ເຂື່ອນຫຼວງພຣະບາງ ຍັງບໍ່ແຈ້ງ ຊາວບ້ານ ເຣື່ອງໂຍກຍ້າຍ
ຊາວບ້ານ ຜູ້ຈະໄດ້ຮັບ ຜົລກະທົບ ຈາກ ເຂື່ອນໄຟຟ້າ ຫຼວງພຣະບາງ ກັງວົນ ຍ້ອນຍັງບໍ່ມີ ພາກສ່ວນໃດ ມາແຈ້ງເຣື່ອງ ການໂຍກຍ້າຍ.
-
ໄຊຍາ
2020-01-06 -
-
-
Your browser doesn’t support HTML5 audio
ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້າ ແຂວງຫຼວງພຣະບາງ ຍັງບໍ່ໄດ້ຮັບການແຈ້ງເຕືອນ ຈາກເຈົ້າໜ້າທີ່ ກ່ຽວຂ້ອງກ່ຽວກັບຄວາມຄືບໜ້າ ຂອງໂຄງການດັ່ງກ່າວ.
ຜ່ານມາປະຊາຊົນໃນເຂດທີ່ຖືກ ໂຄງການກໍ່ສ້າງ ທີ່ຄາດວ່າຈະໄດ້ໂຍກຍ້າຍນັ້ນ ຕ້ອງການໄດ້ຄໍາຕອບຢ່າງຈະແຈ້ງວ່າ ຈະຍ້າຍໄປຢູ່ໃສ ແລະ ຈະໄດ້ຮັບສິດທິຫຍັງແດ່. ດັ່ງປະຊາຊົນໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 03 ມົກກະຣາ ວ່າ:
"ບໍ່! ບໍ່ໄດ້ມາຈັກເທື່ອບໍ່ໄດ້ຍິນຫຍັງ ຈັກນ້ອຍເທື່ອດຽວນີ້ນ່າ ບໍ່ເຫັນໃຜມາຫາຈັກນ້ອຍຊ່ວງປີນີ້ ບໍ່ໄດ້ເຫັນຜູ້ໃດມາຫາແລ້ວ ບໍ່ມີຫຍັງເວົ້າເທື່ອ ວ່າສິໂຍກຍ້າຍແບບໃດກາບໍ່ຮູ້ເທື່ອ."
ຕໍ່ກັບສະພາບການດັ່ງກ່າວ ຜແນກພະລັງງານແລະບໍ່ແຮ່ ແຂວງຫຼວງພຣະບາງ ກໍຍັງບໍ່ທັນໄດ້ມີຄຳຕອບກ່ຽວກັບເຣື່ອງນີ້ ຕໍ່ກັບນັກຂ່າວ ເອເຊັຽເສຣີ ທີ່ໄດ້ໂທຣະສັບໄປສອບຖາມ. ໃນຂນະທີ່ ທ່ານ ດຣ.ຈັນສະແຫວງ ບຸນຍົງ, ເອກອະທິບໍດີ ກົມນະໂຍບາຍ ແລະ ແຜນພະລັງງານ ຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໄທ ໃນໂອກາດທີ່ເຂົ້າຮ່ວມປະຊຸມ ກ່ຽວກັບການໃຫ້ຂໍ້ມູນ ແກ່ປະຊາຊົນ ແຂວງນະຄອນພະນົມ ປະເທດໄທວ່າ:
ທາງການລາວໝັ້ນໃຈວ່າ ບໍຣິສັດ ຊໍ-ການຊ່າງ ເຊິ່ງເປັນຜູ້ອອກແບບໂຄງການສ້າງເຂື່ອນ ຫຼວງພຣະບາງ ຈະເຮັດການກໍ່ສ້າງອອກມາ ໄດ້ດິ ຄືກັນກັບໂຄງການເຂື່ອນໄຊຍະບູລີ ເຊິ່ງໂຄງການເຂື່ອນຫຼວງພຣະບາງ ອາດເຣີ້ມລົງມືກໍ່ສ້າງກ່ອນ ເຂື່ອນ ປາກແບງ ແລະເຂື່ອນ ປາກລາຍ.
ປັດຈຸບັນເຄືອຂ່າຍ ພາກປະຊາຊົນໄທ 7 ແຂວງລຸ່ມແມ່ນໍ້າຂອງ ມີຄວາມກັງວົນຫຼາຍກ່ຽວກັບ ໂຄງການເຂື່ອນຫຼວງພຣະບາງ ຍ້ອນຢ້ານວ່າ ຖ້າເຂື່ອນດັ່ງກ່າວເຣີ້ມກໍ່ສ້າງ ອາດຈະສົ່ງຜົລກະທົບຕໍ່ຣະບົບນິເວດ ຂອງແມ່ນໍ້າຂອງ ຄືກັນກັບເຂື່ອນໄຊຍະບູລີ ແລະ ເຂື່ອນໃນຈີນ ທີ່ສ້າງ ສຳເຣັດ ແລະຂາຍໄຟແລ້ວ.
ໂຄງການເຂື່ອນຫຼວງພຣະບາງ ເປັນຮ່ວມລົງທຶນ ຂອງຣັຖບານລາວ ກັບ ບໍຣິສັດ ຊໍ-ການຊ່າງ ຈາກໄທ ແລະ ບໍຣິສັດ Petro Vietnam Power Corporation ວຽດນາມ ໂດຍຄາດວ່າຈະມີກຳລັງການຜລິດໄຟຟ້າ ຢູ່ທີ່ 1,410 ເມກາວັດ.