8 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ

ສຸພັດຕາ
2021.06.09
8 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ດຣ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິຈ ປ້ອງກັນ ໂຄວິດ-19 ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນວັນທີ 9 ມິຖຸນາ 2021
ພາບຈາກ: ສູນຂ່າວສານ ການແພດ ສຸຂສຶກສາ

ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ ເພີ່ມອີກ 1 ຄົນ ຈາກຜົນການກວດວິເຄາະຫາເຊື້ອທັງໝົດ 1,401 ຕົວຢ່າງ ຂອງມື້ວັນທີ 8 ມິຖຸນາ 2021 ນີ້ ສົ່ງຜົນໃຫ້ປະເທດລາວ ມີຜູ້ຕິດເຊື້ອສະສົມທັງໝົດ 1,971 ຄົນ, ດັ່ງ ດຣ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວໃນພິທີ ຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 9 ມິຖຸນາ ນີ້ວ່າ:

“ສໍາລັບວັນທີ 8 ມິຖຸນານີ້ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 1,401 ກໍຣະນີ ໃນນັ້ນກວດພົບຜູ້ຕິດເຊື້ອເພີ່ມໃໝ່ຂຶ້ນ 1 ກໍຣະນີ ເນາະ ແມ່ນຢູ່ນະຄອນຫຼວງວຽງຈັນ, ສໍາລັບ ສປປລາວ ເຮາ ມີການຕິດເຊື້ອສະສົມ ແມ່ນ 1,971 ຄົນ.”

ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ນີ້ ແມ່ນຢູ່ນະຄອນຫຼວງ ວຽງຈັນ ແຕ່ຍັງບໍ່ສາມາດຕິດຕໍ່ ແລະ ຕາມຫາໂຕບໍ່ພົບເທື່ອ ຍ້ອນ ຜູ້ກ່ຽວໃຫ້ຂໍ້ມູລຕິດຕໍ່ ແລະທີ່ຢູ່ບໍ່ຖືກຕ້ອງ ປັດຈຸບັນ ຍັງຢູ່ຣະຫວ່າງການສືບສວນ ຕິດຕາມຫາໂຕບຸກຄົນດັ່ງກ່າວນີ້ຢູ່.

ເຖິງຢ່າງໃດກໍຕາມ ຖືວ່າ ເປັນອີກຄັ້ງນຶ່ງ ທີ່ມີຄົນຕິດເຊື້ອ ໂຄວິດ-19 ໃນປະເທດລາວ ພຽງ 1 ຄົນ ໃນຮອບ 2 ເດືອນ ທີ່ຜ່ານມາ, ໂດຍເຈົ້າໜ້າທີ່ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ເຖິງໂຕເລຂ ຂອງຜູ້ຕິດເຊື້ອໂຄວິດ-19 ຈະຫຼຸດລົງ ແຕ່ທຸກຄົນຍັງຕ້ອງໄດ້ປະຕິບັດຕາມມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ເພື່ອຫຼຸດຜ່ອນຄວາມສ່ຽງ ທີ່ອາຈເກີດຂຶ້ນຕື່ມ ຈົນຮອດວັນທີ່ 19 ມິຖຸນານີ້ ເນື່ອງຈາກຍັງມີຜົລການກວດວິເຄາະ ຫາຜູ້ຕິດເຊື້ອ ອີກ ເປັນຈໍານວນຫຼາຍ ທີ່ຜົນກວດຍັງບໍ່ທັນອອກມາເທື່ອ:

“ບໍ່ ຍັງຄືເກົ່າຢູ່ອີກ ເພາະວ່າ ເພິ່ນຍັງໃຊ້ຄໍາສັ່ງ ເລຂທີ 15 ຫັ້ນນ່າ ຮອດອີກ 2 ອາທິດເນາະ ມີແຕ່ກຟັງເບິ່ງອີກຕໍ່ໄປ ເພາະວ່າ ມັນຍັງມີຜົນກວດບໍ່ທັນອອກເທື່ອ.”

