ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 55 ຄົນ ຢູ່ລາວ

ສິດນີ
2021.05.12
ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 55 ຄົນ ຢູ່ລາວ ວັນທີ 12 ພຶສພາ 2021 ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການຣະບາດຂອງ ພຍາດໂຄວິດ-19 ໄດ້ຖແລງ ໃຫ້ຮູ້ວ່າ ທົ່ວປະເທດ ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ 55 ຄົນ.
ຂອບໃຈພາບ: ຂປລ

ທາງການລາວໄດ້ກວດ ພົບຜູ້ຕິດເຊື້ອ Covid-19 ຣາຍໃໝ່ ອີກ 55 ຄົນ ຈາກ ຈໍານວນຜົລ ຂອງການກວດຜູ້ຕິດເຊື້ອທັງໝົດ 4,985 ໂຕຢ່າງ ໃນວັນທີ 11 ພຶສພາ ປີ 2021, ເຮັດໃຫ້ມີຄົນຕິດເຊື້ອສະສົມໃນລາວ ຂຶ້ນເປັນ 1,417 ຄົນ ໃນປັດຈຸບັນ.

ດຣ. ຣັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 12 ພຶສພາ ນີ້ວ່າ:

“ສຳລັບວຽກງານວິເຄາະ ແລະການຄົ້ນຫາເຊື້ອໂຄວິດ-19 ນັ້ນໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດແມ່ນ 4,985 ຕົວຢ່າງ ທີ່ ບອກວ່າ ເປັນຜົລລົບທັງໝົດ ແມ່ນ 55 ຕົວຢ່າງ ມາຮອດປັດຈຸບັນ ນີ້ ມີຜູ້ຕິດເຊື້ອທັງໝົດ 1,417 ຄົນ.”

ຍານາງກ່າວຕື່ມວ່າ ຄົນທີ່ຕິດເຊື້ອ COVID-19 ໃໝ່ນີ້ ພົບເຫັນ ຢູ່ນະຄອນຫຼວງວຽງຈັນ 9 ຄົນ, ແຂວງບໍ່ແກ້ວ 25 ຄົນ ແລະ ແຂວງຈຳປາສັກ 21 ຄົນ ທັງໝົດໄດ້ຮັບການປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍໝົດແລ້ວ.

ນອກຈາກນີ້, ຄະນະສເພາະກິຈປ້ອງກັນໂຄວິດ-19 ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນກຸ່ມສ່ຽງ ທີ່ທາງການປະກາດຫາໂຕ ໃຫ້ໄປຣາຍງານ ກັບເຈົ້າໜ້າທີ່ ໃນເມືອງທີ່ຕົນອາສັຍຢູ່ ແລະ ກຸ່ມສ່ຽງທີ່ຮູ້ຕົວວ່າ ໄດ້ສັມພັດກັບຄົນຕິດເຊື້ອ ໃຫ້ຮີບດ່ວນໄປກວດເຊື້ອຕາມສູນກວດເຊື້ອ ເມືອງແລະແຂວງ ທີ່ໂຕອາສັຍຢູ່ ພ້ອມທັງກັກໂຕເອງ 14 ມື້.

ສ່ວນສະພາບ ການຣະບາດຂອງໂຄວິດ-19 ຢູ່ແຂວງບໍ່ແກ້ວ ຊຶ່ງຖືວ່າເປັນແຂວງ ທີ່ມີຄົນຕິດເຊື້ອສະສົມ ຈຳນວນ 329 ຄົນ ສູງອັນ ດັບສອງ ຮອງລົງມາຈາກ ນະຄອນຫຼວງວຽງຈັນນັ້ນ ເຈົ້າໜ້າທີ່ສະເພາະກິຈ ປ້ອງກັນໂຄວິດ-19 ຢູ່ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການຣະບາດຂອງໂຄວິດ-19 ຢູ່ແຂວງບໍ່ແກ້ວ ຍັງຖືວ່າກວດພົບຜູ້ຕິດເຊື້ອ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍ ສະເພາະໃນເຂດເສຖກິຈພິເສດສາມຫຼ່ຽມຄຳ.

