ຊາວບ້ານ ຢູ່ເມືອງຫຼາ ແຂວງອຸດົມໄຊ ຍັງບໍ່ໄດ້ຄ່າຊົດເຊີຍ ນຳໂຄງການ ຂຸດຄົ້ນແຮ່ເຫຼັກ
ຊາວບ້ານ ຈຳນວນ 39 ຄອບຄົວ ຢູ່ເມືອງຫລາ ແຂວງອຸດົມໄຊ ໄດ້ຮັບຜົນກະທົບ ສູນເສັຽທີ່ດິນ ທຳການກະເສຕ ເປັນຈຳນວນຫຼາຍສິບເຮັກຕ້າຣ໌ ຈາກການຂຸດຄົ້ນແຮ່ເຫຼັກ ຂອງບໍຣິສັດ ຊີເອັນພີ ສຳຣວດ ແລະ ຂຸດຄົ້ນແຮ່ ຂາເຂົ້າ-ຂາອອກ (CNP GROUP) ເຖິງປັດຈຸບັນ ຍັງບໍ່ໄດ້ຮັບເງິນຊົດເຊີຍ.
-
ໄຊຍາ
2023-02-13 -
-
-
Your browser doesn’t support HTML5 audio
ຊາວບ້ານ ບ້ານເວີນໃຕ້ ແລະ ບ້ານນໍ້າແພງ ຈຳນວນ 39 ຄອບຄົວຢູ່ເມືອງຫລາ ແຂວງອຸດົມໄຊ ໄດ້ຮັບຜົນກະທົບ ສູນເສັຽທີ່ດິນທຳການກະເສຕ ເປັນຈຳນວນຫລາຍສິບເຮັກຕ້າຣ໌ ຈາກການຂຸດຄົ້ນແຮ່ເຫລັກຂອງ ບໍຣິສັດ ຊີເອັນພີ ສຳຣວດ ແລະ ຂຸດຄົ້ນແຮ່ ຂາເຂົ້າ-ຂາອອກ ຫລື CNP GROUP ຕັ້ງແຕ່ປີ 2018 ຈົນມາເຖິງປັດຈຸບັນ ຊາວບ້ານຍັງບໍ່ໄດ້ຮັບເງິນຊົດເຊີຍເທື່ອ.
ດັ່ງຊາວບ້ານທີ່ໄດ້ຮັບຜົນກະທົບ ໃນເມືອງຫລາ ແຂວງອຸດົມໄຊ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 13 ມົກຣານີ້ວ່າ:
“ເອີ! ຍັງແມ່ນແທ້ກາເປັນຕາຊົດເຊີຍ ໃຫ້ແດ່ແຕ່ມັນເສັຽຫາຍຫຼາຍປີແລ້ວ. 2-3 ປີມານີ້ ກາຍັງບໍ່ໄດ້ຮັບຄ່າຊົດເຊີຍອິຫຍັງທັງໝົດ ເພິ່ນຊິໃຊ້ຄ່າເສັຽຫາຍນັ້ນ ກາບໍ່ຮູ້ຣາຍລະອຽດ ແຕ່ວ່າແຂວງເຂົາກາລົງມາປະເມີນແລ້ວ ກາກວດຜົນກະທົບ ແຕ່ລະຄອບຄົວບາງຄົນ ກາເສັຽໜ້ອຍ ບາງຄົນກາເສັຽຫລາຍ.”
ຊາວບ້ານທ່ານນີ້ກ່າວຕື່ມວ່າ ຫລັງຈາກທີ່ຊາວບ້ານ ໄດ້ສູນເສັຽທີ່ດິນ ທຳການກະເສຕໃຫ້ກັບໂຄງການດັ່ງກ່າວ ແລ້ວເຮັດໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ທັງໝົດບໍ່ມີທີ່ດິນທຳການກະເສຕ ຊຶ່ງຄາດຫວັງວ່າໜ່ວຍງານ ພາກຣັຖ ແລະບໍຣິສັດ ຜູ້ພັທນາໂຄງການ ດັ່ງກ່າວຈະເລັ່ງ ດຳເນີນການຈ່າຍເງິນຄ່າຊົດເຊີຍໃຫ້ກັບຊາວບ້ານ ແຕ່ພັດຊັກຊ້າຫລາຍ. ສ່ວນຣາຍລະອຽດ ຄ່າຊົດເຊີຍ ບໍ່ມີການແຈ້ງຂໍ້ມູນ ໃຫ້ກັບຊາວບ້ານ ໄດ້ຮັບຮູ້ຢ່າງຈະແຈ້ງວ່າ ຈະຈ່າຍເງິນຄ່າຊົດເຊີຍໃຫ້ເທົ່າໃດ.