ທ່ານກ່າວຕື່ມວ່າ ໂດຍຮວມແລ້ວ ທຸກພາກສ່ວນໃນນະຄອນຫຼວງວຽງຈັນ ກໍໃຫ້ຄວາມຮ່ວມມື ກັບທາງການລາວເປັນຢ່າງດີ ໃນການ ປະຕິບັດຕາມມາຕການ ປ້ອງກັນ ການແຜ່ຣະບາດຂອງເຊື້ອໂຄວິດ-19 ສັງເກດຈາກ ຍອດຜູ້ຕິດເຊື້ອໃນແຕ່ລະມື້ ທີ່ມີຈໍານວນຫຼຸດລົງ ແຕ່ກໍບໍ່ໄດ້ໝາຍຄວາມວ່າ ຈະບໍ່ມີຜູ້ຣະເມີດ ເຊິ່ງທາງການລາວ ກໍໄດ້ກ່າວຕັກເຕືອນ ແລະສັ່ງຫ້າມເດັດຂາດໄປແລ້ວ ສ່ວນການ ກໍາ ນົດເຂດບ້ານສີແດງ, ສີເຫຼືອງ ແລະ ສີຂຽວນັ້ນ ກໍຍັງສືບຕໍ່ ແລະ ເຝົ້າຣະວັງກັນເຂັ້ມງວດຄືເກົ່າ ຈົນກວ່າ ຈະມີແຈ້ງການປ່ຽນແປງ.

ກ່ຽວກັບສະພາບການເຄື່ອນໄຫວ ໃນສັງຄົມ ຊາວບ້ານຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າ ຍັງປິດບ້ານປິດເມືອງຄືເກົ່າ ແລະຍັງບໍ່ອະນຸຍາດ ໃຫ້ຄົນເດີນທາງໄປຕ່າງແຂວງ ຫາກບໍ່ໄດ້ຮັບການສັກວັກຊິນ, ແຕ່ສະພາບ ການ ເຄື່ອນໄຫວ ພາຍໃນນະຄອນຫຼວງວຽງຈັນ ກໍເຣີ່ມສັງເກດເຫັນ ຄົນອອກຈາກເຮືອນ ແລະ ເດີນທາງໄປ-ມາ ກັນຫຼາຍຂຶ້ນ ອາຈເປັນ ຍ້ອນບາງຄົນ ໄດ້ຮັບການສັກວັກຊິນແລ້ວ ແລະທາງການລາວ ກໍສາມາດຄຸມການແຜ່ຣະບາດໄດ້ດີ ໃນຣະດັບນຶ່ງແລ້ວ:

“ປິດລ໊ອກ 14 ມື້ອກີ ມັນຍາກໝົດແລ້ວນ່າ ຄົນໄປຄົນມາຢູ່ ມັນຫາກບໍ່ຫຼາຍຄືແຕ່ເກົ່າແລ້ວ ມັນກະລ໊ອກຄືແຕ່ເກົ່າ ເພາະວ່າ ສາຍໃຕ້ ສາຍເໜືອ ເຂົາກະບໍ່ໃຫ້ໄປ, ເອີ່...ກະໃຄຂຶ້ນຫຼາຍແລ້ວ (ສະພາບການ) ເພາະວ່າໄທໃຕ້ ກະບໍ່ໄດ້ເປັນແລ້ວເດ້.”

ຊາວບ້ານຜູ້ນຶ່ງ ໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງຕ້ອງປະຕິບັດຕາມ ມາຕການ ປ້ອງກັນໂຄວິດ-19 ຄືເກົ່າ ແຕ່ກໍມີບາງຢ່າງ ທີ່ທາງການລາວ ຜ່ອນຜັນໃຫ້ໃນບາງມາຕການ ເຊັ່ນ: ສາມາດອອກໄປ ຊື້ ເຄື່ອງໃຊ້ສອຍ ແລະ ອາຫານໄດ້ ຫາກຈະເດີນທາງ ໄປຕ່າງເມືອງ, ຕ່າງແຂວງ ກໍຍັງຕ້ອງ ໄດ້ຮັບອະນຸຍາດຈາກ ທາງການຄືເກົ່າ ແລະເພີ່ມມາຕການອີກ ຄືຕ້ອງມີໃບຢັ້ງຢືນ ໃນການສັກວັກຊິນ ປ້ອງກັນໂຄວິດ-19 ອີກນໍາດ້ວຍ:

