16 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມ 01 ຄົນ

ຈໍາປາທອງ
2021.06.17
16 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມ 01 ຄົນ ບັນຍາກາດ ຜູ້ຄົນໄປອັ່ງອໍ ລໍຖ້າສັກວັກຊິນ ຢູ່ ສູນການຄ້າລາວ ໄອເຕັກ ຕອນເຊົ້າທີ 17 ມິຖຸນາ 2021
ນັກຂ່າວພົລເມືອງ

ຈາກຜົລຂອງການກວດວິເຄາະ ຫາເຊື້ອໂຄວິດ-19 1,801 ຄົນ ໃນມື້ວັນທີ 16 ມິຖຸນາ 2021 ນີ້ທາງການລາວກວດພົບຜູ້ຕິດເຊື້ອ ເພິ່ມຂຶ້ນອີກ 1 ຄົນ ຢູ່ນະຄອນຫລວງວຽງຈັນ, ເຮັດໃຫ້ລາວ ມີຜູ້ຕິດເຊື້ອສະສົມ 2,034 ຄົນ ດັ່ງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິ ທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 17 ມິຖຸນາ ນີ້ວ່າ:

“ໃນມື້ວານນີ້ ທົ່ວປະເທດຂອງພວກເຮົາ ໄດ້ມີການເກັບຕົວຢ່າງ ມາຈາກທົ່ວປະເທດ ກວດຊອກຫາເຊື້ອໂຄວິດ ທັງໝົດ 1800 ກັບ 1 ໂຕຢ່າງ ຊຶ່ງໃນນັ້ນພົບ ກວດຜູ້ຕິດເຊື້ອໃໝ່ແມ່ນ 1 ກໍຣະນີ ຈາກ ນະຄອນຫລວງ ວຽງຈັນ.”

ເຖິງແມ່ນວ່າ ຜູ້ຕິດເຊື້ອໂຄວິດ-19 ຈະຫລຸດລົງ ແຕ່ບັນຍາກາດຂອງຜູ້ຄົນທີ່ຍາດກັນເຂົ້າສັກວັກຊິນຍີ່ຫໍ້ ໄຟເຊີ ແລະຊີໂນຟາມ ເຂັມ ທີ 1 ຢູ່ນະຄອນຫລວງວຽງຈັນ ມີຄວາມສ່ຽງຕໍ່ ການທີ່ຈະມີຄົນຕິດເຊື້ອ ນີ້ເພິ່ມຂຶ້ນຍ້ອນໃນ 2 ມື້ ທີ່ຜ່ານມານີ້ ຢູ່ຫຼາຍຈຸດສັກວັກຊິນ ມີປະຊາຊົນອັ່ງອໍ ແຫຍ້ກັນເຂົ້າສັກ ແຕ່ເຈົ້າໜ້າທີ່ບໍ່ສາມາດ ໃຊ້ມາຕການເຂັ້ມງວດ ໃນການຮັກສາໄລຍະຫ່າງໄດ້ເທົ່າທີ່ຄວນເປັນຕົ້ນ ຢູ່ສະໂມສອນ ເມືອງໄຊທານີ, ເຖິງແມ່ນວ່າຈະມີຕັ່ງໃຫ້ນັ່ງ ແຕ່ກໍບໍ່ພຽງພໍສໍາລັບປະຊາຊົນ ຊຶ່ງຊາວບ້ານຫຼາຍຄົນຕ້ອງການ ທີ່ຈະສັກ ວັກຊິນນັ້ນໃຫ້ໄດ້ ໂດຍບໍ່ຄໍານຶງເຖິງການຮັກສາໄລຍະຫ່າງ ແລະບໍ່ປະຕິບັດຕາມຂັ້ນຕອນ ຂອງການເຂົ້າສັກວັກຊິນນັ້ນ ດັ່ງປະຊາຊົນ ເມືອງໄຊທານີ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

Vaccines-I-tec.jpg

“ໂອ້ຍ ເປັນຮ້ອຍ ເປັນພັນ ບໍ່ໄດ້ຢືນລຽນຄິວເລີຍ ໄປຍາດກັນຖ້າເອົາໃບກັບ ທ່ານໝໍ ຫັ້ນນ່າ. 8 ໂມງເຄິ່ງ ທ່ານໝໍຈັ່ງມາຮອດ. ແຕ່ ປະຊາຊົນແອອັດ ຢູ່ຫັ້ນກ່ອນແລ້ວ ບໍ່ເປັນຣະບຽບ ເປັນຕາຢ້ານໂຄວິດ ຈະໄປເກີດຢູ່ບ່ອນແອອັດ ແບບນັ້ນແຫລະ.”

ທ່ານເວົ້າຕື່ມວ່າ ຊາວບ້ານຫລາຍຄົນ ຢາກໃຫ້ເຈົ້າໜ້າທີ່ແກ້ໄຂບັນຫາດັ່ງກ່າວ ແລະໃຊ້ມາຕການຮັກສາໄລຍະຫ່າງ, ກໍານົດອາຍຸ ຫລື ຈໍາກັດຈໍານວນຄົນໄປສັກວັກຊິນ ໃນແຕ່ລະມື້ ເພື່ອບໍ່ໃຫ້ມັນແອອັດ:

“ແຕ່ລະບ້ານຄົນມັນກະຫຼາຍເນາະ 4-5 ພັນ ຄົນຂຶ້ນ ເພິ່ນລະບໍ່ປະກາດວ່າ ຈະຢາຍໃບໃຫ້ນາຍບ້ານເອົາໄປກ່ອນ ວ່າມື້ນີ້ 200 ບັດ ໃຫ້ ພາກສ່ວນຜູ້ທີ່ວ່າອາຍຸທໍ່ນີ້ ແລະ ກໍໃຫ້ມີເທົ່ານີ້ ລະມັນຈະບໍ່ແອອັດ. ອັນນີ້ປະກາດເລີຍ ຜູ້ໃດກໍຢາກສັກເດ໋.”

