ຊາວບ້ານ ອາດຖືກຜົລກະທົບ ຈາກໂຄງການ ຂຸດຄົ້ນຫິນແກຣນິດ ຢູ່ເມືອງຄູນ

ແຂວງຊຽງຂວາງ ໄດ້ເຊັນສັນຍາ ໃຫ້ສັມປະທານ ແກ່ບໍຣິສັດ ລັກກີ້ ສະໂຕນ ຈໍາກັດຜູ້ດຽວ ເພື່ອລົງທຶນສໍາຣວດ ຂຸດຄົ້ນຫິນແກຣນິດ ແລະ ຕັ້ງໂຮງງານ ຢູ່ເຂດບ້ານນາສົມ ແລະ ບ້ານປຽງ ເມືອງຄູນ ໃນເນື້ອທີ່ 4.5 ເຮັກຕ້າຣ໌ ໂດຍໃຊ້ງົປະມານລົງທຶນ 6 ລ້ານໂດລ້າຣ໌ສະຫະຣັຖ.

ພິທີເຊັນສັນຍາ ການສັມປະທານ ການລົງທຶນຂຸດຄົ້ນ ແລະຕັ້ງໂຮງງານ ປຸງແຕ່ງຫິນແກຣນິດ. ຫ້ອງປະຊຸມ ຂອງຜແນກແຜນການ ແລະ ການລົງທຶນ ວັນທີ 30 ມິຖຸນາ 2023. ຂອບໃຈຮູບພາບຈາກ ໜັງສືພິມຊຽງຂວາງມີໄຊ

ໃນວັນທີ 30 ມິຖຸນາ 2023 ທີ່ຜ່ານມາ ຜແນກການລົງທຶນ ແຂວງຊຽງຂວາງ ພ້ອມເຈົ້າແຂວງ ແຂວງຊຽງຂວາງ ໄດ້ເຊັນສັນຍາ ໃຫ້ສັມປະທານ ແກ່ບໍຣິສັດ ລັກກີ້ ສະໂຕນ ຈໍາກັດຜູ້ດຽວ (Lucky Stone Co., Ltd) ເພື່ອລົງທຶນສໍາຣວດ ຂຸດຄົ້ນຫິນແກຣນິດ ແລະຕັ້ງໂຮງງານ ຢູ່ເຂດບ້ານນາສົມ ແລະ ບ້ານປຽງ ເມືອງຄູນ ໃນເນື້ອທີ່ 4.5 ເຮັກຕ້າຣ໌, ມີອາຍຸສັມປະທານ 30 ປີ ໂດຍໃຊ້ງົປະມານລົງທຶນ 6 ລ້ານໂດລ້າຣ໌ ສະຫະຣັຖ.

ກ່ຽວກັບເຣື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງຊຽງຂວາງ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 5 ກໍຣະກະດາ ນີ້ວ່າ ປັດຈຸບັນ ຍັງບໍ່ທັນໄດ້ເຣີ່ມຂຸດຄົ້ນຫິນແກຣນິດເທື່ອ ຍ້ອນວ່າ ຕ້ອງໄດ້ສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຜົລກະທົບຕໍ່ຊາວບ້ານ ໃນເຂດ 2 ບ້ານດັ່ງກ່າວ.

ດັ່ງທ່ານກ່າວວ່າ:

“ຖ້າເບິ່ງຜົລ ຂອງການສໍາຣວດ ແຫຼະເນາະ. ມັນກະເປັນບໍຣິສັດ ຂອງຄົນລາວນີ້ແຫຼະ. ທາງບໍຣິສັດ ກໍຕ້ອງໄດ້ປະເມີນຜົລກະທົບ ແລ້ວຕ້ອງໄດ້ມາດຖານ ຜ່ານຜົລກະທົບ ຂອງຄະນະການນໍາ ວ່າຜົລກະທົບມັນໜ້ອຍຫຼາຍປານໃດ ແລ້ວກະຈຶ່ງຈະໄດ້ມີການຊົດເຊີຍ ໄດ້ບໍ່ ຫຼືຖ້າວ່າ ທາງບໍຣິສັດຮັບບໍ່ໄດ້ ພວກເຮົາກໍຈະຖືວ່າ ຍົກເລີກ.”

ຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ໃນເມືອງຄູນ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍຢືນຢັນວ່າ ທາງບໍຣິສັດ ລັກກີ້ ສະໂຕນ ຈໍາກັດຜູ້ດຽວ ທີ່ຈະເຂົ້າມາຂຸດຄົ້ນຫິນແກຣນິດ ຢູ່ 2 ບ້ານດັ່ງກ່າວນັ້ນ ເຣີ່ມສໍາຣວດກັນແລ້ວ ເຊິ່ງບ່ອນທີ່ຈະຂຸດຄົ້ນຫິນແກຣນິດນີ້ ຫ່າງຈາກເຂດບ້ານຊາວບ້ານ ປະມານ 4-5 ກິໂລແມັດ ແນ່ນອນວ່າ ກໍຕ້ອງມີຜົລກະທົບທາງສິ່ງແວດລ້ອມ ແລະຜົລກະທົບຕໍ່ຊາວບ້ານຢູ່ ແຕ່ບໍ່ຮູ້ໜ້ອຍຫຼາຍປານໃດ ໂດຍສະເພາະ ຊາວບ້ານຢູ່ບ້ານນາສົມ ຈະໄດ້ຮັບຜົລກະທົບຫຼາຍກວ່າບ້ານປຽງ ຍ້ອນວ່າ ເຂດບ້ານນາສົມ ຢູ່ຕໍ່າ ຖັດຈາກການຂຸດຄົ້ນ ຂອງບໍຣິສັດດັ່ງກ່າວ ເຊິ່ງໃນອະນາຄົດ ກໍອາດມີນໍ້າເປື້ອນ ໄຫຼລົງຕາມສາຍນໍ້າຫ້ວຍ ທີ່ຊາວບ້ານໃຊ້ ຮວມໄປເຖິງ ອາດໄປກະທົບຕໍ່ການທໍາມາຫາກິນ ໄຮ່ນາ ເຂົາເຈົ້າ ສ່ວນບ້ານປຽງ ຈະສູງຂຶ້ນໄປອີກ ຄາດວ່າ ຈະບໍ່ມີບັນຫາຫຼາຍ.

“ແນ່ນອນ ມັນຕ້ອງມີແຫຼະ ໂຕບ້ານນາສົມນີ້ ບໍຣິສັດ ມັນຢູ່ທາງເທິງບ້ານ ແນ່ນອນວ່າ ຕ້ອງມີຜົລກະທົບ ອາດຊິເປັນຕະກອນເບາະ ຫຼື ອິຫຍັງຕ່າງໆ ທີ່ລົງມາຕາມນໍ້າມາຫາບ້ານຂອງເຂົາເຈົ້າ. ໄຮ່, ນາ, ຮົ້ວສວນຫັ້ນແຫຼະ. ບ້ານປຽງ ຈະໄກຊຸມຊົມໜ້ອຍນຶ່ງ. ດ້ານສິ່ງແວດລ້ອມ ເພິ່ນກໍຍັງບໍ່ທັນມີເອກກະສານດອກ. ຂໍ້ມູນໂຕນີ້ ເພິ່ນເຣີ່ມໄປສໍາຣວດແລ້ວ, ແຕ່ວ່າການລົງມືຫັ້ນ ຍັງໆ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ຊາວບ້ານ ໃນເມືອງຄູນ ທ່ານນຶ່ງ ກໍກ່າວວ່າ ຖ້າມີການຂຸດຄົ້ນຫິນແກຣນິດ ຢູ່ເຂດບ້ານດັ່ງກ່າວ ເຊື່ອວ່າ ໃນອະນາຄົດ ຊາວບ້ານ 2 ບ້ານນັ້ນ ຈະໄດ້ຮັບຜົລກະທົບແນ່ນອນ ໂດຍສະເພາະ ຜົລກະທົບດ້ານເຣື່ອງດິນ ທີ່ຕ້ອງທໍາມາຫາກິນ ເຮັດໄຮ່ ເຮັດສວນກັນຢູ່.

