ໄຟປ່າໄໝ້ລາມເສັຽຫາຍ ນັບແສນ ເຮັກຕ້າ

ໄຟປ່າ ໄໝ້ລາມ ເຂດພາກເໜືອ ເສັຽຫາຍ ແສນເຮັກຕ້າ ສົ່ງຜົລໃຫ້ ການປົກຫຸ້ມ ຂອງປ່າ ໃນລາວ ຫລຸດລົງ.

ຢູ່ພາກເໜືອໄຟໄໝ້ປ່າ ຢ່າງຮຸນແຮງ ຢູ່ແຂວງອຸດົມໄຊ ແຂວງຫຼວງນ້ຳທາ ປະຊາຊົນໃນພື້ນທີ ບອກວ່າໄໝ້ໄດ້ສອງອາທິດແລ້ວ ຕອນນີ້ ປະຊາຊົນ ເດືອດຮ້ອນຫຼາຍ ສະພາບອາກາດບໍ່ດີເລີຍ. (ຮູບຖ່າຍ ວັນທີ 3 ເດືອນເມສາ 2020) ຮູບພາບ ຈາກ : ນັກຂ່າວພົລເມືອງ

ກະຊວງກະສິກັມ ແລະປ່າໄມ້ ໄດ້ອອກມາຣາຍງານເມື່ອວັນທີ 28 ພຶສພາ 2020 ທີ່ຜ່ານມາວ່າໄຟໄໝ້ລາມປ່າ ເປັນສາເຫດເຮັດໃຫ້ອັດຕຣາ ການປົກຫຸ້ມຂອງປ່າໄມ້ໃນລາວ ຫລຸດລົງ ຈາກທີ່ຄາດໝາຍວ່າໃນປີ 2020 ຈະໃຫ້ບັນລຸການປົກຫຸ້ມ 70% ແຕ່ໂຕຈິງອາດຈະປະຕິບັດໄດ້ ພຽງ 60% ໂດຍໃນປີ 2020 ຍັງບໍ່ທັນໄດ້ສຳຣວດ ອັດຕຣາການປົກຫຸ້ມ ຂອງປ່າໄມ້ໃນລາວ.

ຣະດູແລ້ງຜ່ານມາເຂດພາກເໜືອ ເກີດເຫດໄຟໄໝ້ລາມປ່າຫລາຍແຂວງ ໃນນັ້ນຮວມມີ ແຂວງຫລວງນໍ້າທາ, ໄຊຍະບູຣີ, ອຸດົມໄຊ, ຫົວພັນ, ຜົ້ງສາລີ, ບໍ່ແກ້ວ ແລະ ຫຼວງພຣະບາງ ອັນໄດ້ສ້າງຄວາມເສັຽຫາຍ ໃຫ້ປ່າໄມ້ຂອງລາວຢ່າງຕໍ່ເນື່ອງ. ໄຟໄໝ້ລາມປ່າ ເປັນເຫດການທີ່ເກີດ ຂຶ້ນໃນໄລຍະ ຣະດູແລ້ງຂອງແຕ່ລະປີ ຕາມການຣາຍງານ ຂອງເຈົ້າໜ້າທີ່ ທີ່ເຮັດວຽກໂຕຈິງ ໄດ້ຊີ້ແຈງວ່າ ສ່ວນຫລາຍແມ່ນ ການຈູດປ່າ ເຮັດໄຮ່, ຈູດປ່າລ້າສັດ ແລະ ການເຂົ້າໄປຫາກິນ ໃນປ່າ ຂອງປະຊາຊົນ ເຊິ່ງເປັນສາເຫດຫລັກຂອງ ໄຟໄໝ້ລາມປ່າ, ດັ່ງເຈົ້າໜ້າທີ່ປ່າໄມ້ ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອຕົ້ນເດືອນ ມິຖຸນາ ວ່າ; ຍ້ອນປະຊາຊົນ ເຂົ້າໄປທໍາມາຫາກິນ ຕາມທັມມະຊາດ ໃນເຂດປ່າ.

"ບໍ່ແມ່ນໄຟປ່າ ຈຸເຂົາເຈົ້າທໍາມາຫາກິນ ພວກຊອກເຜິ້ງບໍ່ ເຂົາເຈົ້າເຮັດໄຟໄໝ້ບໍ່ຈັ່ງຊີ້ແດ່, ດັງຟືນດັງໄຟມອດບໍ່ໝົດ ຈຳນວນນຶ່ງກໍຈູດສວນ ຫຍ້າລ້ຽງສັດ ໄຟປ່າເກີດຈາກບຸກຄົນ."

