ນະຄອນຫຼວງວຽງຈັນ ຕຣຽມມາຕການ ແກ້ໄຂສຽງດັງ ຈາກຮ້ານບັນເທີງ

ຜແນກຖແລງຂ່າວ, ວັທນະທັມ ແລະທອ່ງທ່ຽວ ນະຄອນຫລວງວຽງຈັນ ຕຣຽມມາຕການແກ້ໄຂ ບັນຫາການສົ່ງສຽງດັງ ໃນເວລາວິການ ຈາກຮ້ານບັນເທີງ ແລະຮ້ານອາຫານ ຕ່າງໆ ໃນນະຄອນຫລວງວຽງຈັນເຣີ່ມແຕ່ເດືອນພຶສຈິການີ້ ພ້ອມຈັດຕັ້ງເບີ້ໂທຣະສັບສາຍດ່ວນ ເພື່ອຮັບຄຳຮ້ອງຮຽນ ຈາກປະຊາຊົນ.

ນະຄອນຫຼວງວຽງຈັນ ໃນເວລາຄ່ຳຄືນ. ເດືອນກໍຣະກະດາ ປີ 2023. ນັກຂ່າວ ພົລເມືອງ

ຜແນກຖແລງຂ່າວ, ວັທນະທັມແລະທອ່ງທ່ຽວ ນະຄອນຫລວງວຽງຈັນ ຈະແກ້ໄຂບັນຫາ ການສົ່ງສຽງດັງໃນຍາມຄ່ຳຄືນ ຈາກຮ້ານບັນເທີງ ແລະຮ້ານອາຫານຕ່າງໆ ໃນນະຄອນຫລວງວຽງຈັນ ເຣີ່ມແຕ່ເດືອນພຶສຈິການີ້ ພ້ອມຈັດຕັ້ງເບີ້ໂທຣະສັບສາຍດ່ວນ ເພື່ອໃຫ້ຊາວບ້ານນຮຽກຮ້ອງ ມາຫາເຈົ້າໜ້າທີ່ເມື່ອພົບເຫັນຮ້ານບັນເທີງ ສົ່ງສຽງດັງໃນຍາມຄ່ຳຄືນ.

ນາງ ວິໄລວັນ ຈັນທະລາຕີ ຫົວໜ້າຜແນກຖແລງຂ່າວ, ວັທນະທັມແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ຊີ້ແຈງ ຜ່ານສື່ມວນຊົນລາວ ໃນວັນທີ 1 ພຶສຈິກາ ປີ 2023 ໃນຕອນນຶ່ງວ່າ:

ບັນຫາຜົລກະທົບສຽງດັງ ເນືອງນັນ ຈາກຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ ຜ່ານມາພໍ່ແມ່ ປະຊາຊົນ ກໍໄດ້ມີການຮ້ອງຮຽນຫລາຍ ແຕ່ວ່າການແກ້ໄຂ ກໍຍັງບໍ່ທັນຂາດຕົວ. ການແກ້ໄຂບັນຫາດັ່ງກ່າວ ໄດ້ມອບໃຫ້ທາງຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ສົມທົບກັບຄນະຮັບຜິດຊອບ ໄດ້ລົງໄປເຜີຍແຜ່, ກ່າວເຕືອນ ແລະເຮັດບົດບັນທຶກ ສຶກສາອົບຮົມ.”

ໃນຂນະດຽວກັນ ເຈົ້າໜ້າທີຄນະແກ້ໄຂບັນຫາສຽງດັງເນືອງນັນ ນະຄອນຫລວງຽງຈັນ ທ່ານນຶ່ງເວົ້າວ່າ  ຢູ່ເມືອງຕ່່າງໆ ກຳລັງຕິດຕາມ ລົງໄປກວດກາ ຮ້ານບັນເທີງ ແລະຮ້ານອາຫານຕ່າງໆ ເພື່ອໃຫ້ມີການແກ້ໄຂຢ່າງຖືກຕ້ອງ ຖ້າຍັງບໍ່ປະຕິບັດຕາມ ຈະເອີ້ນມາໂອ້ລົມແລະ ແກ້ໄຂຕາມມາຕການຕ່່າງໆ ຢ່າງເຫມາະສົມ.

