ພົບມີການນຳເອົາ ແປງນົວປອມ ເຂົ້າມາຂາຍຢູ່ຕລາດ ໃນຫຼາຍເມືອງ
ພົບແປ້ງນົວປອມ ຂາຍຢູ່ຕາມຮ້ານ, ຕລາດໃນຫຼາຍເມືອງ ເຊິ່ງລັກສະນະ ຂອງແປ້ງນົວປອມ ທີ່ລາວຊື້ນັ້ນ ແມ່ນ ເມັດແປ້ງນົວ ຈະເປັນເມັດນ້ອຍໆ ຄືກັບເມັດນ້ຳຕານຊາຍ ຫຼື ເມັດເກືອມີຣົສຊາດເຄັມ ຫຼາຍກວ່າ ຣົສຊາດນົວ, ລັກສະນະຂອງຖົງ ຈະເປັນຖົງແຂງກວ່າຖົງແປ້ງນົວແທ້.
-
ພອນ ພູມມີທອນ
2023-05-24 -
-
-
Your browser doesn’t support HTML5 audio
ແປ້ງນົວປອມ ມີຂາຍຢູ່ຕາມຮ້ານ ແລະ ຕລາດໃນຫຼາຍເມືອງ ແລະ ຫຼາຍແຂວງຂອງລາວ ຕົວຢ່າງ ຢູ່ແຂວງອັດຕະປື ມີແປ້ງນົວປອມ ດັ່ງຊາວບ້ານຜູ້ນຶ່ງ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ກ່າວວ່າ ເມື່ອບໍ່ດົນຜ່ານມາ ໂຕເຂົາເອງ ໄດ້ຊື້ແປ້ງນົວປອມ ຈາກຮ້ານຄ້າ ໃນຕລາດແຫ່ງນຶ່ງ ເຊິ່ງເຈົ້າຂອງຮ້ານເປັນຄົນວຽດນາມ ເມື່ອມາຮອດເຮືອນ ກໍ່ພົບວ່າ ເປັນແປ້ງນົວປອມ.
ຊາວບ້ານຄົນນີ້ ທີ່ບໍ່ປະສົງອອກຊື່ ໄດ້ໃຫ້ຣາຍລະອຽດ ກັບ ວິທະຍຸ ເອເຊັຽ ເສຣີ ໃນມື້ວັນທີ 23 ພຶສພາ 2023 ນີ້ອີກວ່າ:
“ຊື້ຢູ່ຕລາດ ເປັນຮ້ານວຽດ, ຮ້ານກະແມ່ນ ມີຄົນຕິຫຼາຍຄົນແດ່ວ່າ ມີແປ້ງນົວປອມ ແຕ່ວ່າດົນໆ ຊິເຫັນເທື່ອນຶ່ງຫັ້ນນ່າ, ເຂົາຂາຍຢູ່ຕລາດປະຈຳທຸກມື້ນີ້ແຫຼະ.”
ຊາວບ້ານຄົນນີ້ ກ່າວຕື່ມວ່າ ລັກສະນະ ຂອງແປ້ງນົວປອມ ທີ່ລາວຊື້ນັ້ນ ແມ່ນ ເມັດແປ້ງນົວ ຈະເປັນເມັດນ້ອຍໆ ຄືກັບເມັດນ້ຳຕານຊາຍ ຫຼື ເມັດເກືອມີຣົສຊາດເຄັມ ຫຼາຍກວ່າ ຣົສຊາດນົວ, ລັກສະນະຂອງຖົງ ຈະເປັນຖົງແຂງກວ່າຖົງແປ້ງນົວແທ້ ແລະ ກໍມີການພິມໂຕໜັງສືໄທຍຜິດຫຼາຍ ຈົນບໍ່ສາມາດອ່ານອອກໄດ້, ອີກທັງ ບໍ່ມີບາຣ໌ໂຄດ ຫລື QR Code ປະກົດຢູ່ຫຼັງຊອງ.