ໃນຂນະທີ່ປະຊາຊົນ ແຂວງອັດຕະປື ທີ່ປະສົບກັບໄຟປ່າທຸກປີ ຢູ່ເຂດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ບັນຫານີ້ ເກີດຂຶ້ນ ທຸກປີ ເຮັດໃຫ້ຄົນແຖວນີ້ເຈັບປ່ວຍ ແລະ ສັດປ່າ ຢູ່ບໍ່ໄດ້.

"ໄຟໄໝ້ແບບນີ້ມັນຈະມີຜົລເສັຍຕໍ່ ອາກາດດົມຝຸ່ນດົມຄວນ ເຂົ້າໄປອີກ ຫລາຍຄົນໜ້າຈະເປັນຫວັດ ບໍ່ຮູ້ວ່າໃຜໄປຈູດ ໜ້າຈະເປັນພວກທີ່ ເຂົ້າໄປ ຫາປາຫາຍິງສັດລະ ກາສູບຢາຖີ້ມກອກຢາ ໂດຍທີ່ບໍ່ໄດ້ດັບໄຟ ມັນເລີຍຖືກໃບໄມ້ແຫ້ງ ມັນເລີຍລາມແບບນີ້ ຫລືຈະເປັນພວກທີ່ ເຂົ້າໄປ ຫາປາຫາສັດປ່າ ເຮັດອາຫານດັງໄຟ ເຮັດອາຫານ ບາດຍາມອອກໄປ ບໍ່ໄດ້ ດັບໄຟຈຶ່ງເຮັດໃຫ້ ໄຟໄໝ້ແບບນີ້."


ເຫດການໄຟໄໝ້ລາມປ່າ ທີ່ເກີດຂຶ້ນໃນຣະດູແລ້ງ ປີ 2020 ທີ່ຜ່ານມາ ທ່ານ ຊູຊາດ  ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ໄດ້ຣາຍງານຕໍ່ຊື່ມວນ ຊົນເມື່ອວັນທີ 28 ພຶສພາ 2020 ວ່າ ສະເພາະປີ 2020 ໄຟໄໝ້ລາມປ່າເສັຍຫາຍໄປແລ້ວ 1 ແສນ ເຮັກຕ້າ ສາເຫດໄຟໄໝ້ລາມປ່າ ເກີດຂຶ້ນ ຍ້ອນສະພາບດິນຟ້າ ອາກາດມີການປ່ຽນແປງ, ປະຊາຊົນຈຳນວນນຶ່ງ ຍັງຣະເມີດຣະບຽບກົດ ໝາຍ ທີ່ຂັ້ນເທີງວາງອອກ ຄືການຈູດປ່າເພື່ອດຳເນີນ ການຜລິດກະສິກັມ ແລະລ້ຽງສັດ, ຮວມເຖິງການຈູດປ່າ ເພື່ອລ້າສັດໂດຍຂາດການ ປ້ອງກັນທີ່ດີ.

ສ່ວນແຜນການ ຂອງ ຣັຖບານລາວວາງອອກ ເພື່ອຟື້ນຟູປ່າ ໃຫ້ກັບມາມີອັດຕຣາ ປົກຫຸ້ມໃຫ້ໄດ້ 70% ໃນປີ 2020 ທ່ານ ຊູຊາດ ໄຊຍະກຸມມານ ຊີ້ແຈງວ່າ ການປະເມີນອັດຕຣາການ ປົກຫຸ້ມຂອງປ່າໄມ້ຢູ່ລາວ ແມ່ນປະເມີນທຸກ 5 ປີ ເຊິ່ງການປະເມີນຄັ້ງຫລ້າສຸດ ຈັດໃນປີ 2015 ເຫັນວ່າອັດຕຣາການປົກຫຸ້ມຂອງປ່າໄມ້ ໃນລາວກວມ 58% ຂອງ ເນື້ອທີ່ທົ່ວປະເທດ.

