ຄົນລາວ ຖືກກຸ່ມຄົນຈີນ ລຸມຕີ ຢູ່ໂຮງງານຜລິດເຈັ້ຽ ເມືອງເຊໂປນ

ເກີດເຫຕຄົນງານຈີນຫຼາຍຄົນ ລຸມຕີຄົນລາວ ຢູ່ໂຮງງານຈີນແຫ່ງນຶ່ງ ເຂດເມືອງເຊໂປນ ແຂວງສວັນນະເຂດ ແຕ່ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດລະບຸໄດ້ວ່າ ເປັນຍ້ອນຫຍັງ ແຕ່ບໍ່ວ່າສາເຫຕ ຈະມາຈາກຫຍັງກໍຕາມ ນີ້ບໍ່ແມ່ນເທື່ອທຳອິດ ທີ່ຄົນລາວຖືກກະທຳ ແລ້ວກໍມິດງຽບໄປ ໂດຍອຳນາດ ການປົກຄອງ ບໍສາມາດປົກປ້ອງ ປະຊາຊົນຂອງຕົນໄດ້.

ແຜນທີ ເມືອງເຊໂປນ ເຂດທີ່ຕັ້ງຂອງ ໂຮງງານຜລິດເຈັ້ຍ ຂອງບໍຣິສັດ ຊັນເປເປີ້ ໂຮນດິ້ງ ລາວຈໍາກັດ. ຮູບພາບ: OpenStreetMap contributors/Datawrapper

ເມື່ອກາງຄືນວັນທີ່ 12 ພຶສຈິກາ ທີ່ຜ່ານມານີ້ ໄດ້ມີວີດີໂອ ເຫຕການຄົນງານຈີນ ລຸມຕີ ຄົນງານລາວ ຖືກເປີດເຜີຍ ທາງສື່ສັງຄົມອອນລ່າຍນ໌ ໂດຍໃນວີດີໂອດັ່ງກ່າວ ລະບຸວ່າ ເຫຕເກີດຂຶ້ນ ຢູ່ໃນໂຮງງານຜລິດເຈັ້ຍ ຂອງບໍຣິສັດ ຊັນເປເປີ້ ໂຮນດິ້ງ ລາວຈໍາກັດ ຢູ່ໃນເຂດບ້ານມັນຈິ ເມືອງເຊໂປນ ແຂວງສວັນນະເຂດ ເຊິ່ງມີຄົນງານຈີນ ບໍ່ຕໍ່າກ່ວາ 5 ຄົນ ໄດ້ລຸມຕີ ຄົນງານລາວຄົນນຶ່ງ ໂດຍມີຄົນງານລາວ ແລະ ຊາວບ້ານ ທີ່ເຫັນເຫຕການ ພະຍາຍາມເຂົ້າໄປລະງັບເຫຕໄວ້ ແຕ່ບໍ່ໄດ້ລະບຸທີ່ມາ ທີ່ໄປວ່າ ເຫຕການດັ່ງກ່າວເກີດຂຶ້ນຍ້ອນສາເຫຕໃດແທ້.

ກ່ຽວກັບເຣຶ່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມໄປຫາ ຫ້ອງການ ປກສ ເມືອງເຊໂປນ ແລະ ຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງເຊໂປນ ເພື່ອຂໍຮູ້ ຣາຍລະອຽດເພີ່ມຕື່ມ ແຕ່ກໍ່ຍັງບໍ່ມີເຈົ້າໜ້າທີ່ຜູ້ໃດ ທີ່ສາມາດກ່າວເຖິງ ເຫດການນີ້ໄດ້ ແຕ່ເຖິງຢ່າງໃດກໍ່ຕາມ ພະນັກງານຄົນນຶ່ງ ທີ່ເຮັດວຽກພາຍໃຕ້ບໍຣິສັດ ຊັນເປເປີ້ ໂຮນດີ້ງ ລາວຈໍາກັດຢືນຢັນວ່າ ເຫຕການດັ່ງກ່າວ ແມ່ນເກີດຂຶ້ນແທ້ ແຕ່ທ່ານເອງ ກໍ່ຍັງຮູ້ສາເຫຕຢ່າງຄັກແນ່ວ່າ ເປັນຍ້ອນຫຍັງ ເນື່ອງຈາກໃນມື້ທີ່ເກີດເຫຕການນັ້ນ ທ່ານບໍ່ໄດ້ເຮັດວຽກ ຢູ່ໃນເຂດໂຮງງານ ມີແຕ່ເຫັນເຫຕການ ຈາກວີດີໂອ ທີ່ຖືກເຜີຍແຜ່ທາງສັງຄົມອອນລ່າຍນ໌.

