ໂຄວິດ-19 ສົ່ງຜົນກະທົບ ໜັກຕໍ່ ຊາວລາວ

ຈໍາປາທອງ
2021.06.03
ໂຄວິດ-19 ສົ່ງຜົນກະທົບ ໜັກຕໍ່ ຊາວລາວ ການໃຊ້ຊີວິດ ປະຈໍາວັນ ອອກຫາຢູ່ ຫາກິນ ຂອງ ຊາວນະຄອນຫຼວງ ວຽງຈັນ ທີ່ ຕລາດ ລາວ-ອົສຊີ້
RFA

ທະນາຄານໂລກຣາຍງານ ເມື່ອ ເດືອນມົກກະຣາ 2021 ວ່າ ການຣະບາດຂອງ ໂຄວິດ-19 ແລະ ມາຕການກັກກັ້ນ ໄດ້ສົ່ງຜົລ ກະທົບ ໃສ່ການດໍາຣົງຊີວິດ ຂອງ ປະຊາຊົນຢູ່ ສປປລາວ. ເຖິງແມ່ນວ່າ ຄວາມພຍາຍາມ ໃນການຄວບຄຸມການຣະບາດ ຈະປະ ສົບຜົລສໍາເຣັດ ຢ່າງຫຼວງຫຼາຍ ແຕ່ຜົລກະທົບ ໄປໃນທາງທີ່ບໍ່ດີ ຈາກການລ໊ອກດາວ ນັ້ນກໍຍັງ ຄ້າງຄາຢູ່.

ອັດຕຣາຄວາມທຸກຍາກ ຄາດວ່າຈະເພິ່ມຂຶ້ນຢ່າງໜ້ອຍ 1,7% ໃນປີ 2020 ເມື່ອທຽບກັບສະພາບ ທີ່ບໍ່ມີໂຄວິດ-19. ການຄ້າ ແລະ ການທ່ອງທ່ຽວທີ່ຫຼຸດລົງ ເຮັດໃຫ້ຫຼາຍພັນຄົນ ຕົກຢູ່ໃນຄວາມສ່ຽງ ທີ່ຈະຕົກງານ ແລະ ຊີວິດການເປັນຢູ່ ກໍຖືກກະທົບກະເທືອນ. ຕລາດແຮງງານຂອງ ສປປລາວ ອ່ອນແອໃນໄລຍະເລິ້ມຕົ້ນຂອງການຣະບາດຂອງໂຄວິດ-19 ໂດຍທີ່ຄອບຄົວທຸກຍາກຂາດໂອກາດ ໃນການທໍາມາຫາກິນ ທີ່ຫຼາກຫຼາຍ.

ທະນາຄານໂລກເວົ້າວ່າ ການຣະບາດຂອງໂຄວິດ-19 ແລະຜົລກະທົບຂອງການລ໊ອກດາວ ເຮັດໃຫ້ການຈ້າງງານ ແລະຣາຍໄດ້ ຫຼຸດລົງ. ການປິດຊາຍແດນຣະຫວ່າງປະເທດ, ພາກການບໍຣິການ ແລະ ການຂົນສົ່ງຫຼຸດລົງ ເຮັດໃຫ້ມີຄົນຕົກງານຢ່າງຫຼວງຫຼາຍ. ຄວາມຕ້ອງການຈາກຕ່າງປະເທດ ແລະ ພາຍໃນປະເທດ ທີ່ລົດລົງ ສົ່ງຜົລກະທົບຕໍ່ພາກ ການກໍ່ສ້າງ ແລະການຜລິດ ຊຶ່ງ ນຶ່ງ ສ່ວນສາມຂອງຄົນງານ ໄດ້ຕົກງານໃນເດືອນ ກໍຣະກະດາ 2020.

ຜົລກະທົບທາງດ້ານເສຖກິດ ໄປໃນທາງລົບທີ່ວ່ານີ້ ໄດ້ສົ່ງຜົລກະທົບ ໃນຣະດັບທີ່ຕ່າງກັນ ຕໍ່ຄົນງານນອກຣະບົບ ທີ່ບໍ່ໄດ້ຮັບ ການຄຸ້ມຄອງທາງສັງຄົມ. ແຕ່ຊີວິດການເປັນຢູ່ ຂອງຄອບຄົວກະເສດຕະກອນ ໄດ້ຮັບຜົລກະທົບບໍ່ຫຼາຍ ຈາກການຣະບາດ ຂອງໂຄວິດ-19, ແຕ່ຜົລກະທົບຈາກສະພາບອາກາດ ເຮັດໃຫ້ເກີດຄວາມສ່ຽງຢ່າງຫຼວງຫຼາຍ ຕໍ່ການຜລິດ ຂອງພວກເຂົາເຈົ້າ.