ຊາວບ້ານອີກທ່ານນຶ່ງ ຜູ້ທີ່ເສັຽທີ່ິດິນທຳການກະເສຕ ກ່າວວ່າໂຄງການຂຸດຄົ້ນແຮ່ເຫລັກ ຂອງບໍຣິສັດ ຊີເອັນພີ ແມ່ນໄດ້ກວມເອົາທັງໝົດ, ທັງດິນໄຮ່, ດິນສວນ ແລະ ດິນນາ ຂອງຊາວບ້ານ ເປັນຈຳນວນຫລາຍເຮັກຕ້າຣ໌ ແຕ່ຊາວບ້ານຍັງບໍ່ໄດ້ຮັບຄ່າຊົດເຊີຍເທື່ອ ແລະອ້າງວ່າ ກຳລັງດຳເນີນການດ້ານເອກສານ.
ດັ່ງຊາວບ້ານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ເຂົາສຳຣວດໄວ້ ກາເອົາກວມໄຮ່ກວມນາແດ່ ຄັນໄລ່ເປັນເຮັກຕ້າຣ໌ ກາຊິແມ່ນ 2-3 ເຮັກຕ້າຣ໌ (ເງິນຊົດເຊີຍ) ຍັງບໍ່ທັນເຫັນ. ເອີ ຍັງລໍຖ້າຢູ່ ເພາະວ່າຍັງແລ່ນເອກສານ.”
ຊາວບ້ານທີ່ໄດ້ຮັບຜົນກະທົບ ສູນເສັຽທີ່ດິນທຳການກະເສຕ ທັງໝົດຕ້ອງການເງິນຊົດເຊີຍ ປະມານ 100 ລ້ານກີບຕໍ່ເຮັກຕ້າຣ໌ ເພື່ອຄວາມສົມເຫດສົມຜົນ ຕາມສະພາບເສຖກິຈ ໃນປັດຈຸບັນ ຫາກໄດ້ຮັບເງິນຊົດເຊີຍໜ້ອຍກ່ວານັ້ນ ຖືວ່າຊາວບ້ານເສັຽປຽບຫລາຍ.
ເຈົ້າໜ້າທີ່ຫ້ອງການ ແນວລາວສ້າງຊາດ ແຂວງອຸດົມໄຊ ກ່າວວ່າ ນອກຈາກຜົນກະທົບ ຂອງຊາວບ້ານທີ່ສູນເສັຽທີ່ດິນ ທຳການກະເສຕແລ້ວ ໂຄງການຂຸດຄົ້ນແຮ່ເຫລັກ ຂອງບໍຣິສັດ ຊີເອັນພີ ຍັງສົ່ງຜົນກະທົບຕໍ່ເສັ້ນທາງ ໄປ-ມາ ໃນເຂດເມືອງຫລາ ແລະເມືອງນາໝໍ້ ຈົນເປ່ເພ ເປັນບວກ ເປັນຂຸມ ຢ່າງຮຸນແຮງ ແລ້ວບໍ່ມີການສ້ອມແປງຄືນ ຍ້ອນບໍຣິສັດດັ່ງກ່າວ ໄດ້ມີການຂົນສົ່ງແຮ່ເຫລັກ ໃນປະຣິມານໜັກ ຈົນເກີນໄປ.
