ການຊ່ອຍເຫຼືອປະຊາຊົນ ຖືກນໍ້າຖ້ວມ ໄຊຍະບູຣີ

ອຸ່ນແກ້ວ ສຸກສະຫວັນ
2021.06.17
ການຊ່ອຍເຫຼືອປະຊາຊົນ ຖືກນໍ້າຖ້ວມ ໄຊຍະບູຣີ ອົງການສະພາກາຊາດ (ກາແດງລາວ) ແຂວງໄຊຍະບູຣີ ອອກຊ່ອຍເຫຼືອ ຜູ້ປະສົບພັຍນໍ້າຖ້ວມ ໃນວັນທີ 17 ມິຖຸນາ 2021
ນັກຂ່າວພົລເມືອງ

ປັດຈຸບັນ ເຫດການນ້ຳຖ້ວມ ແຂວງໄຊຍະບູຣີ, ແຂວງບໍ່ແກ້ວ, ແຂວງຊຽງຂວາງ ແລະ ແຂວງວຽງຈັນ ສົ່ງຜົລກະທົບ ຕໍ່ປະຊາຊົນ ຫຼາຍພັນຄອບຄົວ ອີງຕາມຂໍ້ມູນຈາກ ເຈົ້າໜ້າທີ່ ທາງການລາວ. ໃນເຫດການນ້ຳຖ້ວມ ແຕ່ລະຄັ້ງນັບແຕ່ອະດີດ ຈົນເຖິງປັດຈຸບັນ ປະຊາຊົນຜູ້ທີ່ໄດ້ຮັບຜົລກະທົບ ຈາກນ້ຳຖ້ວມ ຈະບໍ່ໄດ້ຮັບເຄື່ອງຊ່ອຍເຫຼືອ ບັນເທົາທຸກຈາກພາກຣັຖ ຢ່າງທັນເວລາ. ປະຊາຊົນ ທ່ານນຶ່ງ ຜູ້ທີ່ປະສົບພັຍນ້ຳຖ້ວມ ໄດ້ໃຫ້ສັມພາດ ຕໍ່ເອເຊັຽເສຣີ ວ່າ:

ນັກຂ່າວ: ການຊ່ອຍເຫຼືອນີ້ ມັນໄປທັນເວລາບໍ່?

ປະຊາຊົນ: ເຣື່ອງການຊ່ວຍເຫຼືອຫັ້ນ ເຫັນເຈົ້າແຂວງເພິ່ນລົງໄປເບິ່ງຢູ່ ມື້ວານນີ້, ແຕ່ວ່າປະເພດອາຫານຫຍັງ ຄືວ່າບໍ່ເຫັນເຂົາເຈົ້າ ເອົາລົງ ຄືວ່າພວກບໍຣິສັດອີ່ຫຍັງ ເຂົາເອົາລົງໄປ ຊ່ວຍເຫຼືອ ອາຫານການກິນຊື່ໆນະ. ແຕ່ວ່າ ທາງການຄືວ່າ ຍັງບໍ່ທັນ.

ນັກຂ່າວ: ສ່ວນໃຫຍ່ຈະເຫັນພາກສ່ວນເອກກະຊົນລົງ ມາແຈກຢາຍອາຫານ ແມ່ນບໍ່?

ປະຊາຊົນ: ແມ່ນລະ ມື້ວານນີ້ເຫັນ ບໍຣິສັດຫົງສາ ເຫັນເພິ່ນມອບເງິນຈຳນວນ 10 ລ້ານກີບເນາະ. ເຫັນປະເພດບໍຣິສັດເປັນປະເພດ ບໍຣິສັດຂາຍຣົດເຫັນເພິ່ນໄປມອບ ໄປແຈກອາຫານແຫ້ງຢູ່ ລະກະປະຊາຊົນທີຂະເຈົ້າບໍ່ຖືກຜົລກະທົບເນາະ ທີ່ຂະເຈົ້າມີນ້ຳໃຈຫັ້ນນະ. ເພິ່ນກະໄປແຈກໄປຢາຍໃຫ້ ປະຊາຊົນທີ່ຖືກ ຜົລກະທົບຫັ້ນເຈົ້າ.

ນັກຂ່າວ: ແຕ່ວ່າ ເຄື່ອງຊ່ວຍເຫຼືອ ທີ່ທາງພາກຣັຖເອົາໄປໃຫ້ເດ້ ໄດ້ຮັບລະຫວະ?

