ສວນປູກຢາງພາຣາຂອງວຽດນາມ ລະເມີດກົດ

ບໍຣິສັດ ປູກຢາງພາຣາ ຂອງ ວຽດນາມ ລະເມີດ ກົດໝາຍ ຮັກສາ ສິ່ງແວດລ້ອມ.

ສວນປູກຢາງພາຣາ ຂອງວຽດນາມ ໃນພາກໃຕ້ຂອງລາວ travel Laos

 

ບໍຣິສັດ ປູກຢາງພາຣາ ຂອງ ວຽດນາມ ລະເມີດ ກົດໝາຍ ຮັກສາສິ່ງແວດລ້ອມ. ປະຊາຊົນເມືອງລະມາມ ແຂວງເຊກອງ ຈົ່ມວ່າ ບໍຣິສັດ ປູກຢາງພາຣາ ຂອງວຽດນາມ ບໍ່ປະຕິບັດ ຕາມກົດໝາຍ ຮັກສາສິ່ງແວດລ້ອມ ຂອງລາວ ເຊັ່ນ ບໍຣິສັດ ໄດ້ປູກຢາງພາຣາ ໃກ້ ນ້ຳເຊກອງ ເກີນໄປ ເປັນເຫດໃຫ້ ຕາຝັ່ງເຈື່ອນ ເພພັງ ແລະ ສານເຄມີ ທີ່ ບໍຣິສັດ ໃຊ້ຂ້າຫຍ້າ ກໍໄຫລລົງ ໃສ່ນ້ຳ ເປັນພິດເປັນໄພ ແກ່ສັດ ແລະ ຊາວບ້ານທ້ອງຖິ່ນ. ດັ່ງເຈົ້າໜ້າທີ່ ແຂວງເຊກອງ ຜູ້ນຶ່ງ ທີ່ບໍ່ປະສົງ ບອກຊື່ ເວົ້າວ່າ:

“ຜົນກະທົບ ສິ່ງແວດລ້ອມ ຂອງ ຢາງພາຣາ ນ້ຳເຊກອງ ຫະນະ ບຸກເບີກ ມັນໃກ້ໂພດ ຝົນຕົກອີຫຍັງ ມັນກໍເຊາະ ເຈື່ອນຕະລິ່ງ ຮະນະ ຢູ່ເມືອງລະມາມ ບ້ານປາກໂທນ ແຕ່ປີກາຍລະນະ ວຽກໂຕນີ້.”

ເຈົ້າໜ້າທີ່ ຜູ້ນີ້ ເວົ້າອີກວ່າ ບໍຣິສັດ ວຽດນາມ ມີແຜນຈະປູກ ຢາງພາຣາ ໃນພື້ນທີ່ ທັງໝົດ 3,000 ເຮັກຕາຣ໌ ຢູ່ໃນບໍຣິເວນ ເມືອງລະມາມ. ກົດໝາຍ ຮັກສາສິ່ງແວດລ້ອມຂອງລາວ ບົ່ງໄວ້ວ່າ ການປູກຢາງພາຣາ ຕ້ອງຢູ່ໄກ ຈາກຕາຝັ່ງນ້ຳ ຢ່າງໜ້ອຍ 100 ແມັດ ເພື່ອປ້ອງກັນ ຕາຝັ່ງເຈື່ອນ ແລະ ນ້ຳເປີ້ເປື້ອນ ໄຫລລົງສູ່ ສາຍນ້ຳ ລຳທານ. ແຕ່ບໍຣິສັດ ຢາງພາຣາ ຂອງວຽດນາມ ປູກຢາງພາຣາໃກ້ກັບນ້ຳເກີນໄປ. ອີກບັນຫານຶ່ງ ບໍຣິສັດ ຢາງພາຣາ ຂອງວຽດນາມ ຍັງມີບັນຫາ ຂັດແຍ້ງທີ່ດິນ ກັບ ປະຊາຊົນ ທ້ອງຖິ່ນ ຢ່າງແຮງ ເພາະດິນສ່ວນນຶ່ງ ທີ່ ບໍຣິສັດ ໄດ້ຮັບ ສຳປະທານ ໄປນັ້ນ ແມ່ນດິນ ຂອງຊາວບ້ານ.

ນອກຈາກເມືອງລະມາມ ແລ້ວ ເມືອງທ່າແຕງ ແຂວງເຊກອງ ກໍມີບັນຫາ ສິ່ງແວດລ້ອມ ເຊັ່ນກັນ ໄດ້ຮັບຄວັນພິດ ຈາກໂຮງງານ ແປຮູບ ຢາງພາຣາ ຂອງບໍຣິສັດວຽດນາມອີກ ບໍຣິສັດນຶ່ງ ທີ່ຊື່ວ່າ ບໍຣິສັດກາວຊູ ລາວ-ວຽດ ທີ່ມີສວນ ຢາງພາຣາ ກວ້າງປະມານ 800 ເຮັກຕາຣ໌ ໃນເຂດ ເມືອງດັ່ງກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org