ຣາຄາອາຫານທີ່ສູງຂຶ້ນ ເຮັດໃຫ້ຄວາມບໍ່ພໍພຽງ ຂອງອາຫານ ຮ້າຍແຮງຂຶ້ນ. ຄວາມໝັ້ນຄົງດ້ານອາຫານ ແລະ ໂພຊນາການເປັນ ບັນຫາຮີບດ່ວນ ໂດຍສະເພາະຢ່າງຍິ່ງ ໃນບັນດາ ຄອບຄົວ ທີ່ມີຣາຍໄດ້ໜ້ອຍ ແລະ ຄອບຄົວຊົນເຜົ່າ.

ທະນາຄານໂລກ ຣາຍງານວ່າ ອັດຕຣາເງິນເຟີ້ທີ່ເພິ່ມສູງຂຶ້ນ ໄດ້ເຮັດໃຫ້ກໍາລັງຊື້ ແລະສວັດດິການຂອງຄອບຄົວ ຫຼຸດລົງຖ້າມກາງ ຣາຄາອາຫານສູງຂຶ້ນ ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງ ທາງດ້ານອາຫານເພິ່ມຂຶ້ນ ໃນກຸ່ມຄົນທຸກຍາກທີ່ສຸດ ໂດຍສະເພາະພວກທີ່ ທຸກຍາກຢູ່ໃນເມືອງ.

ໃນຂນະທີ່ການສົ່ງເງິນ ກັບບ້ານຫຼຸດລົງ ບາງຄອບຄົວສູນເສັຍແຫຼ່ງທີ່ມາສໍາຄັນຂອງເງິນ ເພື່ອໃຊ້ຈ່າຍໃນການດໍາລົງຊີວິດການເປັນ ຢູ່ຂອງຕົນ ໃນຂນະທີ່ຄອບຄົວອື່ນໆເຫັນວ່າ ໄດ້ສູນເສັຽວິທີການນຶ່ງ ໃນວິທີການຮັບບມື ຂອງພວກຕົນໄປ.

ສໍາລັບປະຊາຊົນລາວຈໍານວນຫຼວງຫຼາຍ ການສົ່ງເງິນກັບບ້ານ ເປັນແຫຼ່ງທີ່ມາ ຂອງຣາຍໄດ້ຫຼັກ ແລະການສົ່ງເງິນມາໃຫ້ຫຼຸດລົງຢ່າງ ໄວວາ ໃນໄລຍະການຣະບາດຂອງ ໂຄວິດ-19 ນີ້ ໄດ້ສ້າງຄວາມຫຍຸ້ງຍາກໃຫ້ຫຼາຍ. ຜົລກະທົບອັນບໍ່ດີທີ່ວ່ານີ້ ສ່ວນໃຫຍ່ແມ່ນ ເກີດຂຶ້ນ ໃນຄອບຄົວຢູ່ຕາມ ຊົນນະບົດ ໃນພາກກາງ ແລະພາກໃຕ້ຂອງປະເທດລາວ.

ທະນາຄານໂລກເວົ້າວ່າ ການຟື້ນຕົວຂອງການໂອນເງິນ ຣະຫວ່າງປະເທດເຂົ້າມາລາວ ຄາດວ່າຈະເປັນໄປຢ່າງຊ້າໆ. ແລະວ່າ ໃນການຮັບມືກັບການແຜ່ຣະບາດຂອງ ໂຄວິດ-19 ຣັຖບານລາວໄດ້ອອກຫຼາຍມາຕການ ເພື່ອປົກປ້ອງຜູ້ທີ່ຖືກ ກະທົບກະເທືອນ.

ແຕ່ເຖິງຢ່າງໃດກໍຕາມ ຣະບົບການປົກປ້ອງ ທາງສັງ ຄົມ ກໍຍັງຖືກຈໍາກັດ ແລະຂາດຄວາມສາມາດ ໃນການໂຕ້ຕອບການແຜ່ ຣະບາດຂອງເຊື້ອດັ່ງກ່າວ. ໂຄງການຊ່ອຍເຫລືອ ທາງສັງຄົມ ຍັງຕໍ່າ ແລະບໍ່ພຽງພໍ ໃນການທີ່ຈະເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວ ທີ່ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ຈາກໂຄວິດ-19 ນັ້ນ ເປັນປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.