ສ່ວນຂໍ້ຫຍຸ້ງຍາກ ໃນການສະກັດກັ້ນ ແລະຄວບຄຸມການແຜ່ຣະບາດ ຂອງເຊື້ອໂຄວິດ-19 ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳນັ້ນ ກໍແມ່ນວ່າ ມີກຸ່ມຄົນງານຈຳນວນນຶ່ງ ຖືກໃຫ້ຢຸດວຽກ ເຮັດໃຫ້ຂະເຈົ້າວ່າງງານ ບໍ່ມີເງິນກິນເງິນໃຊ້ ເຮັດໃຫ້ຄົນງນຈຳນວນນີ້ ໄດ້ຫຼົບໜີ ອອກຈາກເຂດເສຖກິຈພິເສດ ໄປຊອກຫາບ່ອນພັກຊົ່ວຄາວ ພາຍໃນເມືອງຕົ້ນເຜິ້ງ ແລະເມືອງອື່ນໆໃກ້ຄຽງ ສົ່ງຜົລໃຫ້ເຊື້ອໂຄວິດ-19 ແຜ່ລາມໄປໃນຫຼາຍພື້ນທີ່.

ສຳລັບການສະກັດກັ້ນ ແລະປ້ອງກັນການຣະບາດນັ້ນ ເຈົ້າໜ້າທີ່ະຄນະສເພາະກິຈ ປ້ອງກັນໂຄວິດ-19 ຂອງແຂວງ ກໍໄດ້ນຳພາທີມ ແພດແລະຫມໍ ຮວມເຖິງເຈົ້າໜ້າທີ່ ສາທາຣະນະສຸຂປະຈຳແຂວງ ເຂົ້າໄປປະຈຳການ ເພື່ອກວດຄົ້ນຜູ້ຕິດເຊື້ອ ພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ ຊຶ່ງຄາດວ່າ ມີຄົນງານຕ່າງດ້າວປະມານ 5-7 ພັນຄົນ ອາສັຍຢູ່ສ່ວນໃຫຍ່ ເປັນກຸ່ມນັກທຸຣະກິຈຈີນ ແລະຄົນງານ ທົ່ວໄປ ຈາກຫຼາຍປະເທດເຊັ່ນ: ລາວ, ພະມ້າ, ໄທຍ ແລະ ຈີນ:

“ແພດ-ໝໍພວກເຮົານີ້ ດຽວນີ້ກະໄປສຸມໃສ່ ໂດຍຈັດເອົາແຕ່ລະເມືອງ 5 ເມືອງນີ້ ໃຫ້ມີເມືອງລະທີມ ເພື່ອເຂົ້າໄປຊ່ອຍເຂດຫັ້ນນ່າ (ສາມຫຼ່ຽມຄໍາ) ຄວາມຫຍຸ້ງຍາກໜ້ອຍນຶ່ງ ກະຢູ່ໃນເຂດພິເສດເພາະວ່າ ມັນມີຫຼາຍປະເທດຢູ່ເນາະ ພົບບັນຫາຫຍຸ້ງຍາກບ່ອນວ່າ ບາງພາກສ່ວນນີ້ ຂະເຈົ້າຈະຢຸດວຽກ ບໍ່ຮັບຈ້າງແຮງງານ ຂະເຈົ້າບໍ່ມີອັນຢູ່ອັນກິນຫັ້ນແຫຼະ ອັນນີ້ແຫຼະໂຕສຳຄັນ.”

ທ່ານກ່າວຕື່ມວ່າ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ ທາງການແຂວງບໍ່ແກ້ວ ກໍໄດ້ຕຽມຄວາມພ້ອມ ໂຮງໝໍ ພາກສນາມ 2 ຈຸດ ຄື ໃນເມືອງຕົ້ນເຜິ້ງ 800 ຕຽງ ແລະເທສບານແຂວງ 70 ຕຽງ.

ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງບໍ່ແກ້ວ ກ່າວຕໍ່ເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຄົນຕິດເຊື້ອ COVID-19 ຢູ່ແຂວງບໍ່ແກ້ວ, ຍັງຖືວ່າ ໜ້າເປັນຫ່ວງຫຼາຍ ແລະ ຍັງຕ້ອງເຝົ້າລະວັງ ກັນຢ່າງເຂັ້ມງວດ ສ່ວນໃຫຍ່ຈະເປັນກຸ່ມຄົນງານ ທີ່ເຮັດວຽກພາຍໃນເຂດເສຖກິຈ ພິເສດສາມຫຼ່ຽມຄຳ.

ສ່ວນການປ້ອງກັນ ການແຜ່ຣະບາດຂອງ COVID-19 ນັ້ນ ພາຍໃນແຂວງບໍ່ແກ້ວ ກໍໄດ້ເຂັ້ມງວດທີ່ສຸດ ໂດຍບໍ່ໃຫ້ປະຊາຊົນ ເດີນທາງອອກຈາກເຮືອນ ຂອງຕົນເອງ, ຫ້າມຕັ້ງວົງຊຸມແຊວ ຖ້າຫາກອອກຈາກບ້ານ ຕ້ອງໃສ່ຜ້າອັດປາກອັດດັງ ຕລອດເວລາ ຂນະທີ່ທາງການແຂວງ ເລັ່ງພົ່ນຢາຂ້າເຊື້ອໃນພື້ນທີ່ສ່ຽງທຸກຈຸດ:

“ເທສບານແຂວງກະຫາມີ ແຕ່ວ່າບໍ່ຫຼາຍເນາະ ມັນຈະໄປໜັກທາງກາຊີໂນ ທາງຕົ້ນເຜິ້ງພຸ້ນ ເພາະວ່າໂຕເລຂມັນຍັງໜັກຢູ່ ພົ່ນຢາ ຂ້າເຊື້ອເຮົານີ້ໄປໆ ນຶ່ງຕົວຢ່າງຄືບ້ານ ສອງ ຄືວ່າຄອບຄົວ ທີ່ຂ້າເຊື້ອບັນດາຕລາດແຂວງ ບ່ອນຊຸມຊົນ ຫ້ອງວ່າການບໍ ທີ່ສຳຄັນ ສໍາຄັນນີ້.”

ຊາວບ້ານຜູ້ນຶ່ງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວກ່າວວ່າ ພາຍຫຼັງທີ່ກວດພົບເຫັນວ່າມີການຕິດເຊື້ອ COVID-19 ເພີ້ມຂຶ້ນຢ່າງຕໍ່ເນື່ຶອງ ເຮັດໃຫ້ຊາວບ້ານ ທີ່ອາສັຍຢູ່ໃກ້ເຂດເສຖກິຈພິເສດ ສາມຫຼ່ຽມຄຳມີຄວາມກັງວົນ ຢ້ານເຊື້ອໂຄວິດ-19 ຈະແຜ່ລາມເຂົ້າມາໃນຊຸມຊົນ:

“ເຮົາແທ້ຢູ່ເຂດເສຖກິຈພິເສດຢູ່ ແຕ່ເຮົາຢູ່ນອກໂຊນເຂົາ ບໍ່ມີຄວາມສ່ຽງຫຼາຍ ມີແຕ່ເພິ່ນເຮັດມາຕການປ້ອງກັນ ໄດ້ຣະວັງໂຕຂນາດ ດຽວນີ້ກະຊື້ ແອລກໍຮໍ ແຈວຕິດໂຕຕລອດ ພໍແຕ່ວ່າທາງໃດຕິດ ກະແຕກອອກມາ ເອົາຕຳຣວດທະຫານ ມາລັດເລີຍນ່າ ເອົາໄປໃສ່ ບ່ອນກັກໂຕເລີຍ.”

