14 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມ 15 ຄົນ
2021.06.15
ທາງການລາວ ກວດພົບເຫັນຜູ້ຕິດເຊຶ້ອໂຄສິດ-19 ເພິ້ມອີກ 15 ກໍຣະນີ ໃນນັ້ນ 6 ຄົນ ຢູ່ນະຄອນຫຼວງວຽງຈັນ, 3 ຄົນ ຢູ່ ແຂວງ ສວັນະເຂດ ແລະ 6 ຄົນ ຢູ່ ແຂວງຈຳປາສັກ ຈາກ ຜົລວິເຄາະຫາຜູ້ຕິດເຊຶ້ອ ທັງໝົດ 2,025 ຕົວຢ່າງ ຂອງວັນທີ 14 ມິຖຸນາ 2021 ສົ່ງຜົລເຮັດໃຫ້ປະເທດລາວ ມີຜູ້ຕິດເຊຶ້ອສະສົມ ທັງໝົດ 2,025 ຄົນ ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າຜແນກ ຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕ່າງຫນ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວຕໍ່ ສື່ມວນຊົນ ໃນມື້ວັນທີ 15 ມິຖຸນາ ນີ້ວ່າ:
“ພວກເຮົາໄດ້ກວດເຊື້ອທັງຫມົດ ໃນມື້ວານນີ້ 2,025 ໂຕຢ່າງ ແລະ ກວດພົບເຊຶ້ອທັງຫມົດ 15 ກໍຣະນີ ໃນນັ້ນຈາກນະຄອນຫຼວງ ວຽງຈັນ 6 ກໍຣະນີ, ສວັນນະເຂດ 3 ກໍຣະນີ ແລະ ຈຳປາສັກ 6 ກໍຣະນີ.”
ສ່ວນການສັກວັກຊິນ ຍີ່ຫໍ້ ໄຟເຊີ ປ້ອງກັນ covid-19 ແລະ ຍີ່ຫໍ້ ຊີໂນຟາມ ເຂັມທຳອິດ ຢູ່ນະຄອນຫຼວງວຽງຈັນ ໃນມື້ທຳອິດກໍມີ ປະຊາຊົນໃຫ້ຄວາມສົນໃຈກັນຫຼາຍ ບາງຄົນກໍເຂົ້າໃຈ ແຕ່ບາງຄົນຍັງບໍ່ເຂົ້າໃຈ ແຕ່ເຈົ້າໜ້າທີ່ກໍໄດ້ປະກາດ ໃຫ້ປະຊາຊົນ ຜູ້ທີ່ມາສັກ ວັກຊິນ ປະຕິບັດຕາມຂັ້ນຕອນ ໃນແຕ່ລະຈຸດ ການບໍຣິການເຈົ້າໜ້າທີ່ ໄດ້ແບ່ງອອກເປັນສອງຈຸດ ຄື; ຈຸດທີນຶ່ງຈະສັກສະເພາະວັກຊິນ ຊີໂນຟາມ ແລະ ຈຸດທີສອງ ຈະສັກສະເພາະວັກຊິນ ໄຟເຊີ ໃຫ້ກຸ່ມບູຣິມະສິດເທົ່ານັ້ນ.
