8 ມິຖຸນາ ມີຜູ້ຕິດໂຄວິດ-19 ອີກ 2 ຄົນ ຢູ່ລາວ
2021.06.08

ຜົລຂອງການກວດວິເຄາະຫາເຊື້ອ ໂຄວິດ-19 ຈາກ 1,484 ຄົນ ໃນມື້ວັນທີ 7 ມິຖຸນາ 2021 ນີ້ ທາງການລາວກວດພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 2 ຄົນ, ຢູ່ນະຄອນຫຼວງວຽງຈັນ, ເຮັດໃຫ້ລາວມີຜູ້ຕິດເຊື້ອສະສົມ 1,970 ຄົນ, ດັ່ງ ດຣ.ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວໃນ ພິທີຖແລງຂ່າວ ຕໍ່ສື່ມວນຊົນ ວັນທີ 8 ມິຖຸນາ ນີ້:
“ສໍາລັບ ສປປລາວ ເຮົາ, ຜູ້ຕິດເຊື້ອສະສົມທັງໝົດແມ່ນ 1970 ແລະ ເພີ່ມໃໝ່ 2 ເສັຽຊີວິດສະສົມ 3. ສໍາລັບການປິ່ນປົວຫາຍດີນີ້ ແມ່ນສະສົມທັງໝົດ 1773 ກໍຣະນີ.”
ເຈົ້າໜ້າທີ່ສະເພາະກິຈ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ ເຖິງແມ່ນຜູ້ຕິດເຊື້ອ ໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ຈະຫຼຸດລົງຢ່າງ ຕໍ່ເນື່ອງແລ້ວກໍຕາມ ແຕ່ທາງການກໍຍັງບໍ່ປມາດ, ຍັງມີມາຕການປ້ອງກັນຢູ່; ເຖິງສູນກວດໂຄວິດ-19 ໃນແຕ່ລະເມືອງ ຈະປິດຊົ່ວຄາວ ຍ້ອນໄດ້ປິ່ນປົວ ຄົນຕິດໂຄວິດ-19 ຫາຍດີແລ້ວ ແຕ່ທາງການກໍຍັງໃຫ້ ແພດແລະໝໍ ຕຽມພ້ອມໄວ້ຢູ່ຕລອດເວລາ ຍ້ອນໃນແຕ່ລະມື້ ກໍຍັງມີຄົນກຸ່ມສ່ຽງຈໍານວນນຶ່ງ ເຂົ້າມາກວດຢູ່ ແລະ ຫາກເກີດການຕິດ ເຊື້ອໜັກຂຶ້ນມາ ກໍສາມາດຮັບໄດ້, ດັ່ງທີ່ທ່ານກ່າວວ່າ:
“ເຂົາເຈົ້າຈະປິດສູນ ຂອງແຕ່ລະເມືອງ ແຕ່ກໍບໍ່ໄດ້ວ່າ ໃຫ້ປິດແທ້ ໃຫ້ມີຕຽມພ້ອມຢູ່ຕລອດ ກະຄືວ່າປິດໄດ້ແຕ່ວ່າ ຖ້າມີ ກໍຕ້ອງເປີດ ໄດ້ຢູ່ຕລອດເວລາ ຜູ້ປະຈໍາການກໍຕ້ອງຕຽມພ້ອມ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ເຖິງແມ່ນທາງການມີມາຕການຜ່ອນຜັນ ໃຫ້ສາມາດເດີນທາງໄປມາຣະຫວ່າງ ແຂວງຕໍ່ແຂວງໄດ້ແລ້ວ ກໍຕາມ ແຕ່ຜູ້ທີ່ຈະເດີນທາງ ຕ້ອງມີເງື່ອນໄຂ ຄືຕ້ອງໄດ້ສັກວັກຊິນ ປ້ອງກັນໂຄວິດ-19 ຄົບ 2 ເຂັມ ເປັນເວລາ 1 ເດືອນ ກ່ອນ; ຄິວຣົດໂດຍສານໃຕ້ ແລະ ສາຍການບິນລາວ ຍັງງົດໃຫ້ບໍຣິການແບບບໍ່ມີກໍານົດເທື່ອ ຍ້ອນຜູ້ມາໃຊ້ ບໍຣິການສ່ວນໃຫຍ່ ບໍ່ໄດ້ສັກ ວັກຊິນປ້ອງກັນ ໂຄວິດ-19 ຄົບ 2 ເຂັມ ດັ່ງທີ່ທ່ານກ່າວວ່າ:
“ແມ່ນສັກບໍ່ທັນຄົບ ເພິ່ນກໍເລີຍປິດໄວ້ຊົ່ວຄາວອີກກ່ອນ. ສ່ວນໃຫຍ່ມັນບໍ່ທັນໄດ້ສັກ ແລະ ກໍສັກບໍ່ຄົບ. ກະຊ້ວງນີ້ ສາຍການບິນເຮົາ ກໍບໍ່ໄດ້ເປີດເທື່ອ ຄືວ່າແຫຼະມັນບໍ່ທັນມີເງື່ອນໄຂ ໄປໃຊ້ບໍຣິການ. ອັນນີ້ມັນກໍມີຄວາມສ່ຽງອີກ ທີ່ຈະໃຊ້ບໍຣິການຈະຕ້ອງສັກວັກຊິນ ໃຫ້ຄົບ 2 ເຂັມ ໃຫ້ຄົນ 1 ເດືອນ.”
