3 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 9 ຄົນ
2021.06.03

ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ເພີ່ມອີກ 9 ຄົນ ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ ມີ 6 ຄົນ, ແຂວງຈໍາປາສັກ 2 ຄົນ ແລະ ສວັນນະເຂດ 1 ຄົນ ຈາກຜົນການກວດ ວິເຄາະຫາຜູ້ຕິດເຊື້ອທັງໝົດ 1,725 ຕົວຢ່າງ ຂອງ ມື້ວັນທີ 2 ມິຖຸນາ ນີ້ ສົ່ງຜົນໃຫ້ປະເທດລາວ ມີຜູ້ຕິດເຊື້ອສະສົມ 1,943 ຄົນ, ດັ່ງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມ ຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 03 ມິຖຸນາ ນີ້ວ່າ:
“ສໍາລັບ ສປປລາວ ເຮົາ ມາຮອດປັດຈຸບັນ ແມ່ນມີຜູ້ຕິດເຊື້ອ ທັງໝົດ 1,943 ຄົນ ເຊິ່ງມີການຕິດເຊື້ອໃໝ່ ເພີ່ມຂຶ້ນອີກ 9 ຄົນ ຈາກ ນະຄອນຫຼວງ 6 ຄົນເນາະ, ຈໍາປາສັກ 2, ສວັນນະເຂດ 1.”
ສໍາລັບວັກຊິນຍີ່ຫໍ້ ໄຟເຊີ້ ທີ່ທາງການລາວໄດ້ຮັບຈໍານວນ 1 ແສນປາຍໂດສ ນັ້ນທາງການຍັງບໍ່ໄດ້ກໍານົດມື້ເທື່ອ ວ່າຈະສັກໃຫ້ກັບກຸ່ມ ບູຣິມະສິດ 3 ກຸ່ມ ຄື: ຜູ້ສູງອາຍຸ 60 ປີຂຶ້ນໄປ, ຜູ້ທີ່ມີໂຣຄປະຈໍາໂຕ ອາຍຸ 18 ປີ ຂຶ້ນໄປ ແລະ ພະນັກງານແພດແລະໝໍ ຫຼື ພະນັກງານດ່ານໜ້າ ທີ່ພາດໂອກາດ ສັກວັກຊິນປ້ອງກັນໂຄວິດ-19 ໃນໄລຍະຜ່ານມານັ້ນ ເບື້ອງຕົ້ນ ຕ້ອງລໍຖ້າແຈ້ງການອີກເທື່ອ ນຶ່ງກ່ອນ, ດັ່ງເຈົ້າໜ້າທີ່ ສະເພາະກິຈ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວວ່າ:
“ຍັງໆ ບໍ່ທັນປະກາດ ເພາະວ່າມັນເພິ່ງມາຮອດ ເພິ່ນຊິປະກາດວ່າມື້ໃດ ມື້ໃດຫັ່ນນ່າ ສັກຕັ້ງແຕ່ອາຍຸ 60 ປີຂຶ້ນເມືອ ເປັນພຍາດ ອິຫຍັງກະດາຍ.”
ກ່ຽວກັບການສັກວັກຊິນ ປ້ອງກັນໂຄວິດ-19 ນີ້ ຊາວບ້ານຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ທ່ານຍັງບໍ່ໄດ້ສັກວັກຊິນປ້ອງກັນ ໂຄວິດ-19 ເທື່ອ ຍ້ອນວ່າມີອາຍຸສູງເກີນ 60 ປີ ແລ້ວ ແລະມີໂຣຄປະຈໍາໂຕນໍາດ້ວຍ ເລີຍຍັງບໍ່ກ້າສັກ ສ່ວນວັກຊິນຍີ່ຫໍ້ ໄຟເຊີ້ ທີ່ທາງການລາວ ໄດ້ຮັບມາ ທ່ານກໍຍັງບໍ່ເຂົ້າໃຈດີເທົ່າທີ່ຄວນ, ແຕ່ຖ້າຫາກມີຄຸນສົມບັດແບບທີ່ ທາງການແຈ້ງໃນ 3 ກຸ່ມບູຣິມະສິດ ນັ້ນ ທ່ານກໍຢາກສັກຢູ່:
“ຫຼັກໆບໍ່ເຂົ້າໃຈ ວ່າມັນຊິມີຜົລດີແນວໃດ ຄັນວ່າມັນດີຈັ່ງຊັ້ນ ກໍຄືຢາກສັກຢູ່ຫັ້ນແຫຼ້ວ ມັນເປັນຮົ້ວກັ້ນໃຫ້ເຮົາເນາະ ເຮົາ 63 ລະມີ ເບົາຫວານ.”
ຊາວບ້ານ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍເວົ້າວ່າ ຜູ້ສູງອາຍຸສ່ວນໃຫຍ່ ເຂົາເຈົ້າກໍຮູ້ວ່າ ມີເຊື້ອໂຄວິດ-19 ຣະບາດ, ແຕ່ ຫຼາຍຄົນກໍຍັງບໍ່ກ້າໄປສັກຊິນ ປ້ອງກັນໂຄວິດ-19 ເພາະຄິດວ່າ ບໍ່ໄດ້ອອກໄປໃສຢູ່ແລ້ວ ແລະ ຜູ້ສູງອາຍຸສ່ວນໃຫຍ່ ກໍມີໂຣຄ ປະຈໍາໂຕນໍາ ຖ້າສັກແລ້ວ ຫາກເກີດຜົນຂ້າງຄຽງ ຮຸນແຮງເຖິງຊີວິດ ເຈົ້າໜ້າທີ່ກໍບໍ່ໄດ້ຮັບຜິດຊອບ ຫຼື ຊົດເຊີຍໃດໆ:
“ສ່ວນຫຼາຍ ຜູ້ເຖົ້ານີ່ຈະບໍ່ກ້າໄປສັກເລີຍ ເພາະວ່າຢູ່ລາວນີ້ນ່າ ມັນຊິມີໃບແບບ ຄືເຂົ້າຫ້ອງຜ່າຕັດນີ້ນ່າ ມີແບບຟອມໃຫ້ຂຽນແບບ ວ່າຖ້າເກີດເປັນຫຍັງໄປແພດ-ໝໍ ຈະບໍ່ຮັບ ຜິດຊອບຫັ້ນນ່າ.”
