13 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມ 14 ຄົນ

ສິດນີ
2021.06.14
13 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມ 14 ຄົນ ວັນທີ 13 ມິຖຸນາ 2021 ຜູ້ຕິດເຊຶ້ອໂຄວິດ-19 ເພິ້ມອີກ 14 ຄົນ ຢູ່ທົ່ວປະເທດ ໃນນັ້ນ 7 ຄົນ ຢູ່ ນະຄອນຫລວງງວຽງຈັນ,
ນັກຂ່າວພົລເມືອງ

ທາງການລາວ ກວດພົບເຫັນຜູ້ຕິດເຊຶ້ອໂຄວິດ-19 ໃຫມ່ເພິ້ມອີກ 14 ໃນນັ້ນ 7 ຄົນ ຢູ່ນະຄອນຫລວງງວຽງຈັນ, 3 ຄົນຢູ່ແຂວງ ສວັນນະເຂດ, 3 ຄົນ ຢູ່ ແຂວງຈຳປາສັກແລະ 1 ຄົນ ຢູ່ແຂວງວຽງຈັນ ຈາກ ຜົລການວິເຄາະຫາຜູ້ຕິດເຊຶ້ອ ທັງຫມົດ 1,407 ໂຕຢ່າງ ຂອງມື້ວັນທີ 13 ມິຖຸນາປີ 2021 ສົ່ງຜົລໃຫ້ ປະເທດລາວ ມີຜູ້ຕິດເຊຶ້ອສະສົມ 2,010 ຄົນ, ດັ່ງ ດຣ ຣັຕຕະນະໄຊ ເພັດສຸວັນ ຫົວໜ້າຜແນກຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕ່າງຫນ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວ ໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນ ວັນທີ 14 ມິຖຸນາປີ 2021 ນີ້ວ່າ:

“ມາຮອດປັດຈຸບັນ ຢູ່ສປປລາວ ໄດ້ເກັບໂຕຢ່າງທັງຫມົດ 1,407 ຕົວຢ່າງ ພົບຜູ້ຕິດເຊຶ້ອໃຫມ່ ມື້ວານນີ້ 14 ກໍຣະນີ ໃນນັ້ນແມ່ນມາ ຈາກນະຄອນຫລວງວຽງຈັນ 7 ກໍຣະນີ, ສວັນນະເຂດ 3 ກໍຣະນີ, ຈຳປາສັກ 3 ກໍຣະນີ ລະກະ ແຂວງວຽງຈັນ 1 ກໍຣະນີ.”

ທ່ານກ່າວຕຶ່ມວ່າ ຣັຖບານລາວໄດ້ຮັບວັກຊິນປ້ອງກັນ ບໍ່ໃຫ້ COVID-19 ຍີ່ຫໍ້ ຊີໂນຟາມ ຈາກປະເທດຈີນ ຈຳນວນ 5 ແສນໂດສ ຕຶ່ມ ອີກນອກຈາກນີ້ ໃນເດືອນ ກໍຣະກະດາ ນີ້ ປະເທດລາວ ກໍຈະໄດ້ຮັບວັກຊິນ ຍີ່ຫໍ້ ແອສຕາ ເຊເນກາ ຈາກສາກົນ ຈຳນວນ 132,000 ໂດສ ນຳອີກ.

“ພັກແລະຣັຖບານ ກໍໄດ້ຍາດແຍ່ງ ວັກຊິນປ້ອງກັນໂຄວິດ ຕຶ່ມອີກຈຳນວນ 5 ແສນໂດສ ມາຈາກ ສປຈີນ ຈະມາເຖິງ ສປປລາວ ໃນ ມື້ແລງນີ້ 5 ໂມງ ລະກະນອກຈາກນັ້ນ ວັກຊິນ ແອສຕຣາ ເຊເນກາ ສປປລາວ ເຮົາຈະໄດ້ຮັບຈຳນວນ 1 ແສນ 32 ພັນໂດສ ຈະເຂົ້່າມາໃນໄລຍະເດືອນ ກໍຣະກະດາ ປີ 2021.“

ກ່ຽວກັບ ການສັກຢາວັກຊິນ ປ້ອງກັນໂຄວິດ-19, ຄົນລາວ ຜູ້ນຶ່ງທີ່ຍັງບໍ່ໄດ້ສັກຢາກ່າວວ່າ ປັດຈຸບັນຫຼາຍຄົນຢູ່ໃນເຂດນອກ ຍັງລໍຖ້າ ສັກວັກຊິນປ້ອງກັນ ໂຄວິດ-19 ຢູ່ ຍ້ອນຜ່ານມາ ບໍ່ມີຢາວັກຊິນທົ່ວເຖິງ.

"ບໍ່ໄດ້ສັກ ສັກແຕ່ໃນເມືອງຫັ້ນແຫລ້ວ ກະລໍຫັ້ນແຫລະ ເພິ່ນກະແຈ້ງມາຢູ່ ເພິ່ນກໍໍວ່າ ຢາໂຕນີ້ມັນກະບໍ່ຫລາຍ ມັນບໍ່ຄົບນ່າ ແລ້ວ ບ້ານນອກໆ ບໍ່ໄດ້ມີກະບໍ່ໄດ້ສັກຈັກຄົນດອກ."