ດັ່ງຊາວບ້ານຄົນນັ້ນ ໄດ້ກ່າວເຖິງລັກ ຊະນະຂອງແປ້ງນົວປອມ ຕື່ມວ່າ:
“ເມັດມັນຈະບໍ່ຄືແປ້ງນົວທົ່ວໄປ ທີ່ເຮົາເຄີຍກິນ ແລະ ກະມັນ ຄວາມນົວມັນຈະອອກເຄັມໆ ຫຼາຍກວ່າ, ເມັດມັນຈະເປັນແບບເມັດນ້ຳຕານຊາຍ ເປັນກ້ອນແບບເກືອແນ່, ຖົງມັນຫັ້ນ ມັນກະຕ່າງ ມັນຈະເປັນຖົງແຂງໆ, ໜັງສືໄທຍນີ້ເດ ເຂົາຂຽນແບບກ໋ອບປີ້ນີ້ແຫຼະ ແຕ່ວ່າມັນອ່ານບໍ່ອອກ ມັນບໍ່ເປັນສະຫຼະ ບໍ່ເປັນອິຫຍັງ, ແລະ ກະບໍ່ມີ QR Code ຂອງໄທຍແທ້ ໂຕແປ້ງນົວແທ້ ມັນຈະມີ QR Code ຕິດໄປເລີຍແຕ່ໂຕນີ້ມັນກະບໍ່ມີ.”
ຊາວບ້ານຄົນດຽວກັນນີ້ ກ່າວຕໍ່ວ່າ ລາວບໍ່ໄດ້ແຈ້ງໃຫ້ພາກສ່ວນກ່ຽວຂ້ອງ ຫຼື ຮ້ານຄ້າໄດ້ຊາບ ກ່ຽວກັບເຣື່ອງດັງກ່າວ ໄດ້ແຕ່ແຈ້ງໝູ່ເພື່ອນ ໃຫ້ລະມັດລະວັງ ຕື່ມເທົ່ານັ້ນຍ້ອນວ່າ ຄົນໃກ້ຊິດບາງຄົນ ກໍເຄີຍຊື້ແປ້ງນົວປອມ ໂດຍບໍ່ຮູ້ໂຕ ເອົາໄປປຸງແຕ່ງອາຫານຂາຍ ແລ້ວພາໃຫ້ຣົສຊາດອາຫານປ່ຽນໄປ ບໍ່ແຊບ ເຮັດໃຫ້ເສັຽລູກຄ້າຫຼາຍຄົນ.
ຢູ່ພາກເໜືອຂອງລາວ ກໍມີແປ້ງນົວປອມຫຼາຍ; ຕົວຢ່າງ ແຂວງຫຼວງນ້ຳທາ ໃນວັນທີ 12 ພຶສພາ 2023 ທີ່ຜ່ານມາ, ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຫຼວງນ້ຳທາ ໄດ້ຈັດພິທີ ທຳລາຍສິນຄ້າປອມ ແລະ ລອກຮຽນແບບເຄື່ອງໝາຍການຄ້າ ປະເພດແປ້ງນົວ ກາຈອງ ຫຼື ຣາຊາຊູຣົສ ຈຳນວນ 600 ຖົງ ນ້ຳໜັກ 200 ກິໂລກຣາມ ມູລຄ່າ ປະມານ 10 ລ້ານກວ່າກີບ, ເຊິ່ງທາງຜແນກ ໄດ້ເກັບກຳມາຈາກບັນດາຕລາດ ແລະ ຮ້ານຄ້າຕ່າງໆ ຢູ່ເມືອງຫຼວງນ້ຳທາ, ເມືອງສິງ ແລະ ເມືອງວຽງພູຄາ.
ໃນພິທີດັ່ງກ່າວ, ທ່ານ ຫຸມເພັງ ວຽງທອງໄຊ ຮອງຫົວໜ້າ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຫຼວງນ້ຳທາ ກ່າວຕໍ່ສື່ມວນຊົນຂອງແຂວງ ກ່ຽວກັບເຣື່ອງແປ້ງນົວປອມວ່າ.
“ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ບັນດາຜູ້ປະກອບການ, ຜູ້ນຳເຂົ້າສິນຄ້າ ພາຍໃນແຂວງ ຫຼືພາຍໃນປະເທດ ໃຫ້ມີສະຕິ, ໃຫ້ມີຈັນຍາບັນ ຂອງພໍ່ຄ້າແມ່ຄ້າ, ໃຫ້ເອົາສິນຄ້າທີ່ໄດ້ມາຕຖານ ສິນຄ້າທີ່ຖືກຕ້ອງຕາມຣະບຽບກົດໝາຍ ມາຈຳໜ່າຍໃຫ້ຜູ້ບໍຣິໂພກ, ແລະ ອີກເທື່ອນຶ່ງ, ຂ້າພະເຈົ້າຂໍຮຽກຮ້ອງ ໃຫ້ພໍ່ແມ່ປະຊາຊົນ ຢູ່ພາຍໃນແຂວງຫຼວງນ້ຳທາ ຈົ່ງມີສະຕິໃນການບໍຣິໂພກສິນຄ້າ.”
ທ່ານກ່າວຕື່ມວ່າ ຫາກຜູ້ໃດພົບເຫັນສິນຄ້າປອມ ຂໍໃຫ້ແຈ້ງພາກສ່ວນກ່ຽວຂ້ອງ ເປັນຕົ້ນ ຜແນກອຸດສາຫະກັມ ແລະ ການຄ້າ, ຜແນກ ສາທາຣະນະສຸຂ ຫຼື ຫ້ອງການປະຈຳ ທີ່ຢູ່ໃກ້ທ່ານ, ທັງນີ້, ຄາດວ່າ ແປ້ງນົວປອມ ດັ່ງກ່າວ ອາດຈະຖືກແຈກຍາຍ ຈຳໜ່າຍ ໄປທົ່ວປະເທດລາວແລ້ວ.
ນັກທຸຣະກິຈ ທ່ານນຶ່ງ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ເຊິ່ງໄດ້ກ່າວ ກັບ ວິທະຍຸ ເອເຊັຽ ເສຣີ ຜ່ານທາງ ເຟສບຸກຄ໌ ວ່າ ຜູ້ບໍຣິໂພກ ສາມາດສັງເກດແປ້ງນົວປອມ ໄດ້ເບື້ອງຕົ້ນ ຈາກຊອງບັນຈຸ ແລະ ເມັດແປ້ງນົວ, ເປັນຕົ້ນໂຕໜັງສືໄທຍ ຈະຂຽນຜິດຈົນບໍ່ສາມາດອ່ານໄດ້ ແລະ ສີຊອງແປ້ງນົວປອມ ກໍເປັນສີຈາງກວ່າປົກກະຕິ, ຖົງ ຫລື ຊອງບັນຈຸຈະມີຄວາມໜາ ແລະ ໃນຖົງ ຈະພົບຜົງສານ ບໍແຣກຊ໌ (Borax) ເຈືອປົນ ເຊິ່ງ ມີລັກສະນະເປັນເມັດມົນໆ ນ້ອຍໆ ບໍ່ໃສ, ໃນຂະນະທີ່ ແປ້ງນົວແທ້ ຈະເປັນແທ່ງຍາວໆ ໃສໆ ບໍ່ມີສີ, ຖ້າເຜົາໄຟແລ້ວ ແປ້ງນົວແທ້ ຈະກາຍເປັນສີນ້ຳຕານດຳ.