ຊາວບ້ານ ຢູ່ແຂວງສວັນນະເຂດ ທ່ານນຶ່ງກໍເວົ້າວ່າ ຫຼາຍຄົນກໍບໍ່ເຂົ້າໃຈ ວ່າສັກວັກຊິນປ້ອງກັນໂຄວິດ-19 ແຕ່ລະຍີ່ຫໍ້ນັ້ນດີແນວໃດ ມີແຕ່ວ່າ ຮັບຟັງຂ່າວສານ ຈາກທາງການ ວ່າມີວັກຊິນ ໂຕໃດທີ່ເໝາະສົມ ສໍາລັບປະຊາຊົນໃນແຕ່ລະກຸ່ມ ເຊິ່ງຕົນເອງ ກໍຢູ່ໃນກຸ່ມ ອາຍຸ ເກີນ 60 ປີ ແລະ ມີໂຣຄປະຈໍາໂຕ ກໍຢາກສັກວັກຊິນ ທີ່ມັນເໝາະສົມກັບຕົນເອງ:
“ມີແຕ່ເຂົ້າໃຈວ່າ ເປັນພຍາດແບບນີ້ ກໍຢາກສັກນໍາໝູ່ຫັ້ນແຫຼ້ວ ຢ້ານຄືກັນ ແຕ່ມັນບໍ່ມີຢາ ນີ້ກໍຖ້າຄືກັນໝົດຫັ້ນນ່າ ອາຍຸຫຼາຍຫັ້ນແຫຼ້ວ ໂຣຄປະຈໍາໂຕນີ້ ມັນກະເບົາຫວານ ຄວາມດັນ.”
ກ່ຽວກັບການຣະບາດ ຂອງເຊື້ອໂຄວິດ-19 ຢູ່ແຂວງບໍ່ແກ້ວ ແລະ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ນັ້ນຖືວ່າເປັນນຶ່ງສັປດາແລ້ວ ທີ່ບໍ່ມີຜູ້ຕິດເຊື້ອ ເຊິ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນ ແຂວງບໍ່ແກ້ວ ກໍກ່າວວ່າ ກໍຖືວ່າເປັນສັນຍານທີ່ດີ ໃນການຄວບຄຸມ ການແຜ່ຣະບາດ ຂອງເຊື້ອໂຄວິດ-19 ພາຍໃນແຂວງ, ແຕ່ກໍຍັງເຝົ້າຣະວັງຢູ່ ບໍ່ປມາດ ແລະຍັງໃຊ້ມາຕການ ເຂັ້ມງວດຢູ່ ມີເຈົ້າໜ້າທີ່ປະຈໍາການ ໃນແຕ່ລະຈຸດກວດກາຕ່າງໆ ຖ້າຫາກບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ໃນໄລຍະທີ່ປິດເມືອງຢູ່ນີ້ ຄາດວ່າ ຈະທະຍອຍຜ່ອນຜັນ ມາຕການ ປິດບ້ານ ປິດເມືອງ, ແຕ່ກໍຈະກໍານົດບາງບ້ານ ເປັນພື້ນທີ່ສີແດງ, ດັ່ງເຈົ້າໜ້າທີ່ສະເພາະກິຈ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວວ່າ:
“ໄທເຮົາ ກະຍັງປະຈໍາການເປັນປົກກະຕິ ແຂກໄປໄທມາ ກໍກວດໂຄວິດຫັ້ນ ຕາມຊາຍແດນແມ່ນຫຍັງ ກະໄດ້ເຝົ້າຣະວັງຢູ່ ຍັງເຂັ້ມ ງວດຄືເກົ່າ ຫາກວ່າມີການແຜ່ເຊື້ອ ແມ່ນຫຍັງ ຈໍານວນນຶ່ງ ໄທເຮົາກໍຈະໄດ້ເປີດ ຈໍານວນນຶ່ງໄທເຮົາ ກໍຈະຊິໄດ້ເບິ່ງ ວ່າມັນເປັນ ບ້ານແດງ ບ້ານເຫຼືອງ ບ້ານຂຽວແນວໃດຕ່າງໆ.”
ອີງຕາມການຣາຍງານ ຂອງ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 3 ມິຖຸນາ 2021 ນີ້ ຣາຍງານວ່າ ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບການກວດວິເຄາະຫາ ເຊື້ອໂຄວິດ-19 ທັງໝົດ 254,153 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 1,943 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 1,654 ຄົນ ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 275 ຄົນ.
ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ໂດຍແຍກເປັນເຂັມທີ່ 1 ຈໍານວນ 667,657 ຄົນ ແລະເຂັມທີ່ 2 ຈໍານວນ 265,848 ຄົນ.