ການລ້າສັດຕັດໄມ້ຢູ່ປ່າສງວນ

ໃນເຂດ ປ່າສງວນ ແຫ່ງຊາດ ນ້ຳການ ທີ່ ແຂວງ ບໍ່ແກ້ວ ຍັງ ມີການ ຕັດໄມ້ ແລະ ລ້າ ສັດປ່າ ຫວງຫ້າມ ຫລາຍ ຢູ່ ຕລອດມາ.

ສັດປ່າທີ່ຊາວບ້ານຫາມາໄດ້ RFA

ໃນເຂດ ປ່າສງວນ ແຫ່ງຊາດ ນ້ຳການ ທີ່ ແຂວງ ບໍ່ແກ້ວ ຍັງ ມີການ ຕັດໄມ້ ແລະ ລ້າ ສັດປ່າ ຫວງຫ້າມ ຫລາຍ ຢູ່ ຕລອດມາ, ເຖິງ ວ່າ ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ຈະ ກວດກາ ແລະ ປາບປາມ ປານໃດ ກໍຕາມ. ດັ່ງ ເຈົ້າໜ້າທີ່ ປ່າໄມ້ ແຂວງ ບໍ່ແກ້ວ ເວົ້າວ່າ:

“ຢູ່ໃນ ປ່າສງວນ ໄດ້ຈັດສັນ ເຂດ ໃຫ້ເຂົາ ໝົດແລ້ວ ຈັດສັນ ເຂດ ທຳການ ຜລິດໃຫ້ເຂົາ ໝົດແລ້ວ ລ້າສັດ ມັນກໍມີ ມັນ ປາສຈາກ ບໍ່ໄດ້ ດອກ ສ່ວນຫລາຍ ມັນສິ ເປັນ ຊາວບ້ານ ນັ່ນແຫລະ ພວກ ກໍ່ຄ້າ ໄປ ສນັບສນູນ ເຂົາ ໄປ ສນັບສນູນ ປະຊາຊົນ ເນາະ ສ່ວນຫລາຍ ມັນຕົວ ຟານ ຕົວ ໝູປ່າ ຫລາຍ ໃນປ່າສງວນ ແຫ່ງຊາດ ນ້ຳການ.”

ເຈົ້າໜ້າທີ່ ອະທິບາຍ ອີກວ່າ ພວກ ຄ້າໄມ້, ຄ້າ ສັດປ່າ ສົມຮູ້ ຮ່ວມຄິດ ກັບ ຊາວບ້ານ ທ້ອງຖິ່ນ ເຂົ້າໄປ ລັກ ຕັດໄມ້ ໃນ ປ່າສງວນ, ພວກຄ້າ ສັດປ່າ ກໍເລາະ ຊື້ ສັດປ່າ ຕາມບ້ານ ເປັນ ປະຈຳ; ຊາວບ້ານ ຫລັງຈາກ ເຮັດນາ ສຳເຣັດ ແລ້ວ ກໍພາກັນ ຊອກຫາ ສັດປ່າ ຂາຍ ເປັນ ອາຊີບ ເສີມ; ສັດປ່າ ທີ່ ຣາຄາ ແພງ ແລະ ນິຍົມກັນ ຫລາຍ ກໍແມ່ນ ເສືອ ຫລິ່ນ ເຕົ່າ ແລະ ຟານ. ຫລັງຈາກ ຊື້ ຈາກ ປະຊາຊົນ ພວກ ຄ້າ ສັດປ່າ ກໍສົ່ງ ສັດປ່າ ສ່ວນນຶ່ງ ໄປ ສູ່ຕລາດ ໃນ ເມືອງ ໃຫຍ່ໆ ໃນລາວ ແລະ ອີກ ສ່ວນນຶ່ງ ຂາຍໄປ ວຽດນາມ ແລະ ຈີນ.

ອົງການ ປ່າໄມ້ ແມ່ນ້ຳຂອງ ຊຶ່ງ ເປັນ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ມີ ຈຸດປະສົງ ປົກປັກ ຮັກສາ ປ່າໄມ້ ໃນເຂດ ອ່າງ ແມ່ນ້ຳຂອງ ຣາຍງານ ວ່າ ປັດຈຸບັນ ປ່າໄມ້ ອັນຕຶບໜາ ແທ້ໆ ໃນ ລາວ ເຫລືອພຽງ 4 ສ່ວນຮ້ອຍ. ສັດປ່າ ກໍເກືອບ ສູນພັນ ໄປໝົດ ແລ້ວ. ພວກຄ້າ ສັດປ່າ ມັກລັກ ຂົນສົ່ງ ສັດປ່າ ເປັນຕົ້ນ ຫລິ່ນ ຈາກ ມາເລເຊັຍ ຜ່ານ ໄທ ເຂົ້າມາ ລາວ ແລ້ວສົ່ງ ຕໍ່ອອກໄປ ວຽດນາມ ແລະ ຈີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org