ຜູ້ປະສົພພັຍເຂື່ອນແຕກ ຢູ່ຢ່າງ ລໍາບາກ

ປະຊາຊົນ ຜູ້ປະສົພພັຍ ຈາກ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ເວົ້າວ່າ ບໍ່ໄດ້ຮັບ ເງິນຊ່ອຍເຫຼືອ ແລະ ເງິນອັດຕຣາກິນ ມາເປັນເວລາ ສອງເດືອນປາຍ ແລ້ວ...

ສະພາບຄວາມເປັນຢູ່ຂອງ ຜູ້ເຄາະຮ້າຍຈາກ ເຂື່ອນແຕກ ທີ່ ເມືອງສະໜາມໄຊ Photo Courtesy of: Korea CSO group

ເຂື່ອນໄຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແຕກ ມາເປັນເວລາ ສິບເດືອນປາຍແລ້ວ ແຕ່ການຊ່ອຍເຫຼືອ ແລະ ຊົດເຊີຍຜູ້ສົພພັຍນັ້ນຍັງລ່າຊ້າ, ທີ່ດິນທໍາການຜລິດປູກຝັງ ທີ່ທາງການຈັດສັນໃຫ້ນັ້ນ ກໍເປັນດິນບໍ່ງາມ ແລະ ປັດຈຸບັນ ຜູ້ປະສົບພັຍເຂື່ອນ ແຕກ ຍັງຕ້ອງໄດ້ຢູ່ຢ່າງແອອັດ ແລະ ຢູ່ແບບອົດຢາກ ຍ້ອນທາງການ ບໍ່ໄດ້ຈ່າຍເງິນຊ່ອຍເຫຼືອ ແລະ ເງິນອັດຕຣາກິນໃຫ້ ຊຶ່ງກາຍມາໄດ້ ສອງເດືອນປາຍແລ້ວ ເຮັດໃຫ້ແຕ່ຣະຄອບຄົວ ບໍ່ມີເງິນຊື້ເຄື່ອງແຕ່ງຢູ່ຄົວກິນ, ດັ່ງ ປະຊາຊົນ ຜູ້ສົພພັຍເຂື່ອນແຕກ ໄດ້ເລົ່າສູ່ ເອເຊັຽເສຣີ ຟັງວ່າ ....

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org