ຊາວບ້ານອີກຄົນນຶ່ງ ຢູ່ເມືອງຕົ້ນເຜິ້ງ ກ່າວວ່າໃນໄລຍະເຈົ້າໜ້າທີ່ສະເພາະກິຈປ້ອງກັນໂຄວິດ-19 ໄດ້ລົງມາຕັກເຕືອນ ບໍ່ໃຫ້ຊາວບ້ານ ອອກເຮືອນໄປໃສ ຖ້າບໍ່ຈຳເປັນແທ້ ແລະ ຕາມເຂດບ້ານ ກໍເຫັນມີເຈົ້າໜ້າທີ່ກ່ຽວຂ້ອງ ມາສັກວັກຊີນໃຫ້ແກ່ຊາວບ້ານ.

“ກໍເພິ່ນແຈ້ງວ່າຢູ່ເຂດກໍມີ ແມ່ນຢູ່ໃນເຂດພິເສດ ແມ່ນແຫຼະເຈົ້າ ຈະມີສະເພາະກິຈຂະເຈົ້າ ມາສັກວັກຊີນ ບ້ານໃຜບ້ານມັນເຈົ້າ.”

ຫຼ້າສຸດໃນວັນທີ 11 ກຸມພາ ຜ່ານມາ ຄະນະແພດຊ່ຽວຊານຈີນ ຈຳນວນ 9 ຄົນ ໄດ້ເດີນທາງໄປສົມທົບກັບ ທີມແພດ ແລະ ຫມໍ ແຂວງບໍ່ແກ້ວ ເພື່ອແລກປ່ຽນ ຄວາມຄິດຄວາມເຫັນ ໃນການປິ່ນປົວ ແລະແກ້ໄຂບັນຫາ ການຣະບາດຂອງໂຄວິດ-19 ກ່ອນຈະໄປ ປະຕິບັດໜ້າທີ່ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແລະໂຮງໝໍແຂວງ.

ແລະໃນວັນທີ່ 12 ກຸມພານີ້ ທາງການ ອອສເຕຣເລັຽ ກໍໄດ້ມອບການຊ່ອຍເຫຼືອ ດ້ານວິຊາການ ແລະ ວັກຊີນປ້ອງກັນໂຄວິດ-19 ຈຳນວນ 1 ລ້ານໂດສ ແກ່ຣັຖບານລາວ ຊຶ່ງການຊ່ອຍເຫຼືອ ວັກຊີນຈາກທາງການອອສເຕເລັຽເທື່ອນີ້ ແມ່ນເປັນການຊ່ອຍເຫຼືອ ເພີ້ມ ຕື່ມຈາກປີ 2020 ທີ່ໄດ້ມອບເງິນ ຊ່ອຍເຫຼືອລາວ ປະມານ 4,8 ລ້ານໂດຣາ ອອສເຕເລັຽ ເພື່ອຕໍ່ສູ້ກັບຜົລກະທົບ ຂອງ ໂຄວິດ-19 ທັງໃນດ້ານເສຖກິຈ,ສັງຄົມ ແລະສາທາຣະນະສຸຂ.

ອີງຕາມການຣາຍງານ ຂອງຄະນະສເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 12 ພຶສພາວ່າ ມາຮອດປັດຈຸບັນ ມີຜູ້ໄດ້ຮັບການ ກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດແລ້ວ 208,030 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 1,417ຄົນ ເສັຽຊິວິດ 1 ຄົນ ປິ່ນປົວເຊົາ 328 ຄົນ ແລະກຳລັງປິ່ນປົວຢູ່ຕາມໂຮງໝໍຕ່າງໆ 1,088 ຄົນ.

ສ່ວນການສັກວັກຊີນ ປ້ອງກັນໂຄວິດ-19 ນັ້ນ ໃນປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊີນທັງໝົດ 502,715 ຄົນແຍກອອກເປັນ ເຂັມທີ 1 ຈຳນວນ 418,277 ຄົນ ແລະເຂັມທີສອງ ຈຳນວນ 84,438 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.