ຄົນງານລາວຢູ່ໄທຍ ບໍ່ໄດ້ສັກ ວັກຊິນ ໂຄວິດ-19
2021.06.18

ການທໍາມາຫາກິນ ຂອງຄົນລາວ ໃນໄລຍະໂຄວິດ-19 ຕ້ອງປະເຊີນກັບ ຄວາມລຳບາກ. ດັ່ງ ໃນສອງຄວາມເຫັນ ຄືຄົນງານລາວ ເຮັດວຽກຢູ່ໄທຍ ແລະ ຜູ້ປະກອບການໃນລາວ ທີ່ໄດ້ຮັບຜົລກະທົບຈາກທັງ ໂຄວິດ-19 ແລະພັຍທັມມະຊາດ ຕ່າງກໍໃຫ້ຄວາມເຫັນ ວ່າຕ້ອງການໃຫ້ຣັຖເຂົ້າມາມີສ່ວນຮ່ວມ ໃນການແກ້ໄຂບັນຫາ ຜົລກະທົບທີ່ເກີດຂຶ້ນ ຢ່າງນ້ອຍ ກໍແບ່ງເບົາບັນຫາໃດນຶ່ງໄດ້ກໍຈະເປັນ ການດີ ຖ້າຊ່ອຍເຫຼືອບໍ່ໄດ້ທັງໝົດ.
ຜົລກະທົບຂອງຄົນງານລາວ ທີ່ເຮັດວຽກຢູ່ໄທຍ ກໍຄືຕ້ອງໄດ້ຮັບການ ສັກວັກຊິນ ແລະ ບັນຫາການເດີນທາງກັບບ້ານ ເພາະຍັງມີ ຄົນງານຈຳນວນຫຼາຍຕົກງານ ແລະ ຈຳເປັນຕ້ອງ ໄດ້ກັບບ້ານ ຖ້າຈະຢູ່ຕໍ່ ກໍທັງສ່ຽງຕິດ ໂຄວິດ-19 ທັງບໍ່ເງິນຊື້ຢູ່ຊື້ກິນ.
ໃນຂນະທີ່ຜູ້ປະກອບການກ່ຽວກັບ ການບໍຣິການ ທີ່ຖືກຜົລກະທົບທັງ ໂຄວິດ-19 ແລະ ພັຍທັມມະຊາດ ກໍຕ້ອງການໃຫ້ພາກຣັຖ ຊ່ອຍເຊັ່ນກັນ ຈະຊ່ອຍໄດ້ຫຼາຍພຽງໃດ ກໍອີງໃສ່ ສະພາບໂຕຈິງ.
ຕໍ່ສອງກໍຣະນີດັ່ງກ່າວພວກເຮົາ ໄດ້ມີໂອກາດສອບຖາມຄວາມເຫັນ ເຖິງປະເດັນທີ່ວ່າໄດ້ຮັບ ການຊ່ອຍເຫຼືອຈາກຣັຖບານ ມາກ່ອນ ບໍ່; ຄຳຕອບກໍຄືວ່າ ບໍ່ໄດ້ຮັບການຊ່ອຍເຫຼືອ ກໍຄືຜ່ານໆມາ ທັງຜົລກະທົບໂຄວິດ-19 ແລະ ພັຍທັມມະຊາດນີ້ ໜ້ອຍຫຼາຍທີ່ຈະໄດ້ ຮັບການຊ່ອຍເຫຼືອ ຈາກ ຣັຖບານ.
ທຳອິດພວກເຮົາມາຟັງການໃຫ້ຄຳເຫັນ ຂອງຄົນງານລາວຢູ່ໄທຍ ທີ່ໄດ້ໃຫ້ສັມພາດເມື່ອ ວັນທີ 13 ມິຖຸນາ ຜ່ານມາວ່າ; ຖ້າຣັຖບານ ຊ່ອຍໄດ້ ແມ່ນໃຫ້ໄດ້ສັກວັກຊິນ ເພື່ອຈະໄດ້ ຢັ້ງຢືນເຂົ້າເຮັດວຽກ ເພາະຖ້າຈະໃຫ້ຣັຖບານໄທຍ ມີນະໂຍບາຍໃຫ້ສັກ ກໍຕ້ອງໃຊ້ ເວລາດົນ.
ໃນຂນະທີ່ຜູ້ປະກອບການ ບໍຣິການເຮືອນພັກ ກໍໄດ້ເວົ້າວ່າຕົນເອງ ກໍພຍາຍາມຊ່ອຍຕົນເອງ ຕັ້ງແຕ່ໂຄວິດ-19 ຣະບາດຮອບສອງ ກໍແມ່ນໄດ້ປິດມາແລ້ວ ແຕ່ມາຖືກພັຍທັມມະຊາດ ເທື່ອນີ້ເສັຍຫາຍທັງໝົດ. ເຊິ່ງເຫດການແບບນີ້ ບໍ່ເຄີຍເກີດຂຶ້ນມາກ່ອນ ຄວາມເສັຍ ຫາຍເທື່ອນີ້ ມັນຫຼວງຫຼາຍຢ່າງນ້ອຍ ຖ້າເປັນໄປໄດ້ຣັຖ ກໍຕ້ອງຊ່ອຍເຫຼືອ ສ່ວນໃດນຶ່ງ ເພື່ອໃຫ້ຜູ້ປະກອບຢືນຕໍ່ໄປໄດ້.
ທັງໂຄວິດ-19 ແລະ ພັຍທັມມະຊາດ ເປັນສອງບັນຫາ ທີ່ຣັຖບານລາວ ກໍາລັງປະເຊີນຢູ່. ຜ່ານມາພັຍທັມຊາດ ກໍສ້າງຜົລເສັຍຫາຍ ເປັນຈຳນວນຫຼາຍ ແລະ ການຊ່ອຍເຫຼືອກໍຍັງ ຊັກຊ້າ ແລະ ເຂົ້າບບໍ່ເຖິງປະຊາຊົນ. ຕອນນີ້ກໍໄດ້ແຕ່ພຽງແກ້ໄຂ ສະເພາະໜ້າ ເພາະມໍຣະສຸມ ທີ່ລ້ວນແລ້ວແຕ່ສ້າງຜົລເສັຍຫາຍຢ່າງມະຫາສານ.
ຕາມການຣາຍງານໂຕເລກເສຖກິຈ ຂອງຣັຖບານ ຢູ່ຣະຫວ່າງການທົດຖອຍ ພ້ອມທັງໜີ້ ສາທາຣະນະ ກໍເປັນບັນຫານທີ່ຣັຖບານຍັງ ແກ້ບໍ່ຕົກ. ຊໍ້າພັດມາຖືກພັຍທັມມະຊາດຊໍ້າເຕີມ ສ້າງຜົລເສັຍຫາຍຕໍ່ເນື່ອງ ໂດຍໄປເພີ່ມຜົລເສັຍຫາຍ ທີ່ກ່ອນໜ້ານີ້ຍັງແກ້ບໍ່ຕົກ ກັບມີບັນຫາໃໝ່ເກີດຂຶ້ນມາ ເຊິ່ງມັນເປັນການທ້າທາຍຣັຖບານ ຊຸດໃໝ່ຂອງ ສປປ ລາວ ວ່າຈະຜ່ານ ວິກິຈການນີ້ໄປໄດ້ບໍ່.