ປະຊາຊົນ: ໂອ້! ຫຍັງບໍ່ເຫັນເທື່ອອັນນີ້ເນາະ ເພາະວ່າຊ້ວງນີ້ ເພິ່ນຍັງຢູ່ໃນການປະເມີນຕີ້ ຍັງປະເມີນວ່າມັນເສັຽຫາຍເທົ່າໃດເທົ່າໃດ ຈັ່ງຊີ້ ມີຈັກຄອບຄົວ ລະກະມີຜົລກະທົບຫຍັງແດ່ ຈັ່ງຊີ້ ຍັງບໍ່ເຫັນເພິ່ນຣາຍງານເທື່ອ ເພາະເພິ່ນຍັງເກັບກຳ ຂໍ້ມູນຢູ່ຕີ້ຊ້ວງນີ້.

ນັກຂ່າວ: ມາເບິ່ງລະນິ ການຊ່ວຍເຫຼືອບັນເທົາທຸກ ຂັ້ນພື້ນຖານ ຫຼືວ່າຂັ້ນຮີບດ່ວນນີ້ ທັນເວລາບໍ່ ຈາກພາກຣັຖນິ?

ປະຊາຊົນ: ໂອ້! ອັນນີ້ຕາມເຫັນໄດ້ 3-4 ມື້ມານີ້ກະຍັງບໍ່ເຫັນ, ຄັນວ່າມີກະແມ່ນເພິ່ນ ເອົາລົງຂ່າວບໍ່ຊິນ່າ ແຕ່ວ່າ ມື້ວານມື້ກ່ອນເຫັນ ເພິ່ນເອົາລົງຂ່າວ ຢູ່ໃນຊ້ວງການທີ່ວ່າພາກສ່ວນ ກ່ຽວຂ້ອງເພິ່ນຍັງປະເມີນ ຢູ່ຊິນ່າແຕ່ວ່າ ໃຫ້ທັນເວລາ ກະຍັງບໍ່ທັນຫັ້ນແຫຼະເນາະ ຢູ່ບ້ານເຮົາ ກະຄືວ່າຫັ້ນແຫຼະ ມັນບໍ່ທັນສະໄໝ. ມີແຕ່ບໍຣິສັດເນາະ ເພິ່ນບໍຣິສັດ ແລະ ກະປະຊາຊົນ ທີ່ວ່າເພິ່ນຢາກແຈກຢາຍ ຫັ້ນກະໄດ້ຢູ່ ເປັນໝີ່ບໍ່ ເປັນຫ້າງຮ້ານບໍ່ ຈັ່ງຊິເນາະ.

ປະຊາຊົນອີກທ່ານນຶ່ງ ຜູ້ປະສົບພັຍນ້ຳຖ້ວມ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ໃນການເຫດນ້ຳຖ້ວມ ສ່ວນຫຼາຍໃນເບື້ອງຕົ້ນ ປະຊາຊົນຈະຊ່ວຍເຫຼືອກັນເອງ ໃນເຣື່ອງອາຫານການກິນ ຍ້ອນວ່າ ພາກຣັຖເຂົ້າມາ ຊ່ວຍເຫຼືອບໍ່ທັນເວລາ."

ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

"ເຄື່ອງບັນເທົາທຸກ ທີ່ພາກຣັຖໃຫ້ການຊ່ວຍເຫຼືອ ຈະເປັນນ້ຳດື່ມ ແລະ ໝີ່ແຫ້ງ ສາມາດໃຊ້ດຳລົງຊີບ ໄດ້ບໍ່ເກີນ 3 ມື້, ແຕ່ກໍບໍ່ ສາມາດຮຽກຮ້ອງໃຫ້ ໄດ້ຫຼາຍກວ່ານີ້."

ການແຈກຢາຍ ເຄື່ອງບັນເທົາທຸກ ໃຫ້ຜູ້ປສົບໄພນ້ຳຖ້ວມ ມີຄວາມຊັກຊ້າ ຍ້ອນວ່າ ລະບົບສາງເກັບເຄື່ອງ ບໍ່ໄດ້ມາຕຖານເຮັດໃຫ້ ເຄື່ອງຢູ່ໃນສາງເສື່ອມ ຄຸນນະພາບ ແລະ ຣະບົບ ຂົນສົ່ງປະສົບບັນຫາ ໄປບໍ່ເຖິງຜູ້ທີ່ໄດ້ຮັບ ຜົລກະທົບ.

ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ:

ນັກຂ່າວ: ການຊ່ວຍເຫຼືອດ້ານເຄື່ອງ ບັນເທົາທຸກ ໃຫ້ແກ່ປະຊາຊົນນີ້ ມັນທັນເວລາບໍ່ ຢູ່ບ້ານເຮົາ ໂດຍລວມນີ້ ບໍ່ສເພາະແຕ່ຢູ່ແຂວງ ໄຊຍະບູຣີ?

ເຈົ້າໜ້າທີ່ພາກ ປະຊາສັງຄົມ: ຕາມເທົ່າທີ່ຮູ້ມັນຍັງພື້ນຖານຢູ່ນະ ຄືປີກາຍນີ້ນິ ອົງການສະຫະປະຊາຊາດ ເນາະ ເຂົາເຈົ້າກະມາຝຶກ ອົບຮົມໃຫ້ ໜ່ວນງານຣັຖໃນການຈັດມ້ຽນເບາະ ອັນນະ ການເຮັດສາງ ການເກັບມ້ຽນເຄື່ອງຊ່ວຍເຫຼືອ ເຄື່ອງບໍຣິຈາກແມ່ນຫຍັງ ຕ່າງໆ ເພາະວ່າຜ່ານມາ ມັນບໍ່ເປັນຣະບົບເດ້.

ມັນຍັງບໍ່ທັນມີບົດຮຽນ ຄືປະຊາຊົນ ພາກັນເອົາເຄື່ອງໄປບໍຣິຈາກ ແນວນີ້ກະເສັຽຫາຍໝົດ ສ່ວນຫຼາຍເນາະ ລະກະບໍ່ມີການຈັດສົ່ງຕໍ່ ແບບເປັນຣະບົບຫັ້ນນ່າ ກະເຮັດໃຫ້ເຄື່ອງນີ້ ບໍ່ໄປຮອດ ບ່ອນທີ່ວ່າເຂົາເຈົ້າຕ້ອງການເຮັດ.

ຄືໄປຖາມເບິ່ງ ພະນັກງານທີ່ເຂົາເຈົ້າເຮັດວຽກ ຢູ່ສັງຄົມສົງເຄາະ ເຂົ້າວ່າ ໂອ້ຍ ພະນັກງານໄດ້ເອົາເມືອກິນບັກຫຼາຍໆ ເພາະມັນ ບໍ່ມີບ່ອນໄປສົ່ງ ບໍ່ມີຣົດໄປສົ່ງ. ອັນນະ ຄົນນີ້ ບໍຣິຈາກຫຼາຍຢູ່ ຄື ປະຊາຊົນເຂົາບໍຣິຈາກຫຼາຍຢູ່ ຜ່ານມານີ້ເນາະ ແຕ່ວ່າເຮົາກະບໍ່ ເຫັນວ່າ ໄປຮອດໄປເຖິງແນວໃດ ໃນເຣື່ອງການຣາຍງານ ຫັ້ນນ່າ.

ຄືຜ່ານມາ ເພິ່ນກະເຣີ່ມເຮັດການປັບປຸງຣະບົບ ຄັນຊິວ່າ ກະຫາຊິມາເຣີ່ມເນາະ ຄື ສວັນນະເຂດ ປີກາຍນີ້ ເພິ່ນກະມີການຝຶກອົບຮົມ ໃຫ້ຂແນງແຮງງານ ໃນການເຮັດສາງ ລະກະ ຝຶກອົບຮົມໃນການເຮັດ Logistics ຫັ້ນແຫຼະ ລະມັນງົປມານອີກເດ້.

ສົມມຸດວ່າ ຄືເອກກະຊົນ ຄືເຫັນອັນນະ ສະພາກາເຟ ເຂົາລົມກັນນີ້ ຄືວ່າ ຄັນຢາກໃຫ້ໄປຮອດໄປເຖິງເລີຍ ກະຕ້ອງແມ່ນສ່ວນໂຕ ໄປເລີຍ ເອົາຣົດທີ່ວ່າ ມັນມີພາຫະນະ ທີ່ສາມາດ ເຂົ້າເຖິງເລີຍ ອັນນັ້ນໄປຮອດເຂົາເຈົ້າແທ້ເນາະ.