ໃນແຕ່ລະມື້ ເຈົ້າໜ້າທີ່ກໍໄດ້ຈັດຕາຕະຣາງ ນັດໃຫ້ປະຊາຊົນແຕ່ລະບ້ານ ໃຫ້ເຂົ້າໄປສັກຢາໃນແຕ່ລະເມືອງ ຖ້າຫາກຍັງບໍ່ຮອດຄິວ ບ້ານຕົນ ເຈົ້າໜ້າທີ່ກໍບໍ່ສັກໃຫ້ ເພາະຈະເກີດການ ສັບສົນວຸ້ນວາຍ ແລະ ພະນັກງານກໍບໍ່ພຽງພໍ ເທົ່າທີ່ຄວນ, ດັ່ງເຈົ້າໜ້າທີ່ປ້ອງກັນ ໂຄວິດ-19 ເມືອງໄຊທານີ ທ່ານນຶ່ງກ່າວໃນມື້ດຽວກັນນີ້ວ່າ:
“ໂອ້ຄຶກຄັກຫລາຍເດ ຈັກອັນໃດຕໍ່ອັນໃດ ຫລາຍໆໆ ບໍ່ຈຳກັດແຫລະ ແຕ່ວ່າ ມັນບ້ານອຶ່ນມາ ແມ່ນກັບຄືນ ເພາະວ່າເຮົາເອົາເປັນ ບ້ານ ມັນຫຍຸ້ງຍາກສັບສົນ ແບ່ງເປັນ 2 ຈຸດ ເພາະວ່າ ຄັນມັນຫຼາຍ ກະວຸ້ນວາຍ ເພາະວ່າ ບໍ່ທັນເດ ພວກເຮົາກະນ້ອຍຄົນແດ່ເນາະ ບາງຄົນ ກໍຢາກສັກກ່ອນ ພວກເຮົາລັດເຂົາເຈົ້າໄວ້ບໍ່ໄດ້ ມີແຕ່ຫມັ່ນປະກາດຢູ່.”
ໃນຂນະດຽວກັນເຈົ້າໜ້າທີ່ ປ້ອງກັນໂຄວິດ-19 ຢູ່ ເມືອງນາຊາຍທອງ ທ່ານນຶ່ງ ກໍເວົ້າວ່າ ສຳລັບຢູ່ເມືອງນາຊາຍທອງ ກໍຄືກັນກັບ ເມຶອງອື່ນໆ ແຕ່ລະຈຸດບໍຣິການ ເຈົ້າໜ້າທີ່ ຈະແບ່ງ ເປັນສອງຈຸດ, ໃນການສັກວັກຊິນປ້ອງກັນໂຄວິດ-19 ຄືກັນ ແລະ ກໍມີການຈັດ ຕາຕະຣາງ ນັດໃຫ້ແຕ່ລະບ້ານ ໄປສັກວັກຊິນ ໃນຈຸດທີ່ທາງການກຳນົດໃຫ້ ຊຶ່ງກໍມີປະຊາຊົນ ຫຼາຍຄົນ ຍັງເຂົ້າໃຈຜິດຄິດວ່າເຂົາມາ ຈຸດບໍຣິການແລ້ວສາມາດສັກໄດ້ເລີຍ ຊຶ່ງເຈົ້າໜ້າທີ່ກໍຢາກໃຫ້ ປະຊາຊົນເບິ່ງຕາມຕາຕະຣາງ ນັດໃຫ້ແຕ່ລະບ້ານນຳອີກ ເພາະຖ້າຫາກ ປະຊາຊົນບ້ານໃດ ມາຜິດມື້ກໍຈະບໍ່ໄດ້ສັກຢາ ແລະ ເສັຽເວລາ.
“ຄືພວກເຮົາເຮັດເປັນສອງຈຸດ ນຶ່ງໂຕຢາໄຟເຊີ ສອງ ຊິ່ໂນຟາມເນາະ ແຕ່ລະມື້ເຮົາກໍຈະນັດບ້ານຫັ້ນນ່າ ມື້ນຶ່ງຈະນັດເປັນສອງບ້ານ ຄັນຖ້າວ່າ ມາແຕ່ບ້ານອຶ່ນ ເຮົາກະຈະນັດໃຫ້ ເຂົາເຈົ້າປ່ຽນໄປຖືກມື້ ທີ່ວ່າເຮົານັດ ເຮົຈະຮັບເອົາແຕ່ສະເພາະບ້ານ ທີ່ເຮົານັດ ຫັ້ນ.”