ແລະເຈົ້າໜ້າທີ່ສນາມບິນລາວ ທ່ານນຶ່ງກໍເວົ້າຄືກັນນັ້ນ. ແລະທ່ານເວົ້າວ່າ ປັດຈຸບັນ ທາງສາຍການບິນລາວ ຍັງໃຫ້ບໍຣິການແບບ ເຊົ່າເໝົາລໍາຢູ່ ແຕ່ຕ້ອງປະຕິບັດຕາມເງື່ອນໄຂ ຄືຕ້ອງມີເອກກະສານຢັ້ງຢືນ ການສັກວັກຊິນປ້ອງກັນໂຄວິດ-19 ຄົບ 2 ເຂັມກ່ອນ.
“ສະພາບການເດີນທາງເນາະ ແມ່ນຜູ້ຈະເດີນທາງ ກໍມີຄວາມຫຍູ້ງຍາກ ທາງສາຍການບິນກໍໄດ້ສືບຕໍ່ປະຕິບັດ, ແຕ່ວ່າເພິ່ນໃຫ້ມີ ເຊົ່າເໝົາລໍາ ກໍຕໍ່ເມື່ອວ່າ ຜູ້ທີ່ວ່າຂີ່ເຮືອບິນ ມັນຕ້ອງ ໄດ້ມີເງື່ອນໄຂ ຄືວ່າສັກຢາວັກຊິນ ຄົບ 2 ເຂັມ ບໍ່ຢູ່ໃນເຂດທີ່ວ່າກຸ່ມສ່ຽງ.”
ສ່ວນກໍຣະນີ ຄົນງານລາວ ທີ່ເຮັດວຽກຢູ່ເຂດເສຖກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ຢາກເດີນທາງກັບບ້ານ ຂອງຕົນ ກໍຍັງມີຫຼາຍ. ຄົນງານລາວນາງນຶ່ງ ໃນເຂດນັ້ນເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 8 ມິຖຸນາ ນີ້ວ່າສາເຫດທີ່ຢາກກັບບ້ານ ແມ່ນຍ້ອນວ່າ ຢູ່ໃນເຂດນັ້ນ ໄດ້ປິດກິຈການລົງ, ຫຼາຍຄົນບໍ່ມີວຽກເຮັດ ແລະຄ່າອາຫານກໍແພງ ແລະ ທັງໄດ້ເຊົ່າຫ້ອງຢູ່ໃນຣາຄາເດີມ ແລະ ວ່າປັດຈຸບັນ ຕົນໄດ້ສັກວັກຊິນຄົບ 2 ເຂັມແລ້ວ ແຕ່ກໍຍັງລໍຖ້າໃຫ້ເຈົ້າໜ້າທີ່ ອະນຸມັດໃຫ້ ຢາກກັບບ້ານໄວ ເພາະເງິນທີ່ມີກໍໃກ້ ຈະໝົດແລ້ວ, ດັ່ງທີ່ນາງເວົ້າວ່າ:
“ກະເຂົາລັອກດາວ ເຮັດວຽກບໍ່ໄດ້ ຢູ່ໃນນ່າ ຄ່າກິນຄ່າຢູ່ ລະມັນແພງ. ຄ່າໂຮງແຮມຄືນນຶ່ງ ຖ້າເປັນເງິນລາວ 5 ແສນກີບນີ້ແຫຼະ ເພາະວ່າຢູ່ໃນໂຮງແຮມ ກໍຈ່າຍຄ່າໂຮງແຮມທຸກມື້ ເຂົາກໍບໍ່ຫຼຸດໃຫ້ຫັ້ນນ່າ. ສັກຄົບ 2 ເຂັມແລ້ວ ເຮົາສົ່ງໄປແລ້ວ ມັນຍັງບໍ່ຮອດ ຄິວເຮົາ ແຕ່ວ່າບໍ່ຮູ້ຈະໄດ້ອອກໄປມື້ໃດ.”
