ຝົນຕົກນໍ້າອັ່ງຖ້ວມ ວຽງຈັນທຸກປີ

ຊາວ ນະຄອນຫລວງ ວຽງຈັນ ຮຽກຮ້ອງ ຕ້ອງການ ຢາກໃຫ້ ຣັຖບານ ແກ້ໄຂ ບັນຫາ ນ້ຳຖ້ວມ ທຸກປີ ໃນຊ່ວງ ຣະດູຝົນ.

ຄູ້ມສາມແສນໄທ ນະຄອນຫຼວງວຽງຈັນ RFA

 

ຊາວ ນະຄອນຫລວງ ວຽງຈັນ ຮຽກຮ້ອງ ຕ້ອງການ ຢາກໃຫ້ ຣັຖບານ ແກ້ໄຂ ບັນຫາ ນ້ຳຖ້ວມ ທຸກປີ ໃນຊ່ວງ ຣະດູຝົນ.

ຊາວ ນະຄອນຫລວງ ວຽງຈັນ ທ່ານນຶ່ງ ເວົ້າວ່າ ໃນຊ່ວງ ຣະດູຝົນ ປີນີ້ ຢາກໃຫ້ ຣັຖບານ ວາງແຜນ ແກ້ໄຂ ແລະ ປ້ອງກັນ ນ້ຳຖ້ວມ ພາຍໃນ ຕົວເມືອງ ຍ້ອນວ່າ ບັນຫາ ດັ່ງກ່າວ ເກີດຂຶ້ນ ເປັນປະຈຳ ໃນແຕ່ລະປີ ໃນຊ່ວງ ຣະດູຝົນ ສົ່ງຜົລກະທົບ ຕໍ່ການຄ້າຂາຍ ແລະ ການເດີນທາງ ໄປມາ. ດັ່ງທ່ານກ່າວວ່າ:

"ຢູ່ວຽງຈັນ ສິ່ງທີ່ຊາວບ້ານ ຕ້ອງການ ກໍຄືວ່າ ທາງ ຣັຖບານ ໄປຊ່ອຍ ບັນຫາ ນ້ຳຖ້ວມ ທີ່ ມັນຈະຕາມມາ ກໍຄືວ່າ ນ້ຳຝົນ".

ທ່ານວ່າ ອິງຕາມຂໍ້ມູນ ທາງການລາວ ໄດ້ອະນຸມັດ ເງິນປ້ອງກັນ ນ້ຳຖ້ວມ ນະຄອນ ຫລວງ ວຽງຈັນ ກວ່າ 300 ຕື້ ກີບ ໃນແຕ່ລະປີ ເລິ້ມແຕ່ປີ 2008 ເປັນຕົ້່ນມາ ແຕ່ ບໍ່ປະສົບ ຜົລສຳເຣັດ ທຸກໆປີ ໃນຊ່ວງ ຣະດູຝົນ ຍັງມີ ນ້ຳຖ້ວມ ຢູ່ ຕົວຢ່າງ ໃນປີ 2011 ທີ່ ມີລົມພະຍຸ ຫລາຍລູກ ພັດຜ່ານ ເຂົ້າມາລາວ ເຮັດໃຫ້ເກີດ ນ້ຳຖ້ວມ ໜັກ ໃນ ນະຄອນຫລວງ ວຽງຈັນ ແລະ ແຂວງໃກ້ຄຽງ.

ໃນຂະນະ ດຽວກັນ ຊາວ ນະຄອນຫລວງ ວຽງຈັນ ອີກນາງນຶ່ງ ເວົ້າວ່າ ສາເຫດ ທີ່ມີນ້ຳຖ້ວມ ຂັງໃນເຂດ ນະຄອນຫລວງ ວຽງຈັນ ເພາະບໍ່ມີ ຮ່ອງ ຣະບາຍນ້ຳ ດັ່ງນາງເວົ້າ:

"ເມືອງໄຊເສຖາ ສີສັດຕະນາກ ຈັນທະບູຣີ ມັນກໍຖ້ວມ ຫົນທາງ ມັນບໍ່ມີຮ່ອງ ຣະບາຍນ້່ຳ ນ້ຳບໍ່ມີ ບ່ອນໄຫລ ເນາະ".

ນາງໃຫ້ ຄຳເຫັນວ່າ ທາງການລາວ ຄວນສ້າງ ຮ່ອງຣະບາຍນ້ຳ ເພິ້ມຂຶ້ນ ເນຶ່ອງຈາກວ່າ ເມຶ່ອຝົນ ຕົກຫລາຍ ຖນົນບໍ່ມີ ຮ່ອງ ຣະບາຍນ້ຳ ຈະເຮັດໃຫ້ ນ້່ຳອັ່ງ ຖ້ວມ ຖນົນ ແລະໄຫລໄປ ຖ້ວມບ້ານເຮືອນ ປະຊາຊົນ ສົ່ງກະທົບ ຕໍ່ການຫາຢູ່ ຫາກິນ ແລະ ການສັນຈອນ ໄປມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org