ດັ່ງທ່ານເວົ້າວ່າ:

ຢູ່ໃນຊ່ວງໄລຍະກະຕຽມ ກຳລັງແຈ້ງການຜູ້ປະກອບການເພິ່ນ ໃຫ້ໄດ້ມີເວລາປັບປຸຸງ ໂຕໃດບໍ່ຖືກກະອັນນັ້ນໄວ້. ບາດເພິ່ນລົງໄປກໍຈະປະຕິບັດເລີຍ ມັນມີແຈ້ງການຂອງເພິ່ນອອກມາ. ເພິ່ນໄປກວດກາເຫັນ ເພິ່ນກະຊິຮ້ອງໄປສຶກສາອົບຮົມ ໃຊ້ມາຕການປັບໃໝ. ມັນກໍຈະມີ 5 ລ້ານບໍ, 10 ລ້ານບໍ. ຄັ້ງ1, ຄັ້ງ 2, ຄັ້ງ 3 ໄປຕາມກໍຣະນີ ໜັກເບົາຫັ້ນແຫລະ.

ເຈົ້າໜ້າທີ່ປາບປາມຮ້ານສົ່ງສຽງດັງເນືອງນັນ ອີກເມືອງນຶ່ງ ເວົ້າວ່າ ພາຍໃນເມືອງທີ່ທ່ານຮັບຜິດຊອບ ເມື່ອຮູ້ແຈ້ງການດັ່ງກ່າວ ໄດ້ໂອ້ລົມກັນ ເພື່ອນຳໄປປະຕິບັດ ແລະໄດ້ຕັ້ງໜ່ວຍງານ ລົງໄປຕິດຕາມບັນຫາດັ່ງກ່າວ.

ທາງນະຄອນຫລວງວຽງຈັນ ເພິ່ນມີແຜນປັບປຸງໃໝ່ ເຮົາກະຫາສຶກສາ ແຜນຂອງນະຄອນຫລວງກ່ອນ ເຮົາກະປະຊຸມມາຕການ ຂອງທ່ານເຈົ້າຄອງຫັ້ນ.

ສ່ວນເຈົ້າໜ້າທີ່ ຜແນກທ່ອງທ່ຽວ ນະຄອນຫລວງວຽງຈັນ ທ່ານນຶ່ງເວົ້າວ່າ:

ທາງຜແນກທ່ອງທ່ຽວ ນະຄອນຫລວງວຽງຈັນ ກໍເປັນຫນວ່ຍງານຶ່ງ ທີ່ສົມທົບກັບຄະນະດັ່ງກ່າວ ຊຶ່ງຄາດວ່າຈະເຣີ່ມລົງໄປກວດກາ ແຕ່ລະພື້ນທີ່ອີກບໍ່ດົນນີ້, ແຕ່ເຖິງຢ່າງໃດກໍຕາມ ຄັນຊາວບ້ານ ຫລືນັກທ່ອງທ່ຽວ ພົບເຫັນຮ້ານບັນເທີງ, ຮ້ານກິນດື່ມ ແລະຮ້ານອາຫານ ທີ່ໃຊ້ສຽງດັງ ກໍສາມາດໂທຣະສັບ ແຈ້ງຂໍ້ມູນມາທາງຕຳຣວດ ຜແນກທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ຕລອດເວລາ.

ກ່ຽວກັບເຣື່ອງນີ້ ຊາວບ້ານ ຢູ່ນະຄອນຫລວງວຽງຈັນ ນາງນຶ່ງເວົ້າວ່າ ບັນຫາຮ້ານບັນເທີງ, ຮ້ານກິນດື່ມແລະຮ້ານອາຫານ ໃຊ້ສຽງດັງເກີນຂອບເຂດ ໃນເວລາກາງຄືນນັ້ນ ເປັນບັນຫາມາດົນແລ້ວ ແລະສົ່ງຜົລກະທົບຕໍ່ຊາວບ້ານໃກ້ຄຽງ ໃນເວລາຫລັບນອນ ຈຶ່ງເຫັນດີ ທີ່ເຈົ້າໜ້າທີ່ກ່ຽວຂ້ອງ ຈະລົງໄປແກ້ໄຂ.

