ສະຖາບັນຂົງຈື້ ສັ່ງໂຈະ ສອບເສັງ
2020.02.28
ສະຖາບັນຂົງຈື້ ປະຈຳ ມະຫາວິທຍາໄລ ແຫ່ງຊາດລາວ ສັ່ງໂຈະການສອບເສັງພາສາຈີນ ຣະດັບ1 ຫາ 6 ອອກໄປ ເພື່ອປ້ອງກັນການ ຣະບາດຂອງ Covid-19 virus. ດັ່ງ ເຈົ້າໜ້າທີ່ຫ້ອງການ ສະຖາບັນຂົງຈື້ ໄດ້ກ່າວໃນວັນທີ 25 ກຸມພາ ວ່າ:
"ມີແຕ່ໂຕໂຄໂຣນາຢ່າງດຽວ ແລ້ວບໍ່ມີການເຄື່ອນໄຫວ ນອກໃນເພິ່ນບໍ່ໃຫ້ ອອກຄືວ່າແຫຼະເນາະ ແມ່ນບໍ່ ໃຫ້ຄິດຈັ່ງຊັ້ນສາ ເພາະວ່າທາງ ເຮົານີ້ມັນເປັນທາງຮັບສົ່ງໄປໃຫ້ເພິ່ນ ເພີ່ນກໍສົ່ງໄປໃຫ້ ເຮົາຄັ້ນບໍ່ສົ່ງມາໃຫ້ເຮົາແປວ່າໂຈະຍົກເລີກ."
ດ້ວຍເຫດຜົນດັ່ງກ່າວເມື່ອມີການຣະບາດຂອງ COVID-19 ຈຶ່ງເຮັດໃຫ້ມີການຍົກເລີກ ການສອບເສັງ ໃນວັນທີ 09 ກຸມພາ ຜ່ານມາ.
ເຈົ້າໜ້າທີ່ກ່າວຕື່ມວ່າ ສະຖາບັນຂົງຈື້ ມີໜ້າທີ່ຈັດການສອບເສັງ ທຽບຣະດັບພາສາຈີນ ແລະ ຝຶກອົບຮົມ ໄລຍະສັ້ນ. ແຕ່ລະປີ ສະຖານບັນ ຈະອອກຫົວບົດສອບເສັງ ແລະ ເປີດສອບເສັງເອົານັກສຶກສາລາວ ຜູ້ທີ່ມີຄວາມສົນໃຈໄປຮຽນຕໍ່ຢູ່ຈີນ. ການສັ່ງໂຈະ ການສອບເສັງໃນຄັ້ງນີ້ ແມ່ນເປັນໄປຕາມຄຳແນະນໍາ ຂອງຄະນະບໍຣິຫານ ຂອງມະຫາວິທຍາໄລ ແຫ່ງຊາດ ຫລື ມຊ.
ນັກສຶກສາທີ່ເສັຽຄ່າເງິນລົງທະບຽນສອບເສັງ ສາມາດໄປທວງເອົາເງິນຄືນນຳສະຖານບັນ ຂົງຈື້ ພາຍໃນວັນທີ 10 - 27 ມີນາ ທີ່ຈະມາ ເຖິງນີ້.
ທ່ານ ຄຳຮຸ່ງ ຈັນທະວົງ ຮອງອຳນວຍການສະຖາບັນຂົງຈື້ ມຊ ກ່າວຕໍ່ຊື່ມວນຊົນ ໃນວັນທີ 20 ກຸມພາ ວ່າ: ສະຖາບັນຂົງຈື້ ມຊ ເປັນ ສະຖາບັບທີ່ຂຶ້ນກັບ ສະຖາບັນຂົງຈື້ ທີ່ມີ ສຳນັກງານໃຫຍ່ຢູ່ປັກກິ່ງ, ມີນັກສຶກສາທັງໝົດ 1,800 ຄົນ.