ຊາວບ້ານຂໍໃຫ້ປິດໂຮງງານ ດິນຈີ່

ຊາວບ້ານ ຢູ່ເມືອງ ໄຊທານີ 200 ປາຍ ຄອບຄົວ ຮຽກຮ້ອງ ໃຫ້ປິດ ໂຮງງານ ດິນຈີ່ ຂອງວຽດນາມ ຍ້ອນ ປ່ອຍຄວັນຂິວ ອອກຫຼາຍ.

ກອງດິນຈີ່ ຂະໜາດ 6 ຮູ ຫຼື 6 ປ່ອງ ມາຕຖານ, ທີ່ພ້ອມສົ່ງອອກຂາຍ ໃຫ້ລູກຄ້າ ໃນໂຮງງານດິນຈີ່ ຂອງວຽດນາມ ແຫ່ງນຶ່ງ ໃນເຂດ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ. ຖ່າຍຮູບ ວັນທີ 3 ກຸມພາ 2017. RFA/LX

ປະຊາຊົນ ບ້ານໂນນສະອາດ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ 200 ປາຍຄອບຄົວ ຮຽກຮ້ອງ ໃຫ້ທາງການ ສັ່ງປິດ ໂຮງງານ ດິນຈີ່ ຂອງວຽດນາມ ຍ້ອນວ່າ ທາງໂຮງງານ ໄດ້ສົ່ງຄວັນ ທີ່ເປັນມົລພິດ ມີກິ່ນຂິວ ອອກຫຼາຍ ເຮັດໃຫ້ ຊາວບ້ານໃກ້ກັບ ໂຮງງານ ຫາຍໃຈ ບໍ່ ສະດວກ ມາໄດ້ 2-3 ປີແລ້ວ. ຕາມການເປີດເຜີຍ ຂອງຊາວບ້ານ ຜູ້ບໍ່ປະສົງ ອອກຊື່ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 31 ມົກກະຣາ 2017 ນີ້ວ່າ:

"ໂຮງງານວຽດນາມ ເປີດມາໄດ້ 2-3 ປີ ນີ້ແຫຼະ ມັນຂິວນີ້ແຫຼະ ຢູ່ບໍ່ໄດ້ ຖືກເບິດບ້ານ ບ້ານເປັນ ບ້ານໂນນສະອາດ ນັ້ນແຫຼະ ຍາມຝົນຕົກ ມັນຈະເປັນໝອກ ຄຸມເມິດເລີຍ ຄວັນ ຫາຍໃຈຝືດໃຈຕັນ ແລ້ວນະ ຖືກເບິດບ້ານ ຄັນມັນເປີດ ສອງທໍ່ນີ້ ຖືວ່າແຮງໜັກ ບາງເທື່ອ ສິເປັນ ໃສ່ຫລັງຄາ ອີ່ຫຍັງ ມັນຈະຕິດ ຫລັງຄາ ມັນຖືກ ອາສັຍ ນຳລົມນໍ ຄັນລົມ ມັນບໍ່ແຮງມັ ນກຸ້ມເມິດແຫຼະ ຄັນຍາມຝົນຕົກ ນີ້ຍັງບໍ່ເວົ້າເລີຍ ຕິດເມິດ".

ທ່ານກ່າວຕໍ່ໄປວ່າ ບັນຫານີ້ ສົ່ງຜົລກະທົບໃສ່ ສຸຂພາບຊາວບ້ານ ມາຕັ້ງແຕ່ ຕອນໂຮງງານ ເປີດໃໝ່ໆ ພຸ້ນແລ້ວ, ເປັນໂຮງງານ ຂນາດ ໃຫຍ່, ມີທໍ່ປ່ອຍຄວັນ 2 ທໍ່ ຄວັນຈຶ່ງຫລາຍ. ທີ່ຜ່ານມາ ຊາວບ້ານ ກໍເຄີຍໄດ້ໄປ ຮ້ອງຮຽນ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ມາຊ່ວຍແກ້ໄຂ 2 ເທື່ອແລ້ວ ແຕ່ທາງການ ກໍເວົ້າແຕ່ວ່າ ໃຫ້ອົດທົນ ໄປກ່ອນ ຕ້ອງໄປຕາມ ຂັ້ນຕອນ, ຊາວບ້ານ ກໍມີແຕ່ຄອຍ ວ່າເມື່ອໃດ ເພິ່ນຈຶ່ງຈະມາ ຊ່ວຍແກ້ໄຂ ບັນຫາ ຄວັນພິດຂິວ ນີ້ໃຫ້.

ທ່ານເວົ້າຕື່ມອີກວ່າ ຜ່ານມາ ກໍມີຊາວບ້ານ ເສັຽຊີວິດ ແລະ ໃນປັດຈຸບັນ ກໍມີຜູ້ເຈັບປ່ວຍ ຢູ່ຈຳນວນນຶ່ງ ເຖິງແມ່ນວ່າ ທາງໂຮງໝໍ ຈະບໍ່ ໄດ້ລະບຸ ສາເຫດ ຂອງການ ເສັຽຊີວິດ ວ່າເປັນຍ້ອນ ຄວັນຂິວນັ້ນ ກໍຕາມ ແຕ່ຊາວບ້ານ ກໍຄິດວ່າ ໜ້າຈະແມ່ນ ຍ້ອນຄວັນ ເປັນພິດ ຈາກໂຮງງານ, ເວລາໄປຫາ ຫົວໜ້າ ໂຮງງານ ຍາມໃດ ກໍບໍ່ຢູ່ ຈັກເທື່ອ. ດັ່ງ ທີ່ທ່ານກ່າວວ່າ:

"ຄົນວຽດຫັ້ນແຫຼະ ຫົວໜ້າເຂົາບໍ່ຢູ່ ຍາມໃດໄປກໍບໍ່ຢູ່ ໄປເວົ້າກັນສອງເທື່ອແລ້ວນະ 3-4 ເດືອນແລ້ວເດ ຕາຍມາ ປະມານນຶ່ງປີ ຫວ່າງ ຍາມນີ້ ກໍຕາຍອີກ ກໍຍັງເຈັບຢູ່ ລົງໄປເບິ່ງໄດ້ ບໍ່ເຊື່ອລົງ ຍັງເຈັບຢູ່ ຫັ້ນກໍມີເດ".

ກ່ຽວກັບບັນຫາດັ່ງກ່າວ ປັດຈຸບັນ ຊາວບ້ານກຳລັງ ຮວບຮວມຣາຍຊື່ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຮງງານ ດິນຈີ່ ຂອງວຽດນາມ ນັ້ນຢູ່ ເພື່ອສົ່ງໃຫ້ ທາງການ ທີ່ກ່ຽວຂ້ອງ ເພື່ອຂໍໃຫ້ ສັ່ງປິດ ໂຮງງານນັ້ນ. ສ່ວນວ່າ ເຣຶ່ອງສາເຫດ ຂອງການເສັຽ ຊີວິດ ຂອງຊາວບ້ານ ວ່າ ເກີດຈາກ ຄວັນພິດ ຂອງໂຮງງານ ຫລືວ່າ ເປັນຍ້ອນຫຍັງ ກັນແທ້ນັ້ນ ທ່ານເວົ້າວ່າ ຈະຕ້ອງໄດ້ ລໍຖ້າ ຄວາມເຫັນ ຂອງໝໍກ່ອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org