ເຖິງຢ່າງໃດກໍ່ຕາມ, ນັກທຸຣະກິຈ ຈາກເມືອງຊະນະຄາມ ກ່າວອີກວ່າ ນອກຈາກບັນຫາແປ້ງນົວປອມແລ້ວ ກໍ່ຍັງມີບັນຫາ ລັກລອບນຳເຂົ້າແປ້ງນົວ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍນຳ, ທ່ານເຊື່ອວ່າ ແປ້ງນົວ ທີ່ຖືກທຳລາຍ ໂດຍ ທາງການແຂວງຫຼວງນ້ຳທານັ້ນ ບໍ່ແມ່ນແປ້ງນົວປອມທັງໝົດ ມີແປ້ງນົວແທ້ ທີ່ຖືກນຳເຂົ້າຢ່າງຜິດກົດໝາຍນຳ. ສຳລັບ ແປ້ງນົວແທ້ ທີ່ຖືກທຳລາຍນັ້ນ ແມ່ນຖືກນຳເຂົ້າຈາກໄທຍ໌ ດ້ວຍ ພວກພໍ່ຄ້າແມ່ຄ້າ ຣາຍຍ່ອຍ ທີ່ບໍ່ມີໃບອະນຸຍາດນຳເຂົ້າຢ່າງຖືກຕ້ອງ.
ຢູ່ແຂວງຫຼວງນ້ຳທາ ມີບໍຣິສັດດຽວເທົ່ານັ້ນ ທີ່ມີສິດ ແລະ ມີໃບອະນຸຍາດ ນຳເຂົ້າແປ້ງນົວ ຈາກປະເທດໄທຍ. ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ເພື່ອສອບຖາມຂໍ້ມູນຕື່ມ ຈາກເຈົ້າໜ້າທີ່ ກ່ຽວ ຂ້ອງຢູ່ແຂວງຫຼວງນ້ຳທາ ແຕ່ບໍ່ມີຜູ້ໃດຮັບສາຍ. ສຳລັບແປ້ງນົວກາຈອງ ຫຼື ຣາຊາຊູຣົສ ເປັນສິນຄ້າຂອງບໍຣິສັດ ຣາຊາຊູຣົສ ຈຳກັດ ປະເທດໄທຍ ມີໂຮງງານຕັ້ງຢູ່ແຂວງຣາຊະບູຣີ ທາງພາກຕາເວັນຕົກຂອງໄທຍ ມີບໍຣິສັດ ສົມບູນການຄ້າ ຂາອອກ-ຂາເຂົ້າ ຈຳກັດ ເປັນຜູ້ນຳເຂົ້າ ເພື່ອຈຳໜ່າຍພຽງຜູ້ດຽວໃນລາວ
ເຊິ່ງລາວ ກໍ່ຖືເປັນໜຶ່ງ ໃນຕລາດສຳຄັນຂອງບໍຣິສັດ, ດ້ວຍຄວາມນິຍົມແປ້ງນົວ ຂອງຜູ້ບໍຣິໂພກຊາວລາວ ເຮັດໃຫ້ມີຜູ້ສວຍໂອກາດ ລັກລອບຜລິດແປ້ງນົວປອມ ໃສ່ຊື່ກາດັ່ງກ່າວເຂົ້າມາຈຳໜ່າຍ ຢູ່ປະເທດລາວ ຫຼື ລັກລອບນຳເຂົ້າ ແປ້ງນົວ ຢ່າງບໍ່ຖືກລະບຽບກົດໝາຍ. ທີ່ຜ່ານມາ, ທາງຜແນກອຸດສາຫະກັມ ແລະ ການຄ້າຂອງແຂວງອື່ນໆໃນລາວ ກໍ່ໄດ້ມີການກວດພົບ ແລະ ທຳລາຍແປ້ງນົວປອມຫຼາຍເທື່ອແລ້ວ ເປັນຕົ້ນ ເມື່ອເດືອນກໍຣະກະດາ ປີ 2022 ທີ່ຜ່ານມາ, ທາງຜແນກອຸດສາຫະກັມ ແລະ ການຄ້າແຂວງຜົ້ງສາລີ ໄດ້ກວດພົບແປ້ງນົວປອມ 210 ຖົງ ຈາກຕລາດເທສບານເມືອງຜົ້ງສາລີ ແລະ ຕລາດເມືອງບຸນເໜືອ ລວມມູລຄ່າ 1,868,000 ກີບ.