31 ພຶສພາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມ 17 ຄົນ
2021.06.01

ຄະນະສະເພາະກິຈຄວບຄຸມ ເຊື້ອໂຄວິດ-19 ຖແລງຂ່າວເມື່ອວັນທີ 01 ມິຖຸນາ ວ່າພົບຜູ້ຕິດເຊື້ອ ເພີ່ມອີກ 17 ຄົນ, ຈາກການກວດ ຫາເຊື້ອທັງໝົດ 2.216 ໂຕຢ່າງໃນວັນທີ 31 ພຶສພາ ຜ່ານມາ ໃນນີ້ນະຄອນຫຼວງວຽງຈັນ ຍັງກວດພົບຫຼາຍກວ່າໝູ່.ດັ່ງ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງເມື່ອວັນທີ 01 ມິຖຸນາ ບາງຕອນໄດ້ກ່າວວ່າ:
"ສຳລັບກໍຣະນີຕິດເຊື້ອໃໝ່ 17 ຄົນ ຕິດເຊື້ອໃນຊຸມຊົນແມ່ນ 12 ຄົນ ຢູ່ນະຄອນຫຼວງວຽງຈັນ, ຈາກ ສວັນນະເຂດ 3 ຈຳປາສັກ 2."
ຕາມການຖແລງຂ່າວ ຍອດສະສົມຜູ້ຕິດເຊື້ອ ທີ່ກວດຫາໃນວັນທີ 31 ພຶສພາ ນັ້ນ ຢູ່ທີ່ 1,929 ຄົນ, ຜູ້ເສັຍຊີວິດສະສົມຍັງຄົງເດີມ 03 ຄົນ. ໃນນີ້ແຍກເປັນແຂວງ, ນະຄອນຫຼວງ ວຽງຈັນ ຕິດເຊື້ອອັນດັບນຶ່ງ 883 ຄົນ, ບໍ່ແກ້ວ 492 ຄົນ, ຈຳປາສັກ 332 ຄົນ, ສວັນນະເຂດ 104 ຄົນ, ວຽງຈັນ 18 ຄົນ, ຫຼວງພຣະບາງ 16 ຄົນ, ສາລະວັນ 13 ຄົນ , ອຸດົມໄຊ 22 ຄົນ, ຫຼວງນໍ້າທາ 9 ຄົນ, ຜົງສາລີ 8 ຄົນ, ໄຊຍະບູລີ 3 ຄົນ, ຄຳມ່ວນ 6 ຄົນ, ໄຊສົມບູນ ຂຽງຂວາງ ແລະ ເຊກອງ ແຂວງລະ 1 ຄົນ.
ໃນຂນະທີ່ ຍອດສະສົມຜູ້ຕິດເຊື້ອ ຍັງເພີ່ມຂຶ້ນໂດຍສະເພາະ ໃນນະຄອນຫຼວງວຽງຈັນ ການລ໊ອກດາວ ຍັງຈຳເປັນສຳລັບຊຸມຊົນທີ່ມີ ຄວາມສ່ຽງເພື່ອຂັດກອງ ເອົາຄົນຕິດເຊື້ອແຍກ ອອກຈາກຊຸມຊົນ. ດັ່ງເຈົ້າໜ້າທີ່ສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 01 ມິຖຸນາວ່າ:
"ຄັນມັນບໍ່ສູນເພິ່ນກໍໄດ້ລ໊ອກດາວ ຄືເກົ່າຫັ້ນແຫຼະ ລ໊ອກເປັນແຜນຈະລ໊ອກເປັນ 10 ມື້ 14 ມື້ ອີ່ຫຍັງໄປ ຈະບໍ່ໄດ້ລ໊ອກເປັນເດືອນ ກະແຂວງໃດທີ່ວ່າສູນໄປຮອດ 14 ມື້ ບໍ່ແນ່ອາດຈະ ຄາຍລ໊ອກ."
ພາຍຫລັງທີ່ອົງການ COVAX ໄດ້ມອບຕູ້ແຊ່ ທາງການແພດ ທີ່ມີຄວາມສາມາດໃນການເກັບຮັກສາວັກຊິນ ໃຫ້ຢູ່ໃນອຸນຫະພູມ -70 ອົງສາ ຈຳນວນ 3 ເຄື່ອງ ເມື່ອສັປດາຜ່ານມາ. ຕໍ່ເຣື່ອງດັ່ງກ່າວ ເຈົ້າໜ້າຄະນະສະເພາະກິຈ ຄວບຄຸມເຊື້ອໂຄວິດ-19 ນະຄອນຫຼວງ ວຽງຈັນ ໄດ້ກ່າວວ່າ ທາງອົງການ COVAX ຈະໄດ້ສົ່ງມອບວັກຊິນປ້ອງກັນ ເຊື້ອໂຄວິດ-19 PFIZER ຈຳນວນ 100,620 ໂດສ ໃຫ້ແກ່ລາວໃນໄວໆນີ້.
