ຄົນງານຈີນບາງສ່ວນຕຽມ ກັບເຂົ້າ ເຮັດວຽກ
ຄົນງານຈີນ ທີ່ໄດ້ກັກໂຕ 14 ມື້ ຢູ່ໂຮງແຮມ ທາງການລາວ ຕຣຽມໃຫ້ອອກ ເຮັດວຽກແລ້ວ.
-
ໄຊຍາ
2020-06-24 -
-
-
Your browser doesn’t support HTML5 audio
ຄົນງານຈີນແລະນັກວິຊາການຈີນ ທີ່ເຮັດວຽກໃນໂຄງການຕ່າງໆໃນລາວ ເປັນຕົ້ນໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ແລະ ໂຄງການ ອື່ນໆ ທີ່ໄດ້ກັກໂຕ 14 ມື້ ຢູ່ຕາມໂຮງແຮມ ທີ່ທາງການໄດ້ ຕຽມໄວ້ໃຫ້ໃນ ນະຄອນຫຼວງວຽງຈັນ. ປັດຈຸບັນໄດ້ເຣີ້ມ ອອກໄປເຮັດວຽກ ຕາມໂຄງການຕ່າງໆ, ດັ່ງພະນັກງານໂຮງແຮມ ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍເອເຊັຽເສຣີ ໃນວັນທີ 22 ມິຖຸນາ ວ່າ.
"ມັນມີຫລາຍໆ ຊຸດນະເຈົ້າ ຊຸດທີ່ມາກ່ອນຄົບ 14 ມື້ ເພີ່ນກະອອກ ແລ້ວນ່າເຈົ້າ, ກະຍັງມີກັກໂຕນະເຈົ້າ, ກະ}າຍຫ້ອງຢູ່ເດ້, ກະໜ້າຈະ ເລື້ອຍໆເພາະວ່າຍັງບໍ່ເບິດ."
ປັດຈຸບັນຣັຖບານລາວ ໄດ້ປະກາດໃຫ້ເຂົ້າສູ່ພາວະປົກກະຕິ ປົດລ໊ອກໃຫ້ ມີການດຳເນີນກິຈກັມຕ່າງໆ ແຕ່ຍັງຕ້ອງເຝົ້າຣະວັງ. ຕໍ່ສະພາບ ການດັ່ງກ່າວ ຈື່ງເຮັດໃຫ້ໂຄງການລົງທຶນ ຈາກຕ່າງປະເທດ ໃນລາວໄດ້ມີການດຳເນີນ ການກໍ່ສ້າງຕໍ່ໄປ. ດັ່ງເຈົ້າໜ້າທີ່ ເມືອງຫີນເຫີບ ແຂວງວຽງຈັນ ໄດ້ກ່າວວ່າ ປັດຈຸບັນຄົນງານຈີນ ໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ກັບມາເຮັດວຽກແລ້ວ.
"ໂອມາແລ້ວກໍເຣີ້ມມາແລ້ວເນາະ ຫຼາຍແລ້ວທີ່ສຸດແລ້ວດຽວນີ້ນ່າ ແລ້ວໂຄວິດແລ້ວ ມາແລ້ວແຫຼະບາດນີ້ ບາງກຸ່ມຂະເຈົ້າກະເຊົ່າເຮືອນຢູ່ພຸ້ນ ແຖວບ້ານຈັດສັນພຸ້ນແຫຼະ ບາງກຸ່ມກໍຢູ່ຕາມແຄ້ມ ເລີຍຫັ້ນນ່າ."
ທາງດ້ານໂຄງການສ້າງທາງຣົດໄຟ ເຂດ ເມືອງງາ ແຂວງອຸດົມໄຊ ກໍມີຄົນງານຈີນກັບ ເຮັດວຽກເປັນປົກກະຕິແລ້ວ, ດັ່ງຊາວບ້ານຢູ່ເຂດ ເມືອງງາ ໄດ້ກ່າວວ່າ:
"ກະມາຈຳນວນນຶ່ງ ຈຳນວນນຶ່ງບໍ່ມາເທື່ອ ກະເຮັດຢູ່ມີພວກມາຂົນແຮ່ນີ້ ປະມານ 4-5 ຄົນຣົດ ແລ້ວກັມມະກອນມາຈຳນວນນຶ່ງ ໄດ້ຍີນຜ່ານ ຫູວ່າກັມມະກອນຊິມາ ເຮັດວຽກໍ່ສ້າງນີ້ກະຊິບໍ່ເອົາມາ ຫຼາຍແລ້ວເພາະວ່າວຽກໜ້ອຍແລ້ວ ຄັນຖ້າວ່າມີວຽກເຮັດກະຊິ ຈ້າງຄົນລາວເຮັດວ່າຊີ້."
ສ່ວນຄົນຈີນທົ່ວໄປ ຍັງບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າມາເທື່ອ ເນື່ອງຈາກດ່ານສາກົລ ບໍ່ເຕັນບໍ່ທັນເປີດ, ດັ່ງເຈົ້າຂອງເຮືອນພັກ ຢູ່ບ້ານນາເຕີຍ ໄດ້ກ່າວວ່າ:
"ເອີ ຈຸເສັ້ນທາງຣົດໄຟນີ້ມາແລ້ວ ເຂົາໃຫ້ເຮັດຢູ່ແລ້ວຄົນຈີນທົ່ວໄປນີ້ ບໍ່ມາມີແຕ່ພວກບໍຣິສັດ ເສັ້ນທາງຣົດໄຟຫັ້ນແຫຼະ ເຂົາຫາຕັ້ງແຄ້ມຢູ່ເດ້ ແຕ່ກີ້ເຂົາກະເຄີຍມາ ເຊົ່າສອງສາມເດືອນ."
ເຖິງວ່າຣັຖບານລາວ ໄດ້ປະກາດປົດລ໊ອກແລ້ວ ແຕ່ດ່ານສາກົລຫຼາຍແຫ່ງຍັງປິດດ່ານຢູ່ ແຕ່ກໍໄດ້ຍົກເວັ້ນນັກວິຊາການ ຂອງໂຄງການຕ່າງໆ ຍັງໄດ້ຮັບອະນຸຍາດ ໃຫ້ເຂົ້າມາເຮັດວຽກຢູ່ລາວ ແຕ່ຕ້ອງໄດ້ກັກໂຕ ພາຍຫຼັງທີ່ເຂົ້າມາລາວ 14 ມື້. ພ້ອມກັນນີ້ຕ້ອງມີໃບຢັ້ງຢືນກວດພຍາດ ໂຄວິດ-19 ກ່ອນ 72 ຊົ່ວໂມງ ແລະ ມີວິຊາ B ສອງ.