ສຳລັບຄືເຂົາບໍຣິຈາກແລ້ວ ເອົາໄປໄວ້ສາງຫັ້ນນ່າ ເທົ່າທີ່ຮູ້ພື້ນຖານກະແມ່ນເສັຽຫາຍໄດ໋ ເສັຽຫາຍໄດ໋ ອັນທີ່ວ່າ ມັນເປັນທີ່ວ່າໄດ້ ເກັບມ້ຽນ ສະເພາະ ຍົກຕົວຢ່າງ ເຂົ້າຈັ່ງຊີ້ເນາະ.

ນຶ່ງມາ ມັນຕ້ອງມີຣະບົບເກັບກຳຂໍ້ມູນ ເນາະວ່າ ຮັບມາທໍ່ໃດ ລະກະຣາຍງານວ່າ ໄດ້ ກະຈາຍໄປເທົ່າໃດ ໃຜເປັນຜູ້ຮັບ ມັນກວດສອບໄດ້ ຫັ້ນແຫຼະເນາະ ມັນຈັ່ງບໍ່ມີຊ່ອງວ່າງຫັ້ນນະ.

ທີ່ຈິງເພິ່ນກະຊິບໍ່ເອົາເມືອດອກ ແຕ່ ຄັນບໍ່ເອົາເມືອມັນກະຊິເສັຽຫາຍຈັ່ງຊີ້ ສົມມຸດວ່າແນວນີ້ແມ່ນບໍລະ.

ມັນບໍ່ມີບ່ອນຈັດສົ່ງ ບໍ່ມີງົບປະມານ ໃຜຈະເປັນເຈົ້າການ ຍົກຕົວຢ່າງວ່າ. ເຮົາເວົ້າເລື່ອງຕ້ານແລ້ງຕ້ານຖ້ວມຢູ່ ແຕ່ວ່າ ອາຈະບໍ່ໄດ້ ລົງເລິກການຊ່ວຍເຫຼືອຫຼາຍ ຜ່ານມາເນາະ ຄື ເຮົາຮູ້ສະໄໝກ່ອນນີ້ ປະເທດລາວ ຂາດເຂົ້າ ເຂົ້າຍີ່ປຸ່ນຊ່ວຍເຫຼືອ ແຕ່ວ່າເຮົາໄປເຫັນ ຂາຍຢູ່ ຕຣາດ ພຸ້ນບັກຫຼາຍໆ.

ເຮົາໄປພົບບັນດາຂແນງການ ເຮົາກະຖາມເລື່ອງປະສົບການຂໍ້ມູນເພິ່ນເນາະ. ອຸທົກກະພັຍ ມັນກະເປັນການຍາກເນາະ ປົກກະຕິ ກໍຍາມເຂົ້າເຖິງ ມັນກະຍາກຢູ່ແລ້ວເນາະ ເລື່ອງພື້ນຖານໂຄງລ່າງເຮົານີ້ເນາະ, ແຕ່ປົກຕິກໍຍັງໄປຫາສູ່ກັນຍາກຢູ່ແລ້ວເນາະ.

ເວລາເກີດອຸທະກະພັຍ ເກີດພັຍພິບັດ ທີ່ຜ່ານມານີ້ ແຫ່ງບວກເພີ່ມເຂົ້າໄປເດ້ບາດນີ້ ຄືເຮົາເຫັນຫັ້ນລະ ຄື ສນາມໄຊ ນີ້ໄປໄດ້ກະມີ ແຕ່ຍົນເນາະ ແມ່ນບໍ່ລະ ຄັນວ່າ ມັນເກີດບັນຫາໃຫຍ່ໆມາ ຄືເຮົາຮູ້ວ່າເຂດຫ່າງໄກສອກຫຼີກ ບາງເທື່ອເຮົາອາດຈະບໍ່ໄດ້ຮັບຂໍ້ມູນ ກະມີ ຄັນເປັນບ້ານນ້ອຍ ບ້ານທີ່ວ່າ ເຂົ້າບໍ່ເຖິງຂໍ້ມູນຂ່າວສານ ແມ່ນບໍ່ລະ. ບໍ່ສາມາດໂພສໄດ້ ວ່າ ບ້ານຂ້ອຍ ມີດິນເຈື່ອນເບາະ ຫຼືວ່າ ມີນ້ຳປ່າໄຫຼຫຼາກຈັ່ງຊີ້ຫັ້ນນະ.

