ໂຄງການ ພະລັງງານໄຟຟ້າ ມີຜົລກະທົບຫຼາຍຢ່າງ ຕໍ່ຊາວບ້ານ

ແຂວງຈຳປາສັກ ເປັນອີກພື້ນທີ່ນຶ່ງ ທີ່ມີໂຄງການພະລັງງານໄຟຟ້າ ຈຳນວນ 31 ໂຄງການ ແຕ່ນີ້ກໍບໍ່ໄດ້ຊ່ອຍໃຫ້ຊາວບ້ານ ຫຼຸດພົ້ນອອກຈາກ ຄວາມທຸກຍາກ ແລະສິ່ງທີ່ສຳຄັນ ຄືຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ພະລັງງານໄຟຟ້າເຫຼົ່ານັ້ນ ບໍ່ໄດ້ຮັບການເບິ່ງແຍງ ເທົ່າທີ່ຄວນ ຈາກພາກຣັຖ ຫຼືພາກສ່ວນທີ່ກ່ຽວຂ້ອງ.

ເຂື່ອນດອນສະໂຮງ ທີ່ກໍາລັງກໍ່ສ້າງ ໃກ້ຈະສໍາເຣັດແລ້ວ RFA

ມາຮອດປີ 2021 ທົ່ວແຂວງຈໍາປາສັກ ມີໂຄງການພະລັງງານໄຟຟ້າແລ້ວ ຈໍານວນ 31 ໂຄງການ ໃນນີ້ ມີໂຄງການທີ່ມີສັນຍາສັມປະທານແລ້ວ 10 ໂຄງການ, ໂຄງການທີ່ມີສັນຍາຄຸ້ມຄອງ 5 ໂຄງການ, ໂຄງການທີ່ຢູ່ໃນຂັ້ນຕອນພັທນາ 2 ໂຄງການ ແລະໂຄງການຢູ່ໃນຂັ້ນຕອນ ເຮັດບົດບັນທຶກຄວາມເຂົ້າໃຈ 14 ໂຄງການ ເຊິ່ງທັງໝົດແມ່ນເປັນໂຄງການເຂື່ອນໄຟຟ້າ.

ຂະນະທີ່ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂື່ອນເຊກະຕໍາ ໃນເມືອງປາກຊ່ອງ ກ່າວວ່າ ຫຼັງຈາກຖືກຍັບຍ້າຍແລ້ວ ກໍບໍ່ໄດ້ຮັບການດູແລເທົ່າທີ່ຄວນ ຊາວບ້ານສ່ວນຫຼາຍ ກໍຍັງຕ້ອງດີ້ນຮົນ ຫາຢູ່ຫາກິນໄປຕາມສະພາບເສຖກິຈໃນພື້ນທີ່.

ດັ່ງຊາວບ້ານຜູ້ນຶ່ງ ທີ່ຖືກຜົລກະທົບ ຈາກໂຄງການເຂື່ອນເຊກະຕໍາ ເມືອງປາກຊ່ອງ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 6 ເມສາ ນີ້ວ່າ:

ຊີວິດການເປັນຢູ່ ຄອບຄົວກະພໍໃຊ້ ພໍໄດ້ກິນໄດ້ຢາກນໍາເຂົາຫັ້ນແຫຼະ ຜົລກະທົບນີ້ກະຫຼາຍເຕີບແຫຼະ ພໍ່ແມ່ປະຊາຊົນ ກະພໍໄດ້ໃຊ້ພໍໄດ້ສອຍໄປນີ້ ພໍໄດ້ກິນກຸ້ມກິນກຸ້ມຢາກໃນຄອບຄົວ ແມ່ນດີ້ນລົນກັນໄປ.”

ຊາວບ້ານອີກຜູ້ນຶ່ງ ກໍກ່າວວ່າ ຕລອດຫຼາຍປີທີ່ຜ່ານມາ ທາງການລາວ ອະນຸຍາດໃຫ້ບໍຣິສັດເອກະຊົນລາວ ແລະຕ່າງປະເທດ ເຂົ້າມາສັມປະທານເນື້ອທີ່ ເພື່ອສ້າງເຂື່ອນໄຟຟ້າເປັນຈໍານວນຫຼາຍ ຂະນະທີ່ຊາວບ້ານພັດຍັງທຸກຍາກ ວຽກເຮັດງານທໍາກໍຫາຍາກ ແລະສິ່ງສໍາຄັນ ຊາວບ້ານເຫຼົ່ານັ້ນ ບໍ່ມີເນື້ອທີ່ທໍາການກະເສຕ ກໍບໍ່ເຫັນທາງການລາວ ເບິ່ງແຍງການເປັນຢູ່ ຂອງຊາວບ້ານເທົ່າທີ່ຄວນ.

