15 ມິຖຸນາ ຜູ້ຕິດເຊື້ອໂຄວິດ-19 ເພີ່ມ 08 ຄົນ
2021.06.16

ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ ເພີ່ມອີກ 8 ຄົນ ຈາກຜົນການກວດວິເຄາະຫາເຊື້ອທັງໝົດ 1,824 ຕົວຢ່າງ ຂອງມື້ວັນທີ 15 ມິຖຸນາ 2021 ນີ້, ສົ່ງຜົລໃຫ້ປະເທດລາວ ມີຜູ້ຕິດເຊື້ອສະສົມທັງໝົດ 2,033 ຄົນ, ດັ່ງທ່ານ ດຣ. ລັດສະໝີ ວົງຄຳຊາວ, ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 16 ມິຖຸນາ ນີ້ວ່າ:
“ສຳລັບສະພາບການຣະບາດ ຂອງພະຍາດໂຄວິດ-19 ຢູ່ໃນ ສປປລາວ ພວກເຮົາ, ຮອດປັດຈຸບັນ ທົ່ວປະເທດ ແມ່ນມີຜູ້ຕິດເຊື້ອ ສະສົມທັງໝົດ 2,033 ຄົນ, ເຊິ່ງວ່າໃນຈຳນວນດັ່ງກ່າວ ມີຜູ້ຕິດເຊື້ອໃໝ່ມື້ວານນີ້ 8 ຄົນ.”
ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອຣາຍໃໝ່ຈຳນວນ 8 ຄົນນີ້ແມ່ນກວດພົບຢູ່ນະຄອນຫຼວງວຽງຈັນ 6 ຄົນ ແລະກວດພົບຢູ່ແຂວງຈຳປາສັກ 2 ຄົນ, ເຊິ່ງທັງໝົດ ແມ່ນມີອາການເບົາບາງ.
ສ່ວນເຫດການທີ່ເກີດຄວາມສົນລະວົນ ແລະແອອັດ ໃນການສັກວັກຊິນປ້ອງກັນໂຄວິດ-19 ຍີ່ຫໍ້ໄຟເຊີ້ ເຂັມທີ 1 ແລະຍີ່ຫໍ້ຊິໂນຟາມ ເຂັມທີ 1 ຮອບທີ 2 ໃນຫຼາຍຈຸດສັກວັກຊິນ ໃນຕອນເຊົ້າ ຂອງວັນທີ 16 ມິຖຸນາ ນີ້, ຊາວບ້ານ ທີ່ດຳຣົງຊີວິຕ ໃນເຂດເມືອງຫາດ ຊາຍຟອງ ນະຄອນຫຼວງວຽງຈັນ ຜູ້ນຶ່ງ ກໍກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນຕອນເຊົ້າ ຂອງມື້ດັ່ງກ່າວການຈັດ ການຂອງພາກສ່ວນທີກ່ຽວຂ້ອງ ໃນການສັກວັກຊິນ ປ້ອງກັນໂຄວິດ-19 ໃຫ້ແກ່ປະຊາຊົນ ເຕັມໄປດ້ວຍຄວາມສັບສົນວຸ້ນວາຍ ແລະ ຫຼາຍຢ່າງ ກໍດຳເນີນໄປຢ່າງທີ່ປະຊາຊົນບໍ່ເຂົ້າໃຈ. ຫຼາຍຄົນກໍໄປລໍຖ້າຄິວ ຕັ້ງແຕ່ເຊົ້າ ທັງຜູ້ເຖົ້າຜູ້ແກ່ ແລະ ຜູ້ມີໂຣຄປະຈຳໂຕ, ແຕ່ ສຸດທ້າຍ ກໍບໍ່ໄດ້ສັກ ແລະ ທັງທີ່ບັດຄິວໝົດແລ້ວ ກໍຍັງປ່ອຍໃຫ້ປະຊາຊົນເຂົ້າໄປນັ່ງຖ້າ ຈົນເກີດຄວາມແອອັດ:
“ຄິວເຂົາເຈົ້າ ເພິ່ນກຳນົດໄດ້ແຕ່ 200 ປາຍຄົນ ແລ້ວບັດຄິວພວກເພິ່ນກະຂຽນເອົາ ລະເພິ່ນກະຢາຍໆໆໆ. ບາງບ່ອນຄືຄົນໂຫ້ໄປ ແບບບໍ່ຮູ້ຫັ້ນນ່າ. ຫຼືວ່າ ຖ້າສົມມຸດຄົບກຳນົດ 200 ຫຼືວ່າ 300 ຄົນ ລະປິດປະຕູເລີຍ ລະກະບອກວ່າເຕັມແລ້ວ ປະມານນີ້, ຄືບໍ່ເຮັດປະມານນີ້? ຫັ້ນນ່າ. ເປັນຫຍັງຄືບໍ່ປິດເລີຍ ປິດກັ້ນເລີຍ? ຫຼືວ່າໃຜມາກ່ອນ ລະເອົາສ່ຳນີ້ເດີ້ ຄືຍັງຫຼັ່ງໃຫ້ຄົນເຂົ້າມາຢູ່.”
