ພາກເໜືອເຂັ້ມງວດ ຊີ້ນໝູ ຈາກຈີນ
ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ພາກເໜືອ ທີ່ຕິດກັບ ຊາຍແດນຈີນ ໄດ້ກວດກາ ການນຳເຂົ້າ ຊີ້ນໝູ ຈາກຈີນ ຢ່າງເຄັ່ງຄັດ, ເມື່ອຮູ້ວ່າ ໝູ ຢູ່ຈິນ ຕິດພຍາດ.
-
ອຸ່ນແກ້ວ ສຸກສະຫວັນ
2020-07-03 -
-
-
Your browser doesn’t support HTML5 audio
ແຂວງຫລວງນ້ຳທາ ແລະ ແຂວງອຸດົມໄຊ ພາກເໜືອ ທີ່ຕິດກັບຊາຍແດນຈີນ ໄດ້ກວດກາການນຳເຂົ້າຊີ້ນໝູ ຈາກປະເທດຈີນຢ່າງລະອຽດ ຫລັງຈາກທີ່ທາງການຈີນ ກວດພົບໄວຣັສ ສາຍພັນໃໝ່ ທີ່ມີພາຮະນະຈາກ ໝູ. ເຈົ້າໜ້າທີ່ຜແນກ ກະສິກັມແລະປ່າໄມ້ ແຂວງຫຼວງນ້ຳທາ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ກໍຣະກະດາ ວ່າ:
"ຢູ່ດ່ານເນາະ ຂະເຈົ້າກະມີປ້ອມກັກກັນຢູ່ດ່ານ ວ່າຊິເອົາມາຂາຍເປັນຈຳນວນຫຼາຍ ແຕ່ກະຊິບໍ່ໄດ້ດອກ ເພາະວ່າ ເກີດພຍາດລະບາດເຂົາ ເຈົ້າກະຫ້າມຢູ່ເດ້ເນາະບາງທີ່ເຂົາເຈົ້າລັກລອບເຂົ້າມາເຮົາກະບໍ່ເຫກັນ ກຳລັງເຮັດແຈ້ງການລົງແຕ່ລະບ້ານເລີຍ ລົງໂຄສະນາຢູ່ປະຊາສຳພັນ ແຈ້ງເຕືອນຫັ້ນແຫຼະ ມັນກະເກີດມາເທື່ອນນຶ່ງແລ້ວເນາະ."
ທ່ານກ່າວຕື່ມວ່າ ປັດຈຸບັນຊີ້ນໝູ ຫາກນ້ຳເຂົ້າມາ ກໍຈະນຳເຂົ້າມາຈາກ ປະເທດໄທເທົ່ານັ້ນ ເພາະວ່າມີການກວດກາ ແລະມີໃບຢັ້ງຢືນໃນ ການກວດເຊື້ອພຍາດຕ່າງໆ ແລະ ຜູ້ຊ່ຽວຊານ ເວົ້າວ່າໄວຣັສ ສາຍພັນໃໝ່ນີ້ ສາມາດຕິດຕໍ່ ຈາກສັດ ມາສູ່ຄົນໄດ້. ແຂວງອຸດົມໄຊ ກໍມີການກວດຢ່າງເຂັ້ມງວດ ເຊັ່ນກັນ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງອຸດົມໄຊ ໄດ້ກ່າວວ່າ:
"ບໍ່ຢາກໃຫ້ມີການນ້ຳເຂົ້າຫັ້ນຫຼະ ແຂວງເຮົາກະມີຄຳສັ່ງ ມີການຈັດຕັ້ງຄະນະທີມງານເຝົ້າລະວັງກຳຊັບໃຫ້ພາກສ່ວນ ປະຈຳຢູ່ດ່ານເນາະເຂັ້ມ ງວດພາຍໃນແຕ່ລະເມືອງກະບໍ່ໃຫ້ມີການເຄື່ອນຍ້າຍນຳໃຊ້ບໍຣິເວນ ເມືອງໃຜເມືອງມັນມີຟາມຢູ່ພາຍໃນມີການລ້ຽງແບບຄອບຄົວຢູ່ພາຍໃນ."