ດັ່ງ ທ່ານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ພືສຈິກາ ນີ້ວ່າ:

ເຫັນແຕ່ວີດີໂອຫັ້ນແຫລະ ແຕ່ເຮົາກະບໍ່ຮູ້ຂໍ້ມູນຫັ້ນນ່າ ເຮົາຈະເປັນສ່ວນຕັດໄມ້ເນາະ ເຮົາບໍ່ໄດ້ຢູ່ໂຮງງານຫັ້ນນ່າ ເຮົາບໍ່ເຫັນ. ຄົນເຮັດວຽກຢູ່ຫັ້ນຫລາຍ ແຕ່ວ່າຜູ້ ຕີກັນຫັ້ນຄືວ່າ ບໍ່ຮູ້ວ່າເຂົາຜິດກັນເຣຶ່ອງຫຍັງ.”

ໃນຂະນະທີ່ ພະນັກງານຊາວຈີນ ອີກຄົນນຶ່ງ ທີ່ເຮັດວຽກຢູ່ຝ່າຍບຸຄະລາກອນ ຂອງໂຮງງານແຫ່ງດັ່ງກ່າວ ກ່າວວ່າ ທ່ານເອງກໍ່ບໍ່ເຫັນເຫຕການ ດັ່ງກ່າວຢ່າງຄັກແນ່ ເຊັ່ນດຽວກັນ ແລະ ບໍ່ຮູ້ວ່າເຫຕການ ໄດ້ເກີດຂຶ້ນແນວໃດ ແລະ ບໍ່ມີພາກສ່ວນໃດ ມາຣາຍງານໃຫ້ຮັບຊາບເທຶ່ອ.

ດັ່ງ ທ່ານ ກ່າວວ່າ:

ບໍ່ໄດ້ຕີກັນໄດ໋. ເຮົາແມ່ບຸຄະລາກອນ ເຮົາມີແຕ່ຮັບຜິດຊອບ ຮັບສມັກພະນັກງານ.”

ທາງດ້ານຜູ້ປະກອບການ ຮ້ານຄ້າແຫ່ງນຶ່ງ ທີ່ຕັ້ງຢູ່ບໍຣິເວນ ໜ້າໂຮງງານຜລິດເຈັ້ຍ ຂອງບໍຣິສັດ ຊັນເປເປີ້ ໂຮນດີ້ງ ລາວຈໍາກັດ ກ່າວວ່າ ໃນໄລຍະທີ່ເກີດເຫຕການດັ່ງກ່າວນັ້ນ ຍານາງເອງກໍໄດ້ງິນສຽງຢູ່ ແຕ່ບໍ່ໄດ້ເຂົ້າໄປເບິ່ງເຫຕການ ພາຍໃນໂຮງງານ ຈຶ່ງບໍ່ຮູ້ຣາຍລະອຽດ ເກີດຂຶ້ນຍ້ອນສາເຫຕໃດ ແລະຂັດແຍ່ງກັນເຣຶ່ອງຫຍັງແດ່ ມີແຕ່ເຫຕການ ຜ່ານວີດີໂອ ຖືກເຜີຍແຜ່ ໃນສື່ສັງຄົມອອນລ່າຍນ໌ ເທົ່ານັ້ນຊື່ໆ.