ສ່ວນການປະເມີນໃນປີ 2020 ນັ້ນທາງກະຊວງກະສິກັມ ເລັ່ງດຳເນີນການສຳຣວດໃຫ້ສຳເຣັດ  ແລະ ຄາດວ່າອັດຕຣາການປົກຫຸ້ມຂອງ ປ່າໄມ່ ໃນລາວ ປະມານ 60% ເທົ່ານັ້ນ ແຕ່ຈະບໍ່ບັນລຸ 70% ຕາມທີ່ ຄະນະຣັຖບານໄດ້ວາງເອົາໄວ້.

ໃນໂອກາດວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 01 ມິຖຸນາ ຜ່ານມາ ທາງການໄດ້ປະກາດວ່າ ທົ່ວປະເທດຈະປູກຕົ້ນໄມ້ ໃຫ້ໄດ້ 10 ພັນ ເຮັກຕ້າ ໃນນີ້ເນື້ອທີ່ປ່າ ປູກເພື່ອປົກຮັກສາ ສີ່ງແວດລ້ອມ 2,730 ເຮັກຕ້າ ເຊິ່ງກວມເອົາເຂດປ່າປ້ອງກັນ, ປ່າສງວນ ແລະ ປູກປ່າ ທົດແທນ ເຂດໂຄງການພັທນາ ພື້ນຖານໂຄງຮ່າງຕ່າງໆ ແລະ ປູກຕົ້ນໄມ້ເປັນສີນຄ້າ ໃນຂອບເຂດປ່າຜລິດໃຫ້ໄດ້ 7,217 ເຮັກຕ້າ ແລະນອກຂອບເຂດ ປ່າຜລິດທີ່ເປັນດິນ ຂອງ ປະຊາຊົນ ຈຳນວນ 550 ເຮັກຕ້າ.

ມາຮອດປັຈຈຸບັນ ທາງກະຊວງກະສິກັມ ແລະປ່າໄມ້ ໄດ້ສຳຣວດເນື້ອທີ່ ປ່າ ຊຸດໂຊມໃນເຂດປ່າຜລິດ ໃຫ້ 4 ບໍຣິສັດ ໃນເນື້ອທີ່ທັງໝົດ 29,820 ເຮັກຕ້າ ແລະ ໄດ້ອອກອະນຸຍາດ ໃຫ້ 04 ບໍຣິສັດ ບຸກເບີກເພື່ອ ກຽມປູກໄມ້ຈຳນວນ 9.085 ເຮັກຕ້າ. ສ່ວນວຽກງານຟື້ນຟູປ່າ ໄມ້ທັມມະຊາດ ໃນຈຳນວນ 04 ແສນເຮັກຕ້າ ແມ່ນກວມເອົາປ່າປ້ອງກັນ 105.000 ເຮັກຕ້າ, ປ່າສງວນ 01 ແສນເຮັກຕ້າ, ປ່າຜລິດ 93.000 ເຮັກຕ້າ ແລະ ປ່າປະ ເພດອື່ນ ໆ ອີກ 01 ແສນເຮັກຕ້າ.

ໃນຂນະທີ່ອັດຕຣາລອດເຫຼືອ ຂອງການປູກຕົ້ນໄມ້ ໃນແຕ່ລະປີນັ້ນ ກໍ່ຍັງເປັນບັນຫາຕໍ່ຂຍາຍເນື້ອທີ່ປ່າ. ໃນການປູກ ແຕ່ລະປີນັ້ນມີ ປະຣິມານເພີ່ມຂຶ້ນ ໂດຍອີງໃສ່ປະເພດຂອງປ່າ ທີ່ມີຢູ່ໃນທ້ອງຖີ່ນນັ້ນໆ ແຕ່ການແກ້ໄຂບັນຫາ ໂດຍສະເພາະ ຫລັກໆ ແມ່ນມອບໃຫ້ ປະຊາຊົນ ມີສ່ວນຮ່ວມໃນການປົກປັກຮັກສາ ຜ່ານມາຫລາຍເຂດ ປະຊາຊົນຍັງບໍ່ໃຫ້ ການຮ່ວມມື ຕໍ່ທາງເຈົ້າໜ້າທີ່. ດັ່ງເຈົ້າໜ້າທີ່ ປ່າໄມ້ເຂດ ພາກເໜື່ອໄດ້ກ່າວວ່າ:

"ຜ່ານມາເຮົາກາວາງຣະບຽບ ຢູ່ໃນການຄຸ້ມຄອງ ໃນການປົກປັກຮັກສາ ແຕ່ວ່າປະຊາຊົນ ກໍຍັງບໍ່ທັນໄດ້ເອົາໃຈໃສ່ ຊ່ອຍເທົ່າທີ່ຄວນ ໃນການປູກພວກເຮົາ ກໍໄດ້ຂື້ນແຜນ ປົກປັກຮັກສາ ປີ ນຶ່ງ 05 ແສນກີບ ຕໍ່ເຮັກຕ້າ."