ຄົນລາວອີກທ່ານນຶ່ງ ເວົ້າວ່າ ເຖິງແມ່ນວ່າໃນປັດຈຸບັນ ທາງການລາວ ຈະໃຫ້ຄົນລາວສັກວັກຊິນປ້ອງກັນ ໂຄວິດ-19 ຫລາຍແລ້ວ ກໍຕາມ ແຕ່ຍັງບໍ່ທົ່ວເຖິງ ເພາະວັກຊິນມີຈຳກັດ ຊຶ່ງຄົນທີ່ຍັງບໍ່ທັນໄດ້ສັກຍັງລໍຖ້າສັກຢູ່.

“ມີບໍ່ທັນມາສັກຫ້ັນນ່າ ເພາະວ່າຢາມາ ລອ໊ຕແລ້ວນີ້ ມັນຍັງບໍ່ທັນພໍກັນຫັ້ນນ່າ ສັກມັນທົ່ວເມືອງເດ້ ພັດອີກຢ່າງນຶ່ງ ປະຊາຊົນຈຳນວນ ດັ່ງກ່າວນີ້ ພັດຢູ່ໄຮ່ຢູ່ສວນພຸ້ນຫັ້ນນ່າ ມາບໍ່ທັນ ວ່າຊັ້ນສາເນາະ.

ສ່ວນກໍຣະນີ ທີ່ທາງການໄດ້ປະກາດ ຫາຄົນທີ່ຕິດເຊຶ້ອໂຄວິດ-19 ຊື່ ທ້າວຖິ່ນ ສຸພານຸວົງ ອາຍຸ 26 ປີ ອາຊີບຄ້າຂາຍຢູ່ບ້ານເກົ້າ ລ້ຽວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ຜູ້ທີ່ໃນວັນທີ 11 ມິຖຸນາ, 2021 ໄດ້ເຂົ້າມາກວດຫາເຊື້ອໂຄວິດ-19 ຢູ່ໂຮງ ຫມໍມະໂຫສົດ ແລະໃນວັນທີ 12 ມິຖຸນາ 2021 ຜົລອອກມາພົບວ່າຕິດເຊຶ້ອ Covid-19. ແຕ່ບໍ່ສາມາດ ຕິດຕໍ່ໄດ້ນັ້ນ ໃນປັດຈຸບັນ ລາວເຂົ້າມາປີ່ນປົວແລ້ວ.

ຫລ້າສຸດ ທະນາຄານໂລກ ໄດ້ສນອງເງິນທຶນ ໃຫ້ແກ່ຣັຖບານລາວ ຈຳນວນ 15 ລ້ານ ໂດລາສະຫະຣັຖ ຊຶ່ງເງິນຈຳນວນນີ້ 10 ລ້ານໂດລາ ເປັນເງິນກູ້ ແລະ 5 ລ້ານໂດລາ ແມ່ນ ເງິນຊ່ອຍເຫລືອ ຈາກຫລາຍກອງທຶນ ເພຶ່ອຕ້ານ ແລະກຽມພ້ອມໃນການ ປ້ອງກັນ ການແຜ່ຣະບາດຂອງ ໂຄວິດ-19 ໃນລາວ ໃນອະນາຄົດ ເປັນຕົ້ນການຈັດຊຶ້ວັກຊິນເພິ້ມຕຶ່ມ ເພຶ່ອໃຫ້ປະຊາຊົນສາມາດ ສັກວັກຊິນ ໃຫ້ໄດ້ 50 % ຂອງຈຳນວນປະຊາກອນລາວ ທັງຫມົດ ຮວມທັງການຝຶກອົບຮົມ ພະນັກງານສາທາຣະນະສຸຂ ກ່ຽວກັບ ສັກວັກຊິນຢ່າງປອດພັຍ ແລະ ການເຄື່ື່ອນໄຫວ ດ້ານສາທາຣະນະສຸຂ ໃນເຂດຊົນນະບົດໃຫ້ທົ່ວເຖິງ.

ອີງຕາມການຣາຍງານ ຂອງຄະນະສະເພາະກິຈປ້ອງກັນ ໂຄວິດ-19 ໃນວັນທີ 14 ມິຖຸນາ 2021 ມາຮອດປັດຈຸບັນ ມີຜູ້ໄດ້ຮັບການ ວິເຄາະຫາໂຄວິດ-19 ທັງໝົດ 272,882 ຄົນ ໃນນັ້່ນ ພົບຜູ້ຕິດເຊື້ອສະສົມ 2,010, 3 ຄົນເສັຽຊີວິດ,1,880 ຄົນ ປົວເຊົາ ແລະ ກຳລັງປິ່ນປົວ ຢູ່ໂຮງພຍາບານ 127 ຄົນ.

ກ່ຽວກັບການສັກຢາເພຶ່ອປ້ອງກັນ covid-19, ດຽວນີ້ມີຜູ້ໄດ້ຮັບການສັກວັກຊິນແລ້ວ ໂດຍແຍກເປັນເຂັມທີ 1 ຈຳນວນ 713,818 ຄົນແລະ ເຂັມທີ 2 ຈຳນວນ 397.038 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.