ດັ່ງເຈົ້າໜ້າທີ່ ກ່າວຕໍ່ວິທຍຸ ເອເຊັຽເສຣີວ່າ:
“ມັນມີແບບທາງ ປະຊາຊົນເຂົາບໍ່ພໍໃຈ ແຄ່ນັ້ນແຫລະ ສິ່ງປຸກສ້າງຂອງປະຊາຊົນເນາະ ເພິ່ນເຂົ້າໄປຈຸດນັ້ນ ເພິ່ນບໍ່ໄດ້ຣົຖລາກເຂົ້າໄປໄດ໋ ເພິ່ນເອົາມີແຕ່ 10 ລໍ້ບໍ່, 12 ລໍ້ບໍ່ ເຂົ້າໄປ. ເພິ່ນກໍໄປຕິດຕາມ ເພິ່ນກໍພາໄປເບິ່ງຢູ່ໄດ໋.”
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາ ບໍຣິສັດ ຊີເອັນພີ ສຳຣວດ ແລະ ຂຸດຄົ້ນບໍ່ແຮ່ຂາ ເຂົ້າ-ຂາອອກ ເພື່ອສອບຖາມເຣື່ອງການຈ່າຍເງິນ ຄ່າຊົດເຊີຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບສູນເສັຽ ທີ່ດິນທຳການກະເສຕ ແຕ່ເຈົ້າໜ້າທີ່ບໍຣິສັດ ປະຕິເສດໃຫ້ສຳພາດ.
ທ່ານ ອາລຸນ ບຸນວິໄລ ຫົວໜ້າຜແນກ ພະລັງງານ ແລະບໍ່ແຮ່ແຂວງອຸດົມໄຊ ກ່າວຊີ້ແຈງ ກ່ຽວກັບເຣື່ອງນີ້ຢູ່ກອງປະຊຸມ ສໄມສາມັນເທື່ອທີ 2 ຂອງສະພາ ປະຊາຊົນແຂວງອຸດົມໄຊ ຊຸດທີ່ 2 ໃນວັນທີ່ 12 ມີນາ 2022 ທີ່ຜ່ານມາ ລະບຸວ່າສໍາລັບຈຸດທີ່ມີບັນຫາ ເຣື່ອງຜົນກະທົບ ສັງຄົມແມ່ນຈຸດຂຸດຄົ້ນ ແຮ່ເຫລັກຢູ່ເມືອງຫລາ ຊຶ່ງມີຊາວບ້ານ 2 ບ້ານໄດ້ຮັບຜົນກະທົບ ສູນເສັຽທີ່ດິນທຳການກະເສຕ ແລະຕົ້ນໄມ້ເສຖກິຈຈຳນວນນຶ່ງ ລວມທັງໝົດ 39 ຄອບຄົວເປັນເງິນຄ່າຊົດເຊີຍ ປະມານ 2 ຕື້ປາຍກີບ, ແຕ່ປັດຈຸບັນເກີດຄວາມຊັກຊ້າ ຍ້ອນການປະເມີນຄວາມເສັຽຫາຍ ຂອງຊາວບ້ານ ຍັງບໍ່ທັນລະອຽດເທື່ອ.
ດັ່ງ ທ່ານ ອາລຸນ ບຸນວິໄລ ຫົວໜ້າຜແນກ ພະລັງງານ ແລະບໍ່ແຮ່ ແຂວງອຸດົມໄຊ ກ່າວໃນຕອນນຶ່ງວ່າ:
“ຕໍ່ກັບການຂຸດຄົ້ນແຮ່ເຫລັກ ຂອງບໍຣິສັດ ຊີເອັນພີ ນີ້ຢູ່ຈຸດບ້ານນໍ້າເວີນໃຕ້ຫັ້ນເນາະ ຖືວ່າມີຜົນກະທົບ 39 ຄອບຄົວ ກວມເອົາ 2 ບ້ານຄືບ້ານເວີນໃຕ້ ແລະ ບ້ານນໍ້າແພງ ແລະໝາຽຄວາມວ່າ ການຊັກຊ້ານີ້ແມ່ນການເກັບກຳຂໍ້ມູນ ໃນເບື້ອງຕົ້ນນັ້ນບໍ່ທັນລະອຽດ ແລະຄາດວ່າຈະໃຫ້ສຳເຣັດ ໃນຕົ້ນປີ 2023 ນີ້ໃນການຊົດເຊີຍຫັ້ນ.”
