ງການສະບັບເລກທີ 406 ຫສນຍ ລົງວັນທີ 26 ເມສາ 2021 ເລກທີ 462 ຫສນຍ ລົງວັນທີ 05 ພຶສພາ 2021 ເລກທີ 528 ຫສນຍ ລົງວັນທີ 20 ພຶສພາ 2021 ແລະຄຳແນະນຳຂອງ ຄະນະສະເພາະກິຈຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ເຣີ່ມແຕ່ເວລາ 00 ໂມງ ຂອງວັນທີ 05 ມິຖຸນາ ຫາ ເວລາ 24 ໂມງ ຂອງວັນທີ 19 ມິຖຸນາ."

ຕໍ່ການປະກາດລ໊ອກດາວ ຂອງທາງຣັຖບານໄປຕື່ມອີກ 15 ວັນ ຊາວນະຄອນຫຼວງວຽງຈັນ ໄດ້ກ່າວວ່າ ມັນມີຜົລກະທົບຕໍ່ການ ຄ້າຂາຍ ເພາະຄົນຢ້ານ ບໍ່ກ້າໄປຕລາດ ບາງມື້ຫາເງິນ ຊື້ເຂົ້າກິນຍັງຍາກ.

"ກະທົບເພາະວ່າ ໄປຂາຍມັນບໍ່ໄດ້ຂາຍ ຍັງທຶນຫຼາຍ ຂາຍເຄື່ອງກໍບໍ່ໝົດ ຄົນກໍຢ້ານບໍ່ຄ່ອຍລົງຕລາດບາງມື້ກະເງິນຫາຊື້ເຂົ້າກິນ ກໍຍາກລະກໍຢາກຊ່ອຍເຣື່ອງຫຼຸດຄ່ານໍ້າ ໄຟລົງກໍດີ."

ຊາວບ້ານໃນແຂວງຈຳປາສັກ ກ່າວວ່າ ການລ໊ອກດາວ ມັນກໍສົ່ງຜົລກະທົບ ເຖິງຣາຍຮັບ ແລະ ການໃຊ້ຈ່າຍໃນຄອບຄົວກໍຕ້ອງ ໄດ້ຫຼຸດຜ່ອນລົງ ແລະ ຕ້ອງການໃຫ້ຣັຖບານ ຊ່ອຍເຫຼືອ ອີງໄປຕາມສະພາບການ.

"ກະທົບຢູ່ຣາຍໄດ້ກໍນ້ອຍ ມັນເກີດພາວະການແນວນີ້ເດ້ ເຮົາກໍຕ້ອງໄດ້ ພຍາຍາມຫຼຸດຜ່ອນການໃຊ້ຈ່າຍລົງ. ເພິ່ນຊ່ອຍໃຫ້ເຮົາໄດ້ ກໍໃຫ້ເພິ່ນຊ່ອຍກໍຢາກໃຫ້ເພິ່ນເບິ່ງ ໄປຕາມ ສະພາບການ."

ຄວາມຄືບໜ້າການສັກວັກຊິນ ປ້ອງກັນເຊື້ອໂຄວິດ-19 ມາເຖິງວັນທີ 03 ເດືອນມິຖຸນາ ຮວມທັງໝົດ ໃນຂອບເຂດທົ່ວປະເທດ ຈຳນວນ ທີ່ໄດ້ຮັບສັກເຂັມທີ 1 ມີທັງໝົດ 647,311 ຄົນ ແລະ ເຂັມທີ 2 ສັກໄປແລ້ວທັງໝົດ 283,474 ຄົນ. ນອກຈາກລາວ ໄດ້ຮັບ ວັກຊິນ PFIZER BioNTECH ຈາກອົງການ COVAX FACILITY ຈຳນວນ 100,620 ໂດສ.

ເຊັ່ນດຽວກັນກັບຣັຖບານຢີ່ປຸ່ນ ສັນຍາຈະສນອງວັກຊິນ ໃຫ້ປະເທດກຳລັງພັທນາ ຮວມເຖິງລາວມູນຄ່າ 1 ຕື້ ໂດລາ ສະຫະຣັຖ ໃນວັນທີ 02 ມິຖຸນາ 2021 ຜ່ານມາ ແລະ ຣັຖບານຈີນ ໄດ້ປະກາດເມື່ອວັນທີ 28 ພຶສພາ ຜ່ານມາວ່າຈະໃຫ້ ການຊ່ອຍເຫຼືອ ວັກຊິນປ້ອງກັນເຊື້ອໂຄວິດ-19 ໃຫ້ແກ່ລາວ ອີກຈຳນວນ 500,000 ໂດສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.