ດັ່ງ ຍານາງກ່າວວ່າ:

ທີ່ຕີກັນນັ້ນເບາະ ບໍ່ຮູ້ເດ້. ຢູ່ໃນ ເຟສບຸກຄ໌ ຂ້ອຍຫັ້ນຢູ່ໃກ້ ແຕ່ຂ້ອຍບໍ່ໄດ້ຢູ່ໃນໂຮງງານ ຂ້ອຍຈະຢູ່ນອກຢູ່ແຄມທາງເລກ 9 ພີ້ ກະເລີຍບໍ່ຮູ້ວ່າອີ່ຫຍັງ.

ສ່ວນທາງຊາວບ້ານ ຢູ່ບ້ານມັນຈິ ຫລາຍຄົນ ບໍ່ຮູ້ທີ່ມາ ທີ່ໄປ ຂອງເຫຕການດັ່ງກ່າວ ເຊັ່ນດຽວກັນ ມີແຕ່ເບິ່ງທາງວີດີໂອ ທີ່ຖືກເຜີຍແຜ່ ທາງສື່ສັງຄົມອອນລ່າຍນ໌ ເທົ່ານັ້ນ ແລະ ກໍ່ບໍ່ສາມາດອອກ ຄໍາເຫັນໄດ້ວ່າ ເຫຕການດັ່ງກ່າວ ຈະເປັນໄປ ຫລື ຈະກ່ຽວຂ້ອງ ກັບເຣື່ອງໃດ.

ດັ່ງ ຊາວບ້ານ ທ່ານນຶ່ງກ່າວວ່າ:

ເອ໊ ປາກົດເຫັນຢູ່ໂທຣະສັບ. ເອ໊ ເຫັນເພິ່ນລົງໂຊຊ່ຽວ ລົງຫັ້ນຢູ່. ໂອ ບໍ່ຮູ້ຄືກັນໄດ້ ບໍ່ໄດ້ໃສ່ໃຈ ຖາມເລີຍຫັ້ນນ່າ ບໍ່ຮູ້ນ່າ.

ໃນຂະນະດຽວກັນ ອໍານາດການປົກຄອງບ້ານມັນຈິ ທ່ານນຶ່ງ ກ່າວວ່າ ກ່ຽວກັບເຫຕການດັ່ງກ່າວນີ້ ທາງເຈົ້າໜ້າທີ່ ຂັ້ນບ້ານ ບໍ່ໄດ້ໄປຕິດຕາມ ຫລືແກ້ໄຂສະຖານະການ ດັ່ງກ່າວເທຶ່ອ ເນື່ອງຈາກບໍ່ໄດ້ຮັບແຈ້ງ ໃຫ້ເຂົ້າໄປຊ່ວຍ ລະງັບເຫຕການຕີກັນ ຈຶ່ງບໍ່ຮູ້ຣາຍລະອຽດ ຂອງເຫຕການຂັດແຍ່ງ ທີ່ເກີດຂຶ້ນ ໃນໂຮງງານແຫ່ງດັ່ງກ່າວ.

ດັ່ງ ທ່ານກ່າວວ່າ:

ຄົນຈີນຕີຄົນລາວບໍ່ ບໍ່ຮູ້ຄືກັນໄດ້ ລາວຕີຢູ່ໃນພຸ້ນ ໃນໂຮງງານພຸ້ນ ອ້າຍບໍ່ໄດ້ເຂົ້າໄປໃນ ເຫັນຂ່າວຢູ່ບໍໄດ້ເຂົ້າໄປໃນ.

