ນາຍົກ ຮຽກຮ້ອງໃຫ້ທຸກພາກສ່ວນ ທົບທວນໂຄງການ ຂຸດຄົ້ນບໍ່ແຮ່
ຣັຖບານລາວ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ປະເມີນຄືນໂຄງການຂຸດຄົ້ນແຮ່ທາດ ເພື່ອປ້ອງກັນບໍ່ໃຫ້ເກີດຜົລກະທົບ ຍ້ອນວ່າທີ່ຜ່ານມາ ໄດ້ສ້າງຜົລກະທົບຫລາຍ ຕໍ່ສິ່ງແວດລ້ອມ ແລະສັງຄົມ.
-
ຈຳປາທອງ
2024-02-02 -
-
-
Your browser doesn’t support HTML5 audio
ໃນກອງປະຊຸມ ປະຈໍາເດືອນມົກກະຣາ 2024 ຂອງຣັຖບານລາວ ໃນມື້ວັນທີ 29 ມົກກະຣາ ທີ່ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ເວົ້າເຖິງການໃຫ້ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ປະເມີນຄືນ ໂຄງການຂຸດຄົ້ນແຮ່ທາດທັງໝົດ ທີ່ໄດ້ອະນຸມັດໄປແລ້ວ ແລະຂຶ້ນແຜນການໃນຕໍ່ໜ້າ ເພື່ອປ້ອງກັນບໍ່ໃຫ້ເກີດຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ.
ເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ກຸມພານີ້ວ່າ ເປັນການປະເມີນຜົລກະທົບຕໍ່ສິ່ງແວດລ້ອມ:
“ເປັນການເຮັດການປະເມີນຜົລກະທົບຕໍ່ສິ່ງ ແວດລ້ອມ ຈາກການທໍາເໝືອງແຮ່ຫັ້ນ ຮ່ວມກັບກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ເນາະ. ອີກອັນນຶ່ງທີ່ຕິດກັນ ຫລືວ່າກ່ຽວຂ້ອງກັບເຣື່ອງຄຸນນະພາບຂອງນໍ້າ ມັນກະຈ້ອນຂ້າງມີຫລາຍຢູ່.”
ລາວ ມີບໍ່ແຮ່ຫລາຍຊະນິດ ຢູ່ຫລາຍກວ່າ 570 ຈຸດໃນທົ່ວປະເທດ, ກວມເອົາເນື້ອທີ່ປະມານ 162,100 ກິໂລຕາແມັດ ເທົ່າກັບ 68.46% ຂອງເນື້ອທີ່ທົ່ວປະເທດ. ແຮ່ທາດທີ່ວ່ານັ້ນ ມີທັງ ຄໍາ, ເງິນ, ທອງ, ເຫລັກ, ແກ້ວປະເສີດ,ເກືອໂປຕາສ ແລະອື່ນໆ.
ມາເຖິງປັດຈຸບັນ ຣັຖບານລາວ ໄດ້ອະນຸມັດໃຫ້ບໍຣິສັດເອກກະຊົນ ທັງພາຍໃນ ແລະຕ່າງປະເທດ ສັມປະທານຂຸດຄົ້ນແຮ່ທາດ ແລະຕັ້ງໂຮງງານປຸງແຕ່ງແຮ່ທາດ ຈໍານວນ 1,143 ບໍຣິສັດ ທີ່ມີ 1,336 ໂຄງການ ກວມເອົາ 30% ຂອງເນື້ອທີ່ທົ່ວປະເທດ ອີງຕາມການຣາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່ ເມື່ອທ້າຍປີ 2023, ສໍາລັບຢູ່ແຂວງວຽງຈັນ ເຈົ້າໜ້າທີ່ ຫ້ອງການພະລັງງານ ແລະບໍ່ແຮ່ ເມືອງກາສີ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ສະເພາະຢູ່ເມືອງນີ້ ມີໂຄງ ການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ບໍ່ຕໍ້າກວ່າ 10 ໂຄງການ ແລະແຕ່ລະໂຄງການ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ ບໍ່ວ່າທາງໃດກໍທາງນຶ່ງ. ຜົລກະທົບທີ່ວ່ານັ້ນ ພາກສ່ວນທີ່ທີ່ຂ້ອງ ໄປຕິດຕາມ ກວດກາ ແລະຫາທາງແກ້ໄຈ ໃນໄລຍະສັ້ນເທົ່ານັ້ນ.
ທ່ານເວົ້າວ່າ ຫລາຍໂຄງການທີ່ວ່ານັ້ນ ບໍ່ໄດ້ມີການກໍານົດຂອບເຂດ ໃຫ້ຂຸດຄົ້ນຢ່າງລະອຽດ ເຮັດໃຫ້ການຂຸດຄົ້ນ ໄປກວມເອົາດິນຂອງປະຊາຊົນ ຫລືດິນສາທາຣະນະ.