ແຕ່ ເຈົ້າໜ້າທີ່ຄະນະກັມມະການຄຸ້ມຄອງ ແລະ ຕ້ານພັຍພິບັດ ທ່ານໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ຈະສົ່ງເຄື່ອງຊ່ວຍເຫຼືອໃຫ້ ເຖິງມື ປະຊາຊົນແນ່ນອນ:

ສຳລັບແຜນຮັບມືນີ້ ພວກເຮົາກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ກຽມຄວາມພ້ອມທັງດ້ານວັດຖຸອຸປກອນ ທີ່ເຮົາມີຢູ່ຫັ້ນແຫຼະ ເຖິງຢູ່ແລ້ວ ເຄື່ອງເຖິງປະຊາຊົນ ແນ່ນອນ ເຄື່ອງເຖິງ ປະຊາຊົນແນ່ນອນ.

ສ່ວນວ່າ ສື່ມວນຊົນລາວ ບາງສຳນັກຂ່າວ ໄດ້ຣາຍງານວ່າ ແຜນການກະກຽມ ແລະ ການຕອບໂຕ້ ພັຍພິບັດ ການຊ່ວຍເຫຼືອເຄື່ອງ ບັນເທົາທຸກຈາກລະດັບສູນກາງ ໄປຫາເຈົ້າໜ້າທີ່ ທ້ອງຖິ່ນມີຄວາມຊັກຊ້າ ຍ້ອນວ່າງົບປະມານມີຈຳກັດ ແລະ ການປະສານງານ ຂອງເຈົ້າໜ້າທີ່ກ່ຽວຂ້ອງຊັກຊ້າ ເຮັດໃຫ້ຜູ້ໄດ້ຮັບຜົນກະທົບ ບໍ່ໄດ້ຮັບເຄື່ອງບັນເທົາທຸກ ຢ່າງພຽງພໍ.

ເຈົ້າໜ້າທີ່ອົງການຈັດຕັ້ງພາກປະຊາສັງຄົມ ອີກທ່ານນຶ່ງ ຜູ້ທີ່ເຄີຍເຮັດວຽກຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ກ່າວຕໍ່ເອເອເຊັຽເສຣີ ວ່າ:

ການຊ່ວຍເຫຼືອຜູ້ປະສົບພັຍນ້ຳຖ້ວມ ໄດ້ແບ່ງອອກເປັນການຊ່ວຍເຫຼືອເບື້ອງຕົ້ນຂັ້ນຮີບດ່ວນ ຄື ການແຈກເຄື່ອງບັນເທົາທຸກ, ການ ອົພຍົບປະຊາຊົນອອກຈາກພື້ນທີ່ສ່ຽງພັຍ ແລະ ການຊ່ວຍດ້ານສາທາຣະນະສຸຂ."

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມອີກ ວ່າ:

ການຊ່ວຍເຫຼືອຫຼັງນ້ຳແຫ້ງລວມມີ ສ້ອມແປງເຮືອນປະຊາຊົນ ແລະການແຈກເຄື່ອງວັສດຸສ້ອມ ແປງເຮືອນໃຫ້ປະຊາຊົນ, ການຟື້ນຟູ ຖນົນ ຕຶກອາຄານ, ການຟື້ນຟູຣະບົບກສິກຳ - ການແຈກຢາຍແນວພັນ ໃຫ້ຄຳປຶກສາດ້ານກສິກຳ ການສ້ອມແປງຊົລປທານ, ແລະ ການໃຫ້ການບໍຣິການດ້ານສາທາຣະນະສຸຂ.

ຫຼ້າສຸດໃນວັນທີ 16 ມິຖຸນາ 2021, ທາງການແຂວງໄຊຍະບູຣີ ໄດ້ນຳເອົາກຳລັງທະຫານໄປຂົນເຄື່ອງຂອງ ແລະ ມ້ຽນເຮືອນຊ່ວຍ ປະຊາຊົນທີ່ປະສົບໄພນ້ຳຖ້ວມ ຫຼັງຈາກນ້ຳບົກລົງແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.