ແລະຊາວບ້ານອີກຄົນນຶ່ງ ກໍເວົ້າວ່າ ມື້ວານນີ້ ໄດ້ໄປລໍຖ້າຄິວເຂົ້າສັກວັກຊິນ ຍີ່ຫໍ້ໄຟເຊີ, ມີຄົນແອອັດກັນຫລາຍ, ໃຜກໍຢ້ານແຕ່ບໍ່ໄດ້ ສັກ, ຍາດກັນເຂົ້າສັກ, ຕົນທົນບໍ່ໄຫວ ຈຶ່ງອອກມາ ຍ້ອນມີຄວາມສ່ຽງຕໍ່ການ ທີ່ຈະຕິດເຊື້ອໂຄວິດ-19:

“ຄົນຫລາຍໂພດມັນໄປບໍ່ໄດ້. ໂອ໋ຍ ບຸນທາດຫລວງຍັງໜ້ອຍກວ່າ. ມັນບໍ່ມີໂຕະຕັ່ງ ເຂົ້າໄປໃນນັ້ນ ເດີ່ນຂອງສະໂມສອນ ຂ້ອຍເຂົ້າ ໄປແລ້ວຂອຍກະບໍ່ເຂົ້າ ບາດນີ້ ຂ້ອຍວ່າສິມາສັກຢາ ກັນພຍາດບໍ໋ຫລືສິເອົາພຍາດຕື່ມ.”

ເຈົ້າໜ້າທີ່ສັກວັກຊິນປ້ອງກັນ ໂຄວິດ-19 ທ່ານນຶ່ງເວົ້າວ່າສາເຫດທີ່ມີຄົນມາລໍ ຖ້າວັກຊິນຫຼາຍຈົນແອອັດ ແລະເກີດຄວາມວຸ້ນວາຍ ນັ້ນກໍຍ້ອນວ່າ ຫລາຍຄົນບໍ່ໄດ້ລົງທະບຽນໄວ້ ຕາມທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ແຈ້ງໃຫ້ນາຍບ້ານຂຶ້ນບັນຊີຄົນ ກ່ອນຈະເປີດໃຫ້ມີ ການສັກວັກຊິນ. ແຕ່ທ່ານກໍເວົ້າວ່າ ໃນມື້ນີ້ເຈົ້າໜ້າທີ່ກໍພຍາຍາມ ຈັດໃຫ້ເປັນຣະບຽບຮຽບຮ້ອຍ ໂດຍເອົາເຊືອກມາກັນ ມີອາສາສມັກ ມາຊ່ອຍແນະນໍາ ໃຫ້ຊາວບ້ານປະຕິບັດຕາມຂັ້ນຕອນ ຂອງການເຂົ້າສັກວັກຊິນ ຊຶ່ງຖືວ່າດີຂຶ້ນກວ່າມື້ວານນີ້ ດັ່ງທີ່ທ່ານກ່າວວ່າ:

“ມື້ນີ້ມາຕການເຮົາ ກໍແບບວ່າຊ່ວຍກັນຫລາຍຄົນ ມີແຕ່ໃຫ້ໄປບອກເຂົາເຈົ້າ ບໍ່ໃຫ້ນັ່ງຕິດກັນ ມື້ນີ້ຖືວ່າເປັນຣະບຽບ ໄດ້ດີຢູ່. ບາດນີ້ ຖືວ່າເຮົາຮັບເອກສານໄວ້ແລ້ວ ບາດໜ້າພັດມາອີກ ມາວົນຢາກສັກເພີ່ມ ມາວຸ້ນວາຍກັນແນວນີ້ ຢາກສັກ ຈັກມາແຕ່ໃສ.”

ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ວັນທີ 17 ມິຖຸນາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວມີຜູ້ໄດ້ ການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 278,532 ຄົນ. ໃນນັ້ນມີຜູ້ຕິດເຊື້ອສະສົມ 2,034 ຄົນ, ເສັຍຊີວິດ 3 ຄົນ, ປິ່ນປົວ ຫາຍແລ້ວ 1,924 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 107 ຄົນ; ມີຜູ້ໄດ້ຮັບ ການສັກວັກຊິນ ເຂັມທີ 1 ແລ້ວ 719,562 ຄົນ ແລະ ສັກ ເຂັມທີ 2 ແລ້ວ 414,785 ຄົນ.

ມາເຖິງປັດຈຸບັນ ລາວໄດ້ຮັບວັກຊິນປ້ອງກັນໂຄວິດ-19 ທີ່ຕ່າງປະເທດໃຫ້ການຊ່ອຍເຫລືອທັງໝົດ 2,135,620 ໂດສ. ໃນນັ້ນວັກຊິນ Sinopharm bio ຂອງຈີນ 1,902,000 ໂດສ, Pfizer ຈາກ COVAX ຂອງສະຫະຣັຖ ອາເມຣິກາ ແລະ ສະຫະປະຊາຊາດ 100,620 ໂດສ, Astrazenica ຈາກ COVAX ຂອງ ສະຫະປະຊາຊາດ, ອິນເດັຍ ແລະ ອັງກິດ 130,000 ໂດສ ແລະ Spuknik V ຂອງຣັດເຊັຍ 1,000 ໂດສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.