“ປັດຈຸບັນນີ້ຢູ່ໃນເມືອງກາສີ ເຮົານີ້ ມັນກະມີຫລາຍບໍຣິສັດເຂົ້າມາ ຄິດວ່າ ເວົ້າເຣື່ອງຜົລກະທົບກະຖືວ່າມີຫລາຍ. ກ່ຽວກັບເຣື່ອງການກໍານົດ ເປັນເຂດ ທີ່ເພິ່ນມີການໃຫ້ຂຸດຄົ້ນ ມັນຈະມີເນື້ອທີ່ເທົ່າໃດ ໂຕຢ່າງຊີ້ນ່າ ມັນຈະບໍ່ລະອຽດປານນັ້ນ.”
ຢູ່ແຂວງຄໍາມ່ວນ ປະຊາຊົນຜູ້ນຶ່ງ ເວົ້າວ່າ ໃນປັດຈຸບັນ ຣັຖບານລາວ ອະນຸມັດໃຫ້ບໍຣິສັດເອກກະຊົນພາຍໃນ ແລະຕ່າງປະເທດ ເຂົ້າມາຂຸດຄົ້ນຫລາຍ ເຮັດໃຫ້ລາວສູນເສັຍແຫ່ທາດ ອັນມີຄ່າ ໄປຢ່າງຫລວງຫລາຍ, ມີຜົລກະທົບຍາວນານຕໍ່ດິນ ຕໍ່ສິ່ງແວດລ້ອມ ແລະສັງຄົມ ຍ້ອນບໍ່ມີນັກຊ່ຽວຊານໃນດ້ານນີ້ ຕິດຕາມ ກວດກາ ແລະຄຸ້ມຄອງ ທີ່ໄດ້ມາຕຖານ.
“ມັນບໍ່ແມ່ນວິຊາການຄົນລາວນ່າ ເຂົາ ລັກສະນະເຂົາເຮັກແບບ ຜູ້ເຮັດກະເຮັດຢູ່ແຕ່ວ່າເຂົາກະມີຄ່າຫົວໃຫ້ ນັບເງິນສິນບົນ ຕໍ່ໄປເຊັ່ນລູກເຊັ່ນຫານ ເຮັກແນວໃດເຂົາສິມີດິນຢູ່ຄັນຂາຍ ໂອ້ ຂ້ອຍເຫັນແລ້ວ.”
ຢູ່ແຂວງອຸດົມໄຊ ປະຊາຊົນຜູ້ນຶ່ງເວົ້າວ່າ ໂດຍທົ່ວໄປແລ້ວ ຄົນລາວຈະບໍ່ໄດ້ສົນໃຈນໍາວ່າ ຣັຖບານ ຈະອະນຸມັດໃຫ້ບໍຣິສັດມາຂຸດຄົ້ນ ແຮ່ທາດຫລາຍເທົ່າໃດ ແລະມີຜົລກະທົບໜັກປານໃດ ຖ້າວ່າໂຄງການເຫລົ່ານັ້ນ ບໍ່ສົ່ງຜົລກະທົບໂດຍກົງຕໍ່ພວກຕົນ ເປັນຕົ້ນເສັຍດິນທໍາກິນ ຫລືຖືກໃຫ້ໂຍກຍ້າຍ.
“ຄັນວ່າບໍຣິສັດເຂົ້າມາ ກະ ບໍ່ຮູ້ນໍາຜູ້ໃຫຍ່ເພິ່ນແລ້ວ ເພິ່ນສິຕັດສິນແນວໃດ ແຕ່ປະຊາຊົນ ກະຄັນບໍ່ຖືກເຂດທໍາການຜລິດ ບໍ່ຖືກບ່ອນສໍາຄັນທາງວັທນະທັມປະຊາຊົນ ເພິ່ນກະຊິເຫັນດີຢູ່ຕີ້ເຣື່ອງນີ້.”
ແລະຢູ່ແຂວງຊຽງຂວາງ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ແຂວງ ກໍເວົ້າວ່າ ເຖິງຈະມີຄໍາສັ່ງຂອງຣັຖບານ ໃຫ້ມີການປະເມີນຄືນ ຄືທີ່ວ່ານັ້ນ ແຕ່ກໍບໍ່ ໝາຍຄວາມວ່າ ຈະຢຸດເຊົາການໃຫ້ບໍຣິສັດເອກກະຊົນ ທັງພາຍໃນ ແລະຕ່າງ ປະເທດເຂົ້າມາລົງທຶນໃນດ້ານນີ້.
ທ່ານເວົ້າວ່າ ເຣື່ອງນີ້ກໍໄດ້ສົ່ງເສີມ ແຕ່ຕ້ອງໃຫ້ມັນຢູ່ໃນເງື່ອນໄຂ ທີ່ຣັຖບານກໍານົດ ເພື່ອຮັກສາທັມມະຊາຕເອົາໄວ້.