ລາງເທື່ອຮ້ານບັນເທີງຫັ້ນນ່າ ມັນກະເປີດເດິກເກີນເວລາ ເຂົາເນາະ. ເພິ່ນກໍບໍ່ໃຫ້ໃຊ້ສຽງດັງນ່າ. ເພິ່ນໃຫ້ເປີດເພັງຄ່ອຍໆ ຍາມບຸນທາດຫລວງນີ້ ເພິ່ນກະໃຫ້ 10 ໂມງເຄິ່ງ, 11 ໂມງນີ້ແຫລະ. ບຸນຊ່ວເຮືຶອເພິ່ນກໍຍັງບໍ່ໃຫ້ເປີດຮ້ານເພັງ, ກິນເບັຍຊື່ໆໄດ້ຢູ່ ແຕ່ວ່າຊິເປີດເພັງບໍ່ໄດ້.

ຊາວບ້ານ ຢູ່ນະຄອນຫລວງວຽງຈັນ ທ່່ານນຶ່ງເວົ້າວ່າ ນອກຈາກເຈົ້າໜ້າທີ່ ຈະແກ້ໄຂບັນຫາສຽງດັງ ຕາມຮ້ານຕ່າງໆແລ້ວ ຢາກໃຫ້ເຈົ້າໜ້າທີ່ລົງໄປກວດກາ ຮ້ານບັນເທີງຄົນຈີນບາງແຫ່ງ ທີ່ມີການມົົ້ວສຸມຢາເສບຕິດ ແລະກິຈກັມອະນາຈານຕ່າງໆ ພາຍໃນຮ້ານ.

ດັ່ງທ່ານເວົ້າວ່າ:

ກໍບໍ່ຢາກໃຫ້ເປີດແຫລະ ໃຊ້ອິດທິພົນຫລາຍ ມີໝົດຫັ້ນແຫຼະ. ໃຊ້ອິດທິພົນຫລາຍຄົນຈີນ ມີການມົ້ວສຸມເບາະ. ເອົາຜູ້ແສ້ຜູ້ສາວໄປເປີດໜັງເຊັກຫັ້ນນ່າ ມາລໍ້ລວງ ເດັກນ້ອຍໄປຊັ້ນ.

ແຕ່ເຈົ້າໜ້າທີ່ ຜແນກຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ເວົ້າເຖິງບັນຫາ ຮ້ານບັນເທີງຈີນ ມົ້ວສຸມຢາເສບຕິດ ແລະກິຈກັມອະນາຈານວ່າ ເປັນໜ້າທີ່ ປກສ ນະຄອນຫລວງວຽງຈັນ ເປັນຜູ້ຕິດຕາມກວດກາ ແລະເຄີຍມີຂ່າວການຈັບກຸມ ກວດລ້າງກຸ່ມແກ້ງຄົນຈີນ ຢູ່ເລື້ອຍໆ.

ກ່ອນໜ້ານີ້ ເມື່ອວັນທີ 23 ກັນຍາ ປີ 2023 ຢູ່ຫ້ອງການ ແຂວງນະຄອນຫລວງວຽງຈັນ ເປີດກອງປະຊຸມ ກ່ຽວບັນຫາການສົ່ງສຽງດັງເນືອງນັນ ຍາມຄ່ຳຄືນ ຈາກຮ້ານບັນເທີງຕ່າງໆ ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຊີ້ນຳໃຫ້ມີການລົງກວດກາ ແລະແກ້ໄຂ 2 ຄັ້ງຕໍ່ເດືອນ ຮວມທັງໃຫ້ມີການຕິດຕາມຮ້ານບັນເທີງ, ຮ້ານອາຫານເວລາເປີດ-ປິດໃຫ້ຖືກຕ້ອງ ແລະໃຫ້ມີການຕັກເຕືອນ ປັບໄຫມຜູ້ລະເມີດ.

ຢ່່າງໃດກໍຕາມ ຊາວບ້ານຫລາຍຄົນກ່າວວ່າ ການແກ້ໄຂບັນຫາດັ່ງກ່າວນີ້ ເປັນສ່ວນນຶ່ງໃນການກະຕຣຽມ ທີ່ລາວຈະເປັນປະທານອາຊ້ຽນໃນປີ 2024 ລວມທັງ ເປັນເຈົ້າພາບ ຈັດກອງປະຊຸດສຸດຍອດ ອາຊ້ຽນແລະກອງປະຊຸມ ທີ່ກ່ຽວຂ້ອງອື່ນໆ ໃນນະຄອນຫລວງວຽງຈັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org