“ອອກພູຄູນ ມາບ້ານປຽງ ມີພູຜາ ມີປ່າໄມ້ຫຼາຍຢູ່. ບໍ່ຮູ້ວ່າບ່ອນເຂົາຂຸດຄົ້ນຫັ້ນ ໄກບ້ານ ຫຼືວ່າຢູ່ໃກ້. ກະຊິມີຢູ່ ມີຜົລກະທົບ ມັນກໍກະທົບກັບການເຮັດໄຮ່, ເຮັດນາ, ເຮັດສວນ ເຂົາເຈົ້າຫັ້ນແຫຼະ.”

ຂະນະດຽວກັນ ຊາວບ້ານ ໃນເມືອງພູຄູນ ທ່ານນຶ່ງ ກ່າວວ່າ ທ່ານກໍຍັງບໍ່ທັນໄດ້ຮູ້ຂ່າວລະອຽດ ວ່າຈະມີການຂຸດຄົ້ນຫິນແກຣນິດ ຢູ່ບ້ານນາສົມ ແລະບ້ານປຽງ ແຕ່ເຊື່ອວ່າ ກໍອາດມີຜົລກະທົບຕໍ່ຊາວບ້ານເຂດນັ້ນຢູ່ ໃນເຣື່ອງທີ່ດິນທໍາກິນ ຮວມໄປເຖິງ ສຽງລົບກວນ.

“ເຂົາຂຸດຄົ້ນຢູ່ທາງນາສົມຫັ້ນ ກໍຍັງບໍ່ທັນຮູ້ຂ່າວລະອຽດ ແຕ່ວ່າ ທາງບໍຣິສັດ ເພິ່ນກໍຈະມີການໄປຖາງທີ່ດິນເຂົາຫັ້ນນ່າ. ໄຮ່ນາ, ຮົ້ວສວນ, ເຂົາຫັ້ນນ່າ ແລ້ວກໍມີສຽງຣົບກວນຫັ້ນນ່າ.”

ກ່ອນໜ້ານີ້ ໃນໄລຍະທ້າຍເດືອນພຶສຈິກາ ປີ 2022 ທາງການແຂວງຊຽງຂວາງ ກໍມີການເປີດຜລິດແຮ່ຫາຍາກ ໂຮງງານທີ 1 ໂຮງງານທີ 2 ແລະເຣີ່ມກໍ່ສ້າງໂຮງງານທີ 3 ໃນເຂດຂຸດຄົ້ນແບບທົດລອງ ໃນເນື້ອທີ່ 5.8 ກິໂລຕາແມັດ ຢູ່ເມືອງຄູນ ແລະເມືອງຜາໄຊ ແຂວງຊຽງຂວາງ ຂອງບໍຣິສັດ ຫຸ້ນສ່ວນແຮ່ຫາຍາກ ສປ ຈີນ ຈໍາກັດ ແລະບໍຣິສັດ ກວາງຈຽນຊິນ ແສງສະຫວ່າງ ຂຸດຄົ້ນແຮ່ຫາຍາກ ຈໍາກັດ ເຊິ່ງຣັຖບານລາວ ໄດ້ມີການເຊັນສັນຍາ ວ່າດ້ວຍການສໍາຣວດແຮ່ຫາຍາກ ໃນວັນທີ 30 ກໍຣະກະດາ ປີ 2021 ໃນເນື້ອທີ່ 50 ກິໂລແມັດ ຢູ່ບ້ານນາໝໍ້, ບ້ານສັນຫຼວງ, ບ້ານແກ່ວກ້ວາງ, ບ້ານໜອງ ແລະບ້ານຜາເຜິງ ເມືອງຄູນ ແລະເມືອງຜາໄຊ ແຂວງຊຽງຂວາງ ກັບບໍຣິສັດ BSL ແສງສະຫວ່າງ ຈໍາກັດຜູ້ດຽວ ແລະບໍຣິສັດ ກວາງຈຽນຊິນ ອຸດສາຫະກັມ ແລະການຄ້າ (ລາວ) ຈໍາກັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org