ຜູ້ຖືກຜົນກະທົບ ຈາກເຂື່ອນນ້ຳທາ 1 ໄດ້ຮັບໃບຕາດິນ ເຮືອນຈັດສັນ

ຫລ້າສຸດທາງການ ເມືອງນາແລ ແຂວງຫລວງນໍ້າທາ ກໍໄດ້ມອບໃບຕາດິນ ປະເພດເຮືອນຈັດສັນ ໃຫ້ກັບຊາວບ້ານ ຈຳນວນ 3 ບ້ານຄື ບ້ານເປື້ອນ, ບ້ານນາແລ ແລະ ບ້ານພູຄາ ທີ່ຖືກຜົນກະທົບຈາກ ໂຄງການ ສ້າງເຂື່ອນນ້ຳທາ 1 ຕັ້ງແຕ່ ປີ 2019 ຂະນະທີ່ຊາວບ້ານ ຍັງບໍ່ມີດິນ ເພື່ອການຜລິດ ກະສິກັມ.

ພິທີມອບໃບຕາດິນ ໃຫ້ຊາວບ້ານ ບ້ານຈັດສັນ ທີ່ຖືກຜົນກະທົບ ຈາກໂຄງການເຂື່ອນໄຟຟ້າ ນ້ຳທາ 1 ຢູ່ທີ່ຫ້ອງການ ຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ເມືອງນາແລ, ແຂວງຫຼວງນ້ຳທາ ວັນທີ່ 10 ກຸມພາ 2023. Muang Nale DONRE

ທາງການລາວ ມອບໃບຕາດິນປະເພດດິນ ເຮືອນຈັດສັນ ໃຫ້ກັບຄອບຄົວທີ່ຖືກໂຍກຍ້າຍ ຈາກໂຄງການເຂື່ອນນໍ້າທາ 1 ໃກ້ຈະສຳເຣັດເກືອບ 100% ຫລັງຈາກຖືກໂຍກຍ້າຍ ມາຢູ່ເຮືອນຈັດສັນໃຫມ່ ຕັ້ງແຕ່ປີ 2019. ຫລ້າສຸດທາງການ ເມືອງນາແລ ແຂວງຫລວງນໍ້າທາ ກໍໄດ້ມອບໃບຕາດິນ ປະເພດເຮືອນຈັດສັນໃຫ້ກັບຊາວບ້ານ ຈຳນວນ 3 ບ້ານຄື ບ້ານເປື້ອນ, ບ້ານນາແລ ແລະ ບ້ານພູຄາ ສຳເຣັດແລ້ວ 187 ຕອນ ຈາກທັງໝົດ 206 ຕອນ ແລະ ຍັງເຫລືອອີກ 19 ຕອນ ກຳລັງຢູ່ລະຫວ່າງການດຳເນີນການ, ສ່ວນທີ່ດິນທີ່ທຳການກະເສດ ຍັງບໍ່ມີຄອບຄົວໃດໄດ້ຮັບເທື່ອ.

ດັ່ງຊາວບ້ານ ທີ່ໄດ້ຮັບຜົນກະທົບ ໂຍກຍ້າຍຈາກໂຄງການ ເຂື່ອນໄຟຟ້ານໍ້າທາ 1 ໃນເມືອງນາແລ ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ກຸມພາ ນີ້ວ່າ:

ໃບຕາດິນ (ເຮືອນ) ເຂົາໄດ້ແລ້ວດິນຜລິດ, ດິນໄຮ່, ດິນສວນ ຍັງບໍ່ໄດ້ເທື່ອ ຍັງບໍ່ແທກຍັງບໍ່ໄດ້ໃບຕາດິນເທື່ອ. ໂອ້ຍສູ່ມື້ນີ້ ຖາງປ່າຫນ້າເຂື່ອນຫັ້ນແຫລະ ຊອກຜັກ ຊອກຫນໍ່ ກາຍາກຊ່ວງນີ້ ຊ່ອຍກັນເດີ້ປະຊາຊົນ ຢູ່ພີ້ທຸກຍາກ ບ້ານຈັດສັນນີ້ນ່າ.