ນອກຈາກນີ້ ການອະນຸຍາດໃຫ້ສ້າງເຂື່ອນໄຟຟ້າ ເປັນຈໍານວນຫຼາຍໂຄງການ ຍັງເຮັດໃຫ້ເນື້ອທີ່ປ່າໄມ້ໃນລາວຫຼຸດລົງ ກະທົບຕໍ່ສັງຄົມ ແລະລະບົບນິເວດ ສັດນໍ້າ-ສັດປ່າ ຕ້ອງອົພຍົບໂຍກຍ້າຍຖິ່ນຖານ.

ດັ່ງຊາວບ້ານຜູ້ນຶ່ງ ໃນນະຄອນປາກເຊ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 6 ເມສາ ນີ້ວ່າ:

ສ້າງຂຶ້ນມາເພີ່ມທຸຣະກິຈ ແຕ່ວ່າ ມັນເວົ້າເຣື່ອງ ການທໍາລາຍທີ່ຫຼາຍກວ່າ ຫຼາຍໆເຂື່ອນຜ່ານມາ ຄືວ່າ ທັມມະຊາດເນາະ ມັນສະສົມມາເນາະ ເຕີບໂຕໄດ້ຫຼາຍປີເນາະ ຖືກທໍາລາຍ.”

ຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ຢາກໃຫ້ທາງການລາວ ເອົາຜົລປະໂຫຍດຂອງປະຊາຊົນເປັນທີ່ຕັ້ງ ແລະຄໍານືງເຖິງຜົລກະທົບທີ່ຈະເກີດຂຶ້ນ ຈາກໂຄງການສ້າງເຂື່ອນໄຟຟ້າ ເພາະໄລຍະຜ່ານມາ ມີຫຼາຍໂຄງການພັທນາໄປແລ້ວ ບໍ່ເຫັນວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈະຫຼຸດພົ້ນອອກຈາກຄວາມທຸກຍາກ, ຫຼາຍໂຄງການ ແມ່ນໄປຊໍ້າເຕີມໃຫ້ຊາວບ້ານທຸກຢາກຕື່ມໄປອີກ ຍ້ອນໄປປ່ຽນແປງວິຖີຊີວິດຂອງຊາວບ້ານ ຈາກເຄີຍເຮັດນາລ້ຽງສັດ ພັດໄດ້ປ່ຽນໄປເປັນ ເຮັດໄຮ່ເຮັດສວນແທນ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 6 ເມສາ ນີ້ວ່າ:

ຄັນມາເວົ້າເຣື່ອງສິດ ຜົລປະໂຫຍດປະຊາຊົນ ມັນບໍ່ໄດ້ຫຍັງດອກ ເຖິງຊິເຮັດເປັນ 100 ມັນກະຄືເກົ່າຫັ້ນແຫຼະ ພັຍທັມມະຊາດ ກະມາຄຸກຄາມອີກ ສ້າງບ້ານຈັດສັນໃຫ້ເຂົາຢູ່ແລ້ວ ກະບໍ່ໄດ້ຢູ່ສະນຸກສຸກສະບາຍ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງຈໍາປາສັກ ກ່າວວ່າ ໂຄງການພະລັງງານໄຟຟ້າ ໃນແຂວງຈໍາປາສັກ ສ່ວນຫຼາຍເປັນໂຄງການເຂື່ອນໄຟຟ້າ ທີ່ມີຂນາດນ້ອຍ ຕໍ່າກວ່າ 15 ເມກາວັດ ທີ່ລົງທຶນໂດຍບໍຣິສັດເອກະຊົນລາວ ແລະເອກະຊົນຈີນ ເພື່ອຂາຍໄຟຟ້າ ໃຫ້ກັບຣັຖວິສາຫະກິຈໄຟຟ້າລາວ ແລະນໍາໃຊ້ພາຍໃນທ້ອງຖິ່ນ ເປັນຕົ້ນ: ເຂື່ອນເຊລະບໍາ, ເຂື່ອນເຊກະຕໍາ ແລະເຂື່ອນເຊນໍ້ານ້ອຍ.

