ປາຕາຍເປັນຝຸງຢູ່ບ້ານນາທາມ ເມືອງ ປາກງື່ມ
ຊາວບ້ານ ເຂດ ນາທາມ ເມືອງປາກງື່ມ ຮຽກຮ້ອງ ໃຫ້ທາງການ ໄປກວດກາ ສືບສວນ ກ່ຽວກັບ ການຕາຍ ຢ່າງຫລວງຫລາຍ ຂອງ ຝຸງໝູ່ປາ ໃນໜອງ.
-
2013-11-13 -
-
-
Your browser doesn’t support HTML5 audio
ຊາວບ້ານ 2 ພັນ ກວ່າຄົນ ໃນບ້ານນາທາມ ເມືອງປາກງຶ່ມໄດ້ຮັບຄວາມເດືອດຮ້ອນຫລັງຈາກໄດ້ພົບເຫັນຝຸງປາຕາຍເປັນຢ່າງຫລວງຫລາຍ ໃນໜອງຫານໂດຍບໍ່ຮູ້ສາເຫດນັບຕັ້ງແຕ່ກາງເດືອນຕຸລາເປັນຕົ້ນມາ ເຮັດໃຫ້ຊາວບ້ານບໍ່ສາມາດລົງຕຶກປາຈາກ ທີ່ນັ້ນມາກິນໄດ້ ຈື່ງໄດ້ຮຽກ ຮ້ອງໃຫ້ທາງການ ກ່ຽວຂ້ອງເຂົ້າມາສືບສວນ ກ່ຽວກັບບັນຫາດັ່ງກ່າວ ວ່່າສາເຫດ ເປັນຍ້ອນຍັງແທ້:
"ຢາກໃຫ້ທາງການຂັ້ນເທີງ ຫັ້ນເຂົ້າມາຊ່ອຍເຫລືອ ຊອກຫາສາເຫດ ປານີ້ຕາຍຍ້ອນອີ່ຫຍັງ ແທ້ແລະຢາກໃຫ້ຮູ້ວ່າ ຜູ້ໃດມາຮັບຜິດຊອບຫັ້ນ ຄັນຊີ່ໃລ່ເປັນໂຕນຫັ້ນ ຖືວ່າຫລາຍໂຕນແຫລະ ມັນຕາຍ".
ທ່ານເວົ້າຕໍ່ໄປວ່າ ຊາວບ້ານພາກັນຮຽກຮ້ອງໃຫ້ ທາງການປ່ອຍນໍ້າຈາກ ເຂື່ອນນໍ້າງື່ມລົງມາໃສ່ໜອງຫານ ເພື່ອໃຫ້ຣະດັບນໍ້າສູງຂື້ນ ຊຶ່ງຈະ ເຮັດໃຫ້ປາທີ່ຍັງມີຊິວິດ ຢູ່ນັ້ນໄດ້ຮັບອອກຊິເຢັນ ແລະ ມີຊິວິດລອດ. ເຈົ້າຫນ້າທີ່ປົກຄອງທ້ອງຖີ່ນ ກໍໄດ້ອອກຄໍາສັ່ງຫ້າມ ຊາວບ້ານເອົາປາ ທີ່ຕາຍນັ້ນ ມາບໍຣິໂພຄເປັນເດັດຂາດ.
ຊາວບ້ານເວົ້າຕື່ມວ່າ ເຫດການແບບນີ້ເຄີຍມີມາແລ້ວ ໃນປີ 2009 ຍ້ອນໂຮງງານຜລິດແປ້ງມັນຕົ້ນ ລາວ-ອິນໂດຊາຍນາປ່ອຍນໍ້າເປື້ອນລົງ ສູ່ໜອງຫານ. ແຕ່ທາງໂຮງງານໄດ້ຊົດເຊີຍ ຄ່າເສັຽຫາຍທີ່ເກີດຂື້ນ ດ້ວຍການເອົາມາປາ ໄປປ່ອຍໃສ່ຫນອງໃຫ້ຄືນ ກວ່າ 5 ແສນໂຕ ຫລັງ ຈາກທີ່ອົງການຊັພຍາກອນນໍ້າ ແລະສີ່ງແວດລ້ອມ ໄດ້ເອົາຕົວຢ່າງນໍ້າໄປກວດ ພົບວ່າມີສາຣຊາຍນາຍ ແລະ ສາຣພິດປະເພດອື່ນໆ ປະປົນ ຢູ່ໃນໜອງນໍ້ານັ້ນ.