ຮ​ຮ​ ລາວ-ຈີນ ຫຼວງນໍ້າທາ ພັກຊົ່ວຄາວ

ໂຮງຮຽນ ລາວ-ຈີນ ລຽວກົງ ແຂວງຫຼວງນ້ຳທາ ໂຈະການຮຽນອາທິດນຶ່ງ ເພື່ອຕິດຕາມ ເຝົ້າຣະວັງ ການຣະບາດຂອງ ໄວຣັສ ໂຄໂຣນາ.

ເມືອງຫຼວງນໍ້າທາ RFA

ໂຮງຮຽນ ລາວ-ຈີນ ລຽວກົງ ເມືອງ ແລະ ແຂວງຫລວງນ້ຳທາ ສັ່ງໂຈະການຮຽນການສອນ ແຕ່ວັນທີ 3-7 ກຸມພາ 2020 ເພື່ອເຝົ້າຣະວັງ ການແຜ່ຣະບາດ ຂອງພຍາດປອດອັກເສບສາຍພັນໃໝ່ (Coronavirus).

ປັດຈຸບັນ ໂຮງຮຽນດັ່ງກ່າວ ໄດ້ເປີດສອນ ແຕ່ຊັ້ນອະນຸບານ ໄປຫາ ຊັ້ນມັທຍົມ ຕອນຕົ້ນ ແຕ່ ກໍຖືກສັ່ງປິດໄປ ໄລຍະນຶ່ງ ຍ້ອນວ່າ ມີຄວາມກັງວົນວ່າ ພະຍາດ ໂຄ​ໂຣ​ນາ ຈະຕິດຕໍ່ໃສ່ນັກຮຽນ, ດັ່ງເຈົ້າໜ້າທີ່ ໂຮງຮຽນ ໄດ້ກ່າວວ່າ:

"ທາງທູດຈີນ ເພິ່ນໄດ້ແຈ້ງ ໃຫ້ບັນດາໂຮງຮຽນ ທີ່ເປັນເຄືອຂ່າຍ ຂອງຈີນ ທົ່ວປະເທດເນາະ ເພາະວ່າ ຕ້ອງໄດ້ເຝົ້າຣະວັງ ຄູຈີນ ກັບຈາກ ປະເທດຈີນແນ່ ແລ້ວກໍເດັກນ້ອຍ ກໍເຂົ້າ-ອອກ ພໍ່ ແມ່ຂະເຈົ້າ ເຂົາເຈົ້າ ພາກັນໄປທ່ຽວ ຍາມບຸນກຸດຈີນນີ້ ຕ້ອງໄດ້ເຝົ້າຣະວັງ ອາທິດນຶ່ງ ເພື່ອຢາກເບິ່ງອາການ ວ່າມັນໃຜ ປະກົດມີບັນຫາບໍ່ຫັ້ນນ່າ.”

ປັດຈຸບັນ ເຈົ້າໜ້າທີ່ ມີມາຕການປ້ອງກັນ ດ້ວຍການທຳຄວາມສະອາດ ພາຍໃນໂຮງຮຽນ ແລະ ແຈກຜ້າອະນາໄມ ປິດປາກ-ປິດດັງ ໃຫ້ນັກຮຽນ. ນອກຈາກນີ້ ຍັງມີການເຝົ້າຣະວັງ ອາຈານອາສາສມັກ ມາຈາກປະເທດຈີນ ທີ່ສອນຢູ່ໂຮງຮຽນແຫ່ງດັ່ງກ່າວ.

ສູນວິເຄາະ ແລະ ວິທຍາ ແຫ່ງຊາດລາວ ປະກາດວ່າ ຈົນເຖິງວັນທີ 3 ກຸມພາ 2020 ປະເທດລາວ ມີຜູ້ສົງໃສຕິດເຊື້ອໂຣຄ ໄວຣັສໂຄໂຣນາ ທັງໝົດ 11 ຄົນ ໃນນັ້ນ 9 ຄົນ ບໍ່ໄດ້ຕິດເຊື້ອ ແຕ່ຢ່າງໃດ ຫລັງຈາກ ຖືກກວດ ຢ່າງຄັກແນ່ແລ້ວ, ແຕ່ອີກ 2 ຄົນ ຊຶ່ງເປັນຄົນຈີນ ຍັງຕ້ອງການການກວດ ແລະ ວິຈັຍ ເພີ້ມຕື່ມ.

ອີງຕາມຂໍ້ມູນ ຈາກສຳນັກຂ່າວຕ່າງປະເທດ, ມີຜູ້ເສັຽຊີວິດຢູ່ປະເທດຈີນ ຍ້ອນພຍາດດັ່ງກ່າວ 490 ຄົນ ແລະ ຕິດເຊື້ອ ທັງໝົດ ຫຼາຍກວ່າ 24,000 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org