“ຍັງລ໊ອກຄືເກົ່າ ບໍ່ທັນໝັ້ນໃຈ ໂດຍເພິ່ນກະມີການຜ່ອນຜັນແນ່ ຄັນໄປຕ່າງເມືອງ ກະຍັງຕ້ອງເຮັດໜັງສືອິສັງຄັກແນ່ຫັ້ນແຫຼະ ແລ້ວ ເພິ່ນກະກວດ ອັນໃບສັກວັກຊິນຄັກແນ່.”

ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສະເພາະແຂວງຄໍາມ່ວນ ຖືວ່າ ຜູ້ ຕິດເຊື້ອໂຄວິດ-19 ບໍ່ຫຼາຍປານໃດ ຈຶ່ງເຮັດໃຫ້ສະພາບການເຄື່ອນໄຫວທາງສັງຄົມ ແລະເສຖກິຈໃນແຂວງ ຍັງດໍາເນີນຄຽງຄູ່ໄປກັບ ການປະຕິບັດມາຕການປ້ອງກັນໂຄວິດ-19:

“ແມ່ນແຫຼະ ບໍ່ຄ່ອຍອັນນັ້ນປານໃດ (ຜູ້ຕິດເຊື້ອ) ສະເພາະແຂວງຄໍາມ່ວນ ກະລ໊ອກດາວ ຄືເກົ່າຫັ້ນແຫຼະເນາະ ແຕ່ວ່າ ສະເພາະ ພາຍໃນແຂວງ ກະຍັງຄ້າຂາຍປົກກະຕິ ໃດ໋ເນາະ.”

ຕໍ່ກັບກໍຣະນີ ທີ່ມີແມ່ຍິງລາວ ຕິດເຊື້ອໂຄວິດ-19 ແຕ່ອາການຮຸນແຮງ ບວກກັບມີບັນຫາເລືອດອຸດຕັນ ຈຶ່ງໄດ້ມີການຕັດຂາ ດ້ວຍ ຄວາມຈໍາເປັນ ເພື່ອຮັກສາຊີວິດ ຂອງນາງໄວ້.

ໂດຍໃນມື້ວັນທີ 8 ມິຖຸນານີ້ ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຮ່ວມຖແລງຂ່າວ ຕໍ່ສື່ມວນຊົນ ມີຣາຍຣະອຽດວ່າ:

ສໍາລັບຄົນເຈັບຕິດເຊື້ອໂຄວິດ-19 ທີ່ຖືກຕັດຂານັ້ນ ແມ່ນເປັນເພດຍິງ ອາຍຸ 65 ປີ ມີໂຣຄປະຈໍາໂຕ ເປັນເບົາຫວານແລະຄວາມດັນ ຕໍ່ມາກວດພົບ ເປັນເສັ້ນເລືອດຕີບໃນສມອງ ມີການອ່ອນແຮງຢູ່ແຂນ, ຂາ ເບື້ອງຊາຍ ພ້ອມທັງເກີດອາການເລືອດກ້າມ ໄປອຸດຕັນ ຢູ່ລຸ່ມຫົວເຂົ່າເບື້ອງຊ້າຍ ຈົນມາຮອດວັນທີ 2 ມິຖຸນາ ທິມແພດ ແລະ ໝໍ ຈຶ່ງກອບກູ້ ເອົາຊີວິດຜູ້ກ່ຽວ ດ້ວຍການຕັດຂາເບື້ອງຊ້າຍ ທີ່ມີບັນຫານັ້ນ, ດັ່ງທ່ານກ່າວ ໃນພິທີຖແລງຂ່າວ ຕໍ່ຊົນມວນຊົນ ຕອນນຶ່ງວ່າ:

“ຜູ້ນີ້ແມ່ນກໍຣະນີພິເສດ ແຕກຕ່າງກໍຣະນີອື່ນ ສິ່ງທີ່ເປັນຢູ່ໃນຂາ ເບື້ອງທີ່ບໍ່ສາມາດເຄື່ອນເໜັງຫັ້ນ ເຮັດໃຫ້ເກີດເປັນເສັ້ນເລືອດອຸດຕັນ ຈົນຢູ່ລຸ່ມຫັ້ນ ບໍ່ສາມາດກັບຄືນມາໄດ້ ເຮົາກະຈໍາເປັນຕ້ອງໄດ້ປິ່ນປົວ ດ້ວຍການຜ່າຕັດ ນີ້ແມ່ນເປົ້າໝາຍຫຼັກຂອງການປິ່ນປົວ ທາງ ດ້ານການແພດ ຟື້ນຟູໜ້າທີ່ການ ສໍາລັບຄົນເຈັບຜູ້ນີ້.”

ທ່ານກ່າວຕື່ມວ່າ ພາຍຫຼັງທີ່ຜູ້ກ່ຽວໄດ້ຕັດຂາໄປແລ້ວ ທາງທິມແພດວິຊາສະເພາະ ກໍຈະເອົາໃຈໃສ່ແນະນໍາ ແລະໃຫ້ຄູ່ມື ກັບແພດ ແລະໝໍ ພ້ອມກັບຜູ້ກ່ຽວ ເພື່ອຈະນໍາໂຕໄປບໍາບັດ ພາຍຫຼັງຖືກຕັດຂາແລ້ວ ເພື່ອເຮັດແນວໃດຈະຊ່ອຍໃຫ້ຜູ້ກ່ຽວ ສາມາດໃສ່ຂາ ທຽມໄດ້.

ຫຼ້າສຸດນີ້ ທາງການລາວ, ປະເທດອາຊ້ຽນແລະຈີນ ໄດ້ປະຊຸມຮ່ວມມືກັນ ເພື່ອສືບຕໍ່ຊ່ອຍເຫຼືອ ເພື່ອຕ້ານແລະຮັບມື ກັບການຣະບາດ ຂອງໂຄວິດ-19 ໂດຍກອງປະຊຸມຄັ້ງນີ້ ທ່ານສະເຫຼີມໄຊ ກົມມະສິດ ຣັຖມົນຕຣີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ອຍເຫຼືອ ອັນລໍ້າຄ່າຂອງຣັຖບານຈີນໃຫ້ແກ່ປະເທດລາວ ໃນໄລຍະຜ່ານມາ ໂດຍສະເພາະ ການຊ່ອຍເຫຼືອທາງດ້ານເຕັກນິກ ວິຊາການ ແລະການສນອງທຶນຊ່ອຍເຫຼືອ ເພື່ອຮັບມືແລະແກ້ໄຂ ການແຜ່ຣະບາດຂອງໂຄວິດ-19 ຢູ່ປະເທດລາວ ພິເສດແມ່ນ ການ ຊ່ອຍເຫຼືອດ້ານວັກຊິນປ້ອງກັນໂຄວິດ-19 ຜ່ານການຮ່ວມມືສອງຝ່າຍ ແລະຫຼາຍຝ່າຍ.

ໃນໂອກາດດຽວກັນນີ້ ທ່ານສະເຫຼີມໄຊ ຍັງໄດ້ກ່າວຂອບໃຈ ປະເທດ ວຽດນາມ ທີ່ໄດ້ສົ່ງທິມແພດ ແລະອຸປກອນການແພດ ໃຫ້ແກ່ ປະເທດລາວ ເພື່ອຮັບມືກັບການຣະບາດ ຂອງໂຄວິດ-19.

ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 9 ມິຖຸນາ 2021 ນີ້ ຣາຍງານວ່າ ມາຮອດປັດຈຸບັນ ມີຜູ້ໄດ້ຮັບການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 265,049 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 1,971 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 1,795 ຄົນ ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 173 ຄົນ.

ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ໂດຍແຍກເປັນເຂັມທີ່ 1 ຈໍານວນ 694,374 ຄົນ ແລະເຂັມທີ່ 2 ຈໍານວນ 340,214 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.