“ໂຕນີ້ມັນກະສົ່ງເສີມ ແຕ່ວ່າໃຫ້ຢູ່ບົນພື້ນຖານໃນເງື່ອນໄຂຂອງຣັຖ ທີ່ເຮົາກໍານົດໄວ້ ເຊັ່ນວ່າມັນຕ້ອງຮັກສາທັມຊາດເນາະ ດູແລໂຕເຣື່ອງນີ້ຫັ້ນນ່າ ໂຕນີ້ເຮົາກະສຶກສາກັນລະອຽດແລ້ວເນາະ.”
ເວົ້າເຖິງເຣື່ອງການຂຸດຄົ້ນ ແລະປຸງແຕ່ງແຮ່ທາດຢູ່ລາວ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ໄດ້ຣາຍງານຕໍ່ກອງປະຊຸມ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 7 ພຶສຈິກາ 2023 ວ່າ ນັບແຕ່ປີ 2021 ມາຮອດເດືອນພຶສພາ 2023 ຣັຖບານລາວ ໄດ້ອະນຸຍາດໃຫ້ນັກລົງທຶນ ທັງໝົດ 93 ບໍຣິສັດ ຊຶ່ງສ່ວນໃຫຍ່ກໍແມ່ນບໍຣິສັດຈີນ ແລະວຽດນາມຂຸດຄົ້ນ ແລະສົ່ງແຮ່ທາດອອກ ແບບທົດລອງ, ເຖິງວ່າບໍຣິສັດເຫລົ່ານັ້ນ ຈະໄດ້ມອບພັນທະໃຫ້ຣັຖບານລາວ ເປັນເງິນ 97.87 ລ້ານໂດລ້າຣ໌ສະຫະຣັຖ ແລະ 548.84 ຕື້ກີບ ແຕ່ຄວາມເສັຍຫາຍ ທີ່ເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະສັງຄົມ ກໍໜັກໜ່ວງ ຈົນບໍ່ສາມາດປະເມີນມູນຄ່າໄດ້ ແລະພາກສ່ວນທີ່ກ່ຽວຂ້ອງໃດ ກໍບໍ່ໄດ້ລົງຕິດຕາມ ກວດກາຢ່າງໃກ້ຊິດ ຈົນກາຍເປັນບັນຫາ ແລະນັບມື້ຈະຮຸນແຮງຂຶ້ນ.
ຜົລກະທົບອັນໜັກໜ່ວງ ທີ່ວ່ານັ້ນ ມີຮວມທັງເສັ້ນທາງຫລາຍສາຍ ເປ່ເພ ແລະເຮັດໃຫ້ເກີດຂີ້ຝຸ່ນ ກະທົບຕໍ່ຊີວິດການເປັນຢູ່ ແລະສຸຂພາບຂອງປະຊາຊົນນໍາດ້ວຍ.
ໂຄງການຂຸດຄົ້ນແຮ່ທາດ ສ່ວນຫລາຍທີ່ໄດ້ຮັບການອະນຸມັດນັ້ນ ບໍ່ມີການປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ, ບໍ່ມີບົດບັນທຶກຄວາມເປັນໄປໄດ້ ທາງດ້ານເສຖກິຈ-ເຕັກນິກ, ບໍ່ມີແຜນເປີດ-ປິດບໍ່ແຮ່ ແລະອື່ນໆທີ່ຈໍາເປັນ ດັ່ງນັ້ນຈຶ່ງເຮັດໃຫ້ລະບົບການຄຸ້ມຄອງ ແລະຄວາມຮັບຜິດຊອບ ຕໍ່ຜົລໄດ້-ຜົລເສັຍ ຂອງແຕ່ລະໂຄງການ ທີ່ເຮັດແບບທົດລອງ ເກືອບວ່າບໍ່ສາມາດກວດສອບໄດ້.
ເວົ້າສະເພາະເຣື່ອງການຊັ່ງນໍ້າໜັກແຮ່ທາດ ທີ່ເຄື່ອນຍ້າຍອອກຈາກບໍ່ແຮ່ ກໍແມ່ນບໍຣິສັດຜູ້ສັມປະທານ ເອງ ເປັນຜູ້ຮັບຜິດຊອບ, ຄວບຄຸມດ້ານເຕັກນິກ ສ່ວນຂແນງການເງິນ ແລະຂແນງພະລັງງານ ແລະບໍ່ແຮ່ ມີພຽງແຕ່ໄດ້ຕິດຕາມ ເບິ່ງໂຕເລກນໍ້າໜັກ ທີ່ຜູ້ຮັບເໝົາສົ່ງໃຫ້ເທົ່ານັ້ນ ອັນບໍ່ສາມາດ ທີ່ຈະຮັບປະກັນໄດ້ວ່າ ນໍ້າໜັກແຮ່ທາດ ທີ່ເຄື່ອນຍ້າຍ ຊື່ງພາກສ່ວນທີ່ກ່ຽວຂ້ອງໄດ້ຮັບນັ້ນ ຖືກກັບນໍ້າໜັກໂຕຈິງ ຫລືບໍ່, ອີງຕາມຂໍ້ມູນຈາກການກວດກາ ຂອງພາກສ່ວນທີ່ກ່ຽວຂ້ອງ.