ບັນຫາບໍ່ມີຮ່ອງຣະບາຍນໍ້າ
ຊາວ ນະຄອນຫລວງ ວຽງຈັນ ປະນາມ ບັນຫາ ການປ່ອຍ ນໍ້າເສັຽ ແບບ ຊະຊາຍ ຍ້ອນບໍ່ມີ ຮ່ອງລະບາຍ ນໍ້າ ແບບ ມາຕຖານ.
-
2013-10-31 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ຫ້ອງການປົກຄອງນະຄອນຫລວງວຽງຈັນ ທີ່ຂໍສງວນຊື່ທ່ານນຶ່ງເວົ້າວ່າ ຫລາຍຫມູ່ບ້ານ ໃນນະຄອນຫລວງວຽງຈັນ ໂດຍສະເພາະ ໃນຫົວເມືອງທີ່ມີການພັທນາ ດັ່ງເມືອງຈັນທະບູຣີ ສີໂຄດຕະບອງ ໄຊທານີ ສີສັດຕະນາກ ແລະ ຫາດຊາຍຟອງປະສົບກັບບັນຫາ ການປ່ອຍ ນໍ້າເປື້ອນ ແບບຊະຊາຍ ຍ້ອນບໍ່ມີຮ່ອງລະບາຍນໍ້າ ທີ່ໄດ້ມາຕຖານ. ດ່ັງທ່ານກ່າວວ່າ:
"ການພັທນາໂຄງຮ່າງພື້ນຖານ ຂອງຣັຖບານນີ້ ເພີ່ນກະສ່ວນໃຫຍ່ກະຊີ່ເນັ້ນໄປໃສ່ ການສ້າງຫົນທາງພຸ້ນຫລາຍກວ່າ ສ່ວນການສ້າງ ຣະບົບ ຮ່ອງລະບາຍນໍ້າ ແມ່ນຍັງບໍ່ທັນມີການສ້າງແນ່ນອນສະນັ້ນແລ້ວ ໂດຍສ່ວນໃຫຍ່ ປະຊາຊົນຫລາຍບ້ານເນາະ ໃນເຂດນະຄອນຫລວງ ເຮົານີ້ ເຂົາກໍປ່ອຍໄປຕາມມີຕາມເກີດ ບ່ອນໃດຕໍ່າກະໄຫລໄປ ບ່ອນຫັ້ນ".
ວ່າງ 10 ປີ ຫລັງມານີ້ ເຖິງແມ່ນວ່າຈະມີການພັທນາໂຄງຮ່າງພື້ນຖານໃນ ຫລາຍເຂດກໍຕາມ ແຕ່ຍັງຂາດຣະບົບຮ່ອງຣະບາຍນໍ້າເສັຽ ທີ່ໄດ້ ມາຕຖານ ເນື່ອງຈາກວ່າການພັທນາຕົວເມືອງ ຂອງຣັຖບານສ່ວນໃຫຍ່ແມ່ນ ເນັ້່ນໃສ່ການ ສ້າງຖນົນຫົນທາງ ແຕ່ບໍ່ສ້າງຮ່ອງຣະບາຍນໍ້າ.
ປັດຈຸບັນ ການປ່ອຍນໍ້າເປື້ອນຂອງປະຊາຊົນຫລືໂຮງຈັກໂຮງງານຕ່າງໆ ຍັງເປັນໄປແບບບໍ່ເປັນຣະບົບເທື່ອ ດ່ັງການປ່ອຍນໍ້າເສັຽ ແບບຊະ ຊາຍໃຫ້ໄຫລລົງໄປບ່ອນຕໍ່າຕາມມີຕາມເກີດ ສ້າງກິ່ນເຫມັນໄປທົ່ວ ແລະກໍເປັນອັນຕຣາຍ ຕໍ່ສຸຂພາບຂອງຄົນ ໂດຍບໍ່ຄຳນືງວ່າ ຈະຖືກດິນ ໃຜຫລືໄຮ່ນາຮົ້່ວສວນ ຂອງຜູ້ໃດ.