ຊາວບ້ານທ່ານນີ້ກ່າວຕື່ມວ່າ ສິ່ງທີ່ຊາວບ້ານຕ້ອງການທີ່ສຸດ ຄືທີ່ດິນທຳການກະເສດ ເນື່ອງຈາກປັດຈຸບັນຊາວບ້ານ ທຸກຄອບຄົວບໍ່ມີດິນ ທຳການກະເສດ ແລະລ້ຽງສັດ ເຮັດໃຫ້ຊາວບ້ານ ເກີດຄວາມທຸກຍາກລຳບາກ ໃນການຫາຢູ່ຫາກິນ. ບັນຫາດັ່ງກ່າວ ຍັງເຮັດໃຫ້ຊາວບ້ານ ຈຳນວນນຶ່ງຕ້ອງອອກໄປ ບຸກລຸກຖາງປ່າ ຢູ່ຫນ້າເຂື່ອນໄຟຟ້ານໍ້າທາ 1 ເພື່ອຄວາມຢູ່ລອດ.

ຊາວບ້ານທ່ານນີ້ ຍັງຮຽກຮ້ອງໃຫ້ທາງການລາວ ແລະພາກສ່ວນກ່ຽວຂ້ອງ ເລັ່ງໃຫ້ຄວາມຊ່ອຍເຫລືອ ແກ່ຊາວບ້ານທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນໄຟຟ້ານໍ້າທາ 1 ເພື່ອເຮັດໃຫ້ຊາວບ້ານ ຫລຸດພົ້ນຈາກຄວາມທຸກຍາກ ແລະມີອາຊີບຫມັ້ນຄົງຢ່າງໄວ.

ຊາວບ້ານ ທີ່ໄດ້ຮັບຜົນກະທົບອີກທ່ານນຶ່ງ ໃນເມືອງນາແລ ແຂວງຫລວງນໍ້າທາ ກ່າວວ່າ ພາຍຫລັງຖືກໂຍກຍ້າຍ ໄປຢູ່ເຮືອນຈັດສັນໃຫມ່ ຕັ້ງແຕ່ປີ 2019 ຈົນມາຮອດປັດຈຸບັນ ຍັງບໍ່ມີລາຍໄດ້ ແລະອາຊີບເຮັດຫມັ້ນຄົງ ເນື່ອງຈາກຊາວບ້ານ ບໍ່ມີທີ່ດິນທຳການກະເສດ ແລະລ້ຽງສັດ. ສ່ວນການຫາຢູ່ຫາກິນ ຂອງຊາວບ້ານ ຖືກຈຳກັດຂອບເຂດ ທັງເທິງບົກ ແລະ ໃນນໍ້າ ຈົນເຮັດໃຫ້ຊາວບ້ານ ເກີດຄວາມຫຍຸ້ງຍາກ ໃນການຫາຢູ່ຫາກິນ ແຕ່ລະມື້.

ດັ່ງຊາວບ້ານ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ໂອ້ບໍ່ມີບ່ອນໄປຫາຂອງປ່າ ຂອງດົງນີ້ໄປບ່ອນໃດ ເຂົາເຂົາກາບໍ່ໃຫ້ໄປ ມີແຕ່ຢູ່ບ້ານຄືວ່າ ເວົ້ານໍາເຂົາກາບໍ່ເວົ້ານຳ ຄືເກົ່າແລ້ວນ່າ ເຂົາປ່ຽນຄວາມແລ້ວ.”

