ກິ່ນເໝັນຈາກ ຢາງພາຣາ, ສວນກ້ວຍຈີນ ກະທົບຊາວເມືອງຫິນເຫີບ

ຊາວບ້້ານຢູ່ເມືອງຫິນເຫີບ ແຂວງວຽງຈັນ ໄດ້ຮັບຜົລກະທົບຈາກກິ່ນເໝັນ ຂອງຢາງພາຣາ ແລະ ສວນກ້ວຍຈີນ. ມີຫຼາຍບ້ານໄດ້ຮັບຜົລກະທົບ ໃນນັ້ນ ບ້ານໂພນມ່ວງ ແລະ ບ້ານໜອງຫລວງ ໄດ້ຮັບຜົລກະທົບແຮງ ໂດຍສະເພາະ ພໍ່ຄ້າຄົນກາງ ທີ່ເປີດບ່ອນຮັບຊີ້ຢາງພາຣາ.

ຮູບໂຕຢ່າງ ຂີ້ເຫຍື້ອ ແລະ ສິ່ງເສດເຫຼືອ ຈາກ ສວນກ້ວຍ ຂອງ ນັກລົງທຶນຈີນ ທີ່ສ້າງຜົລກະທົບໃຫ້ຊາວບ້ານ. ນັກຂ່າວ ພົລເມືອງ

ຊາວບ້້ານຢູ່ເມືອງຫິນເຫີບ ແຂວງວຽງຈັນ ໄດ້ຮັບຜົລກະທົບຈາກກິ່ນເໝັນ ຂອງຢາງພາຣາ ແລະ ສວນກ້ວຍຈີນ. ມີຫຼາຍບ້ານໄດ້ຮັບຜົລກະທົບ ໃນນັ້ນ ບ້ານໂພນມ່ວງ ແລະ ບ້ານໜອງຫລວງ ໄດ້ຮັບຜົລກະທົບແຮງ ໂດຍສະເພາະ ພໍ່ຄ້າຄົນກາງ ທີ່ເປີດບ່ອນຮັບຊີ້ຢາງພາຣາ.​ ເຖິງວ່າ ພໍ່ຄ້າຄົນກາງ ຈະມາຮັບຊື້ຢາງພາຣາ ທຸກໆ 15 ມື້, ແຕ່ກິ່ນເໝັນຂອງຢາງພາຣາ ກໍຍັງຄົງຢູ່ ນັ້ນມັນສົ່ງຜົລກະທົບ ຕໍ່ປະຊາຊົນທີ່ຢູ່ໃກ້ຄຽງ.​ ນອກຈາກນີ້ ໃນເວລາ ຜູ້ເກັບຊື້ຕ້ອງຂົນໃສ່ຣົຖບັນທຸກ ເພື່ອສົ່ງໄປໂຮງງານ ແລະ ນໍ້າຢາງ ກໍຕົກເຮັ່ຽ ຕາມເສັ້ນທາງເລກທີ 13 ເໜືອ ນັ້ນ ໄດ້ສົ່ງກິ່ນເໝັນຕາມເສັ້ນທາງນໍາອີກ.​

ຊາວບ້ານໃນເມືອງຫິນເຫີບ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 23 ມິຖຸນ ວ່າ:

“ເອີ ເວລາ ໃສ່ຣົຖອອກມາ ຫຼືວ່າ ບ່ອນເຂົາເຈົ້າຊັ່ງຫັ້ນ ມັນກໍຊັ່ງຢູ່ໃກ້ບ້ານຄົນ ມັນກໍເໝັນຫັ້ນແຫຼະ ມັນໃກ້ໆ ເຮືອນປະຊາຊົນເດ້ ມັນກໍຕ້ອງຕິດຢູ່ຫັ້ນດອກ ເວລາເກັບຊື້ແລ້ວ ກະແລ່ນອອກມານໍາທາງຫັ້ນແຫຼະ ທາງຫລວງທາງໃຫຍ່ ທາງຍ່າງ ມັນກໍຕິດຢູ່ຫັ້ນທຸກບ່ອນເລີຍ ທີ່ຣົຖອັນນັ້ນ ແລ່ນຜ່ານມັນກໍຕ້ອງເໝັນໄປໝົດ.”

ບັນຫາກິ່ນເໝັນຈາກຢາງພາຣາ ເກີດຂຶ້ນມາໄດ້ຫຼາຍປີແລ້ວ ໃນເວລາ ພໍ່ຄ້າຮັບຊື້ ແລະ ໃນເວລາຂົນສົ່ງເຮັດໃຫ້ນໍ້າຢາງຕົກເຮັ່ຽຕາມເສັ້ນທາງ.