ສຳລັບແຮ່ທາດຕ່າງໆ ທີ່ບໍຣິສັດ ຊີເອັນພີ ສຳຣວດ ແລະ ຂຸດຄົ້ນບໍ່ແຮ່ ຂາເຂົ້າ-ຂາອອກ ໄດ້ທຳການຂຸດຄົ້ນທັງໝົດ ແມ່ນຈະສົ່ງອອກປະເທດຈີນ ໂດຍໃນປີ 2020 ທີ່ຜ່ານມານັ້ນ ບໍຣິສັດສົ່ງອອກແຮ່ທາດຕ່າງໆ ຈຳນວນ 2 ແສນຕັນ ແລະມອບພັນທະ ໃຫ້ທາງການລາວ 30 ຕື້ກີບ, ສ່ວນແຜນການ ຂອງບໍຣິສັດຕັ້ງເປົ້າໝາຽຈະຂຸດຄົ້ນ ບໍ່ແຮ່ທາດຕ່າງໆ ເພື່ອສົ່ງອອກໄປປະເທດຈີນ ໃຫ້ໄດ້ປະມານ 5 ແສນຕັນເນື່ອງຈາກເປັນທີ່ຕ້ອງການ ຂອງປະເທດຈີນ.
ທາງການລາວໃຫ້ ບໍຣິສັດ ຊີເອັນພີ ດຳເນີນການໂຄງການ ຂຸດຄົ້ນແຮ່ທາດ ມາຕັ້ງແຕ່ປີ 2011 ຈໍານວນ 3 ຈຸດຄື ຂຸດຄົ້ນແຮ່ທອງ ຢູ່ບ້ານນາສວ່າງ ເມືອງນາໝໍ້ ເນື້ອທີ່ 16 ກິໂລຕາແມັດ, ຂຸດຄົ້ນແຮ່ສັງກະສີ ຢູ່ເຂດບ້ານນາໄຊ ເມືອງນາໝໍ້ ເນື້ອທີ່ 14 ກິໂໂລຕາແມັດ ແລະ ຂຸດຄົ້ນແຮ່ເຫລັກ ເຂດບ້ານຕັງເງັຽ ເມືອງຫລາ ເນື້ອທີ່ 16 ກິໂລຕາແມັດ.
ໃນປີ 2014 ບໍຣິສັດໄດ້ໂຈະໂຄງການ ໄປຈົນບໍຣິສັ ດັ່ງກ່າວກັບມາດຳເນີນ ໂຄງການຄືນໃໝ່ ໃນປີ 2018 ເປັນຕົ້ນມາ ຈົນສ້າງຜົນກະທົບຕໍ່ຊາວບ້ານ.
ທາງການລາວ ເຊັນສັນຍາສັມປະທານ ໃຫ້ບໍຣິສັດ ຊີເອັນພີ ດຳເນີນການ ໂຄງການຂຸດຄົ້ນແຮ່ທາດ ໃນໄລຍະເວລາ 20 ປີ ເຣີ້ມຕັ້ງແຕ່ປີ 2011 ຈຳນວນ 3 ຈຸດຄືຂຸດຄົ້ນແຮ່ທອງຢູ່ບ້ານ ນາສວ່າງ ໃນເມືອງນາຫມໍ້ເນື້ອທີ່ 16 ກິໂລຕາແມັດ, ຂຸດຄົ້ນແຮ່ສັງກະສີ ຢູ່ເຂດບ້ານນາໄຊ ເມືອງນາຫມໍ້ເນື້ອທີ່ 14 ກິໂລຕາແມັດ ແລະ ຂຸດຄົ້ນແຮ່ເຫລັກເຂດບ້ານຕັງເງັຽ ເມືອງຫລາ ເນື້ອທີ່ 16 ກິໂລຕາແມັດ. ຕໍ່ມາໃນປີ 2014 ບໍຣິສັດໄດ້ໂຈະ ໂຄງການໄປ ຈົນກະທັ້ງບໍຣິສັດດັ່ງກ່າວ ກັບມາດຳເນີນໂຄງການ ຄືນໃໝ່ໃນປີ 2018 ເປັນຕົ້ນມາ ຈົນສ້າງຜົນກະທົບ ຕໍ່ຊາວບ້ານ.