ນອກຈາກນີ້ ການໃຫ້ຄຳຫມັ້ນສັນຍາຕ່າງໆ ລະຫວ່າງຊາວບ້ານ ກັບທາງການລາວ ແລະບໍຣິສັດຜູ້ພັທນາເຂື່ອນໄຟຟ້າ ນໍ້າທາ 1 ກໍບໍ່ເປັນໄປຕາມ ສັນຍາ ເປັນຕົ້ນການຊົດເຊີຍ ທີ່ດິນທຳການກະເສດ, ການຈັດສັນອາຊີບ ແລະ ສ້າງລາຍໄດ້ ເພື່ອຫລຸດພົ້ນ ຈາກຄວາມທຸກຍາກ ແມ່ນສ້າງຄວາມຜິດຫວັງໃຫ້ກັບຊາວບ້ານທີ່ສຸດ.

ຊາວບ້ານ ທີ່ໄດ້ຮັບຜົນກະທົບ ອີກທ່ານນຶ່ງໃນເມືອງຜາອຸດົມ ແຂວງບໍ່ແກ້ວກ່າວວ່າ ບໍ່ໄດ້ຖືກໂຍກຍ້າຍໄປເຂດອື່ນ ພຽງແຕ່ໄດ້ຍັບຍ້າຍຂຶ້ນມາຢູ່ບ່ອນສູງ, ເຣື່ອງທຳການກະເສດ ແລະ ລ້ຽງສັດກໍບໍ່ໄດ້ຮັບຜົນກະທົບຫຍັງ ແຕ່ຊາວບ້ານຍັງບໍ່ໄດ້ຮັບໃບຕາດິນຖາວອນເທື່ອ ຈຶ່ງຢາກໃຫ້ທາງການລາວ ເລັ່ງດຳເນີນການອອກໃບຕາດິນຖາວອນ ໃຫ້ກັບຊາວບ້ານຢ່າງໄວ.

ດັ່ງຊາວບ້ານຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບໍ່ໆ. ເຮົາຢູ່ເຂດບ້ານເກົ່າເດ້ ພຽງແຕ່ໂຍກຍ້າຍຂຶ້ນເທິງຊື່ໆ ບໍ່ໄດ້ຍ້າຍໄປບ່ອນອື່ນເດ້ ທຳການຜລິດຢູ່ບ່ອນເກົ່າຢູ່ ໃບຕາດິນຍັງບໍ່ມີ, ມີເຂົາມາແທກດິນເຮືອນໃຫ້ ເຂດໃຜເຂດມັນ.

ກ່ຽວກັບເຣື່ອງນີ້ ເຈົ້າຫນ້າທີ່ຜແນກຊັບພະຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງຫລວງນໍ້າທາກ່າວວ່າ ດຽວນີ້ກຳລັງເລັ່ງດຳເນີນການ ມອບໃບຕາດິນ ປະເພດດິນເຮືອນຈັດສັນໃຫມ່ ໃຫ້ກັບຊາວບ້ານທີ່ໄດ້ຮັບຜົນກະທົບ ຖືກໂຍກຍ້າຍ ໃກ້ຈະສຳເຣັດແລ້ວ ແຕ່ຍັງມີຊາວບ້ານຈຳນວນນຶ່ງ ເທົ່ານັ້ນ ຕິດບັນຫາບໍ່ມີສຳມະໂນຄົວ ກໍຕ້ອງໄດ້ເຮັດສຳມະໂນຄົວກ່ອນ ຈຶ່ງຈະໄດ້ຮັບມອບໃບຕາດິນ.

ສ່ວນການບຸກເບີກທີີ່ດິນ ທຳການກະເສດ ແລະລ້ຽງສັດ ກໍຍັງຍອມຮັບວ່າ ເປັນສິ່ງຫຍຸ້ງຍາກ ແລະທ້າທາຍທີ່ສຸດ ໃນການແກ້ໄຂບັນຫາ ເນື່ອງຈາກພື້ນທີ່ ເກືອບທັງຫມົດ ໃນຂອບເຂດເຮືອນຈັດສັນໃຫມ່ ແມ່ນເປັນເຂດພູດອຍຈຶ່ງເຮັດໃຫ້ການບຸກເບີກເນື້ອທີ່ແລະຈັດສັນໃຫ້ກັບຊາວບ້ານນັ້ນເປັນໄປຢ່າງຊັກຊ້າແລະບໍ່ມີກຳນົດເທື່ອວ່າຈະສຳເຣັດຕອນໃດ.