"ແມ່ນແລ້ວໄຟເຊີ້ຂອງອາເມຣິກາ ແຜນພວກເຮົາຈະສັກໃຫ້ກັບກຸ່ມ ອາຍຸ ຜູ້ສູງອາຍຸ ແລະ ຜູ້ທີ່ມີພຍາດປະຈຳໂຕ ພວກເຮົາຈະແຈ້ງ ວ່າຈະເຣີ້ມສັກມື້ໃດ."
ເນື່ອງຈາກວັກຊິນ PFIZER ມີຈຳກັດທາງກະຊວງສາທາຣະນະສຸຂ ໄດ້ຈັດໃຫ້ 3 ກຸ່ມ ບູຣິມະສິດດັ່ງນີ້. ຜູ້ສູງອາຍຸ 60 ປີ ຂຶ້ນໄປ, ຜູ້ທີ່ມີພຍາດປະຈຳໂຕ 18 ປີ ຂຶ້ນໄປ ແລະ ພະນັກງານແພດ ຫລື ພະນັກງານດ່ານໜ້າທີ່ພາດໂອກາດ ສັກວັກຊິນຜ່ານມາ.
ຕໍ່ກັບການໄດ້ຮັບວັກຊິນ PFIZER ປະຊາຊົນ ໄດ້ສະແດງຄວາມດີໃຈ ແລະ ກໍຕ້ອງການສັກວັກຊິນນີ້ ເພາະຕົນຢູ່ໃນຜູ້ສູງອາຍຸ ສ່ວນລູກໃນຄອບຄົວ ໄດ້ສັກໝົດແລ້ວ.
"ແຮງດີໃຈກໍຢາກສັກແຫຼະເນາະ ມີແຕ່ລູກລູກທັງໝົດໄປສັກແລ້ວ ເຂົາເຈົ້າລົງມາສັກຢູ່ມາພີ້ເລີຍ ແລ້ວເພິ່ນວ່າອາຍຸແກ່ຍັງບໍ່ທັນມາ ຮອດລໍຖ້າເພິ່ນຈະແຈ້ງການມາ ເພິ່ນຍັງບໍ່ທັນ ແຈ້ງ."
ປະຊາຊົນອີກທ່ານນຶ່ງ ໄດ້ກ່າວວ່າວັກຊິນໂຕທີ່ມາໃໝ່ຖືວ່າດີ ສ່ວນຫຼາຍຄົນລາວສັກຊີໂນຟາມ ແຕ່ເຖິງຈະສັກແລ້ວ ກໍຕ້ອງປ້ອງກັນ ໂຕເອງ.
"ໂຕວັກຊິນທີ່ເຂົາມາໃໝ່ ກະຖືວ່າດີສ່ວນຫຼາຍຄົນລາວສັກ ຊິໂນຟາມ ຖ້າວ່າເຮົາສັກໂຕນີ້ໄປແລ້ວ ບໍ່ເສັຍດາຍເລີຍວ່າສັກໂຕໃດ ຈະດີບໍ່ດີແຄ່ເຮົາປ້ອງກັນໄດ້ກໍພໍ. ຕາມທີ່ເພິ່ນ ຖແລງຂ່າວມາເນາະຢູ່ປະເທດລາວ ມັນບໍ່ສາມາດກັນໄດ້ 100 ຂໍແຕ່ວ່າເຮົາຢຸດ ອອກບ້ານອອກເຮືອນໄປແບບ ພົບປະສັງສັນຫັ້ນນ່າ."
ປັຈຈຸບັນສະຖານະການ ການແຜ່ຣະບາດເຊື້ອໂຄວິດ-19 ໃນລາວຜູ້ຕິດເຊື້ອ ຣາຍວັນຫຼຸດລົງຕາມການຣາຍງານ ຂອງຄະນະ ສະເພາະກິຈ. ເຖິງແນວໃດກໍຕາມ ໃນນະຄອນຫຼວງ ວຽງຈັນ ຍັງມີຫຼາຍເຂດ ທີ່ມີຄວາມສ່ຽງ. ຕາມຄະນະສະເພາະກິຈ ຣາຍງານ ເມື່ອວັນທີ 31 ພຶສພາ ຜ່ານມາ ບ້ານເຂດສີແດງນັ້ນ ນອນຢູ່ໃນ 7 ເມືອງ ປະກອບມີ 21 ບ້ານ.