ພາຍຫລັງວີດີໂອດັ່ງກ່າວ ຖືກເຜີຍແຜ່ທາງສື່ ສັງຄົມອອນລ່າຍນ໌ ກໍ່ໄດ້ມີຄົນລາວຫລາຍຄົນ ສະແດງຄວາມຄິດເຫັນ ໃນຫລາກຫລາຍທັສນະ ເຊິ່ງຈໍານວນນຶ່ງ ໃນຄວາມເຫັນຕໍ່ເຫຕການ ທີ່ເກີດຂຶ້ນ ສະແດງໃຫ້ເຫັນວ່າ ຄົນຈີນ ທີ່ເຂົ້າມາຢູ່ລາວ ໃຊ້ອໍານາດ ຫລື ຄວາມຮຸນແຮງ ຕໍ່ຄົນລາວ ໂດຍເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ມັກບໍ່ສົນໃຈ ທີ່ຈະເຂົ້າໄປແກ້ໄຂ ບັນຫາ ຄັນເປັນເຫຕການ ບໍ່ດີທີ່ກ່ຽວຂ້ອງ ກັບຄົນຈີນ. ເຖິງຢ່າງໃດກໍ່ຕາມ ປົກກະຕິແລ້ວ ຄົນລາວສ່ວນໃຫຍ່ ມັກບໍ່ຄ່ອຍມີເຣື່ອງຂັດແຍ້ງ ກັບພົລເມືອງຈາກປະເທດອື່ນໆ ທີ່ເຂົ້າມາໃນລາວ ແຕ່ໃນໄລຍະຫລັງໆມານີ້ ພັດມັກມີເຫຕການ ຂັດແຍ່ງລະຫວ່າງຄົນຈີນກັບຄົນລາວ ຢູ່ເລື້ອຍໆ ເປັນຕົ້ນ ເມື່ອເດືອນ ມີນາ ປີນີ້ ໄດ້ເກີດເຫຕການ ຄົນຂັບຣົຖບັນທຸກຊາວຈີນ ປະມານ 10 ຄົນ ໄດ້ໄລ່ຕີຄົນຂັບຣົຖບັນທຸກ ຊາວລາວ 1 ຄົນ ຈົນໄດ້ຮັບບາດເຈັບສາຫັດ ຢູ່ລະຫວ່າງເສັ້ນທາງ ຈາກເມືອງນາຫມໍ້ ແຂວງອຸດົມໄຊ ໄປຫາເຂດເສຖກິຈ ສະເພາະບໍ່ເຕັນ ແດນງາມ ແຂວງຫລວງນ້ໍາທາ ເຊິ່ງສາເຫຕເກີດຈາກ ການຜິດຖຽງກັນ ຍ້ອນການຂັບຣົຖ ບັນທຸກແຊງກັນໄປມາ ແຕ່ຫລັງຈາກນັ້ນ ເຈົ້າໜ້າທີ່ຕໍາຣວດ ຈາຣະຈອນ ໄດ້ອອກມາ ຊີ້ແຈງ ໃນລັກສະນະຖິ້ມໂທດໃສ່ ຄົນຂັບຣົຖຊາວລາວ ແລະ ກ່ອນໜ້ານັ້ນ ເມື່ອເດືອນ ພຶສຈິກາ ປີ 2021 ເຄີຍເກີດເຫຕການ ຄົນງານລາວ ຈໍານວນນຶ່ງທີ່ເຮັດວຽກ ຢູ່ໂຄງການກໍ່ສ້າງ ສະຖານນີຣົຖໄຟ ລາວ-ຈີນ ເຂດວຽງຈັນໃຕ້-ທ່ານາແລ້ງ ບ້ານດົງໂພນແຮ່-ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ຢຸດເຮັດວຽກ ພ້ອມໄປທວງເງິນ ຄ່າຈ້າງຈາກກຸ່ມນາຍຈ້າງ ຊາວຈີນ ແຕ່ຖືກກຸ່ມນາຍຈ້າງ ຊາວຈີນທໍາຮ້າຍຮ່າງກາຍ ແລະເກີດເຫຕການ ປະທະກັນ ຍ້ອນບໍ່ພໍໃຈ ທີ່ຄົນງານລາວທວງເງິນ ຄ່າຈ້າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org