ດັ່ງເຈົ້າຫນ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ແມ່ນແຫລະ ມັນເປັນພື້ນທີ່ວ່າ ດອຍເກືອບ 100% ໃດເຂດຈັດສັນນີ້ ທາງໄທເຮົາຫັ້ນ ຈະປະສານຫາເມືອງເນາະ ຄົ້ນຄ້ວາກ່ຽວກັບດິນ ຄັງລ້ຽງສັດ ຄອບຄົວລະ 0.5 ເຮັກຕ້າຣ໌ ອັນນີ້ກາຍັງເປັນບັນຫານຶ່ງ ທີ່ວ່າຍ້ອນວ່າ ມັນບ່ອນດິນແບ່ງໃຫ້ຂະເຈົ້າ ຫັ້ນເນາະ.

ສຳລັບໂຄງການ ເຂື່ອນໄຟຟ້ານໍ້າທາ 1 ແມ່ນມີຊາວບ້ານ ໄດ້ຮັບຜົນກະທົບ ຈຳນວນ 37 ບ້ານ 1,707 ຄອບຄົວ, ລວມປະຊາກອນ 10 ພັນປາຍຄົນ ຢູ່ເມືອງນາແລ ແຂວງຫລວງນໍ້າທາ ແລະ ເມືອງຜາອຸດົມ ແຂວງບໍ່ແກ້ວ ໂດຍຊາວບ້ານທັງຫມົດ ໄດ້ໂຍກຍ້າຍ ອອກມາຢູ່ເຮືອນຈັດສັນໃໝ່ ທັງໝົດ 11 ຈຸດ ແຕ່ລະຈຸດ ສ້າງຢູ່ເທິງພູດອຍ ກະຈາຍກັນຢູ່ ຕາມແລວນໍ້າທາ.

ໂຄງການເຂື່ອນໄຟ ຟ້ານໍ້າທາ 1 ມີກຳລັງຕິດຕັ້ງ 186 ເມກະວັດ ຕັ້ງລະຫວ່າງແຂວງບໍ່ແກ້ວ ກັບ ແຂວງຫລວງນໍ້າທາ ເຣີ່ມກໍ່ສ້າງໃນປີ 2014 ແລະ ສ້າງສຳເຣັດໃນປີ 2018 ໂດຍບໍຣິສັດ China Southern Power Grid ປະເທດຈີນ ຮ່ວມທຶນກັບບໍຣິສັດ ຣັຖວິສາຫະກິຈໄຟຟ້າລາວ ລວມມູນຄ່າການກໍ່ສ້າງ 450 ລ້ານໂດລ້າຣ໌ສະຫະຣັຖ.

ໂຄງການເຂື່ອນໄຟຟ້າ ນໍ້າທາ 1 ຖືກດຳເນີນການຂຶ້ນ ມາພາຍໃຕ້ການຮ່ວມມື ນຶ່ງແຖບ ນຶ່ງແລວທາງ ຫລື Belt and Road Initiative ເພື່ອສນອງໄຟຟ້າ ໃຫ້ກັບເຂດເສຖກິຈ ພິເສດສາມຫລ່ຽມຄຳ ແຂວງບໍ່ແກ້ວ ເຂດເສຖກິຈພິເສດ ບໍ່ເຕັນ ແຂວງຫລວງນໍ້າທາ ແລະ ນໍາໃຊ້ພາຍໃນປະເທດລາວ ຈຳນວນນຶ່ງໂດຍມີອາຍຸສັມປະທານ 28 ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org