ຍານາງກ່າວຕື່ມວ່າອີກສາເຫດ 1 ທີ່ເຮັດໃຫ້ມີຊາວບ້ານ ໃນເຂດເມືອງຫາດຊາຍຟອງ ພາກັນໄປລໍຖ້າສັກວັກຊິນປ້ອງກັນໂຄວິດ-19 ຈຳນວນມະຫາສານນັ້ນ, ກໍເນື່ອງຈາກວ່າ ທາງໂທຣະໂຄ່ງ ຂອງບ້ານ ໄດ້ບອກໃຫ້ປະຊາຊົນອອກໄປສັກວັກຊິນ ໃຫ້ທັນເວລາ ເພາະ ຖ້າສັກບໍ່ທັນໃນມື້ທີ່ເພິ່ນກຳນົດ, ໜ່ວຍງານສັກວັກຊິນ ກໍຈະຍ້າຍໄປສັກໃນເຂດບ້ານອື່ນ, ເຊິ່ງຫຼາຍຄົນກໍບໍ່ຢາກເດີນທາງໄປໄກ.
ສ່ວນຊາວລາວອີກທ່ານນຶ່ງ ຜູ້ທີ່ໄດ້ໄປເຫັນເຫດການ ຄວາມແອອັດ ທີ່ຈຸດສັກວັກຊິນ ປ້ອງກັນໂຄວິດ-19 ທີ່ເຂດເມືອງໄຊທານີ ກໍໄດ້ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ທ່ານຮູ້ສຶກເປັນຫ່ວງ ຕໍ່ເຫດການທີ່ເກີດຂຶ້ນໃນມື້ເຊົ້າ ຂອງວັນທີ 16 ມິຖຸນາ ແລະ ເຫັນວ່າ ການຈັດການ ຂອງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ຄ່ອຍເຂົ້າທີ່ເຂົ້າທາງປານໃດ, ທັງເປັນການເຮັດໃຫ້ເກີດຄວາມສ່ຽງ ຕໍ່ສັງຄົມ ທີ່ຈະມີການແຜ່ຣະບາດ ຂອງໂຄວິດ-19 ອີກນຳດ້ວຍ:
“ຄັນຖ້າວ່າເປັນແບບນີ້, ບໍ່ຮູ້ວ່າຢູ່ໃນກຸ່ມນັ້ນ ມີຜູ້ໃດຕິດມາກ່ອນ ແມ່ນບໍ່ລ່ະ? ເພາະວ່າໂຄວິດ-19 ມັນບໍ່ໄດ້ສະແດງອອກ ມື້ນຶ່ງ ສອງມື້ແມ່ນບໍ່ລ່ະ? ກະຄືທີ່ຜ່ານມາ ຄົນບໍ່ຮູ້ວ່າໂຕເອງຕິດ ໂຕເອງກະໄປກິນເຫຼົ້າກິນເບັຽ ສະແລ່ແຊ່ຊຳ ຈັກໄປໃສຕໍ່ໃສ. ບາດມັນ ຮູ້ໂຕເອງມາ ມັນກະກາຍເຫດເອົາ ແມ່ນບໍ່ລ່ະ? ກະຄືທີ່ຜ່ານມາ. ຄັນຖ້າວ່າເປັນແບບນີ້, ຄັນຖ້າວ່າຕິດຜູ້ໃດນຶ່ງ ສອງຄົນໄປເປັນ ແບບນັ້ນແມ້! ມັນຕິດຍາວ ເໝືອນກັບຫຼິ້ນໝາກດ້າມໂລດແຫຼະ.”