ແລະຄົນງານລາວໃນເຂດນັ້ນ ອີກຜູ້ນຶ່ງ ກໍເວົ້າຄືກັນວ່າ ຢາກກັບບ້ານ ຍ້ອນບໍ່ມີວຽກເຮັດ, ແຕ່ຕ້ອງໄດ້ໃຊ້ຈ່າຍ ໃນແຕ່ລະມື້ ທັງຄ່າ ກິນ, ຄ່າເຊົ່າຫ້ອງຢູ່ ແລະວ່າ ຢາກອອກໄປຈາກ ກາຊີໂນ ແບບວ່າຢູ່ ກາຊີໂນ ປານຢູ່ໃນຄຸກ:
“ແມ່ນແລ້ວ ຢາກກັບບ້ານຢາກອອກຈາກກາຊິໂນ. ກະຄືແບບຢູ່ກາຊິໂນ ປານຢູ່ຄຸກຫັ້ນແຫຼະ. ຢູ່ນີ້ມັນທໍຣະມານແຮງ ເຂົາບໍ່ມີສ່ວນ ຫຼຸດໃຫ້ເຮົາເລີຍ. ຖ້າຜູ້ໃດບໍ່ມີເງິນຈ່າຍຄ່າ ໂຮງແຮມແລ້ວກໍຍຶດ ທີ່ມັນເປັນຂອງສໍາຄັນ ພາສພອດ. ຖ້າບໍ່ມີເງິນ ກະຄືອອກໄປບໍ່ໄດ້ ກະຄືແບບເປັນຂີ້ຂ້າເຂົາ ຢູ່ນີ້ເລີຍ ເຂົາວ່າເປີດຕອນໃດ ກໍຫາເງິນໃຊ້ເຂົາຕອນນັ້ນ. ຖ້າບໍ່ເປີດ ກໍຄືຕິດໜີ້ໄປຍາວ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ສະເພາະກິດ ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າ ໄດ້ອອກແຈ້ງການໄປແລ້ວວ່າ ຫາກຄົນລາວ ຫລືຄົນ ຕ່າງປະເທດ ທີ່ເຮັດວຽກໃນເຂດເສຖກິດພິເສດ ຕ້ອງການກັບຄືນບ້ານ ກໍໃຫ້ມາລົງທະບຽນ ຢູ່ໜ່ວຍງານທີ່ກ່ຽວຂ້ອງໄດ້ ແລະມີ ຄົນມາລົງ ທະບຽນຫຼາຍຢູ່ ແຕ່ຕ້ອງມີເງື່ອນໄຂ ຄືທີ່ວ່ານັ້ນກ່ອນ ຈຶ່ງຈະເດີນທາງກັບໄດ້ ດັ່ງທີ່ທ່ານ ກ່າວວ່າ:
“ມີອັນພວກແຮງງານ ມາລົງທະບຽນຢູ່. ກໍປະສານວ່າ ເພິ່ນມີເອກສານຫຍັງແດ່ ທີ່ກ່ຽວຂ້ອງ ທີ່ຈະອອກໄປຫັ້ນນະເນາະ ເກັບກໍາ ປວັດເພິ່ນລະອຽດ ແຂວງໃດ ເຮົາກໍຈັດສົ່ງຕາມ ແຕ່ລະແຂວງ ທີ່ສັກຢາຄົບ ແລະກໍໄດ້ກວດໂຄວິດ-19 ຈຶ່ງໄດ້ອອກຕ່າງແຂວງ.”
ອີງຕາມການຣາຍງານຂອງ ຄະນະສະເພາະກິດປ້ອງກັນ ໂຄວິດ-19 ວັນທີ 8 ມິຖຸນາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວມີຜູ້ໄດ້ ກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 263,647 ຄົນ. ໃນນັ້ນມີຜູ້ຕິດເຊື້ອສະສົມ 1,970 ຄົນ, ເສັຍຊີວິດ 3 ຄົນ, ປິ່ນປົວດີແລ້ວ 1,773 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 191 ຄົນ. ມີຜູ້ໄດ້ຮັບການສັກວັກຊິນ ເຂັມທີ 1 ແລ້ວ 691,381 ຄົນ ແລະ ສັກເຂັມທີ 2 ແລ້ວ 326,239 ຄົນ.