ຊາວບ້ານ ໄດ້ຮັບຜົລກະທົບ ຈາກການປ່ຽນແປງ ຂອງດິນຟ້າ ອາກາດ ຫຼາຍຂຶ້ນ

ການປ່ຽນແປງ ຂອງດິນຟ້າອາກາດ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນລາວແຮງຂຶ້ນ ເຊິ່ງການສ້າງເຂື່ອນໃສ່ແມ່ນ້ຳຂອງ ເປັນສ່ວນນຶ່ງສ້າງຜົລກະທົບກັບຊາວບ້ານ ນອກຈາກ ການປ່ຽນແປງ ຂອງດິນຟ້າອາກາດ.

ຊາວບ້ານ ທີ່ເຮັດສວນ ໄດ້ຮັບຜົລກະທົບ ຈາກການປ່ຽນແປງ ຂອງດິນຟ້າອາກາດ. RFA

ການປ່ຽນແປງ ຂອງດິນຟ້າອາກາດ ນັບມື້ຮຸນແຮງຂຶ້ນ ແລະ ໄດ້ສ້າງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ການດໍາລົງຊີວິດ ຂອງປະຊາຊົນລາວ ແຮງຂຶ້ນເລຶ້ອຍໆ. ປັດຈຸບັນ ດິນຟ້າອາກາດປ່ຽນແປງຫຼາຍ ອາກາດກໍຮ້ອນຂຶ້ນແລະແຫ້ງແລ້ງກວ່າແຕ່ກ່ອນ ແຕ່ບາງເທື່ອກໍນ້ຳຖ້ວມ. ຊາວລາວຜູ້ນຶ່ງ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 19 ເມສາ ນີ້ວ່າ ປັດຈຸບັນ ດິນຟ້າອາກາດປ່ຽນແປງຫລາຍ ອາກາດກໍຮ້ອນຂຶ້ນ ແລະ ແຫ້ງແລ້ງກວ່າແຕ່ກ່ອນ ແຕ່ບາງເທື່ອກໍນ້ໍາຖ້ວມ.

“ຜົລກະທົບກັບອາກາດຮ້ອນ ມັນກະມີຫັ້ນແລ້ວເນາະ ກ່ຽວກັບ ສະພາບສິ່ງແວດລ້ອມມໍ່ຫັ້ນນ່າ ບໍ່ຖ້ວມກະແລ້ງ ລັກສະນະແບບນີ້ນ່າ ບາງເທື່ອກະແລ້ງຫົວປີ ແລ້ວພັດມາຖ້ວມກາງປີ ແບບນີ້ນ່າ ຜົລກະທົບມັນແນວນັ້ນດອກ ພວກຫາຢູ່ຫາກິນ ພວກປະມົງແນວນັ້ນໄດ໋ ຊາວບ້ານຫັ້ນນ່າ ກະຍາກດຽວນີ້.”

ຊາວລາວຜູ້ນີ້ ອະທິບາຍອີກວ່າ ຜົລກະທົບທີ່ຊາວບ້ານ ເຫັນໄດ້ຢ່າງຈະແຈ້ງ ຈາກການປ່ຽນແປງຂອງດິນຟ້າອາກາດ ກໍແມ່ນເຣຶ່ອງພັຍແຫ້ງແລ້ງ ແລະ ນ້ໍາຖ້ວມ ເຊິ່ງໃນໄລຍະຫລາຍປີມານີ້ ມັກຈະທະວີຄວາມຮຸນແຮງຂຶ້ນເລຶ້ອຍໆ ເຮັດໃຫ້ຊາວບ້ານຈໍານວນຫລາຍໄດ້ຮັບຜົລກະທົບ ໂຕຢ່າງ ຍ້ອນພັຍແຫ້ງແລ້ງ ປະຊາຊົນ ກໍຫາປາໄດ້ໜ້ອຍລົງ, ປູກພືດຜັກໄດ້ໜ້ອຍລົງ ແລະ ຊາວບ້ານຈໍານວນນຶ່ງກໍຫັນໄປຄ້າຂາຍ ຫລື ເປັນກັມະກອນຮັບຈ້າງ ແທນການຫາປາ ແລະ ປູກຝັງ.

ບໍ່ພຽງແຕ່ເທົ່ານັ້ນ ການປ່ຽນແປງຂອງດິນຟ້າອາກາດ ໂດຍສະເພາະ ພັຍແຫ້ງແລ້ງ ຍັງເປັນສາເຫດໃຫຍ່ນຶ່ງ ທີ່ພາເກີດໄຟໄຫມ້ປ່າ ໃນຫລາຍພື້ນທີຂອງປະທດລາວ ຈົນສົ່ງຜົລກະທົບ ໃຫ້ເກີດມົລພິດ ທາງອາກາດ ຫລື PM 2.5.

ໃນໄລຍະປະມານເດືອນ ມີນາ ຫາ ເດືອນເມສາ ຂອງທຸກປີ ໂດຍສະເພາະໃນປີນີ້ ແຮງຮ້າຍ ເຖິງຂັ້ນເປັນອັນຕຣາຍຕໍ່ສຸຂພາບຂອງຄົນ. ຊາວລາວອີກຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ທີ່ມີອາຊີບຫາປາ ຢູ່ແມ່ນ້ໍາຂອງ ກ່າວວ່າ ຜົລກະທົບຈາກປ່ຽນແປງຂອງດິນຟ້າອາກາດ ທີ່ຊາວປະມົງປະສົບພົບພໍ້ຢ່າງຈະແຈ້ງ ກໍຄື ແມ່ນ້ໍາຂອງບົກແຫ້ງ ນ້ໍາໄຫລຄ່ອຍ ຫາປາໄດ້ໜ້ອຍລົງ ປາຫລາຍຊະນິດມີຈໍານວນຫລຸດນ້ອຍຖອຍລົງ ຫລື ສູນພັນໄປເລີຍ. ຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸເອເຊັຽ ເສຣີ ອີກວ່າ ນອກຈາກ ການປ່ຽນແປງຂອງດິນຟ້າອາກາດແລ້ວ ເຂື່ອນ ກໍມີສ່ວນເຮັດໃຫ້ລໍາດັບນ້ໍາຂອງປ່ຽນແປງຂຶ້ນໆລົງໆ.