ສ່ວນເຂື່ອນໄຟຟ້າຂນາດໃຫຍ່ ທີ່ມີກໍາລັງການຜລິດ ຫຼາຍກວ່າ 15 ເມກາວັດ ກໍຈະມີເຂື່ອນດອນສະໂຮງ ເມືອງໂຂງ, ເຂື່ອນເຊປຽນ-ເຊນໍ້ານ້ອຍ ເມືອງປາກຊ່ອງ, ເຂື່ອນນໍ້າພາກ ເມືອງປາກຊ່ອງ ເຊິ່ງມີເປົ້າໝາຍຈະສົ່ງອອກໄຟຟ້າໄປຂາຍຕ່າງປະເທດ ຄື: ໄທຍ ແລະກັມພູຊາ.
ນອກຈາກນີ້ ກໍຍັງມີຫຼາຍໂຄງການ ເປັນຕົ້ນ: ພະລັງງານລົມ, ພະລັງງານແສງຕາເວັນ ແລະເຂື່ອນໄຟຟ້້າຈໍານວນນຶ່ງ ທີ່ຍັງຢູ່ໃນການເຮັດບົດບັນທຶກຄວາມເຂົ້າໃຈ ແຕ່ຍັງບໍ່ທັນເຊັນສັນຍາ ສັມປະທານກໍ່ສ້າງເທື່ອ ຍ້ອນໂຄງການເຫຼົ່ານັ້ນ ຍັງຊອກຫາຕລາດຮັບຊື້ໄຟຟ້າບໍ່ທັນໄດ້ ເມື່ອບໍ່ມີຕລາດຮັບຊື້ໄຟຟ້າ ກໍບໍ່ສາມາດດໍາເນີນການກໍ່ສ້າງໄດ້.

ດັ່ງເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ່ 6 ເມສາ ນີ້ວ່າ:

ບໍ່ໄດ້ຈໍາກັດ ແຕ່ວ່າຕລາດນີ້ມັນຍາກຫຼາຍ ມັນບໍ່ມີຕລາດພະລັງງານລົມ, ພະລັງງານແສງອາທິດ ກະຍັງຢູ່ຂັ້ນຕອນໃນການສຶກສາເຈົ້າ ສ່ວນຫຼາຍເປັນລັກສະນະແນວນັ້ນ, ປັດຈຸບັນນີ້ ອອກມາທັງເບື້ອງໄທຍກະມີ, ທາງເບື້ອງກັມພູຊາກະມີ ສາຍສົ່ງ 500.”

ທ່ານກ່າວຕື່ມອີກວ່າ ສໍາລັບແຂວງຈໍາປາສັກ ແມ່ນມີທັງໝົດ 10 ເມືອງ, ມີ 641 ບ້ານ ແລະມີປະຊາຊົນຈໍານວນ 135,164 ຄອບຄົວ ແລະທັງໝົດ ສາມາດນໍາໃຊ້ໄຟຟ້າຖາວອນ 100% ໄດ້ທຸກຄອບຄົວແລ້ວ.

ປັດຈຸບັນ ປະເທດລາວ ມີແຫຼ່ງຜລິດໄຟຟ້າແລ້ວ ຈໍານວນ 88 ແຫ່ງ ມີກໍາລັງການຜລິດໄຟຟ້າແລ້ວ 9,972 ເມກາວັດ ເຊິ່ງຕາມແຜນ ຈະສ້າງເຂື່ອນໄຟຟ້າໃຫ້ໄດ້ 100 ແຫ່ງ. ນອກຈາກນີ້ ຍັງມີແຫຼ່ງພະລັງງານລົມ, ພະລັງງານແສງຕາເວັນ ແລະຖ່ານຫິນ ອີກຈໍານວນນຶ່ງ ເພື່ອເປົ້າໝາຍໃຫ້ມີກໍາລັງການຜລິດ 28,000 ເມກາວັດ ໃນປີ 2030.
ຣັຖບານລາວ ວາງເປົ້າໝາຍ ທີ່ຈະພັທນາປະເທດ ໃຫ້ເປັນປະເທດ ຫຼຸດພົ້ນອອກຈາກ ປະເທດດ້ອຍພັທນາ ເພື່ອຈະກ້າວໄປສູ່ ປະເທດທີ່ກໍາລັງພັທນນາ ໂດຍຜັກດັນແລະສນັບສນູນທຸກຮູບແບບ ເຣື່ອງການລົງທຶນດ້ານພະລັງງານໄຟຟ້າ ເພື່ອເປັນແບັຕຣີ້ແຫ່ງອາຊ້ຽນ ໃນຂະນະທີ່ ອົງການສາກົລ ແລະພາກປະຊາສັງຄົມທັງໃນລາວ ແລະຕ່າງປະເທດ ຍັງເປັນກັງວົນຕໍ່ຜົລກະທົບ ທາງສັງຄົມແລະສິ່ງແວດລ້ອມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org