ຊາວເມືອງຫິນເຫີບ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:  

“ກະມີບາງຈຸດ ທາງເລກທີ 13 ນີ້ແຫຼະ ລັກສະນະວ່າ ແບບອັນຣົຖເຂົາເຈົ້າແລ່ນ ຜ່່ານ ແລ້ວ ບາງເທື່ອເຂົາເຈົ້າມາແຕ່ທາງໄກ ຫັ້ນນ່າເນາະ ທາງໄກແລ້ວ ເຂົາເຈົ້າມາແວ່ນອນແຮມຄືນ ທາງເບາະຫັ້ນນ່າ ແລ້ວນໍ້າເສັຽ ນໍ້າອັນນັ້ນແຫຼະ ໃສ່ຫົນທາງໄປຊັ້ນແຫຼະ.”

ສ່ວນວ່າ ມີບັນຫາກິິ່ນເໝັນ ຈາກສວນກ້ວຍຈີນ ຢູ່ເຂດບ້ານຫິນເຫີບເໜືອ, ບ້ານນາສັກ, ບ້ານນາຕ້າຍ ແລະ ບ້ານນາຄຸ້ມ ນັ້ນ ປັດຈຸບັນ ພາກສ່ວນກ່ຽວຂ້ອງ ໄດ້ລົງແກ້ໄຂແລ້ວ. ເຈົ້າໜ້າທີ່ໃຫ້ເຈົ້າຂອງສວນກ້ວຍ ມ້ຽນສິ່ງເສດເຫຼືອ ທໍາຄວາມສະອາດ ໃຫ້ເປັນລະບຽບ ໃຫ້ມີຖົງຫຸ້ມຫໍ່ວັດຖຸຕ່າງໆ ແລະ ປຸ໋ຍ ເພື່ອບໍ່ໃຫ້ເກີດກິ່ນເໝັນອີກ.  

ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຫິນເຫີບ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ໄດ້ກ່າວວ່າ:

“ໂຕນີ້ ແກ້ໄຂໄດ້ແລ້ວ ເນາະ ບໍ່ແມ່ນໂດຍກົງແບບຊັ້ນເນາະ ບໍ່ແມ່ນວ່າ ປ່ອຍສານເຄມີ ແບບວ່າເຈົ້າໃສ່ຝຸ່ນ ໃສ່ອັນນັ້ນ ນໍາຕົ້ນກ້ວຍແລ້ວ ນໍ້າໄຫຼລົງມາຊື່ໆ ຫັ້ນນ່າ.”

ທ່ານ ອອນ ວໍລະສານ ເຈົ້າເມືອງຫີນເຫີບ ແຂວງວຽງຈັນ ໄດ້ກ່າວຕໍ່ວິທະຍຸກະຈ່າຍສຽງແຫ່ງຊາຕ ໃນວັນທີ 22 ມິຖຸນາ ວ່າ ສາເຫດທີ່ສວນກ້ວຍຫອມ ຂອງຈີນ ມີກິ່ນເໝັນ ແມ່ນເກີດຈາກສວນກ້ວຍ ເອົາສິ່ງເສດເຫຼືອຈາກໂຮງງານຂ້າສັດ ແລ້ວເອົາມາບົດ ພາຍຫຼັງບົດແລ້ວເອົາຫຍ້າຝຣັ່ງ ແລະ ພືດຕ່າງໆ ທີ່ມີພາຍໃນເມືອງ ມາປະສົມເຂົ້າກັນ ແລ້ວຫຸ້ມຫໍ່ປະໄວ້ ໂດຍມີຜ້າປິດໄວ້ 7-10 ວັນ ແລ້ວເອົາຜ້າປິດອອກ ເພື່ອເອົາຝຸ່ນໄປໃສ່ສວນກ້ວຍ ຈຶ່ງເຮັດໃຫ້ເກີດກິ່ນເໝັນ ໂດຍສະເພາະຕອນກາງຄືນ.

