ມ.ຊຽງເງິນ 20 ຄອບຄົວຍັງບໍ່ມີ ເຮືອນຢູ່
ມີ ຊາວບ້ານ 20 ຄອບຄົວ ທີ່ ເມືອງ ຊຽງເງິນ ຍັງບໍ່ມີ ບ່ອນຢູ່ ອາສັຍ ຫລັງຈາກ ເຮືອນ ເປ່ເພ ຍ້ອນ ຝົນຕົກໜັກ ນ້ຳປ່າ ໄຫລຊຸ ເຂົ້າຖ້ວມ.
-
ສິດນີ
2014-09-29 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ເມືອງ ຊຽງເງິນ ເວົ້າວ່າ ປັດຈຸບັນ ມີ ຊາວບ້ານ 20 ຄອບຄົວ ໃນບ້ານລ່ອງ ເມືອງຊຽງເງິນ ບໍ່ມີບ່ອນຢູ່ ອາສັຍ ຍ້ອນເຮືອນ ຂອງ ພວກຂະເຈົ້າ ຈຳນວນ 52 ຫລັງ ເພພັງ ຍ້ອນ ນ້ຳຖ້ວມ. ນອກຈາກ ບໍ່ມີບ່ອນ ຢູ່ອາສັຍ ແລ້ວ ອາຫານ ການກິນ ແລະ ເຄື່ອງນຸ່ງ ຫົ່ມ ກໍບໍ່ມີ ຕ້ອງການ ຄວາມ ຊ່ອຍເຫລືອ ຢ່າງ ຮີບດ່ວນ.
"ເຮຶອນ ປະຊາຊົນ ບ້ານລ່ອງ ຫັ້ນ ມັນໄຫລ ຖືວ່າ 20 ຫລັງ ນ້ຳຖ້ວມ ທັງຫມົດ 52 ຫລັງ ບໍ່ມີ ເຮືອນຢູ່ ບໍ່ມີ ເຄື່ອງນອນ ບໍ່ມີ ເຄື່ອງນຸ່ງ ຖືວ່າ ແມ່ນ 20 ຄອບຄົວ".
ທ່ານກ່າວ ຕື່ມວ່າ ທຸກມື້ນີ້ ທາງການ ໄດ້ຈັດໃຫ້ ຊາວບ້ານ ໄປພັກຢູ່ ສູນຊົ່ວຄາວ ພ້ອມທັງ ໃຫ້ ເຄື່ອງນຸ່ງ ຫົ່ມ ອາຫານ ການກິນ ແລະ ນ້ຳດື່ມ ຈຳນວນນຶ່ງ ແຕ່ ຊາວບ້ານ ກໍຢ້ານວ່າ ຕໍ່ໄປ ຈະພາກັນ ອຶດຢາກ ຢາກຂໍໃຫ້ ທາງການ ແຂວງ ໃຫ້ການ ຊ່ອຍເຫລືອ ຢ່າງ ຮີບ ດ່ວນ ໂດຍສະເພາະ ການຊ້ອມແປງ ເຮືອນຊານ ທີ່ ເປ່ເພ ແລະ ເນື້ອທີ່ ປູກຝັງ ຫລັງຈາກ ນ້ຳຖວ້ມ.
ທ່ານວ່າ ໃນຂັ້ນຕົ້ນ ເຈົ້າຫນ້າທີ່ ໄດ້ຣະດົມ ເງິນ ຊ່ອຍເຫລືອ ຈາກ ຜູ້ໃຈບຸນ ໄປໃຫ້ ຊາວບ້ານ ແຕ່ ກໍຍັງບໍ່ ພຽງພໍ ຊຶ່ງ ໃນ ປັດຈຸບັນ ກໍໄດ້ຂໍ ຄວາມ ຊ່ອຍເຫລືອ ຈາກຂັ້ນເທີງ ຢູ່. ເມືອງ ຊຽງເງິນ ໄດ້ຮັບ ຜົລກະທົບ ຢ່າງ ຮຸນແຮງ ຈາກ ພັຍນ້ຳຖວ້ມ ໃນຄັ້ງທີ່ ຜ່ານມາ ເຮັດໃຫ້ເນື້ອທີ່ ປູກຝັງ ເສັຽຫາຍ ກວ່າເຄີ່ງນຶ່ງ ຖນົນຫລາຍ ເສັ້ນ ດັ່ງເສັ້ນທາງ ໄປ ນະຄອນຫລວງ ວຽງຈັນ ຖືກດິນເຈື່ອນ ໃສ່ກວ່າ 30 ຈຸດ ທາງການ ແຂວງ ກຳລັງ ແກ້ໄຂ ບັນຫາ ນີ້ຢູ່.