ສຳລັບປະຊາຊົນ ທີ່ໄດ້ຮັບການສັກວັກຊິນ ຍີ່ຫໍ້ ໄຟເຊີ ມື້ທຳອິດ ບາງຄົນກໍຈະມີຜົລຂ້າງຄຽງເລັກນ້ອຍ ໃນຂນະທີ່ບາງຄົນກໍບໍ່ມີຜົລ ຂ້າງຄຽງເລີຍ ຊຶ່ງເຈົ້າຫນ້າທີ່ທ່ານນຶ່ງເວົ້າວ່າ ບາງຄົນມີອາການວິນຫົວ ປວດຮາກ ປຸ້ນທ້ອງ ເມື່ອຍຕາມຕົນຕົວ ແຕ່ລະຄົນອາການ ບໍ່ຄືກັນ ແລະກໍເປັນອາການປົກກະຕິ ທີ່ວັກຊິນສ້າງພູມຄຸ້ມກັນໃນຮ່າງກາຍ ແຕ່ບາງຄົນກໍບໍ່ມີອາການຫຍັງ ແລະສຳລັບຄົນທີ່ກັບບ້ານ ໄປແລ້ວ ຖ້າມີອາການໄຂ້ ໂຕຮ້ອນກໍໃຫ້ກິນຢາພາຣາໄດ້.
“ເບຶ້ອງຕົ້ນ ກໍມີອາການຢູ່ ຄັນສຸຂພາບບໍແຂງແຮງຫັ້ນນ່າ ກໍຈະອາການເມຶ່ອຍຫັ້ນແຫລະ ວິນຫົວ ປຸ້ນທ້ອງ ປວດຮາກ ບາງຄົນ ກໍບໍ່ເປັນ ບາງຄົນກໍບໍ່ມີອາການຫຍັງເລີຍ ຖ້າວ່າ ມີອາການປວດໂຕປວດຕົນ ບວກມີຄິງໄຂ້ ກໍໃຫ້ເພິ່ນກິນຢາພາຣາໄດ້.”
ຊາວບ້ານ ອີກຜູ້ນຶ່ງເວົ້າວ່າ ເຖິງແມ່ນວ່າຕົນເອງຈະມີຄິວສັກວັກຊິນໃນມື້ອຶ່ນ ແຕ່ກໍມີຄົນທີ່ໄດ້ໄປສັກຢາວັກຊິນຍີ່ຫໍ້ໄຟເຊີ ມາເວົ້າໃຫ້ ຟັງວ່າຮູ້ສຶກເມື່ອຍຕາມຕົນໂຕ ປວດແຂນປວດຂາ ແຕ່ອາການກໍບໍ່ຫນັກ ຊຶ່ງກໍເປັນອາການ ປົກກະຕິເມື່ອສັກວັກຊິນ ເພຶ່ອສ້າງພູມ ຄຸ້ມກັນໃຫ້ຮ່າງກາຍ.
“ກະມີຜູ້ມາເວົ້າສູ່ຟັງກະຫລາຍຄົນຢູ່ ເຂົາເຈົ້າໄປສັກ ເຂົາເຈົ້າກະມີຄວາມຄັນ ເຂົາເຈົ້າມີອາການປວດຂໍ່ ປວດຂາ ປວດຕົນ ປວດໂຕ ແຕ່ວ່າ ກໍບໍ່ເຖິງກັບໜັກຫັ້ນນ່າ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິຈປ້ອງກັນ Covid-19 ໃນວັນທີ 15 ມິຖຸນາ 2021, ມາຮອດປັດຈຸບັນ ມີຜູ້ໄດ້ຮັບການ ວິເຄາະ ຫາເຊຶ້ອໂຄວິດ-19 ທັງໝົດ 274,907 ໃນນັ້ນພົບຜູ້ຕິດເຊຶ້ອສະສົມ ທັງໝົດ 2,025 ຄົນ, ມີ 3 ຄົນເສັຽຊີວິດ 1,905 ຄົນ ປົວເຊົາແລະ ກຳລັງຕິດຕາມອາການ ປີ່ນປົວຢູ່ໂຮງໝໍຢູ່ 117 ຄົນ.
ສຳລັບການສັກວັກຊິນປ້ອງກັນ covid-19, ດຽວນີ້ ມີຄົນທີ່ໄດ້ຮັບການສັກຢາວັກຊິນແລ້ວ ໂດຍແຍກເປັນເຂັມທີ 1 ຈຳນວນ 717,648 ຄົນ ແລະ ເຂັມທີ 2 ຈຳນວນ 404,480 ຄົນ.