ທ່ານກ່າວຕື່ມວ່າ 2 ສາເຫດສຳຄັນ ທີ່ເຮັດໃຫ້ຄົນໃນເຂດເມືອງໄຊທານີ ພາກັນອອກໄປສັກວັກຊິນປ້ອງກັນໂຄວິດ-19 ຢ່າງແອອັດ ນັ້ນ, ກໍຍ້ອນວ່າ ຫຼາຍຄົນຢາກມີບັດສັກວັກຊິນ ຄົບ 2 ເຂັມ ໃຫ້ໄວທີ່ສຸດ ເພື່ອທີ່ຈະສາມາດ ຂຶ້ນຣົດເມ ແລ້ວເດີນທາງຂ້າມແຂວງໄດ້ ຫຼືເດີນທາງໄປຕ່າງປະເທດໄດ້ ແລະ ອີກສາເຫດ 1 ກໍເນື່ອງຈາກວ່າ ຍັງມີການແຜ່ຣະບາດ ໃນຂັ້ນຊຸມຊົນ, ຫຼາຍຄົນຈຶ່ງຢາກສັກ ວັກຊິນ ປ້ອງກັນໂຄວິດ-19 ເພື່ອໃຫ້ມີພູມຄຸ້ມກັນ ຕ້ານເຊື້ອໂຄວິດ-19 ຕາມທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງໄປໂຄສະນາ ແລະ ແນະນຳຕາມບ້ານຕ່າງໆ:
“ຖ້າຂຶ້ນຣົດເມ ຕ້ອງມີບັດສີຂຽວ ສັກຢາເນາະ. ເຣື້ອງທີສອງ ເປັນຫຍັງເຂົາຈຶ່ງແຫຍ້ກັນໄປຊື້ເບາະ ຫຼືວ່າໄປສັກຫັ້ນ ອາຈແມ່ນເພາະ ວ່າມີຄົນຕິດ ຢູ່ໃນບ້ານໃນເມືອງ ແຕ່ລະມື້, ຫັ້ນນ່າ, ລະຢ້ານ ຊັ້ນນ່າ. ລະກະບາງຄົນ ກະຢາກໄປຕ່າງແຂວງແດ່ ຕ່າງປະຖອກ ຕ່າງປະເທດເບາະ ບາງຄົນ, ໃນອະນາຄົດ, ຫັ້ນນ່າຄວາມໝາຍ.”
ກ່ຽວກັບເຣື່ອງນີ້, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງເຈົ້າໜ້າທີ່ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນ ນະຄອນຫຼວງວຽງຈັນ ເພື່ອສອບຖາມເຖິງບັນຫາດັ່ງກ່າວ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບອກພຽງສັ້ນໆວ່າ ໃຫ້ລໍຖ້າຟັງການຊີ້ແຈງ ຈາກການຖແລງຂ່າວໃນມື້ຕໍ່ໄປ.
ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 16 ມິຖຸນາ 2021 ນີ້, ຣາຍງານວ່າ ມາຮອດ ປັດຈຸບັນ ພົບຜູ້ຕິດເຊື້ອໂຄວິດ-19 ສະສົມ ຈຳນວນ 2,033 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 1,910 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 120 ຄົນ.
ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ໂດຍແຍກເປັນເຂັມທີ 1 ຈໍານວນ 719,562 ຄົນ ແລະ ເຂັມທີ 2 ຈໍານວນ 414,785 ຄົນ.