ບັນດາຮ້ານອາຫານຢູ່ແຂວງຫຼວງນ້ຳທາ ກໍຮູ້ເລື່ອງໄວຣັສສາຍພັນໃໝ່ ແລະກໍເພີ່ມຄວາມລະມັດລະວັງ ເຈົ້າຂອງຮ້ານອາຫານໄດ້ກ່າວວ່າ:
ເຂົາເຈົ້າຍັງເຮັດຢູ່ປົກກະຕິຢູ່ເດ້ຟາມ ທີ່ເຂົາເຈົ້າລ່ຽງຢູ່ຫລວງນ້ຳທາ ເຂົາເຈົ້າເອົາມາລ້ຽງເປັນໝູພັນ ຊອດ ເອົາມາແຕ່ຈີນ ກໍໄດ້ຍິນເພິ່ນເວົ້າຢູ່ ກໍລະວັງເອົາ ບໍ່ກິນດິບ ມີແຕ່ກິນສຸກ ມີແຕ່ເຮົາໄປຊີ້ເອົາຢູ່ຕະຫລາດທີ່ເຂົາເຈົ້າ ກວດກາແລ້ວຫັ້ນເດ້ ອະນຸຍດແລ້ວເຮົາຈັ່ງຊື້.
ນອກຈາກນີ້ ເຈົ້າຂອງຮ້ານອາຫານ ຢູ່ແຂວງຫຼວງນ້ຳທາ ໄດ້ກ່າວວ່າ:
"ມັນມີບາງພາກສ່ວນເຂົາເຈົ້າຢູ່ນອກເດ້ ຂ້ອຍກະບໍ່ໄດ້ຊື້ ຊື້ແຕ່ຢູ່ນຳຕລາດ ເຂົາເຈົ້າມີຟາມຢູ່ ແຂວງຫຼວງນ້ຳທາ ຊ້ວງໃດມີພຍາດ ເຂົາເຈົ້າຈະ ບໍ່ໃຫ້ກິນເນາະ ແຈ້ງການມາເຮົາກໍຈະໄດ້ລະມັດລະວັງ ເພາະຢູ່ພາຍໃນແຂວງ ເຮົາກະບໍ່ໄດ້ມີ ຫຍັງແດ່ ມັນກະປົກກະຕິດີ."
ຄົນລ້ຽງໝູຢູ່ແຂວງອຸດົມໄຊ ກ່າວວ່າ ກໍມີການກວດກາໝູຢູ່ຟາມ ຂອງຕົນເອງ ແລະ ບໍ່ໄດ້ນຳໝູມາຈາກ ຕ່າງປະເທດ:
"ສ່ວນຫຼາຍກະຕິດຕາມໃນເຟສບຸກຫັ້ນແຫຼະ ບໍ່ ບໍ່ ບໍ່ມີຫຍັງ ກະປົກກະຕິດີ ທຸກຢ່າງໝູນີ້ ໃນຟາມບ້ານ ຂ້ອຍເອງ ບໍ່ໄດ້ນຳເຂົ້າ ມາຈາກຕ່າງປະເທດກວດທຸກມື້ ກວດທຸກໂຕ."
ໃນປີ 2019 ທີ່ຜ່ານມາ ເຈົ້າໜ້າທີ່ທາງການລາວ ໄດ້ກວດພົບພຍາດອະຫິວາໝູ ອາຟຣິກາ ລະບາດຢູ່ 16 ແຂວງໃນລາວ, ເຮັດໃຫ້ໝູຕາຍ 12 ພັນໂຕ ແລະຕິດເຊື້ອ 3 ພັນໂຕ.