ກ່ຽວກັບປ່າໄມ້ໃນລາວ ເມື່ອວັນທີ 5 ມິຖຸນາ 2020 ຜ່ານມາ ໂດຍອີງໃສ່ໂຕເລກ ຂອງທະນາຄານໂລກ ຫລື World Bank ເຊິ່ງໄດ້ ຈັດອັນດັບຂອງ World Atlas ທີ່ມີທັງໝົດ 25 ປະເທດ ໂດຍປະເທດລາວ ແມ່ນນຶ່ງໃນສາມຂອງອາຊຽນ ທີ່ຖືກຈັດໃຫ້ເປັນປະເທດ ທີ່ມີປ່າໄມ້ປົກຫຸ້ມ ເປັນອັນດັບ 08 ມີເນື້ອທີ່ປ່າໄມ້ ກວມເອົາ 79,65% ຂອງ ເນື້ອທີ່ທັງໝົດ.

ຣາຍງານນີ້ຣະບຸວ່າ ສາເຫດແມ່ນຍ້ອນປະເທດເຫລົ່ານີ້ ມີເນື້ອທີ່ ແລະ ປະຊາກອນໜ້ອຍ. ຂນະດຽວກັນເນື້ອທີ່ ສ່ວນໃຫຍ່ຂອງປະເທດ ເປັນພູສູງ ເຮັດໃຫ້ປະຊາຊົນ ສ່ວນຫລາຍອາສັຍ ຢູ່ເຂດທ່ົງພຽງ ເຊິ່ງ ໄປມາສະດວກກວ່າ.

ພ້ອມນີ້ພື້ນທີ່ປ່າກໍຍັງບໍ່ຖືກຮຸກຮານ ຫລາຍເນື່ອງຈາກ ບໍ່ມີເສຖກິດ ທີ່ອີງໃສ່ອຸດສາຫະກັມຫລາຍ ຈຶ່ງເຮັດໃຫ້ພື້ນທີ່ຖືກທຳລາຍ ໜ້ອຍລົງ. ໃນຂນະທີ່ວຽກງານ ການຄຸ້ມຄອງປ່າໄມ້ ໃຫ້ຍືນຍົງ ປັບປຸງຊີວິດ ຂອງ ຊຸມຊົນໃຫ້ດີຂຶ້ນ ແລະ ຫລຸດຜ່ອນການປ່ຽນແປງ ດິນຟ້າອາກາດ.

ເມື່ອວັນທີ 11 ກຸມພາ 2020 ສະພາບໍຣິຫານ ຂອງທະນາຄານໂລກ ໄດ້ອະນຸມັດທຶນຈຳນວນ 05 ລ້ານ ໂດລາ ສະຫະຣັຖ ໃຫ້ ສປປ ລາວ ເພື່ອສືບຕໍ່ໂຄງການຄຸ້້ມຄອງ ປ່າໄມ້ ແບບມີສ່ວນຮ່ວມ.

ໂດຍໂຄງການຄຸ້ມຄອງ ປ່າໄມ້ ແບບມີສ່ວນຮ່ວມເຣີ້ມ ມາແຕ່ປີ 2013 ໄດ້ຍົກຣະດັບ ສະຖານະພາບ ການດຳຣົງຊີວິດ ຂອງປະຊາຊົນລາວ ທີ່ຕິດພັນກັບປ່າໄມ້ ຫຼາຍກວ່າ 650 ບ້ານ ພາຍໃນ 15 ແຂວງ ໄດ້ປັບປຸງການວາງແຜນ ແລະຄຸ້ມຄອງປ່າຜລິດ ຈຳນວນ 41 ແຫ່ງ ຂອງເຂດປ່າຜລິດ ທັງໝົດ 51 ແຫ່ງ ທົ່ວປະເທດ ໂດຍກວມເອົາ 2,3 ລ້ານເຮັກຕ້າ. ເຊິ່ງຜົລໄດ້ຮັບນີ້ເຮັດໃຫ້ ຫລຸດຜ່ອນການທຳລາຍ ປ່າໄມ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org