“ມັນຍາກມີຜົລກະທົບທາງເຂື່ອນຫັ້ນແຫລະດຽວນີ້ນ່າ ທາງເໜືອມີຜົລກະທົບ ເກືອບຍາກວ່າ 100% ພຸ້ນແຫລະອ້ານວ່າ ຮອດລະດູນ້ໍາຊິບົກ ມັນກະຍັງມີນ້ໍາມານີ້ນ່າ ມັນບໍ່ປົກຕິ ມັນກະລີຍເປັນສະພາບບໍ່ທັນເບາະ ມັນເປັນບໍ່ໄດ້ ບາງເທື່ອນ້ໍາໃສ ບາງເທື່ອນ້ໍາຂຸ່ນ.”

ຊາວລາວຜູ້ນຶ່ງ ຢູ່ເມືອງປາກແບງ ແຂວງອຸດົມໄຊ ກ່າວວ່າ ແມ່ນ້ຳຂອງ ກໍບົກແຫ້ງຜິດປົກກະຕິຫລາຍ.

“ແມ່ນ້ໍາຂອງຊາວບ້ານ ເຮົາດຽວນີ້ ສມັຍແຕ່ກີ້ ມັນເຄີຍຂຶ້ນມາ ໂອ້ ...ສູງ ດຽວນີ້ບໍ່ເຄີຍເຫັນເລີຍ ເດັກນ້ອຍລອຍຂ້າມກະຍັງໄດ້ແລ້ວ ຄັນເຂົາຕັນເຂື່ຶນ ແລ້ວແຮງຮ້າຍ ແລ້ວ.”

ສ່ວນຊາວລາວ ອີກຜູ້ນຶ່ງ ຢູ່ເມືອງປາກກະດິງ ແຂວງບໍຣິຄຳໄຊ ກ່າວວ່າ ປັດຈຸບັນ ດິນຟ້າອາກາດປ່ຽນແປງຫລາຍ ຮ້ອນແຮງຂຶ້ນ ຝົນບໍ່ຕົກ ເຮັດໃຫ້ແມ່ນ້ຳທັງນ້ອຍທັງໃຫຍ່ ບົກແຫ້ງ ຕົວຢ່າງ ນ້ຳເດື່ອ ແລະ ນ້ຳທອນ ແຫ້ງຂອດເລີຍໃນຍາມແລ້ງ.

ຂະນະທີ່ ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງສວັນນະເຂດ ກ່າວວ່າ ການປ່ຽນແປງຂອງດິນຟ້າອາກາດ ແລະ ການສ້າງເຂື່ອນໄຟຟ້າ ໃນແມ່ນ້ໍາຂອງ ແມ່ນເປັນສາເຫດທີ່ສໍາຄັນ ທີ່ເຮັດໃຫ້ພື້ນທີ່ພາກໃຕ້ ເປັນຕົ້ນ ນັບແຕ່ ແຂວງຄໍາມ່ວນ ລົງໄປເຖິງແຂວງ ຈໍາປາສັກ ປະສົບກັບພັຍແຫ້ງແລ້ງເລື້ອຍໆຂຶ້ນ ເຮັດນາແຊງໄດ້ນ້ອຍລົງ ໂຕຢ່າງ ຊາວບ້ານ ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ເມື່ອຫລາຍປີກ່ອນ ເຄີຍເຮັດນາແຊງໄດ້ເຖິງ 100 ເຮັກຕ້າ ຕໍ່ປີ ແຕ່ປັດຈຸບັນ ຮັດໄດ້ບໍ່ເຖິງ 10 ເຮັກຕ້າຕໍ່ປີ  ຍ້ອນ ຂາດເຂີນນ້ໍາ ຫລື ຍ້ອນພັຍແຫ້ງແລ້ງ.

ດັ່ງ ເຈົ້າໜ້າທີ່ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:

“ປີນີ້ຫັ້ນ ພວກເຮົາຫັ້ນມີເນື້ອທີ່ຢູ່ 6.7 ເຮກຕ້າເນາະ ແລ້ວມີຢູ່ 11 ຄອບຄົສວ ມັນກະສ່ຽງເນາະ ເຮັດໄປ ບາງປີກະບໍ່ໄດ້ຮັບຜົລມີບັນຫາຫັ້ນແຫລະ ນ້ໍາບໍ່ພໍ.”

ອີງຕາມການຄົ້ນຄວ້າ ຂອງຄະນະກັມມາທິການ ແມ່ນ້ໍາຂອງສາກົລ, ໃນຂະນະນີ້ ອາກາດຢູ່ລາວ ຮ້ອນຫຼາຍ ຮ້ອນເກີນ 40 ອົງສາ ແຊລຊຽດ (Celsius) ເກືອບທຸກມື້ ແລະ ຄາດຄະເນວ່າ ອາກາດຈະຮ້ອນຂຶ້ນຕື່ມອີກ ໃນລະຫວ່າງ 0.4 ອົງສາ ເຖິງ 3.3 ອົງສາພາຍໃນ 50 ປີຂ້າງໜ້າ. ນອກຈາກນັ້ນ ລະດັບນ້ຳທະເລ ກໍຈະສູງຂຶ້ນເຊັ່ນກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org