ສ່ວນວ່າ ກິ່ນເໝັນ ຢູ່ເມືອງຫິນເຫີບ ຈາກຢາງພາຣາ ເຈົ້າໜ້າທີ່ເມືອງຫິນເຫີບ ໄດ້ຮັບຮູ້ແລ້ວ ແລະ ຈະມີການແກ້ໄຂ ໂດຍເຈົ້າໜ້າທີ່ເມືອງໃຫ້ຜູ້ຮັບຊື້ຢາງພາຣາ ຕ້ອງໄດ້ທໍາຄວາມສະອາດ ໃນເວລາເກັບຊື້ຢາງ ເພື່ອບໍ່ໃຫ້ມີກິ່ນເໝັນ ກະທົບຕໍ່ຊາວບ້ານ.

ເຈົ້າໜ້າທີ່ທ້ອງຖິ່ນ ທ່ານດຽວກັນນີ້ ໄດ້ກ່າວວ່າ:

“ເຂົາເຈົ້າໄປວາງຂາຍຢາງຫັ້ນ ເຂົາເຈົ້າໄປກອງໄວ້ຫັ້ນ ແລ້ວບາດນີ້ ຖ້າເອົາຂຶ້ນຣົຖ ຫັ້ນນ່າ ແລ້ວບາດນີ້ ມັນມີນໍ້າ ມັນກໍໄຫຼມານໍາເປົາຫັ້ນດອກ ມັນກໍສົ່ງກິ້ນຢູ່ ຫັ້ນ ຊື່ໆດອກ ການແກ້ໄຂ ມັນໃຫ້ຂາດໂຕເລີຍກະບໍ່ຂາດ ເດືອນນຶ່ງ ເຂົາເຈົ້າຈະຂາຍ 2 ເທື່ອຫັ້ນນເນາະ ມື້ໃດເຂົາເຈົ້າເອົາມາຂາຍ ກໍຈະມີກິ່ນເໝັນ ເພິ່ນເກັບຊື້ ແລ້ວ ເພື່ອເອົາເຂົ້າໂຮງງານເລີຍເດ້ ຜູ້ຮັບຜິດຊອບລານ [ບ່ອນຂາຍຢາງພາຣາ] ນັ້ນ ເປັນຜູ້ຮັບຜິດຊອບອະນາໄມໝົດ.”

ໜ່ວຍງານດ້ານສິ່ງແວດລ້ອມ ກໍມີການປຶກສາຫາລືກັນ ກ່ຽວກັບການແກ້ໄຂບັນຫາ ໃນເບື້ອງຕົ້ນ ໂດຍຈະຍ້າຍບ່ອນຮັບຊື້ ໄປຢູ່ຫ່າງໄກເຂດຊຸມຊົນ.

ເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ເມືອງຫິນເຫີບ ໄດ້ກ່າວວ່າ:  

“ຊິໄດ້ລົງສົມທົບ ກັບຫ້ອງການທີ່ກ່ຽວຂ້ອງ ໂດຍສະເພາະ ຫ້ອງການຄ້າ ເພາະ ແລ້ວກະສົມທົບກັບກະສິກັມ ກະກຸ່ມຜູ້ເກັບຊື້ ຢາງພາຣາຫັ້ນ ໄດ້ກໍານົດຄືນໃໝ່ ກ່ຽວກັບຈຸດທີ່ຈະ ຊື້-ຂາຍ ຫັ້ນນ່າ ກໍນົດໂດຍທີ່ຫ່າງຈາກບ້ານ ປະຊາຊົນ ເນາະ ແລ້ວກໍມີມາຕການ ຕ້ອງການຄວບຄຸມວຽກງານ ດ້ານສິ່ງແວດລ້ອມ ໂດຍສະເພາະກິ່ນເໝັນນີ້.”

ສໍາລັບບັນຫາກິ່ນເໝັນ ຂອງຢາງພາຣານີ້ ທ່ານ ອອນ ວໍລະສານ ເຈົ້າເມືອງຫິນເຫີບ ກໍປະສານໄປຫາໂຮງງານຢາງພາຣາ 2 ແລ້ວ ເພື່ອຊອກຫາວິທີແກ້ໄຂ ເຊິ່ງໃນເມືອງຫິນເຫີບ ມີໂຮງງານເກັບຊື້ຢາງພາຣາ 2 ແຫ່ງ ເປັນໂຮງງານຂນາດໃຫຍ່ ຂອງຈີນ.​ ນອກຈາກນີ້ ຍັງມີ 5 ບໍຣິສັດ ເຂົ້າມາປູກກ້ວຍຫອມ ຢູ່ເມືອງຫິນເຫີບ ມີເນື້ອທີ່ທັງໝົດປະມານ 1,000 ເຮັກຕ້າຣ໌ ກວມເອົາ 10 ບ້ານ.​

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org